ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະ ໄຕ ເອກະພາບ ວັດທະທະຖາວອນ
ກະຊວງການເງິນ ເລກທີ 5029/ກງ
ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2019
ຄໍາແນະນໍາ
ການຈັດຕັ້ງປະຕິບັດແຈ້ງການເລກທີ 1626/ກງ, ລົງວັນທີ 30 ພຶດສະພາ 2013 ກ່ຽວກັບການຄຸ້ມຄອງ, ກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ
- ອີງຕາມ ກົດໝາຍວ່າດ້ວຍ ສ່ວຍສາອາກອນ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015;
- ອີງຕາມ ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018:
- ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ເເລະ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
- ອີງຕາມ ກົດໝາຍວ່າດ້ວຍ ການບັນຊີ ສະບັບເລກທີ 47/ສພຊ, ລົງວັນທີ 26 ທັນວາ 2013;
- ອີງຕາມ ກົດໝາຍວ່າດ້ວຍ ວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013;
- ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ 08 ເມສາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
- ອີງຕາມ ເເຈ້ງການຂອງກະຊວງການເງິນ ສະບັບເລກທີ 1626/ກງ, ລົງວັນທີ 30 ພຶດສະພາ 2012 ວ່າດ້ວຍການຄຸ້ມຄອງສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ;
- ອີງຕາມ ແຈ້ງການກະຊວງການເງິນ ສະບັບເລກທີ 3463/ກງ, ລົງວັນທີ 29 ຕຸລາ 2018 ກ່ຽວກັບການນໍາໃຊ້ ໃບຕິດຕາມການເຄື່ອນຍ້າຍນ້ໍາມັນເຊື້ອໄຟ ແລະ ອາຍແກັສ (ເສຍພາສີ-ອາກອນ) ດ້ວຍຕົນເອງ ບໍ 88;
- ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 0025/ກງ, ລົງວັນທີ 05 ມັງກອນ 2017 ວ່າດ້ວຍການ ຄຸ້ມຄອງນໍາໃຊ້ລາຍຮັບວິຊາການ ແລະ ລາຍຮັບໄດ້ຈາກການກວດກາພົບເຫັນການຫຼົບຫຼີກ, ການເຊື່ອງອໍາ, ເລັ່ງທວງເກັບອາກອນທີ່ຖືກຊຸກເຊື່ອງຄືນມາໄດ້ ແລະຄ່າປັບໄໝຈາກ ຜູ້ທີ່ລະເມີດກົດໝາຍວ່າດ້ວຍສ່ວຍສາອາກອນ;
- ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 1552/ກງ, ລົງວັນທີ 24 ພຶດສະພາ 2019 ວ່າດ້ວຍ, ການຈັດຕັ້ງ ແລະ ການເຄື່ອນໄຫວພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ;
- ອີງຕາມ ໃບສະເໜີຂອງ ກົມສ່ວຍສາອາກອນ ສະບັບເລກທີ 5459/ກສອ, ລົງວັນທີ 9 ທັນວາ 2013.
ລັດຖະມົນຕີ ກະຊວງການເງິນ ອອກຄໍາແນະນໍາ:
I. ຈຸດປະສົງ
ຄໍາແນະນໍາສະບັບນີ້ກໍານົດອອກ ຫຼື ວາງອອກ ເພື່ອຜັນຂະຫຍາຍເນື້ອໃນແຈ້ງການ ຂອງກະຊວງການເງິນ ສະບັບເລກທີ 1626/ກງ, ລົງວັນທີ 30 ພຶດສະພາ 2019 ໃຫ້ເປັນລາຍລະອຽດ ໂດຍໄດ້ກໍານົດຫຼັກການ, ລະບຽບການວິທີການ ແລະ ມາດຕະການໃນການຄຸ້ມຄອງ, ກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ໃຫ້ມີລະບົບຄົບຊຸດ, ສະດວກ, ຈະແຈ້ງ ເພື່ອໃຫ້ຂະແໜງສ່ວຍສາອາກອນ, ພາສີ ແລະ ຫົວໜ່ວຍທຸລະກິດ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ອີກອັນໜຶ່ງແມ່ນເພື່ອປ້ອງກັນບໍ່ໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ, ເຈົ້າໜ້າທີ່ພາສີ ແລະ ຫົວໜ່ວຍທຸລະກິດສວຍໃຊ້ໜ້າທີ່ ແລະ ຊ່ອງຫວ່າງຕ່າງໆ ຫຼົບຫຼີກ ຫຼື ເຊື່ອງອໍາເອົາພັນທະພາສີ, ອາກອນ ແລະ ຄ່າທໍານຽມຕ່າງໆ ຢ່າງບໍ່ຖືກຕ້ອງ ອັນສ້າງຄວາມເສຍຫາຍໃຫ້ ແກ່ລາຍຮັບງົບປະມານແຫ່ງລັດ; ເປັນການສ້າງລະບົບກວດກາ ເພື່ອເອື້ອອໍານວຍໃຫ້ການຈັດເກັບລາຍຮັບຈາກພັນທະພາສີ, ອາກອນ ແລະ ຄ່າທໍານຽມຕ່າງໆໃຫ້ໄດ້ຢ່າງຖືກຕ້ອງ, ຄົບຖ້ວນ, ທັນຕາມກໍານົດເວລາ, ມີຄວາມໂປ່ງໃສ ແລະ ສາມາດເອົາຂໍ້ມູນຈາກການກວດກາສາງສິນຄ້າ ເປັນຂໍ້ມູນຮັບໃຊ້ການກວດກາຄື້ນຄວາມຖືກຕ້ອງໃນການແຈ້ງເສຍພາສີ, ກວດກາບົດສະຫຼຸບບັນຊີປະຈໍາປີ ແລະ ກວດກາການຂໍຫັກ ຫຼື ຂໍຄືນອາກອນມູນຄ່າເພີ່ມ ໃຫ້ຖືກຕ້ອງຕາມກົດໝາຍກໍານົດ ເເລະ ສາມາດໃຊ້ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍ ແລະ ທັງເປັນບ່ອນອີງໃນການດໍາເນີນຄະດີ ຕາມຂະບວນການຍຸດຕິທໍາ.
II. ອະທິບາຍຄໍາສັບ
1. ໃບແຈ້ງພາສີ (ໃບບໍ) ເວລານໍາເຂົ້າ - ສົ່ງອອກ
ໝາຍເຖິງເອກະສານຢັ້ງຢືນໃນການແຈ້ງພາສີໃນເວລານໍາເຂົ້າ - ສົ່ງອອກ ສິນຄ້າ;
2. ໃບເກັບເງິນອາກອນມູນຄ່າເພີ່ມ
ໝາຍເຖິງເອກະສານຢັ້ງຢືນການຊື້-ຂາຍ ສິນຄ້າ ແລະ ການບໍລິການ ທີ່ຂະແໜງການເງິນອະນຸຍາດ;
3. ໃບຕິດຕາມການເຄື່ອນຍ້າຍ ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ດ້ວຍຕົນເອງ (ໃບບໍ 88)
ໝາຍເຖິງໃບຢັ້ງຢືນການເຄື່ອນຍ້າຍນໍ້າມັນເຊື້ອໄຟ ແລະ ອາຍແກັສ, ຈາກແຂວງໜຶ່ງໄປເເຂວງອື່ນ ແລະ ຈາກສາງໜຶ່ງ ໄປຫາອີກສາງໜຶ່ງ; ໃບຕິດຕາມການເຄື່ອນຍ້າຍສິນຄ້າອຸປະໂພກ, ບໍລິໂພກ ແລະ ອື່ນໆ ໝາຍເຖິງເອກະສານຢັ້ງຢືນຕໍ່ກັບສິນຄ້າໃນການເຄື່ອນຍ້າຍຈາກແຂວງໜຶ່ງໄປແຂວງອື່ນ ແລະ ຈາກສາງໜຶ່ງໄປຫາ ອີກສາງໜຶ່ງ ຫຼື ບໍລິສັດແມ່ ຫາສາຂາ ໃຫ້ສິດໂດຍເຈົ້າໜ້າທີ່ສ່ວຍສາອາກອນ ພາຍຫຼັງທີ່ເສຍພັນທະປະເພດຕ່າງໆ ຖືກຕ້ອງຄົບຖ້ວນແລ້ວ;
5. ການຄຸ້ມຄອງ, ຕິດຕາມ ແລະ ກວດກາ
- ການຄຸ້ມຄອງໝາຍເຖິງການບັນຊາ ແລະ ຄວາມຮັບຜິດຊອບ;
- ການຕິດຕາມໝາຍເຖິງການເຝົ້າດູແລ, ເບີ່ງແຍງສະພາບການເຄື່ອນໄຫວຕ່າງໆ;
- ການກວດກາໝາຍເຖິງການສົມທຽບ ລະຫວ່າງເອກະສານຢັ້ງຢືນກັບສິນຄ້າຕົວຈິງ ດ້ານຈໍານວນສິນຄ້າ, ປະເພດ, ລາຄາ, ມູນຄ່າ, ການຈັດຕັ້ງປະຕິບັດພັນທະປະເພດຕ່າງໆ ແລະ ການປະຕິບັດລະບຽບກົດໝາຍ;
6. ການເຄື່ອນຍ້າຍ.
ໝາຍເຖິງການຍົກຍ້າຍ (ເຄື່ອນຍ້າຍ) ສິນຄ້າຢູ່ບ່ອນໜຶ່ງໄປຫາອີກບ່ອນໜຶ່ງ ຕາມເປົ້າໝາຍ.
7. ການສະໜອງ (ການຂາຍ).
ໝາຍເຖິງການໂອນກໍາມະສິດ ຈາກຜູ້ໜຶ່ງໄປຫາຜູ້ໜຶ່ງຕາມການຕົກລົງ.
8. ໃບເກັບເງິນ (ຢູ່ຂໍ້ທີ 1.2 ຂອງແຈ້ງການສະບັບເລກທີ 1626/ກງ, ລົງວັນທີ 30 ພຶດສະພາ 2013)
ໝາຍເຖິງໃບເກັບເງິນ ທີ່ຜູ້ຂາຍອອກ ໃຫ້ ເພື່ອນໍາໃຊ້ເປັນຫຼັກຖານໃນການເຄື່ອນຍ້າຍສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ;
9. ທຸລະກິດຜະລິດປຸງແຕ່ງ
ໝາຍເຖິງທຸລະກິດທີ່ດໍາເນີນການຜະລິດ, ປະກອບ ແລະ ປຸງແຕ່ງຢູ່ພາຍໃນປະເທດ ຜ່ານຂະບວນການຜະລິດທີ່ ່ ເປັນຜະລິດຕະພັນສໍາເລັດຮູບ, ເຄິ່ງສໍາເລັດຮູບ ແລະ ຍັງເປັນວັດຖຸດິບເພື່ອຮັບໃຊ້ເປັນພື້ນຖານແກ່ການຜະລິດອື່ນ.
