ທະນາຄານ ນະໂຍບາຍ (ທນບ) ຫຼື NAYOBY BANK ໄດ້ສ້າງຕັ້ງຂື້ນຢ່າງເປັນທາງການໃນປີ 2006 ພາຍໃຕ້ ການຄູ້ມຄອງ ຂອງ ທະນາຄານ ແຫ່ງ ສປປ ລາວ ເຊິ່ງມີຖານະ ເປັນນິຕິບຸກຄົນ. ທນບ ມີພາລະບົດບາດ ປະຕິບັດແນວທາງນະໂຍບາຍ ຂອງ ພັກ–ລັດຖະບານ ໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໂດຍປະຕິບັດນະໂຍບາຍ ໃຫ້ສິນເຊື່ອຜູ້ທຸກຍາກ, ຜູ້ທີ່ມີຈຸດປະສົງລົງທຶນ ໃນເມືອງທຸກຍາກ ເພື່ອແນໃສ່ຫັນປ່ຽນພື້ນຖານ ເສດຖະກິດທຳມະຊາດ ໄປສູ່ການຜະລິດເປັນສິນຄ້າໃນຂົງເຂດ ກະສິກຳ–ປ່າໄມ້, ອຸດສາຫະກຳ ຂະໜາດນ້ອຍ, ປູກຝັງ-ລ້ຽງສັດ, ຫັດຖະກຳ ແລະ ບໍລິການ ໃຫ້ມີການຂະຫຍາຍຕົວ ດ້ວຍການໃຫ້ກູ້ຢືມດອກເບ້ຍຕໍ່າ.

ພາບປະກອບຈາກອິນເຕີເນັດ

 

     ອີງຕາມແຫຼ່ງຂ່າວຂອງເວັບໄຊທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ກຸ່ມເປົ້າໝາຍການໃຫ້ສິນເຊື່ອແມ່ນ ປະຊາຊົນ ໃນ 68 ເມືອງທຸກຍາກ, 64 ຈຸດສຸມ, ໃນນີ້ ມີ 10 ຈຸດສຸມຂອງລັດຖະບານ ແລະ 54 ຈຸດສູມ ຂອງທ້ອງຖິ່ນ ຫຼື ຕາມທີ່ພັກ ແລະ ລັດຖະບານ ກຳນົດອອກໃນແຕ່ລະໄລຍະ. ອີງຕາມຂໍ້ມູນສະຖິຕິ ປີ 2019 ສະຫລຸບຜົນການຈັດຕັ້ງປະຕິບັດຕົວຈີງ ແລະ ໄດ້ລາຍງານໃນກອງປະຊຸມສະພາບໍລິຫານ ທນບ ໃນເດືອນພຶດສະພາ 2020 ທີ່ຜ່ານມານີ້ ແມ່ນໄດ້ປ່ອຍສິນເຊື່ອ ເຂົ້າໃນຂະແໜງການປູກຝັງທີ່ມີມູນຄ່າປະມານ 944 ຕື້ກີບ, ລ້ຽງສັດມີມູນຄ່າປະມານ 1,712 ຕື້ກີບ, ຫັດຖະກໍາມີມູນຄ່າປະມານ 36 ຕື້ກີບ, ອຸດສາຫະກໍາປຸງແຕ່ງປະມານ 84 ຕື້ກີບ ແລະ ການບໍລິການມີປະມານ 161ຕື້ກີບ.

ພາບປະກອບຈາກອິນເຕີເນັດ

     

     ໃນນັ້ນ, ເປົ້າໝາຍການລ້ຽງສັດເຊັ່ນ: ລ້ຽງງົວ ມີມູນຄ່າປະມານ 1,026 ຕື້ກີບ ກວມເອົາ 52,552 ຄອບຄົວ, ລ້ຽງແບ້ມີມູນຄ່າປະມານ 76 ຕື້ກີບ ກວມເອົາ 4,009 ຄອບຄົວ ແລະ ລ້ຽງໝູມີປະມານ 272 ຕື້ກີບ ກວມເອົາ 10,853 ຄອບຄົວ. ນອກຈາກນັ້ນ, ເປົ້າໝາຍຂອງຂະແໜງປູກຝັງແມ່ນມີ: ປູກໝາກແໜ່ງມີມູນຄ່າປະມານ 75 ຕື້ກີບ ກວມເອົາ 3,670 ຄອບຄົວ ດ້ວຍເນື້ອທີ່ 450 ເຮັກຕາ, ປູກມັນຕົ້ນປະມານ 153 ຕື້ກີບ ກວມ 6,461 ຄອບຄົວ ດ້ວຍເນື້ອທີ່ 31,900 ເຮັກຕາ ແລະ ປູກເຂົ້ານາປີມີປະມານ 24 ຕຶ້ກີບ ກວມເອົາ 6,898 ຄອບຄົວ ດ້ວຍເນື້ອທີ່ 3,020 ເຮັກຕາ.

