ກົມລ້ຽງສັດ ແລະ ການປະມົງ ຈຶ່ງໄດ້ອອກ ຄໍາແນະນໍາ ກ່ຽວກັບມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 0807/ກລປ, ລົງວັນທີ 07 ເມສາ 2020. ເຊິ່ງມີລາຍລະອຽດດັ່ງນີ້:

ພາບປະກອບຈາກອີນເຕີເນັດ
  1. ມາດຕະຖານການລ້ຽງສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ:
  • ສັດໃຫຍ່ ແມ່ນໝາຍເຖິງ ສັດໃຫຍ່ ອາດເປັນ ສາຍພັນພື້ນເມືອງ ຫຼື ສາຍພັນປັບປຸງ ຫຼື ສາຍພັນປະສົມ ເຊິ່ງມີນໍ້າໜັກຫລາຍກ່ວາ 350 ກິໂລກຣາມ ແລະ ອາຍຸບໍ່ເກີນ 4 ປີ. ນອກຈາກນັ້ນ, ຕ້ອງມີຖິ່ນກໍາເນີດຢູ່ ສປປ ລາວ ຫຼື ສັດທີ່ນໍາເຂົ້າແຕ່ຕ້ອງຖືກລ້ຽງຢູ່ ປະເທດລາວ ຢ່າງໜ້ອຍ 150 ວັນ. ສໍາລັບສະຖານທີ່ລ້ຽງ ແມ່ນຕ້ອງເປັນຟາມທີ່ໄດ້ຈົດທະບຽນຢູ່ ສປປ ລາວ ຢ່າງຖືກກົດໝາຍ ແລະ ອີງຕາມ ເອກະສານ ເລກທີ 0209/ກປ, ລົງວັນທີ 06 ກຸມພາ 2013;
  • ສະຖານທີ່ລ້ຽງສັດໃຫຍ່ ໃນການກະກຽມກ່ອນການສົ່ງອອກ ໄປຈີນ ແມ່ນຢ່າງໜ້ອຍບໍ່ໃຫ້ມີປະຫວັດກວດພົບເຊື້ອພາຍໃນ 6 ເດືອນ ໂດຍການຢັ້ງຢືນຈາກສູນວິໄຈພະຍາດສັດ ເຊັ່ນ: ໂລກຜິວໜັງ, ໂລກປອດອັກເສບ ແລະ ວັນນະໂລກ. ກ່ອນການຂົນສົ່ງ ຕ້ອງໄດ້ນໍາໄປລ້ຽງຢູ່ເຂດທ້ອນໂຮມສັດໃຫຍ່ ທີ່ຢູ່ນອກເຂດປອດພະຍາດປາກເປື່ອຍລົງເລັບ ຢ່າງໜ້ອຍ 45 ວັນ ແລະ ຕ້ອງຜ່ານການກັກກັນຢູ່ສະຖານທີ່ກັກກັນສັດ ບ້ານ ນາຄໍາ, ເມືອງສິງ ແຂວງຫລວງນໍ້າທາ ຢ່າງໜ້ອຍ 30 ວັນ.
ພາບປະກອບຈາກອີນເຕີເນັດ
  1. ມາດຕະຖານຟາມລ້ຽງສັດໃຫຍ່ ເພື່ອສົ່ງອອກ ສປ ຈີນ:
  • ຟາມລ້ຽງສັດໃຫຍ່ ຕ້ອງໄດ້ຮັບການອະນຸຍາດຈາກການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ. ຕ້ອງຕັ້ງຢູ່ ສະຖານທີ່ ເໝາະສົມ, ບໍ່ມີນໍ້າຖ້ວມຂັງ, ຢູ່ຫ່າງໄກຈາກຊຸມຊົນ ເຂດພະຍາດປາກເປື່ອຍລົງເລັ ໂຮງຂ້າສັດ ແລະ ບໍ່ສ້າງຜົນກະທົບໄດໆຕໍ່ຊີວິດການເປັນຢູ່ຂອງຄົນທ້ອງຖີ່ນນັ້ນ ເຊັ່ນ: ສານປົນເປື້ອນ ແລະ ນໍ້າເສຍ. ນອກຈາກນັ້ນ, ພື້ນທີ່ ແລະ ແວດລ້ອມ ຕ້ອງອໍານວຍຄວາມສະດວກຢ່າງຊັດເຈນ ແລະ ເໝາະສົມເຊັ່ນ: ມີທົ່ງຫຍ້າ, ໂຮງເຮືອນ, ຄອກສັດ, ສາງເກັບຮັກສາອາຫານສັດ ແລະ ມີຮົ້ວກັ້ນອ້ອມຮອບ ເພື່ອຄວາມປອດໄພໃນທຸກຮອບດ້ານ;
ພາບປະກອບຈາກອີນເຕີເນັດ
  • ພື້ນໂຮງເຮືອນຄວນເປັນພື້ນຊີເມັນ, ລາດອຽງ, ບໍ່ມື່ນ ສາມາດທໍາຄວາມສະອາດ ແລະ ຂ້າເຊື້ອໄດ້ຢ່າງສະດວກ ແລະ ມີລະບົບລະບາຍນໍ້າທີ່ດີ. ໂຮງເຮືອນສໍາລັບທອມສັດໃຫຍ່ ອາດເປັນຄອກດ່ຽວ ຫຼື ຄອກລວມ ແລ້ວແບ່ງເປັນສັດສ່ວນຢ່າງເໝາະສົມກັບລຸ້ນ, ຂະໜາດ ແລະ ຈໍານວນສັດທີ່ລ້ຽງ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.