III. ຫຼັກການລວມໃນການຈັດຕັ້ງປະຕິບັດ
1. ບັນດາຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດຂາອອກ-ຂາເຂົ້າຢູ່ພາຍໃນປະເທດ ລວມທັງຫົວໜ່ວຍທຸລະກິດຂາຍຍົກ-ຂາຍຍ່ອຍ ແລະ ບັນດາຫົວໜ່ວຍທຸລະກິດທີ່ດໍາເນີນການຜະລິດ, ປະກອບ ເເລະ ປຸງແຕ່ງຕ່າງໆ ຕ້ອງໄດ້ມີ ລະບົບສາງສິນຄ້າເປັນຂອງຕົນເອງ, ສໍາລັບມາດຕະຖານ ແລະ ເງື່ອນໄຂຂອງສາງ ແມ່ນຕ້ອງປະຕິບັດສອດຄ່ອງກັບ ຂະແໜງການທີ່ກ່ຽວຂ້ອງໄດ້ກໍານົດ, ສໍາລັບສິນຄ້າໃນສາງຕ້ອງໄດ້ຖືກກວດນັບຢ່າງເປັນປົກກະຕິ ເເລະ ຕ້ອງມີລະບົບບັນຊີສາງທີ່ບັນທຶກດ້ວຍມື ຫຼື ລະບົບອີເລັກໂຕຣນິກ ທີ່ສາມາດກວດສອບໄດ້ທຸກເວລາ;
2. ສິນຄ້າ, ນໍ້າມັນເຊື້ອໄຟ ເເລະ ອາຍແກັສ ທີ່ນໍາເຂົ້າມາຈາກຕ່າງປະເທດ ຕ້ອງໄດ້ລົງ ຫຼື ເຂົ້າສາງພາສີ ບ່ອນນໍາເຂົ້າ ແລະ ເວລາຈະນໍາອອກຈາກສາງພາສີຕ້ອງມີໃບແຈ້ງພາສີເປັນລາຍລະອຽດ, ມີເອກະສານກ່ຽວຂ້ອງຄັດຕິດ ແລະ ຜ່ານການກວດກາຂອງເຈົ້າໜ້າທີ່ພາສີກ່ອນຈະນໍາອອກຈາກດ່ານພາສີ ດ້ວຍຫຼາຍຮູບແບບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 26 ຂອງກົດໝາຍວ່າດ້ວຍພາສີ ເຖິງວ່າສິນຄ້າດັ່ງກ່າວນັ້ນຈະຖືກເສຍພາສີ, ຍົກເວັ້ນ ຫຼື ງົດເກັບພາສີ ກໍ່ຕາມ;
3. ການນໍາເຂົ້າສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສ, ພາຍຫຼັງເຈົ້າໜ້າທີ່ພາສີ ໄດ້ກວດກາ ຢັ້ງຢືນຄວາມຖືກຕ້ອງ ເເລະ ອອກໃບແຈ້ງພາສີແລ້ວ ຈຶ່ງສາມາດນໍາອອກຈາກດ່ານໄດ້, ຫຼັງຈາກນັ້ນ ໃຫ້ນໍາສິນຄ້າໄປລົງສາງຕົນເອງ ແລະ ຕ້ອງມີການກວດກາຢັ້ງຢືນ ຂອງເຈົ້າໜ້າທີ່ສ່ວຍສາອາກອນທຸກໆຄັ້ງ ເພື່ອຮັບປະກັນໃນການຄຸ້ມຄອງ ມີຄວາມຖືກຕ້ອງ;
4. ສໍາລັບສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສ ທີ່ມີສາງສິນຄ້າຕັ້ງຢູ່ເຂວງໜຶ່ງ, ແຕ່ໄດ້ນໍາເຂົ້າຢູ່ແຂວງອື່ນແມ່ນຕ້ອງໄດ້ນໍາສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ລົງສາງຢູ່ແຂວງບ່ອນນໍາເຂົ້າສິນຄ້າກ່ອນ, ແລ້ວຈຶ່ງປະກອບເອກະສານ ເຄື່ອນຍ້າຍຕາມທີ່ໄດ້ກໍານົດໃນລະບຽບສະບັບນີ້, ຖ້າຢູ່ແຂວງທີ່ນໍາເຂົ້າສິນຄ້າ (ດ່ານນໍາເຂົ້າ) ຫາກບໍ່ມີສາງສິນຄ້າແມ່ນບໍ່ອະນຸຍາດໃຫ້ນໍາເຂົ້າສິນຄ້າ ແລະ ບໍ່ອະນຸຍາດໃຫ້ເຄື່ອນຍ້າຍສິນຄ້າໄປແຂວງອື່ນໄດ້.
5. ຜູ້ປະກອບທຸລະກິດເວລາຊື້-ຂາຍສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສ ພາຍໃນປະເທດ ເພື່ອໄປຈໍາໜ່າຍຕໍ່ທຸກຄັ້ງຕ້ອງນໍາລົງສາງຂອງຕົນເອງກ່ອນຈິ່ງນໍາໄປຈໍາໜ່າຍ (ຂາຍ) ໃຫ້ກັບລູກຄ້າຕໍ່ອີກ;
6. ທຸກຄັ້ງທີ່ມີການຊື້-ຂາຍ ສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສ, ຜູ້ສະໜອງ (ຜູ້ຂາຍ) ຕ້ອງໄດ້ອອກໃບເກັບເງິນອາກອນມູນຄ່າເພີ່ມ ທີ່ຂະແໜງການເງິນອະນຸຍາດ, ການອອກໃບເກັບເງິນຕ້ອງປະກອບເນື້ອໃນໃຫ້ຖືກຕ້ອງ, ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ ຢ່າງລະອຽດກ່ຽວກັບລາຍການສິນຄ້າ ເຊັ່ນ: ປະເພດສິນຄ້າ, ຈໍານວນ, ລາຄາ ແລະ ມູນຄ່າ ພ້ອມທັງກໍານົດລາຍລະອຽດ: ທີ່ຕັ້ງສາງສິນຄ້າ ຫຼື ຫ້າງ, ຮ້ານ, ຕົວແທນຈໍາໜ່າຍ, ບ້ານ ເມືອງ ແຂວງ ຊື່ເຈົ້າຂອງສິນ ຄ້າ (ຜູ້ຊື້) ເເລະ ຕ້ອງລະບຸເປົ້າໝາຍສາງສິນຄ້າທີ່ຈະນໍາສິນຄ້າລົງ, ຊຶ່ງບໍ່ໃຫ້ມີການຂີດຂ້າ, ປອມແປງ, ເປິເປື້ອນ, ດັດເເກ້ແຕ່ຢ່າງໃດ ຖ້າຂຽນບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງລົບລ້າງ ແລະ ອອກໃບໃໝ່ ໃຫ້ກັບຜູ້ຊື້ ແລະ ໃບເກັບເງິນດັ່ງກ່າວໃຊ້ເປັນເອກະສານຢັ້ງຢືນໃນການລົງບັນຊີ, ການແຈ້ງ, ການຫັກ ແລະ/ຫຼື ຂໍຄືນ ອາກອນມູນຄ່າເພີ່ມ ພ້ອມທັງ ເປັນເອະສານຊ້ອນທ້າຍໃນການເຄື່ອນຍ້າຍຕ່າງໆ;
7. ຫົວໜ່ວຍທຸລະກິດທີ່ດໍາເນີນການຜະລິດ, ປຸງແຕ່ງ ຫຼື ປະກອບຜະລິດຕະພັນຢູ່ພາຍໃນປະເທດຕ້ອງມີລະບົບສາງສິນຄ້າ ເປັນຕົ້ນ: ສາງວັດຖຸດິບ, ສາງສິນຄ້າພວມປຸງແຕ່ງ ເເລະ ສາງສິນຄ້າສໍາເລັດຮູບ ທີ່ໄດ້ມາດຖານ ຕາມເຕັກນິກຂອງ ຂະແໜງການກ່ຽວຂ້ອງຮອງຮັບ ແລະ ສາມາດເກັບມ້ຽນສິນຄ້າໄດ້ຢ່າງພຽງພໍ ເປັນຂອງຕົນເອງ, ຫຼັງຈາກຜະລິດ, ປຸງເເຕ່ງ ຫຼື ປະກອບ ສໍາເລັດແລ້ວຕ້ອງນໍາສິນຄ້າເຂົ້າສາງກ່ອນຈະນໍາໄປຈໍາໜ່າຍ (ຂາຍ) ແລະ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ ເພື່ອກວດນັບສິນຄ້າເຂົ້າສາງຢ່າງເປັນປົກກະຕິຢ່າງໜ້ອຍເດືອນລະຄັ້ງ ແລະ ເຮັດບົດບັນທຶກຮ່ວມກັນໄວ້ທຸກໆຄັ້ງ. ພ້ອມທັງຕ້ອງມີລະບົບບັນຊີເຂົ້າ-ອອກສາງຈະແຈ້ງ ເເລະ ແຍກບັນຊີສາງວັດຖຸດິບຕ່າງຫາກ;
8. ຫົວໜ່ວຍທຸລະກິດກ່ອນຈະນໍາສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ເຂົ້າສາງທຸກຄັ້ງ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ ບ່ອນເຄື່ອນໄຫວທຸລະກິດ ຫຼື ບ່ອນທີ່ສາງຕັ້ງຢູ່ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງແລ້ວຈຶ່ງອະນຸຍາດໃຫ້ນໍາເຂົ້າສາງໄດ້;
9. ການເຄື່ອນຍ້າຍສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ທຸກຄັ້ງຕ້ອງໄດ້ລະບຸເປົ້າໝາຍສາງສິນຄ້າທີ່ຈະເປັນບ່ອນລົງຢ່າງຈະເເຈ້ງ ເປັນຕົ້ນ: ທີ່ຕັ້ງ ບ້ານ ເມືອງ ແຂວງ, ໄລຍະທາງຈາກດ່ານພາສີ ຫຼື ສາງຕົ້ນທາງ ຫາສາງສິນຄ້າປາຍທາງ ບ່ອນທີ່ຈະລົງສິນຄ້າ ແລະ ວັນເວລາຢ່າງຊັດເຈນ, ກ່ອນຈະນໍາເຂົ້າສາງທຸກໆຄັ້ງຕ້ອງແຈ້ງເຈົ້າໜ້າທີ່ສ່ວຍສາອາກອນບ່ອນທີ່ເຄື່ອນໄຫວ ໂດຍມີເອກະສານຕິດຕາມການເຄື່ອນຍ້າຍ ດັ່ງນີ້:
9.1 ນ້ໍາມັນເຊື້ອໄຟ ແລະ ອາຍແກັສ
9.1.1 ການເຄື່ອນຍ້າຍນໍ້າມັນເຊື້ອໄຟ ແລະ ອາຍແກັສທີ່ບໍ່ແມ່ນການຂາຍ
(1) ບໍລິສັດ ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ນໍາເຂົ້າ-ສົ່ງອອກ ແລະ ຈໍາໜ່າຍພາຍໃນປະເທດ ທີ່ມີຈຸດປະສົງເຄື່ອນຍ້າຍນ້ໍາມັນເຊື້ອໄຟ ແລະ ອາຍແກັສທີ່ຢູ່ໃນສາງຂອງຕົນ ແຕ່ເເຂວງໜຶ່ງໄປຫາອີກແຂວງໜຶ່ງ, ແຕ່ສາງໜຶ່ງໄປຫາອີກສາງໜຶ່ງ ຕ້ອງໄດ້ປະກອບຟອມໃບເຄື່ອນຍ້າຍດ້ວຍຕົນເອງ (ບໍ 88), ສໍາເນົາໃບບໍນ້ໍາເຂົ້າ, ສໍາເນົາເກັບເງິນ (ທີ່ໄດ້ຈ່າຍ ເບື້ອງຕົ້ນຜ່ານມາ), ໃບສັ່ງຈ່າຍອອກສາງ ເເລະ ເອກະສານອື່ນໆທີ່ກ່ຽວຂ້ອງ ຄັດຕິດໄປກັບລົດຂົນສົ່ງນ້ໍາມັນເຊື້ອໄຟທຸກຄັ້ງ;
(2) ກໍລະນີເຄື່ອນຍ້າຍນ້ໍາມັນເຊື້ອໄຟ ແລະ ອາຍແກັສ ຈາກເມືອງໜຶ່ງຫາອີກເມືອງໜຶ່ງ ຫຼື ຈາກເມືອງບາງແຂວງ ທີ່ຢູ່ໃນແຂວງດຽວກັນແມ່ນ ບໍ່ຈໍາເປັນຕ້ອງອອກໃບເຄື່ອນຍ້າຍດ້ວຍຕົນເອງ ບໍ 88, ແຕ່ຕ້ອງອອກໃບເຄື່ອນຍ້າຍສິນຄ້າ ຕາມຂະແໜງສ່ວຍສາອາກອນກໍານົດ ພ້ອມທັງສະຫຼຸບລາຍງານໃຫ້ຂະແໜງສ່ວຍສາອາກອນ ບ່ອນທີ່ເຄື່ອນໄຫວທຸລະກິດຮັບຊາບ ໃນທຸກໆເດືອນ;
(3) ບໍລິສັດທີ່ນໍາເຂົ້ານໍ້າມັນດິບເພື່ອມາກັ່ນຕອງ ຫຼື ຜະລິດນໍ້າມັນຊີວະພາບ ແລະ ອື່ນໆ ພາຍຫຼັງຜະລິດ ຫຼື ກັ່ນຕອງສໍາເລັດແລ້ວ ຖ້າຕ້ອງການເຄື່ອນຍ້າຍຈາກແຂວງໜຶ່ງໄປຫາແຂວງໜຶ່ງ ຫຼື ຈາກສາງໜຶ່ງໄປອີກສາງໜຶ່ງຕ້ອງປະກອບໃນເຄື່ອນຍ້າຍຂອງຂະແໜງສ່ວຍສາອາກອນຂັດຕິດເອກະສານທີ່ກ່ຽວຂ້ອງ ເເລະ ໃບສັ່ງຈ່າຍອອກສາງ;
9.1.2 ການເຄື່ອນຍ້າຍນໍ້າມັນເຊື້ອໄຟ ເເລະ ອາຍແກັສເພື່ອຂາຍ.