ພາບປະກອບຈາກອິນເຕີເນັດ

 

     ແຜນຍຸດທະສາດຕໍ່ໄປນັບແຕ່ປີ 2020 ແມ່ນຈະສະໜອງສິນເຊື່ອໃນໄລຍະໃໝ່. ປັບປຸງນິຕິກໍາເປັນຕົ້ນລະບຽບການຄຸ້ມຄອງພະນັກງານ, ລະບຽບສະຫວັດດີການ, ລະບຽບອື່ນໆໃຫ້ສອດຄ່ອງ ແລະ ເໝາະສົມກ່ວາເກົ່າ. ເຊິ່ງ ທນບ ໄດ້ຄາດຄະເນ່ແຜນການປີ 2020 ຈະສະໜອງໃຫ້ໄດ້ທັງໝົດປະມານ 295 ຕື້ກີບ ເຊິ່ງກວມເອົາ 3 ໄລຍະກໍ່ຄື:

ພາບປະກອບຈາກອິນເຕີເນັດ

 

1. ໄລຍະສັ້ນມີມູນຄ່າປະມານ 38 ຕື້ກີບ ເຊິ່ງວ່າແມ່ນປະເພດເງິນກູ້ ທີ່ມີກຳນົດເວລາ ໃຫ້ກູ້ຢືມສຸງສຸດບໍ່ເກີນ 01 ປີ ຫຼື 12 ເດືອນ ໂດຍໃຫ້ສິນເຊື່ອເພື່ອ ການປູກພືດໄລຍະສັ້ນຕາມລະດູການເຊັ່ນ: ຊື້ແນວພັນພືດ, ປຸ໋ຍ, ຝຸ່ນຊີວະພາບ, ຕຽມດິນ, ການລ້ຽງສັດນ້ອຍ (ຊື້ແນວພັນສັດ, ອາຫານ, ຢາປົວພະຍາດ), ແລະ ວຽກງານ ຫັດຖະກຳ (ຝ້າຍ, ໄໝ, ອຸປະກອນຕຳຫູກ);

ພາບປະກອບຈາກອິນເຕີເນັດ

 

2. ໄລະຍະກາງມີມູນຄ່າປະມານ 93 ຕື້ກີບ ເຊິ່ງແມ່ນປະເພດເງິນກູ້ ທີ່ມີກໍານົດເວລາ ໃຫ້ກູ້ຢືມ 01 ປີຂື້ນໄປ ແຕ່ບໍ່ເກີນ 05 ປີ ໂດຍໃຫ້ສິນເຊື່ອເພື່ອ ການປູກຝັງ (ບຸກເບີກເນື້ອທີນາ, ເນື້ອທີສວນ, ຊື້້ແນວພັນ ໄມ້ກີນໝາກ), ການລ້ຽງສັດໃຫຍ່ (ແນວພັນສັດ, ປຸກສ້າງ ແລະ ສ້ອມແປງຄອກສັດ, ອາຫານສັດ) ແລະ ຫັດຖະກຳ (ຊື້ອຸປະກອນການຜະລິດ);

3. ໄລຍະຍາວມີມູນຄ່າປະມານ 165 ຕື້ກີບ ແມ່ນເງິນກູ້ ທີ່ມີກຳນົດເວລາ ໃຫ້ກູ້ຢືມເກີນ 05 ປີຂື້ນໄປ ເປົ້າໝາຍການໃຫ້ກູ້ຢືມແມ່ນ ໂຄງການໃຫຍ່ໆ ເຊັ່ນ: ການປູກໄມ້ອຸດສາຫະກຳ, ການລ້ຽງສັດໃຫຍ່ ແລະ ສ້າງຟາມນິຄົມ, ອຸດສາຫະກຳ ແລະ ເຄື່ອງກົນຈັກ, ເຄື່ອງມືການຜະລິດ ທີ່ສຳຄັນ ແລະ ອື່ນໆ.

 

ແຫລ່ງຂໍ້ມູນ:

  • ໜ່ວຍງານຂ່າວສານ ພະແນກສັງລວມ, ທະນາຄານ ແຫ່ງ ສປປ ລາວ
  • ທະນາຄານ ນະໂຍບາຍ: http://www.nbb.com.la/
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.