ອີງຕາມແຈ້ງການ ເລກທີ 00283/ຍທຂ ລົງວັນທີ 24 ເມສາ 2020 ໄດ້ແນະນໍາຂັ້ນຕອນການຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງປະເທດ ໃຫ້ເຈົ້າໜ້າທີ່ດ່ານ ແລະ ບັນດາບໍລິສັດຂົນສົ່ງຮັບຮູ້ ແລະ ເອົາໃຈໃສ່ປະຕິບັດຢ່າງເຂັ່ມງວດ ດັ່ງນີ້:

ພາບປະກອບ

     1. ການຂົນສົ່ງສິນຄ້າຂາເຂົ້າ

  • ຄົນຂັບລົດຕ່າງປະເທດທີ່່ຈະຂົນສິນຄ້າເຂົ້າ ສປປ ລາວ ທີ່ສາມາດຄ່ຽນຖ່າຍຢູ່ຈຸດສະເພາະນັ້ນ ແມ່ນຕ້ອງປະຕິບັດຕາມມາດຕະການທາງສາທາລະນະສຸກໄດ້ວ່າງອອກຢ່າງເຂັ້ມງວດ ເຊັ່ນ: ຕ້ອງໃສ່ຜ້າປິດປາກ-ດັງ ແລະ ກວດອຸນຫະພູມຈາກເຈົ້າໜ້າທີ່ສາທາລະນະສຸກ ຢູ່ດ່ານລາວ;
ພາບປະກອບ
  • ຄົນຂັບລົດຕ່າງປະເທດທີ່ຈະຂົນສິນຄ້າປະເພດສານເຄມີອັນຕະລາຍ ແລະ ເຄື່ອງຮັບໃຊ້ໂຄງການກໍ່ສ້າງທາງດ່ວນ, ເຂື່ອນໄຟຟ້າ ແລະ ອື່ນໆ ທີ່ບໍ່ສາມາດຄ່ຽນຖ່າຍ ເນື່ອງຈາກຄວາມສ່ຽງດ້ານຄວາມປອດໄພໃນເວລາຄ່ຽນຖ່າຍ ເຊິ່ງຕ້ອງໄດ້ອະນຸຍາດໃຫ້ເຂົ້າດີນແດນເຂດລາວ ແລະ ຂົນສົ່ງໃຫ້ເຖິງປາຍທາງ ບົນພື້ນຖານການປະຕິບັດທີ່ເຂັ້ມງວດຄື: ມີເອກະສານຢັ້ງຢືນຈາກເຈົ້າຂອງໂຄງການ ຫລື ຕົວແທນຢູ່ລາວ ເຖິງສິນຄ້າທີ່ຈະຂົນສົ່ງ ແລະ ຈຸດໝາຍປາຍທາງໃຫ້ຈະແຈ້ງ ແລະ ຖືກຕ້ອງ ເພື່ອໃຫ້ເຈົ້າໜ້າທີ່ປະຈໍາຢູ່ຈຸດທາງຜ່ານນັ້ນຮັບຮູ້ ແລະ ອໍານວຍຄວາມສະດວກ ເຊິ່ງຜູ້ຂັບມີສິດເຂົ້າເຖິງຈຸດທີ່ກໍານົດສົ່ງສິນຄ້າເທົ່ານັ້ນ. ໃນກໍລະນີທີ່ຜູ້ຂັບຕ້ອງໄດ້ຄ້າງຄືນ ແມ່ນເຈົ້າຂອງໂຄງການຕ້ອງເປັນຄົນຮັບຜິດຊອບ ຈັດກຽມສະຖານທີພັກເຊົ່າໃຫ້ມີຄວາມປອດໄພ ແລະ ແຍກປ່ຽວຈາກຜູ້ອື່ນ.
ພາບປະກອບ

     2. ການຂົນສົ່ງສິນຄ້າຂາອອກ

  • ລົດຂົນສົ່ງຂອງລາວ ສາມາດຂົນສົ່ງສິນຄ້າ ໄປເຖິງຈຸດຄ່ຽນຖ່າຍໃສ່ລົດຕ່າງປະເທດ ຫລື ໄປເຖິງຈຸດໝາຍປາຍທາງ ໃນກໍລະນີທີ່ປະເທດທີສອງໄດ້ອະນຸຍາດ;
  • ອະນຸຍາດໃຫ້ລົດຂົນສົ່ງ ແລະ ຕູ້ຄອນເທນເນີເປົ່າສາມາດເຂົ້າມາເອົາສິນຄ້າຢູ່ ດ່ານລາວ ເພື່ອຈະສົ່ງອອກ;
ພາບປະກອບ
  • ຄົນຂັບລົດ ແລະ ຜູ້ຕິດຕາມ ທີ່ເປັນຄົນຕ່າງປະເທດນັ້ນ ຕ້ອງປະຕິບັດຕາມມາດຕະການທີ່ໄດ້ວ່າງອອກຈາກ ສາທາລະນະສຸກຢ່າງເຂັ້ມງວດ ກໍ່ຄື: ການປິດປາກ-ດັງ ແລະ ວັດແທກອຸນຫະພູມຢູ່ດ່ານລາວ.
ພາບປະກອບ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.