(1) ນ້ໍາມັນເຊື້ອໄຟທີ່ຊື້-ຂາຍຢູ່ພາຍໃນປະເທດ ເພື່ອເຄື່ອນຍ້າຍ ຕ້ອງອອກ: ໃບເກັບເງິນອາກອນມູນຄ່າເພີ່ມ, ສັນຍາຊື້ຂາຍ (ຖ້າມີ) ປະກອບແບບຟອມ ບໍ 88 ແລະ ຂັດຕິດເອກະສານທີ່ກ່ຽວຂ້ອງໄປກັບລົດຂົນສົ່ງທຸກໆຄັ້ງ;
(2) ການອອກໃບເກັບເງິນອາກອນມູນຄ່າເພີ່ມ ຂຽນລາຄາຂາຍ (ການຂາຍ) ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ຕ້ອງປະຕິບັດຕາມໂຄງສ້າງລາຄາໃນແຕ່ລະໄລຍະ ຂອງແຕ່ລະຂອດ ເປັນຕົ້ນ: ຂອດນ້ໍາເຂົ້າ-ສົ່ງອອກ ແລະ ຂອດຊື້ຂາຍພາຍໃນ, ທຸກຄັ້ງຕ້ອງອອກໃບເກັບເງິນອາກອນມູນຄ່າເພີ່ມ ຂອງຂະແໜງການເງິນອະນຸຍາດ;
(3) ໃນກໍລະນີການສະໜອງດັ່ງກ່າວຫາກຖືກຍົກເວັ້ນອາກອນມູນຄ່າເພີ່ມ ກໍ່ຕ້ອງໄດ້ອອກໃບເກັບເງິນອາກອນມູນຄ່າເພີ່ມ ພຽງເເຕ່ບໍ່ໄດ້ລະບຸອາກອນມູນຄ່າເພີ່ມເຂົ້າໃນໃບເກັບເງິນອາກອນມູນຄ່າເພີ່ມເທົ່ານັ້ນ.
9.2 ສິນຄ້າອຸປະໂພກ, ບໍລີໂພກ, ພາຫະນະ, ເຄື່ອງຈັກ, ວັດຖຸອຸປະກອບ ແລະ ວັດຖຸອື່ນໆ:
9.2.1 ການເຄື່ອນຍ້າຍທີ່ບໍ່ແມ່ນການຂາຍ
(1) ການເຄື່ອນຍ້າຍສິນຄ້າ, ພາຫະນະ, ເຄື່ອງຈັກ, ວັດຖຸອຸປະກອນ ແລະ ອື່ນໆທີ່ນໍາເຂົ້າຈາກຕ່າງປະເທດ ທີ່ບໍ່ເເມ່ນການຂາຍ ພາຍຫຼັງສິນຄ້າອອກຈາກດ່ານພາສີ ແລະ ລົງສາງຂອງຕົນແລ້ວ ມີຈຸດປະສົງເຄື່ອນຍ້າຍຈາກແຂວງໜຶ່ງໄປຫາອີກ ເເຂວງໜຶ່ງ, ຈາກສາງໜຶ່ງໄປຫາອີກສາງໜຶ່ງ ຕ້ອງອອກໃບເຄື່ອນຍ້າຍສິນຄ້າຂອງຂະແໜງສ່ວຍສາອາກອນກໍານົດ, ສໍາເນົາໃບແຈ້ງພາສີຂາເຂົ້າ, ໃບເກັບເງິນທີ່ໄດ້ຈ່າຍມາເບື້ອງຕົ້ນ, ໃບສັ່ງຈ່າຍອອກສາງ ແລະ ເອກະສານອື່ນໆກ່ຽວຂ້ອງຄັດຕິດໄປກັບລົດສິນຄ້າທຸກຄັ້ງ;
(2) ສິນຄ້າ, ພາຫະນະ, ເຄື່ອງຈັກ, ວັດຖຸອຸປະກອນ, ທີ່ຜະລິດ, ປຸງແຕ່ງ ຫຼື ປະກອບ ຫຼື ຊື້-ຂາຍ ຢູ່ພາຍໃນປະເທດພາຍຫຼັງທີ່ໄດ້ເອົາເຂົ້າ ຫຼື ລົງສາງຂອງຕົນແລ້ວ ແຕ່ມີຈຸດປະສົງເຄື່ອນຍ້າຍຈາກເເຂວງໜຶ່ງໄປບາງອີກແຂວງໜຶ່ງ, ຈາກ ສາຽໜຶ່ງໄປຫາອີກທາງໜຶ່ງ, ເມືອງໜຶ່ງຫາອີກເມືອງໜຶ່ງ ຫຼື ຈາກເມືອງຫາແຂວງ ທີ່ຢູ່ໃນແຂວງດຽວກັນຕ້ອງອອກການເຄື່ອນຍ້າຍສິນຄ້າ ຕາມທີ່ຂະແໜງສ່ວຍສາອາກອນໄດ້ກໍານົດໄວ້, ໃບສັ່ງຈ່າຍອອກສາງ ແລະ ເອກະສານອື່ນໆກ່ຽວ ຂ້ອງຄັດຕິດໄປກັບລົດສິນຄ້າທຸກຄັ້ງ ພ້ອມທັງສະຫຼຸບລາຍງານໃຫ້ຂະແໜງສ່ວຍສາອາກອນ ບ່ອນທີ່ເຄື່ອນໄຫວທຸລະກິດຮັບຊາບ ໃນທຸກໆເດືອນ;
9.2.2 ການເຄື່ອນຍ້າຍສິນຄ້າທີ່ເປັນການຂາຍ
ການຈໍາໜ່າຍ (ການຂາຍ) ສິນຄ້າ, ພາຫະນະ, ເຄື່ອງຈັກ, ວັດຖຸອຸປະກອນ ແລະ ອື່ນໆອຸປະໂພກ, ບໍລິໂພກ ທົ່ວໄປທຸກຄັ້ງຕ້ອງອອກໃບເກັບເງິນອາກອນມູນຄ່າເພີ່ມ ທີ່ຂະແໜງການເງິນກໍານົດ ຕາມລະບຽບການວ່າດ້ວຍໃບ ເກັບເງິນ, ອອກໃບເຄື່ອນຍ້າຍສິນຄ້າຂອງຂະແໜງສ່ວຍສາອາກອນ ກໍານົດ ແລະ ລາຄາຂາຍທີ່ລະບຸໃນ ໃບເກັບເງິນ ອາກອນມູນຄ່າເພີ່ມຕ້ອງປະຕິບັດຕາມລາຄາຂາຍຕົວຈິງຕາມທ້ອງຕະຫຼາດ, ຖ້າແຈ້ງລາຄາຂາຍຕໍ່າ ບໍ່ຖືກຕ້ອງກັບ ຄວາມເປັນຈິງ ເຈົ້າໜ້າທີ່ສ່ວຍສາອາກອນຈະໄດ້ຄິດໄລ່ຄືນ. ກໍລະນີ ຮ້ານຕົວແທນຈໍາໜ່າຍ, ຮ້ານຂາຍຍ່ອຍ ແລະ ສິນຄ້າທີ່ໃສ່ລົດແກ່ຈໍາໜ່າຍ (ຂາຍ) ໃຫ້ກັບລູກຄ້າໂດຍທົ່ວໄປຕ້ອງໄດ້ບັນທຶກບັນຊີຕິດຕາມຢ່າງລະອຽດ ກ່ຽວກັບ ສິນຄ້າທີ່ຈ່າຍອອກ-ຮັບເຂົ້າສາງຄືນ (ສິນຄ້າທີ່ຍັງເຫຼືອບໍ່ໄດ້ຂາຍອອກ) ຕ້ອງລົງບັນຊີຮັບເຂົ້າສາງ ແລະ ສ່ວນທີ່ຂາຍຕ້ອງອອກໃບເກັບເງີນໃຫ້ກັບລູກຄ້າ (ຜູ້ຊີ້);
9.3 ການເຄື່ອນຍ້າຍສິນຄ້າຜ່ານແດນ
ສິນຄ້າທີ່ນໍາເຂົ້າ ເພື່ອສົ່ງອອກຕໍ່ປະເທດທີ່ສາມ (ສິນຄ້າຜ່ານແດນ) ແມ່ນໃຫ້ນໍາເອົາສິນຄ້າເຂົ້າສາງພາສີປະຈໍາ ດ່ານ ເພື່ອກວດກາ, ພາຍຫຼັງເຈົ້າໜ້າທີ່ພາສີກວດກາ ແລະ ອອກໃບແຈ້ງພາສີເເລ້ວ ແມ່ນສາມາດເຄື່ອນຍ້າຍອອກ ໄປ ປະເທດທີ່ສາມໂດຍກົງ, ຊຶ່ງບໍ່ຈໍາເປັນຕ້ອງໄດ້ນໍາສິນຄ້າດັ່ງກ່າວລົງສາງຢູ່ພາຍໃນປະເທດອີກ ແຕ່ຕ້ອງມີການຄຸ້ມຄອງ ຂອງຂະແໜງພາສີຕາມລະບຽບກົດໝາຍ ແລະ ຕ້ອງມີເອກະສານຢັ້ງຢືນການສົ່ງອອກຈາກຂະແໜງພາສີຢູ່ດ່ານພາສີ ບ່ອນສົ່ງອອກ ຈຶ່ງຖືໄດ້ວ່າສິນຄ້າດັ່ງກ່າວ ໄດ້ສົ່ງອອກໄປປະເທດທີ່ສາມ. ຖ້າກໍລະນີບໍ່ມີເອກະສານຢັ້ງຢືນຈາກດ່ານ ພາສີ (ຂາອອກ) ແມ່ນຖືວ່າເປັນການລັກຈໍາໜ່າຍພາຍໃນປະເທດ ເຈົ້າໜ້າທີ່ສ່ວຍສາອາກອນຕ້ອງຄິດໄລ່ເກັບພັນທະ ພາສີ ແລະ ອາກອນຄືນ ພ້ອມທັງປັບໄໝຕາມລະບຽບການ ແລະ ກົດໝາຍ, ສໍາລັບເງິນພັນທະພາສີ, ອາກອນ ແລະ ຄ່າປັບໄໝ ແມ່ນໃຫ້ເປັນລາຍຮັບຂອງຂະແໜງສ່ວຍສງອາກອນ, ໃນກໍລະນີ ມີຄວາມສົງໃສ ແລະ ພົບເຫັນມີການ ນໍາສິນຄ້າຜ່ານແດນລົງຂາຍຢູ່ພາຍໃນປະເທດ ແມ່ນໃຫ້ເຈົ້າໜ້າທີ່ສ່ວຍສາອາກອນດໍາເນີນການກວດກາທັນທີ ຖ້າມີ ການກະທໍາຜິດແມ່ນຄິດໄລ່ພັນທະປະເພດຕ່າງໆ ເເລະ ປັບໄໝຄືກັນກັບກໍລະນີທີ່ໄດ້ກ່າວມາຂ້າງເທິງ ຫຼື ອາຍັດໄວ້ (ຊົ່ວຄາວ) ແລະ ດໍາເນີນການຕາມກໍານົດໄວ້ໃນຂໍ້ທີ 2, VIII ຂອງລະບຽບສະບັບນີ້;
10. ເງື່ອນໄຂຍົກເວັ້ນ ແລະ ບໍ່ຈໍາເປັນຕ້ອງເອົາສິນຄ້າລົງສາງ
ການອະນຸຍາດຍົກເວັ້ນບໍ່ນໍາສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ລົງສາງ ຕ້ອງແມ່ນການຕົກລົງເຫັນດີຂອງ ທ່ານຫົວໜ້າກົມສ່ວຍສາອາກອນ (ຢູ່ຂັ້ນກົມຄຸ້ມຄອງ), ຖ້າຢູ່ຂັ້ນແຂວງ; ຫຼື ນະຄອນຫຼວງວຽງຈັນ ແມ່ນຫົວໜ້າໜ່ວຍສາອາກອນປະຈໍາແຂວງ/ນະຄອນຫຼວງວຽງຈັນ ເປັນຜູ້ຕົກລົງໃນແຕ່ລະຄັ້ງ ບົນພື້ນຖານມີເງື່ອນໄຂ ດັ່ງນີ້:
10.1 ຫົວໜ່ວຍທຸລະກິດຕ້ອງເຮັດໃບສະເໜີຫາ ສ່ວຍສາອາກອນທີ່ຕົນຂຶ້ນກັບເພື່ອຂໍອະນຸຍາດ ແລະ ລະບຸເຫດຜົນຂອງ ການບໍ່ສາມາດເອົາສິນຄ້າລົງສາງໄດ້;
10.2 ເງື່ອນໄຂການພິຈາລະນາ ມີຄື:
- ເຈົ້າໜ້າທີ່ສ່ວຍສາອາກອນ ສາມາດປະເມີນໄດ້ຕໍ່ຂໍ້ມູນການເເຈ້ງເສຍພາສີ-ອາກອນ ທີ່ຖືກຕ້ອງ ແລະ ລວມທັງຈໍານວນ ສິນຄ້າທີ່ຂໍອະນຸຍາດ ແລະ ຫົວໜ່ວຍທຸລະກິດດັ່ງກ່າວເປັນຜູ້ທີ່ປະຕິບັດພັນທະອາກອນຕ່າງໆຢ່າງຖືກຕ້ອງ;
- ເປັນສິນຄ້າທີ່ແຕກຫັກງ່າຍ ຫຼື ອາດເສື່ອມຄຸນນະພາບໄວ;
- ກວດນັບໄດ້ງ່າຍ (ກວເນັບຢູ່ເທິງລົດຂົນສົ່ງໄດ້);
- ສິນຄ້າທີ່ຮັບໃຊ້ທຸລະກິດການໃຫ້ບໍລິການສາທາລະນະ;
- ເງື່ອນໄຂອື່ນໆຕາມຄວາມຈໍາເປັນນອກຈາກທີ່ກ່າວຂ້າງເທິງແມ່ນໃຫ້ສະເໜີ ລັດຖະມົນຕີກະຊວງການເງິນພິຈາລະນາອະນຸຍາດ.
