ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ບັນລຸໄດ້ປະມານ 529 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 208 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 320 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 112 ລ້ານໂດລາສະຫາລັດ.

ພາບປະກອບ

     ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 208 ລ້ານໂດລາສະຫະລັດ ເຊັ່ນ: ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາສະຫະລັດ, ໝາກກ້ວຍ 21 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 21 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ 12 ລ້ານໂດລາສະຫະລັດ, ມັນຕົ້ນ 11 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກ​ຂາມ...) 10 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) 10 ລ້ານໂດລາສະຫະລັດ, ແຮ່ທອງ 10 ລ້ານໂດລາສະຫະລັດ, ເກືອກາລີ 9 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 5 ລ້ານໂດລາສະຫະລັດ.

ພາບປະກອບ

     ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 320 ລ້ານໂດລາສະຫະລັດ ເຊັ່ນ: : ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ)  30 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 30 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 25 ລ້ານໂດລາສະຫະລັດ, ສັດທີ່ມີຊີວິດ 20 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...)  17 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 14 ລ້ານໂດລາສະຫະລັດ, ໄຟຟ້າ 13 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 12 ລ້ານໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ 11 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 6 ລ້ານໂດລາສະຫະລັດ.

ພາບປະກອບ

     5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ:ຈີນ 79 ລ້ານໂດລາສະຫະລັດ, ຫວຽດນາມ 54 ລ້ານໂດລາສະຫະລັດ, ໄທ 45 ລ້ານໂດລາສະຫະລັດ, ສະວິດເຊີແລນ 12 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 4 ລ້ານໂດລາສະຫະລັດ.

ພາບປະກອບ

     5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານ: ໄທ 182 ລ້ານໂດລາສະຫະລັດ, ຈີນ 72 ລ້ານໂດລາສະຫະລັດ, ຫວຽດນາມ 31 ລ້ານໂດລາສະຫະລັດ, ຢີ່ປຸ່ນ 10 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 9 ລ້ານໂດລາສະຫະລັດ.

ພາບປະກອບ

     ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.