10.3 ເມື່ອໄດ້ຮັບອະນຸຍາດໃຫ້ຍົກເວັ້ນແລ້ວ ເຈົ້າໜ້າທີ່ສ່ວຍສາອາກອນຜູ້ຮັບຜິດຊອບ ຕ້ອງໄດ້ເຮັດບົດບັນທຶກ ການກວດກາສິນຄ້າເຂົ້າ-ອອກສາງຢ່າງຄົບຖ້ວນ, ປະກອບເເບບຟອມໃບເຄື່ອນຍ້າຍສິນຄ້າ ແລະ ບໍລິສັດຕ້ອງໄດ້ອອກໃບເກັບເງິນອາກອນມູນຄ່າເພີ່ມ ທຸກຄັ້ງ (ກໍລະນີຂາຍ) ຄືກັນກັບການເອົາສິນຄ້າອອກສາງ ຢ່າງຄົບຖ້ວນ;
10.4 ເຈົ້າໜ້າທີ່ສ່ວຍສາອາກອນຕົ້ນທາງ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ສ່ວຍສາອາກອນປາຍທາງ ເພື່ອກວດກາສິນຄ້າດັ່ງກ່າວດ້ານຈໍານວນ, ລາຄາ, ການເເຈ້ງເສຍພາສີ ແລະ ອາກອນຢ່າງຄົບຖ້ວນ, ໃຫ້ເຈົ້າໜ້າທີ່ອາກອນຢູ່ສາງປາຍທາງ ຍັ້ງຢືນ 1 ຄົນໃຫ້ ເຈົ້າໜ້າທີ່ອາກອນຢູ່ສາງຕົ້ນທາງ ໃນດ້ານຈໍານວນທີ່ຖືກຕ້ອງ ຫຼື ຜິດດ່ຽງກັນ (ຖ້າມີ) ທຸກໆຄັ້ງ.
11. ກໍານົດເວລາໃນການນໍາສິນຄ້າລົງສາງແຕ່ລະຄັ້ງ ແມ່ນວັນຈັນ-ວັນສຸກ ຕອນເຊົ້າເລີ່ມແຕ່ເວລາ 8:00 ໂມງ ເເລະ ຕອນແລງບໍ່ໃຫ້ກາຍ 16:30 ໂມງ, ຖ້າກໍລະນີຫາກກາຍໂມງເວລາທີ່ໄດ້ກໍານົດໄວ້ ແມ່ນບໍ່ອະນຸຍາດໃຫ້ນໍາສິນຄ້າລົງສາງ, ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ເຮັດບົດບັນທຶກຮ່ວມກັນໄວ້, ສໍາລັບລົດສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ຕ້ອງຈອດໄວ້ຢູ່ໃນສາງຂອງຫົວໜ່ວຍທຸລະກິດ, ບໍ່ອະນຸຍາດ ໃຫ້ເຄື່ອນຍ້າຍ ແລະ ນໍາສິນຄ້າລົງ ເນື່ອງຈາກວ່າຍັງຢູ່ໃນ ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ສ່ວຍສາອາກອນ, ຈົນກວ່າມື້ຕໍ່ມາຈຶ່ງອະນຸຍາດນໍາສິນຄ້າລົງສາງໄດ້ ໂດຍເຈົ້າໜ້າທີ່ ສ່ວຍສາອາກອນ ຈະໄດ້ກວດກາສິນຄ້າລົງສາງ, ໃນກໍລະນີຫາກມີຄວາມຈໍາເປັນຕ້ອງການເອົາລົງ ໃນວັນເສົາ ແລະ ວັນອາທິດ ຫຼື ໃນວັນລັດຖະການ ແຕ່ເກີນໃນໄລຍະເວລາທີ່ກໍານົດຕາມທີ່ໄດ້ກ່າວມາຂ້າງເທິງບໍລິສັດຕ້ອງນໍາສະເໜີເປັນລາຍລັກອັກສອນຫາຂະແໜງການສ່ວຍສາອາກອນ ທີ່ຕົນຂຶ້ນກັບ ຫຼື ບ່ອນທີ່ສາງຕັ້ງຢູ່ ເພື່ອຄົ້ນຄວ້າພິຈາລະນາ;
12. ບໍລິສັດນໍາເຂົ້າ ແລະ ສົ່ງອອກສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ຕ້ອງລາຍງານບັນຊີສາງ (ພ້ອມທັງສໍາເນົາເອກະສານກ່ຽວກັບສິນຄ້າໃນສາງ) ແລະ ບັນຊີລູກຄ້າ ເປັນແຕ່ລະເດືອນ ໃຫ້ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂື້ນກັບ ແລະ ບ່ອນສາງຕັ້ງຢູ່ ບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ ເພື່ອຕິດຕາມກວດກາຄືນ;
13. ການສົ່ງອອກສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ເເມ່ນຕ້ອງໄດ້ປະຕິບັດຕາມ ດັ່ງນີ້:
13.1 ຕ້ອງມີສາງສິນຄ້າ ເປັນຂອງຕົນເອງພ້ອມທັງຖືບັນຊີຕາມລະບຽບການບັນຊີ;
13.2 ການສົ່ງອອກສິນຄ້າໃນແຕ່ລະຄັ້ງ ຕ້ອງໄດ້ຮັບອະນຸຍາດໃຫ້ສົ່ງອອກໄປຕ່າງປະເທດຈາກພາກສ່ວນທີ່ກ່ຽວຂ້ອງ;
13.3 ກ່ອນເອົາສິນຄ້າຂຶ້ນລົດ ຫຼື ນ້ໍາອອກສາງທຸກໆຄັ້ງ ແລະ ເຄື່ອນຍ້າຍເພື່ອສົ່ງອອກທຸກຄັ້ງ ຕ້ອງໄດ້ແຈ້ງຕໍ່ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ຫຼື ບ່ອນສາງທີ່ຈະສົ່ງອອກຕັ້ງຢູ່ຢ່າງໜ່ວຍ 03 ວັນລັດຖະການ ເພື່ອກວາງ ແລະ ອອກໃບເຄື່ອນຍ້າຍສິນຄ້າອອກສຽງ. ພ້ອມທັງສໍາເນົາການສັ່ງຈ່າຍສິນຄ້າ ແລະ ສັນຍາຊື້ຂາຍສິນຄ້າຈາກລູກຄ້າຕ່າງປະເທດໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ;
13.4 ປະຕິບັດເງື່ອນໄຂອື່ນໆຕາມກົດໝາຍ, ລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ ແລະ ລະບຽບສະບັບນີ້.
IV. ການຄິດໄລ່ ພັນທະພາສີ, ອາກອນ ແລະ ຄ່າທໍານຽມຕ່າງໆ
1. ການຄິດໄລ່ພາສີ ແລະ ຄ່າທໍານຽມຕ່າງໆ
ການຄິດໄລ່ພາສີ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ປະຕິບັດຕາມລະບຽບການຄິດໄລ່ຂອງຂະແໜງພາສີ ແລະ ຂະແໜງການທີ່ກ່ຽວຂ້ອງກໍານົດໄວ້.
2. ການຄິດໄລ່ອາກອນມູນຄ່າເພີ່ມ
- ສິນຄ້າອຸປະໂພກ ບໍລິໂພກທົ່ວໄປ ທີ່ນໍາເຂົ້າ ແລະ ປຸງເຕ່ງ ຜະລິດພາຍໃນ ເພຶ່ອຈໍາໜ່າຍ (ຂາຍ) ຢູ່ພາຍໃນປະເທດ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນເອົາລາຄາຂາຍຕົວຈິງບໍ່ລວມອາກອນມູນຄ່າເພີ່ມ ຄູນອັດຕາອາກອນມູນຄ່າ ເພີ່ມ 10% ກໍລະນີຫົວໜ່ວຍທຸລະກິດຫາກແຈ້ງລາຄາຂາຍຕໍ່າກວ່າລາຄາຕະຫຼາດ ເຈົ້າໜ້າທີ່ສ່ວຍສາອາກອນຈະໄດ້ຄິດໄລ່ຕົ້ນທຶນ ແລະ ລາຄາຂາຍຄືນ;
- ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ທີ່ມີໂຄງສ້າງລາຄາ, ການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດຕາມໂຄງສ້າງລາຄາຂອງແຕ່ລະຂອດໃນແຕ່ລະໄລຍະ ຄື: ເອົາຈໍານວນທີ່ຈໍາໜ່າຍ (ຂາຍ) ຄູນກັບອາກອນມູນຄ່າເພີ່ມ ຕ້ອງມອບຕື່ມຕາມໂຄງສ້າງ;
- ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ທີ່ຍັງບໍ່ທັນມີໂຄງສ້າງລາຄາ ພຶ້ນຖານຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ເອົາລາຄາຊື້ຂາຍ ຕົວຈິງບໍ່ລວມອາກອນ ຄຸນກັບອັດຕາອາກອນ 10% ກໍລະນີຫົວໜ່ວຍທຸລະກິດຫາກແຈ້ງລາຄາຂາຍຕໍ່າກວ່າລາຄາຕະຫຼາດ ເຈົ້າໜ້າທີ່ສ່ວຍສາອາກອນຈະໄດ້ຄິດໄລ່ຕົ້ນທຶນ ແລະ ລາຄາຂາຍຄືນ;
- ສໍາລັບອາກອນມູນຄ່າເພີ່ມ ທີ່ຄິດໄລ່ຈາກ ສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ທີ່ກວດກາໄດ້ເພີ່ມ (ການບໍ່ເເຈ້ງ) ແມ່ນບໍ່ອະນຸຍາດໃຫ້ນໍາອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ມາຫົກກັບອາກອນມູນຄ່າເພີ່ມເບື້ອງສົ້ນອອກ ໝາຍຄວາມວ່າຄິດໄລ່ 10% ຂອດຂາຍເເລ້ວໃຫ້ມອບເຂົ້າງົບປະມານເລີຍ;
3. ການຄິດໄລ່ອາກອນກໍາໄລ
- ສໍາລັບການຄິດໄລ່ອາກອນກໍາໄລ ຈາກຂໍ້ມູນທີ່ຫົວໜ່ວຍທຸລະກິດເເຈ້ງ ໃຫ້ປະຕິບັດຕາມລະບົບບັນຊີ ຜົນໄດ້ຮັບທາງດ້ານສ່ວຍສາອາກອນ;
- ສ່ວນການຄິດໄລ່ອາກອນກໍາໄລ ຈາກຂໍ້ມູນທີ່ຫົວໜ່ວຍທຸລະກິດບໍ່ແຈ້ງ ຫຼື ບໍ່ລາຍງານ (ກວດກາໄດ້ເພີ່ມ) ໃຫ້ຄິດໄລ່ເເບບບັງຄັບ ຕາມມາດຕາ 32 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ.
4. ການແຈ້ງ, ການຂໍຫຼັກ ແລະ/ຫຼື ຂໍຄືນ
ສໍາລັບຫົວໜ່ວຍທຸລະກິດ ທີ່ມີການແຈ້ງ, ຂໍຫັກ ຫຼື ຂໍຄືນເງິນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ຫຼື ມີອາກອນ ມູນຄ່າເພີ່ມຍົກໄປຫັກຕໍ່ ຕາມເງື່ອນໄຂທີ່ກໍານົດໃນມາດຕາ 29 ແລະ 27 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2010 ທີ່ສ່ອງແສງຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມ ແລະ ບົດລາຍງານການເງິນ, ຕ້ອງມີການກວດກາເອກະສານຢັ້ງຢືນການນໍາເຂົ້າ, ເອກະສານຢັ້ງຢືນການຊື້ພາຍໃນ (ໃບເກັບເງິນ) ແລະ ຜົນການກວດນັບສິນຄ້າໃນສາງຕົວຈິງໃນແຕ່ລະຄັ້ງ ໂດຍສົມທຽບກັບບັນຊີ, ການແຈ້ງ ແລະ ອາກອນມູນຄ່າເພີ່ມ (ກວດກາເບິ່ງຄືນແຫຼ່ງກໍາເນີດຂອງສິນຄ້າ) ຖ້າຜົນການກວດກາຫາກຖືກຕ້ອງຕາມຂໍ້ມູນທີ່ຫົວໜ່ວຍທຸລະກິດ ແຈ້ງ ແລະ ລາຍງານຈຶ່ງອະນຸຍາດ ໃຫ້ຫັກ ຫຼື ຂໍຄືນ ແລະ ຍົກໄປຫັກຕໍ່ໄດ້, ໃນກໍລະນີຜົນການກວດກາເຫັນວ່າສິນຄ້າ ຕົວຈິງຫາກບໍ່ຖືກຕ້ອງກັບການແຈ້ງ ແລະ ການລາຍງານຕາມບັນຊີ, ຈະຕ້ອງໄດ້ຄິດໄລ່ພັນທະປະເພດຕ່າງໆຄືນ ພ້ອມທັງເຮັດບົດບັນທຶກຮ່ວມວຽກ ເເລະ ບົດບັນທຶກກວດກາແບບໄວກັບທີ່.
V. ປະເພດ ແລະ ເງື່ອນໄຂການກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ເເລະ ອາຍແກັສຂອງເຈົ້າໜ້າທີ່ສ່ວຍສາອາກອນ ກວດກາແບບປົກກະຕິ ແລະ ການກວດກາເບບກະທັນຫັນ
ການກວດກາສາງສິນຄ້າ, ເຊື້ອໄຟ ແລະ ອາຍແກັສ ເຈົ້າໜ້າທີ່ສ່ວຍສາອາກອນ ມີສິດໃນການກວດກາສາງ ຂອງ ຫົວໜ່ວຍ ທຸລະກິດ ໄດ້ທຸກເວລາເພື່ອເປັນການກວດກາຄືນຄວາມຖືກຕ້ອງຂອງການປະຕິບັດຕາມແຈ້ງການສະບັບ ເລກທີ 1626/ກງ, ລົງວັນທີ 30 ພຶດສະພາ 2010 ຢ່າງເຄັ່ງຄັດ, ໂດຍໃນເເຕ່ລະຄັ້ງຕ້ອງມີບົດບັນທຶກຮ່ວມກັນຢ່າງ ລະອຽດ. ການກວດກາສາງ ເເບ່ງ ອອກເປັນ 2 ປະເພດການກວດກາ ດັ່ງນີ້:
1. ການກວດກາເເບບປົກກະຕິ ການກວດກາຕາມເເບບປົກກະຕິ ເເມ່ນການຂຶ້ນແຜນກວດກາສາງເປັນປະຈໍາໃນແຕ່ລະເດືອນ ແລະ ຕາມ ການເຄື່ອນໄຫວຕົວຈິງຂອງຫົວໜ່ວຍທຸລະກິດໃນແຕ່ລະຄັ້ງ, ກ່ອນການກວດກາຕ້ອງແຈ້ງໃຫ້ບໍລິສັດຮູ້ລ່ວງໜ້າຢ່າງໜ່ວຍ 05 ວັນລັດຖະການ.
2. ການກວດກາແບບກະທັນຫັນ
ການກວດກາເເບບກະທັນຫັນ ແມ່ນມີຄວາມຈໍາເປັນຕ້ອງໄດ້ກວດກາແບບຮີບດ່ວນ ແລະ ນອກແຜນການຢູ່ ສາງສິນຄ້າ ຫຼື ຢູ່ຕາມເສັ້ນທາງລະຫວ່າງບ່ອນເຄື່ອນຍ້າຍສິນຄ້າ ຫຼື ສະຖານທີ່ເປົ້າໝາຍໃດໜຶ່ງ ໂດຍບໍ່ຕ້ອງແຈ້ງໃຫ້ເຈົ້າຂອງຫົວໜ່ວຍທຸລະກິດຮູ້ລ່ວງໜ້າ ເມື່ອເຫັນວ່າ:
2.1 ມີຂໍ້ມູນ ຫຼື ມີຄວາມສົງໄສຈະມີການເຊື່ອງອໍາຈໍານວນສິນຄ້າທັງໝົດ ຫຼື ສ່ວນໃດໜຶ່ງ ແລະ ອື່ນໆ ທີ່ຈະເປັນສາເຫດໃນການຫຼົບຫຼັກການເສຍພັນທະຕ່າງໆ;
2.2 ບໍ່ເອົາສິນຄ້າລົງສາງ ແລະ ເອົາລົງສາງທີ່ບໍ່ຖືກຕາມເປົ້າໝາຍສາງທີ່ຈະລົງ;
2.3 ມີຂໍ້ມູນທີ່ສົງໄສ ກ່ຽວກັບສິນຄ້າຜ່ານແດນ (ສິນຄ້າທີ່ບໍ່ເສຍພາສີ-ອາກອນ) ໄປປະເທດທີ່ສາມ ແຕ່ໄດ້ນໍາມາຈໍາໜ່າຍພາຍໃນປະເທດ;
2.4 ມີຂໍ້ມູນສົງໄສອື່ນໆທີ່ຈະເປັນການຫຼົບຫຼີກເຊື່ອງອໍາການເສຍພັນທະພາສີ-ອາກອນ.
VI. ໜ້າທີ່ຂອງຫົວໜ່ວຍທຸລະກິດ
1. ສະຫຼຸບລາຍງານການຖືບັນຊີ, ເລກບັນຊີເງິນຝາກທະນາຄານທັງໝົດ ແລະ ການນໍາໃຊ້ໃບເກັບເງິນໃຫ້ຂະແໜງກ່ຽວຂ້ອງ
2. ແຈ້ງເຈົ້າໜ້າທີ່ສ່ວຍສາອາກອນທຸກໆຄັ້ງທີ່ຈະນໍາສິນຄ້າອອກສາງພາສີ, ອອກສາງຂອງຕົນ ຫຼື ນໍາເຂົ້າສິນຄ້າເຂົ້າສາງໃຫ້ຮັບຊາບເພື່ອກວດກາສິນຄ້າລົງສາງ ແລະ ເຮັດບົດບັນທຶກໄວ້;
3. ລາຍງານຂໍ້ມູນດ້ານຈໍານວນ ແລະ ລາຍລະອຽດດ້ານທີ່ຕັ້ງຂອງສາງສິນຄ້າໃຫ້ຂະແໜງພາສີ, ສ່ວຍສາອາກອນ ແລະ ຂະແໜງອຸດສະຫະກໍາ ແລະ ການຄ້າ ຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ;
4. ໃຫ້ຄວາມຮ່ວມມືໃນການກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ເເລະ ອາຍແກັສ;
5. ສະໜອງຂໍ້ມູນທີ່ກ່ຽວຂ້ອງກັບການເຄື່ອນໄຫວທຸລະກິດ ໃຫ້ເຈົ້າໜ້າທີ່ພາສີ, ສ່ວຍສາອາກອນ, ອຸດສາຫະກໍາ ແລະ ການຄ້າ ທີ່ກ່ຽວຂ້ອງ;
6. ຄິດໄລ່ ເເລະ ແຈ້ງມອບພັນທະປະເພດຕ່າງໆ ຕາມລະບຽບກົດໝາຍ ກໍານົດ;
7. ຄິດໄລ່ ແລະ ແຈ້ງມອບພັນທະປະເພດຕ່າງໆ ຄືນຖ້າກໍລະນີເຫັນວ່າບໍ່ຖືກຕ້ອງ;
8. ສະເໜີຂັ້ນເທິງພິຈາລະນາກ່ຽວກັບການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຂອງລັດທີ່ເຫັນວ່າມີການປະພຶດທີ່ບໍ່ຖືກຕ້ອງ;
9. ຫົວໜ່ວຍທຸລະກິດຕ້ອງມີການກວດນັບສິນຄ້າໃນສາງຢ່າງເປັນປົກກະຕິ ເປັນແຕ່ລະເດືອນເເລ້ວຄັດຕິດກັບບົດລາຍງານການເງິນປະຈໍາງວດ, ປີ ສົ່ງໃຫ້ຂະແໜງສ່ວຍສາອາກອນ ບ່ອນທີ່ຕົນເອງຂຶ້ນກັບ, ຫົວໜ່ວຍທຸລະກິດທີ່ມີທີ່ຕັ້ງສາງຢູ່ຫຼາຍເເຂວງ ທີ່ຕ້ອງໄດ້ຖືກກວດກາເປັນແຕ່ລະເດືອນ ແລ້ວໃຫ້ສັງລວມຂໍ້ມູນທັງໝົດເຂົ້າບົດສະຫຼຸບບັນຊີຂອງສໍານັກງານໃຫຍ່ ບໍລິສັດແມ່);
10. ຫົວໜ່ວຍທຸລະກິດຕ້ອງແຈ້ງຈໍານວນສາງສິນຄ້າ, ສາຂາ, ຫ້າງຮ້ານ ແລະ ຕົວແທນຈໍາໜ່າຍຕໍ່ຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ ແລະ ບ່ອນທີ່ສາງຕັ້ງຢູ່ຢ່າງລະອຽດຊັດເຈນ, ໃນເເຕ່ລະໄລຍະທີ່ມີການປັບປຸງຂໍ້ມູນຕ້ອງໄດ້ເເຈ້ງຕໍ່ຂະແໜງສ່ວຍສາອາກອນ ເພີ່ມຕື່ມ;
VII. ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງ
- ຂະແໜງສ່ວຍສາອາກອນ
ຫົວໜ້າກົມສ່ວຍສາອາກອນ ແລະ ຫົວໜ້າສ່ວຍສາອາກອນປະຈໍາແຂວງ ແລະ ນະຄອນຫຼວງ ເປັນຜູ້ຊີ້ນໍາໂດຍກົງ ໃນການຈັດຕັ້ງປະຕິບັດແຈ້ງການຂອງກະຊວງການເງິນ ສະບັບເລກທີ 1626/ກງ, ລົງວັນທີ 30 ພຶດສະພາ 2019 ແລະ ລະບຽບການສະບັບນີ້, ໂດຍມອບໃຫ້ພະແນກກວດກາຫຼັງການແຈ້ງລາຍຮັບຂອງກົມສ່ວຍສາອາກອນ ແລະ ຂະແໜງກວດກາຫຼັງການແຈ້ງລາຍຮັບຂອງແຂວງ ຫຼື ນະຄອນຫຼວງວຽງຈັນ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ ຊຶ່ງຕ້ອງໄດ້ ສ້າງລະບົບກົນໄກການປະສານງານ ແລະ ເຮັດໜ້າທີ່ ຄຸ້ມຄອງ ແລະ ກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ດັ່ງນີ້:
1. ແຕ່ງຕັ້ງຄະນະປະສານງານເພື່ອເຮັດໜ້າທີ່ປະສານສົມທົບຂະແໜງການທີ່ກ່ຽວຂ້ອງ ແລະ ພາກສ່ວນທຸລະກິດ ທັງເປັນຜູ້ສັງລວມ ແລະ ສະໜອງຂໍ້ມູນຕ່າງໆ ແລະ ຕອບຂໍ້ຊັກຖາມຈາກເເຕ່ລະພາກສ່ວນທີ່ມີຂໍ້ສະເໜີມາ;
2. ເກັບກໍາສະຖິຕິຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກ, ສາຂາ ຫຼື ຕົວແທນຈໍາໜ່າຍ, ສາງສິນຄ້າ, ນ້ໍາມັນເຊື້ອໄຟ ເເລະ ອາຍແກັສ ທີ່ເຄື່ອນໄຫວຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ, ໂດຍຕ້ອງມີຂໍ້ມູນລາຍລະອຽດຂອງສາງເປັນຕົ້ນດ້ານທີ່ຕັ້ງ ບ້ານ, ເມືອງ, ເເຂວງ, ຊື່ນາຍສາງ, ເບີໂທລະສັບ, ຈໍານວນຂອງສາງ, ບໍລິມາດບັນຈຸ, ສາມາດແຕ້ມແຜນທີ່ຕັ້ງ ຂອງບໍລິສັດ ແລະ ສາງ ໂດຍນໍາໃຊ້ Google Maps ເພື່ອລະບຸທີ່ຕັ້ງຢ່າງຊັດເຈນ;
ມອບຄວາມຮັບຜິດຊອບ ໃຫ້ພະນັກງານຕິດຕາມ, ຄຸ້ມຄອງ ແລະ ກວດກາສາງເປັນແຕ່ລະ ບໍລິສັດຢ່າງຊັດເຈນ(ຜູ້ໜຶ່ງ ອາດຮັບຜິດຊອບໜຶ່ງ ຫຼື ຫຼາຍຫົວໜ່ວຍທຸລະກິດຕາມຄວາມເຫມາະສົມ) ເເຕ່ເວລາລົງກວດກາສາງຕົວຈິງຕ້ອງ ແຕ່ງຕັ້ງເປັນຄະນະ 2-3 ຄົນ, ພະນັກງານທີ່ຖືກມອບໝາຍຮັບຜິດຊອບຕິດຕາມ, ຄຸ້ມຄອງ ແລະ ກວດກາສາງ ມີໜ້າທີ່ ດັ່ງນີ້:
3.1 ຕ້ອງເປັນຜູ້ຮັບຜິດຊອບໂດຍກົງໃນການເກັບກໍາ ແລະ ປະເມີນເຄື່ອນໄຫວທຸລະກິດຂອງຫົວໜ່ວຍທຸລະກິດທີ່ຕົນຮັບຜິດຊອບ ໄດ້ປະຕິບັດສອດຄ່ອງຕາມເເຈ້ງການຂອງກະຊວງການເງິນ ສະບັບເລກ ທີ 1626/ກງ, ລົງວັນທິ 30 ພຶດສະພາ 2019 ເລະ ລະບຽບສະບັບນີ້, ລວມທັງເປັນຜູ້ກວດກາສາງສິນຄ້າໃນທຸກໆເວລາ ໃນເວລາທີ່ຫົວໜ່ວຍ ທຸລະກິດຫາກເເຈ້ງວ່າຈະມີການເອົາສິນຄ້າເຂົ້າ-ອອກສາງ, ເປັນຜູ້ເກັບກໍາຂໍ້ມູນການປະຕິບັດພັນທະພາສີ ແລະ ອາກອນຕ່າງໆໃນເເຕ່ລະໄລຍະ ແລະ ກວດການັບ ຫຼື ຢັ້ງຢືນສິນຄ້າໃນສາງເດືອນລະຄັ້ງ;
3.2 ທຸກໆຄັ້ງທີ່ລົງໄປກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ແມ່ນຕ້ອງສ້າງບົດບັນທຶກກວດກາສາງ, ພ້ອມທັງລະບຸລາຍລະອຽດທັງໝົດຕາມແບບຟອມບົດບັນທຶກກວດກາສາງ;
3.3 ຕ້ອງເປັນຜູ້ສະໜອງຂໍ້ມູນຕ່າງໆກ່ຽວກັບ ສິນຄ້າເຂົ້າ-ອອກສາງຂອງຫົວໜ່ວຍທຸລະກິດທີ່ຕົນຮັບຜິດຊອບໃຫ້ຫົວໜ້າພະແນກ/ຂະແໜງ ກວດກາຫຼັງການແຈ້ງລາຍຮັບ ແລະ ໃຫ້ພະນັກງານຜູ້ຮັບຜິດຊອບກວດກາບົດສະຫຼຸບປະຈໍາປີ ແບບຄົບຊຸດ ຫຼື ເເບບໄວ ຫຼື ການກວດກາການຂໍຫ້ກ ແລະ ຂໍຄືນເງິນອາກອນມູນຄ່າເພີ່ມ ທີ່ກ່ຽວຂ້ອງກັບຫົວໜ່ວຍ ທຸລະກິດ ດັ່ງກ່າວ;
3.4. ຕ້ອງເປັນຜູ້ປະສານສົມທົບກັບເຈົ້າໜ້າທີ່ພາສີ ເພື່ອຂໍຂໍ້ມູນ ແລະ ສະໜອງຂ່າວສານຕ່າງໆ ໃນກໍລະຫ1 ກ ຕ້ອງໄດ້ຮ່ວມມືກັນກວດກາຕາມທີ່ໄດ້ກໍານົດຢູ່ໃນຂໍ້ 4 ຂອງເເຈ້ງການກະຊວງການເງິນ ສະບັບເລກທີ 1626/17), ລົງວັນທີ 30 ພຶດສະພາ 2019;
4. ພະນັກງານສ່ວຍສາອາກອນຂັ້ນເມືອງ ຕ້ອງຕິດຕາມ, ກວດກາຈົດເລກມິດເຕີ້ຂອງຕູ້ຈ່າຍນໍ້າມັນ (ຫົວຈ່າຍ) ນໍາແຕ່ລະປ້ໍາເປັນທີ່ຕັ້ງຢູ່ໃນເມືອງຂອງຕົນ ເປັນແຕ່ລະເດືອນເພື່ອຄິດໄລ່ເກັບອາກອນລາຍໄດ້ ຫລື ອາກອນມູນຄ່າເພີ່ມຕາມ ໂຄງສ້າງລາຄາໃນແຕ່ລະໄລຍະ, ພ້ອມທັງຄິດໄລ່ອາກອນປະເພດຕ່າງໆຈາກກິດຈະການອື່ນ (ກິດຈະການສໍາຮອງ) ພາຍໃນປໍ້ານໍ້າມັນເຊື້ອ ໄຟ ໂດຍແຍກໃຫ້ເຫັນ ເປັນແຕ່ລະປໍ້ານ້ໍາມັນເຊື້ອໄຟ ມີປະເພດນໍ້າມັນ (ນໍ້າມັນກາຊວນ, ນ້ໍາມັນເອັດຊັງ, ນ້ໍາມັນເອັດຊັງພິເສດ) ເພື່ອສົມທຽບ ແລະ ກວດກາຄືນ (ຕາມເເບບຟອມທີ່ໄດ້ກໍານົດໄວ້);
ສ່ວຍສາອາກອນເມືອງຕ້ອງເກັບກໍາສະຖິຕິສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ແລະ ປໍ້ານ້ໍາມັນເຊື້ອໄຟ ທີ່ຕັ້ງຢູ່ໃນເມືອງຂອງຕົນ ແລະ ເຂົ້າຮ່ວມເປັນຄະນະໃນການກວດກາໃນເວລາມີການມອບໝາຍ ຂອງສ່ວຍສາອາກອນປະຈໍາແຂວງ ຫຼື ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ ແລະ ໃຫ້ລາຍງານສະພາບການຄຸ້ມຄອງ ແລະ ກວດກາຕາມທີ່ກ່າວມາຂ້າງເທິງໃຫ້ສ່ວຍສາອາກອນເເຂວງ ຫຼື ນະຄອນຫຼວງວຽງຈັນ ເພື່ອຮັບຊາບເປັນແຕ່ລະງວດ, 06 ເດືອນ ເເລະ ປີ.
5. ໃຫ້ພະແນກກວດກາຫຼັງການແຈ້ງລາຍຮັບ ແລະ ຫົວໜ້າສ່ວຍສາອາກອນປະຈໍາແຂວງ/ນະຄອນຫຼວງວຽງຈັນ ສະຫຼຸບລາຍງານການສົມທຽບຂໍ້ມູນຂອງຂະແໜງພາສີ ແລະ ສ່ວຍສາອາກອນ; ການປະຕິບັດພັນທະຕ່າງໆຂອງແຕ່ລະບໍລິສັດ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດລະບຽບສະບັບນີ້ໃຫ້ ຫົວໜ້າກົມສ່ວຍສາອາກອນ ເປັນແຕ່ລະ ງວດ, 06 ເດືອນ ແລະ ປີ,
- ຂະແໜງພາສີ
1. ຂະແໜງພາສີປະຕິບັດຕາມພາລະບົດບາດຂອງຕົນ ຕາມລະບຽບກໍານົດ, ເນັ້ນໃສ່ການກວດກາຢັ້ງຢືນຄວາມຖືກຕ້ອງດ້ານຕ່າງໆຂອງສິນຄ້າຢູ່ດ່ານຊາຍແດນ ແລະ ກວດກາ, ປາບປາມລັກລອບໜີພາສີຕາມທີ່ໄດ້ກໍານົດໃນ ຂໍ້ຕົກລົງຂອງ ກະຊວງການເງິນສະບັບເລກທີ 1552/ກງ, ລົງວັນທີ 24 ພຶດສະພາ 2013 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ໃຫ້ມີປະສິດທິຜົນ;
2. ເຈົ້າໜ້າທີ່ພາສີປະຈໍາດ່ານ ຕ້ອງໄດ້ປະສານສົມທົບກັບເຈົ້າໜ້າທີ່ສ່ວຍສາອາກອນປະຈໍາເຂວງ (ຂະແໜງກວດກາຫຼັງການເເຈ້ງ) ເພື່ອກວດກາປະເພດ, ຈໍານວນ, ລາຄາ ແລະ ຕົ້ນທຶນຊື້ ເເມ່ນຈະໄດ້ຄິດໄລ່ພາສີຂາເຂົ້າຄືນ ຫາກກວດກາ ພົບເຫັນວ່າຫົວໜ່ວຍທຸລະກິດ ເເຈ້ງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ, ເວລານໍາເຂົ້າບໍ່ຖືກຕ້ອງເປັນຕົ້ນ: ປະເພດ, ຈໍານວນ, ລາຄາ ແລະ ຕົ້ນທຶນຊື້ ເເມ່ນຈະໄດ້ຄິດໄລ່ພາສີຂາເຂົ້າຄືນ;
3. ກວດກາບັນດາເງື່ອນໄຂຫົວໜ່ວຍທຸລະກິດ ທີ່ດໍາເນີນການນໍາເຂົ້າ - ສົ່ງອອກສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ, ປະຕິບັດດັ່ງນີ້:
- ໃບອະນຸຍາດດໍາເນີນທຸລະກິດ ທີ່ສາມາດນໍາເຂົ້າ-ສົ່ງອອກໄດ້ຕາມປະເພດທຸລະກິດທີ່ໄດ້ຮັບອະນຸຍາດ;
- ໃບຢັ້ງຢືນການມອບພັນທະອາກອນ ຂອງປີຫຼ້າສຸດ;
- ສໍາລັບຫົວໜ່ວຍທຸລະກິດ ນໍ້າມັນເຊື້ອໄຟ ແລະ ອາຍແກັສ ຕ້ອງມີບົດບັນທຶກກວດກາສະຖານທີ່ຕັ້ງຂອງສາງ ເກັບມ້ຽນນ້ໍາມັນເຊື້ອໄຟ ທີ່ຢັ້ງຢືນຈາກຂະແໜງການກ່ຽວຂ້ອງ, ພາຫະນະຮັບໃຊ້ໃນການຂົນສົ່ງ (ເຄື່ອນຍ້າຍ) ຕ້ອງ ໄດ້ມາດຖານ ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ:
4. ເວລາອອກໃບແຈ້ງພາສີ ໃຫ້ກໍານົດສາງສິນຄ້າບ່ອນທີ່ຈະນໍາສິນຄ້າໄປລົງເຂົ້າໃນໃບເເຈ້ງພາສີ ເເລະ ແຈ້ງລາຍລະອຽດ ກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ຂອງແຕ່ລະຫົວໜ່ວຍທຸລະກິດ ເເລ້ວເເຈ້ງ ໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ ຕິດຕາມ ແລະ ກວດກາສິນຄ້າສົ່ງສາງທຸກຄັ້ງ;
5. ກ່ອນຈະປ່ອຍສິນຄ້າອອກຈາກດ່ານພາສີທຸກຄັ້ງ ຕ້ອງກວດກາຄວາມຖືກຕ້ອງດ້ານຈໍານວນ, ປະເພດ, ລາຄາ, ມູນຄ່າ ແຈ້ງ ແລະ ເອກະສານຢັ້ງຢືນ ແລ້ວຈິ່ງອະນຸຍາດໃຫ້ນໍາສິນຄ້າອອກຈາກດິນ ແລະ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ສ່ວຍສາອາກອນຮັບຊາບ ເພື່ອຕິດຕາມ ແລະ ກວດກາສິນຄ້າລົງສາງ:
6. ເເນະນໍາ ແລະ ຕິດຕາມ ຢັ້ງຢືນການເຄື່ອນຍ້າຍນໍ້າມັນເຊື້ອໄຟ ແລະ ອາຍແກັສ ດ້ວຍຕົນເອງຕາມໃບບໍ່ 88 ໃຫ້ຫົວໜ່ວຍທຸລະກິດປະຕິບັດໃຫ້ຖືກຕ້ອງ;
7. ສົມທົບກັບເຈົ້າໜ້າທີ່ສ່ວຍສາອາກອນ ເພື່ອກວດກາສິນຄ້າລົງສາງບາງກໍລະນີທີ່ມີຄວາມຈໍາເປັນ ເປັນຕົ້ນ: ສີນຄ້າທີ່ບໍ່ສາມາດກວດກາຢູ່ດ່ານໄດ້ເຊັ່ນ ປະເພດແຕກຫັກງ່າຍ, ເຊື່ອມດ້ານຄຸນນະພາບ ແລະ ສິນຄ້າທີ່ມີຄວາມສ່ຽງອື່ນໆ;
8. ດ່ານພາສີຊາຍແດນ ຕ້ອງສະໜອງຂໍ້ມູນການນໍາເຂົ້າ-ສົ່ງອອກໃຫ້ ຂະແໜງສ່ວຍສາອາກອນປະຈໍາແຂວງ/ນະຄອນຫຼວງ ບ່ອນດ່ານຕັ້ງຢູ່ເພື່ອເປັນຂໍ້ມູນໃນການຄຸ້ມຄອງ ແລະ ກວດກາ ເປັນແຕ່ລະເດືອນ;
9. ຄົ້ນຄວ້າພິຈາລະນາການສະເໜີຂອງຂະແໜງສ່ວຍສາອາກອນ ໃນການຖອນເລກປະຈໍາຕົວຜູ້ເສຍອາກອນ ເເລະ ບັອກເລກລະຫັດໄອດີຂອງຫົວໜ່ວຍທຸລະກິດ, ໃນກໍລະນີມີການລະເມີດກົດໝາຍ ກ່ຽວກັບສ່ວຍສາອາກອນແມ່ນລົງໂທດຕາມລະບຽບກົດໝາຍ;
10. ສະຫຼຸບສັງລວມ ແລະ ລາຍງານຜົນການຈັດຕັ້ງປະຕິບັດ ຕໍ່ກະຊວງການເງິນ ຢ່າງປົກກະຕິ;
11. ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການກໍານົດ ແລະ ການມອບໝາຍຂອງຂັ້ນເທິງ.
VII. ຄວາມຮ່ວມມືໃນການກວດກາຂອງຂະແໜງພາສີ ແລະ ສ່ວຍສາອາກອນ
1. ສິນຄ້າທີ່ບໍ່ສາມາດກວດກາໄດ້ຢູ່ດ່ານພາສີບ່ອນນໍາເຂົ້າ ເນື່ອງຈາກເປັນສິນຄ້າທີ່ມີຄວາມສ່ຽງຄວາມເສຍຫາຍດ້ານຄຸນນະພາບ, ແຕກຫັກ ແລະ ປະລິມານ ແມ່ນໃຫ້ກວດກາຢູ່ສາງສິນຄ້າພາຍໃນປະເທດ, ໃຫ້ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ສ່ວຍສງອງກອນ ປະສານສົມທົບ ແລະ ຮ່ວມກັນກວດກາສິນຄ້າລົງສາງ ຢູ່ໃນເເຕ່ລະຂັ້ນຄຸ້ມຄອງ;
2. ສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ທີ່ໄດ້ຜ່ານການກວດກາ ແລະ ອອກໃບແຈ້ງພາສີແລ້ວ ກວດກາສິນຄ້າລົງສາງຢູ່ພາຍໃນປະເທດມອບໃຫ້ຂະແໜງສ່ວຍສາອາກອນ ເເຕ່ລະຂັ້ນຄຸ້ມຄອງເປັນຜູ້ດໍາເນີນການກວດກາຕົວຈິງ, ຖ້າຫາກມີຂໍ້ມູນບໍ່ຈອດກັນ ແລະ ບໍ່ຄືກັນ, ບໍ່ຖືກຕ້ອງ ບໍ່ຄົບຖ້ວນ ແລະ ອື່ນໆ ຈາກການແຈ້ງພາສີຂາເຂົ້າ ໃຫ້ສະໜອງຂໍ້ມູນໃຫ້ຂະແໜງພາສີ ແຕ່ລະຂັ້ນ ສົມທົບກັບຂະແໜງສ່ວຍສາອາກອນ ປະຕິບັດກວດກາຄືນ;
3. ໃຫ້ແຕ່ງຕັ້ງຄະນະປະສານງານ ຂອງຂະແໜງການພາສີ ແລະ ສ່ວຍສາອາກອນ, ຂະແໜງພາສີ ຂັ້ນສູນກາງ ແມ່ນພະແນກກວດສອບຄືນການແຈ້ງ, ພະແນກສືບສວນ, ສອບສວນ ແລະ ປາບປາມການລັກລອບໜີພາສີ ແລະ ຂັ້ນທ້ອງຖິ່ນ ແມ່ນກອງຄຸ້ມຄອງພາສີປະຈໍາເຂດ ພະແນກສືບສວນ, ສອບສວນ ແລະ ປາບປາມການລັກລອບໜີພາສີ ແລະ ດ່ານພາສີບ່ອນນໍາເຂົ້າສິນຄ້າ. ສໍາລັບ ຂະແໜງສ່ວຍສາອາກອນ ຂັ້ນສູງກາງ ພະແນກກວດກາຫຼັງການເເຈ້ງລາຍຮັບ ແລະ ຂັ້ນທ້ອງຖິ່ນ ຂະແໜງກວດກາຫຼັງການແຈ້ງລາຍຮັບ ໃຫ້ທັງສອງຂະແໜງການປະສານສົມທົບແລກປ່ຽນຂໍ້ມູນຊຶ່ງກັນ ແລະ ກັນຢ່າງປົກກະຕິ ແລະ ເປັນຜູ້ຈັດຕັ້ງປະຕິບັດລະບຽບສະບັບນີ້ ລວມທັງການແກ້ໄຂບັນຫາ ແລະ ຕອບຂໍ້ຊັກຖາມຕ່າງໆຈາກຜູ້ປະກອບການ ຫຼື ພາກສ່ວນອື່ນ.
VIII. ການແກ້ໄຂບັນຫາຂອງຂະແໜງສ່ວຍສາອາກອນທີ່ຕໍ່ບັນຫາຂັ້ນຂອງຕົນທີ່ບໍ່ສາມາດແກ້ໄຂໄດ້
ໃນເວລາດໍາເນີນການຈັດຕັ້ງປະຕິບັດການກວດກາຂອງຂະແໜງສ່ວຍສາອາກອນ, ຖ້າຫາກມີບັນຫາທີ່ບໍ່ສາມາດແກ້ໄຂຢູ່ໃນຂັ້ນຕອນຕົນເອງໄດ້ ຕ້ອງປະຕິບັດ ດັ່ງນີ້:
1. ຄະນະກວດກາ ຫຼື ຜູ້ທີ່ຖືກແຕ່ງຕັ້ງ ຕ້ອງໄດ້ນໍາສະເໜີບັນຫາຕ່າງໆ ທີ່ພົບເຫັນໃນການປະຕິບັດຢ່າງເປັນລາຍລັກອັກສອນ ເພື່ອລາຍງານຕໍ່ຄະນະນໍາຂອງຕົນໃນເເຕ່ລະຂັ້ນ (ຂັ້ນສູນກາງ ແລະ ທ້ອງຖິ່ນ), ຖ້າຫາກແກ້ໄຂບໍ່ໄດ້ ຊຶ່ງພົວພັນກັບຂະແໜງການອື່ນ ກໍສະເໜີລາຍງານຫາຂະແໜງການກ່ຽວຂ້ອງເພື່ອຄົ້ນຄວ້າພິຈາລະນາ, ຕີຄວາມໝາຍ, ໃຫ້ຄວາມກະຈ່າງແຈ້ງຢ່າງເປັນລາຍລັກອັກສອນ ຕໍ່ກັບບັນຫາດັ່ງກ່າວ;
2. ກໍລະນີການກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ພົບເຫັນວ່າຫົວໜ່ວຍທຸລະກິດ, ແຈ້ງຂໍ້ມູນ (ລາຍງານ) ບໍ່ຖືກຕ້ອງກັບເອກະສານຢັ້ງຢືນ ຫຼື ບໍ່ມີເອກະສານຢັ້ງຢືນ ຄະນະກວດກາຕ້ອງໄດ້ຄິດໄລ່ພັນທະປະເພດຕ່າງໆ ຄືນ ຕໍ່ກັບຈໍານວນທີ່ບໍ່ຖືກຕ້ອງ ແລະ ປັບໃໝ, ແຕ່ຫາກຫົວໜ່ວຍທຸລະກິດບໍ່ຍອມຮັບ, ບໍ່ເຊັນບົດບັນທຶກກວດກາ, ຄະນະກວດກາຕ້ອງໄດ້ເຊີນມາປຶກສາຫາລືທີ່ຫ້ອງການສ່ວຍສາອາກອນ ເພື່ອອະທິບາຍຊີ້ແຈງຕໍ່ບັນຫາທີ່ຍັງບໍ່ສາມາດ ຕົກລົງກັນໄດ້ ກໍານົດເວລາ 03 ຄັ້ງ, ແຕ່ລະຄັ້ງແມ່ນບໍ່ເກີນ 05 ວັນລັດຖະການ (ເເຕ່ລະຄັ້ງເຮັດບົດບັນທຶກເຊັນ ຮ່ວມກັນ 02 ຝ່າຍ), ຖ້າຫາກຍັງບໍ່ທັນຍອມຮັບ, ໃນໄລຍະການດໍາເນີນການດັ່ງກ່າວຂັ້ນເທິງແມ່ນ ໃຫ້ຫົວໜ້າຊ່ວຍ ສາອາກອນ. ໃນແຕ່ລະຂັ້ນອອກຄໍາສັ່ງອາຍັດຊົ່ວຄາວສິນຄ້າດັ່ງກ່າວ (ບໍ່ໃຫ້ຊື້ຂາຍ ແລະ ເຄື່ອນຍ້າຍ) ຈົນກວ່າຈະມີ ການເເກ້ໄຂ ແລະ ໃຫ້ລາຍງານຂັ້ນເທິງ ດັ່ງນີ້:
- ຖ້າບໍລິສັດຂຶ້ນກັບການຄຸ້ມຄອງ ກົມສ່ວຍສາອາກອນ ຕ້ອງລາຍງານເຖິງລັດຖະມົນຕີ ກະຊວງການເງິນ ເພື່ອ ໃຫ້ທິດຊີ້ນໍາ;
- ບໍລີສັດທີ່ຂຶ້ນກັບການຄຸ້ມຄອງຂອງຄຸ້ມຄອງຂອງທ້ອງຖິ່ນແມ່ນ ຕ້ອງລາຍງານຫາ ຫົວໜ້າກົມສ່ວຍສາອາກອນພິຈາລະນາເເກ້ໄຂ, ຖ້າແກ້ໄຂບໍ່ໄດ້ແມ່ນໃຫ້ລາຍງານຫາ ລັດຖະມົນຕີ ກະຊວງການເງິນ ພິຈາລະນາ ໃຫ້ທິດຊີ້ນໍາ.
IX. ການສ້າງບົດບັນທຶກ ແລະ ບົດລາຍງານຕໍ່ຜົນການກວດກາໃນແຕ່ລະຄັ້ງຂອງເຈົ້າໜ້າທີ່ສ່ວຍສາອາກອນ
ຄະນະກວດກາຂະແໜງສ່ວຍສາອາກອນ ຕ້ອງສະຫຼຸບຕີລາຄາຜົນການກວດກາ ໃນໄລຍະການກວດກາ ດັ່ງນີ້:
1. ການລົງກວດກາສາງສິນຄ້າແຕ່ລະຄັ້ງ ຫຼື ກວດກາໃນຮູບແບບກະທັນຫັນ ຕ້ອງລາຍງານຜົນການກວດກາຢ່າງເປັນລາຍລັກອັກສອນ ຊ້າສຸດພຸງຍໃນເວລາ 10 ວັນລັດຖະການ ໃຫ້ຄະນະຊີ້ນໍາໃນແຕ່ລະຂັ້ນຢ່າງລະອຽດກ່ຽວກັບຜົນສໍາເລັດ, ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ (ຖ້າມີ) ແລະ ວິທິແກ້ໄຂໃນການຈັດຕັ້ງປະຕິບັດເພື່ອຮັບຊາບ ແລະ ໃຫ້ທິດຊີ້ນໍາ;
2, ກໍລະນີອັນຈໍາເປັນ ຕາມຄວາມຮຽກຮ້ອງຕ້ອງການ ຂອງອົງການທີ່ມີສິດອໍານາດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ຄະນະກວດກາຕ້ອງລາຍງານຜົນການຈັດຕັ້ງປະຕິບັດໃຫ້ອົງການທີ່ມີສິດອໍານາດເປັນແຕ່ລະໄລຍະ ເພື່ອໃຫ້ທິດຊີ້ນໍາການປະຕິບັດຕາມລະບຽບກົດໝາຍ;
3. ການລາຍງານຕ້ອງຮັບປະກັນດ້ານເວລາ, ລັກສະນະຕໍ່ເນື່ອງ ແລະ ຫຼີກລ້ຽງການລາຍງານຜິດພາດ;
4. ການສ້າງບົດບັນທືກຕ້ອງສັງລວມເອົາຜົນຂອງການກວດກາທັງໝົດລົງໃນບົດບັນທຶກກວດກາ ລວມທັງຂໍ້ມູນທັງໝົດທີ່ໄດ້ຄິດໄລ່ ປະກອບເຂົ້າໃນບົດບັນທຶກກວດກາ ຕ້ອງໄດ້ເປີດເຜີຍຕໍ່ຫົວໜ່ວຍທຸລະກິດ ທີ່ຖືກກວດກາ. ໃນກໍລະນີ້, ຫາກບໍ່ເຫັນດີເປັນເອກະພາບຕໍ່ກັບຕົວເລກທີຄິດໄລ່ ຫຼື ຂໍ້ມູນຕ່າງໆ ຫົວໜ່ວຍທຸລະກິດ ມີສິດຊີ້ແຈງ ແລະ ສະໜອງຂໍ້ມູນເພີ່ມເຕີມ, ກໍລະນີເຫັນດີເປັນເອກະພາບ ທັງສອງຝ່າຍຕ້ອງລົງລາຍເຊັນຮ່ວມກັນ;
5. ການກວດກາໃນແຕ່ລະຄັ້ງ ຕ້ອງໄດ້ເຮັດບົດບັນທຶກຮ່ວມກັນ, ກໍລະນີຜົນການກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ຫາກມີຂໍ້ມູນຜິດດ່ຽງທາງດ້ານປະເພດ, ຈໍານວນ, ລາຄາ, ມູນຄ່າ ແລະ ອື່ນໆ ຕ້ອງໄດ້ອອກບົດບັນທຶກກວດກາກັບທີ່ເເບບໄວ ຕາມແບບຟອມທີ່ກົມສ່ວຍສາອາກອນໄດ້ກໍານົດເພື່ອຄິດໄລ່ພັນທະຕ່າງໆຄືນລວມທັງຂະແໜງພາສີ ແລະ ບົດບັນທຶກກວດກາຕ້ອງສ່ອງແສງໃຫ້ເຫັນດ້ານເນື້ອໃນ, ຕົວເລກພັນທະພາສີ ແລະ ອາກອນເເຕ່ລະ ປະເພດ 3 ພ້ອມທັງຄ່າປັບໃໝຢ່າງຊັດເຈນ, ບົດບັນທຶກປະກອບມີ 5 ສະບັບ ເເຕ່ລະສະບັບມີຄຸນຄ່າ ແລະ ເນື້ອໃນຄືກັນ. ການເຊັນຢັ້ງຢືນບົດບັນທຶກກວດກາ ຂັ້ນສູງກາງແມ່ນຫົວໜ້າກົມ ແລະ ຂັ້ນທ້ອງຖິ່ນແມ່ນຫົວໜ້າສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ ແລະ ຫົວໜ້າສ່ວຍສາອາກອນປະຈໍາແຂວງ;
6. ຂັ້ນຕອນໃນການຜ່ານບົດບັນທຶກ, ພາຍຫຼັງຄະນະກວດກາສໍາເລັດເບື້ອງຕົ້ນເເລ້ວ, ບົດບັນທຶກດັ່ງກ່າວຕ້ອງໄດ້ນໍາມາຜ່ານຄະນະຮັບຜິດຊອບ ຊິ້ນໍາ ເເຕ່ລະຂັ້ນມີຄໍາເຫັນກ່ອນ ເຊັ່ນ:
6.1 ຂັ້ນສູນກາງ ຕ້ອງຜ່ານຫົວໜ້າພະແນກກວດກາຫຼັງການແຈ້ງລາຍຮັບ ຫຼື ຮອງຫົວນ້າພະແນກຜູ້ຊີ້ນໍາວຽກງານດັ່ງກ່າວ ແລະ ຮອງຫົວໜ້າກົມຜູ້ຊີ້ນໍາວຽກງານດັ່ງກ່າວ ແລະ ມີການເຊັນຢັ້ງຢືນຈາກຫົວໜ້າກົມສ່ວຍສາອາກອນ;
6.2 ຂັ້ນທ້ອງຖິ່ນ ຕ້ອງຜ່ານຫົວໜ້າ ຫຼື ຮອງຂະແໜງກວດກາຫຼັງການແຈ້ງລາຍຮັບ ເເລະ ຮອງຫົວໜ້າສ່ວຍສາອາກອນ ຜູ້ຊີ້ນໍາວຽກງານດັ່ງກ່າວ ແລະ ເຊັນຢັ້ງຢືນຈາກຫົວໜ້າສ່ວຍສາອາກອນປະຈໍາແຂວງ ຫຼື ປະຈໍານະຄອນຫຼວງວຽງຈັນ;
6.3 ໃນກໍລະນີ, ຂໍ້ມູນ ເອກະສານຂອງຫົວໜ່ວຍທຸລະກິດສະໜອງໃຫ້ຍັງບໍ່ທັນຈະແຈ້ງ, ຄະນະກວດກາ ຕ້ອງເຮັດຫນັງສືເຊີນມາປະຊຸມປຶກສາຫາລືຄວາມເປັນເອກະພາບ ພ້ອມທັງເຮັດບົດບັນທຶກຮ່ວມກັນ, ກໍານົດເວລາ 03 ຄັ້ງ, ແຕ່ລະຕັ້ງໃຫ້ເວລາ 5 ວັນລັດຖະການ, ຫຼັງຈາກນັ້ນໃຫ້ລາຍງານຂັ້ນເທິງຕາມຂະແໜງການຂອງຕົນ ເພື່ອຂໍທິດຊີ້ນໍາ ແລະ ຫັນໄປສູ່ການປະຕິບັດມາດຕະການ ຕາມກົດໝາຍກໍານົດ;
6.4. ຫົວໜ່ວຍທຸລະກິດທີ່ໄດ້ຖືກດໍາເນີນການກວດກາ (ການຄິດໄລ່) ສໍາເລັດ ພ້ອມທັງເຊັນບົດບັນທຶກກວດກາຮ່ວມກັນແລ້ວ ແຕ່ມີຂໍ້ສົງໃສວ່າການກວດກາ (ການຄິດໄລ່) ຍັງບໍ່ທັນຖືກຕ້ອງ, ບໍ່ມີຄວາມເປັນທໍາ, ຊຶ່ງມີຫຼັກຖານເອກະສານ ຢັ້ງຢືນເພີ່ມເຕີມ ແມ່ນສາມາດສະເໜີຕໍ່ຂະແໜງສ່ວຍສາອາກອນ ພາຍໃນກໍານົດເວລາ 30 ວັນລັດຖະການ, ນັບເເຕ່ ມື້ທີ່ໄດ້ເຊັນບົດບັນທຶກຮ່ວມກັນ, ຖ້າຫາກວ່າກາຍກໍານົດເວລາ 30 ວັນແລ້ວ, ຂະແໜງສ່ວຍສາອາກອນ ຈະບໍ່ພິຈາລະນາຕໍ່ການສະເໜີດັ່ງກ່າວ, ເເຕ່ຂະແໜງການສ່ວຍສາອາກອນຕ້ອງໄດ້ກວດກາ ພາຍໃນກໍານົດເວລາ 05 ວັນລັດຖະການ ແລ້ວແຈ້ງຕອບເບັນລາຍລັກອັກສອນ.
7. ສໍາລັບຫົວໜ່ວຍທຸລະກິດທີ່ ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາແຂວງ/ນະຄອນຫຼວງຄຸ້ມຄອງມີສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສຢູ່ຫຼາຍແຂວງ ຄວາມຮັບຜິດຊອບໃນການກວດກາຂອງເຈົ້າໜ້າທີ່ສ່ວຍສາອາ ກອນມີສາງຢູ່ແຂວງໃດ ຂະແໜງສ່ວຍສາອາກອນຢູ່ແຂວງ ຫຼື ເມືອງນັ້ນ ເປັນຜູ້ຮັບຜິດຊອບຄຸ້ມຄອງ ແລະ ກວດກາ ແລະ ຫົວໜ່ວຍທຸລະກິດຕ້ອງມີສາງ ແລະ ພະນັກງານຮັບຜິດຊອບຢູ່ສາງຢູ່ເມືອງ ຫຼື ຢູ່ແຂວງນັ້ນໆ.
8. ໃນກໍລະນີ, ມີຄະນະກວດກາຈາກພາກສ່ວນອື່ນມາກວດກາຄືນ ຫາກພົບເຫັນຂໍ້ມູນ ແລະ ຕົວເລກເພີ່ມ ໃນກໍລະນີບໍ່ໃຫ້ຖືວ່າເປັນຂໍ້ບົກຜ່ອງ ຂອງຄະນະກວດກາທີ່ຜ່ານມາ ເນື່ອງຈາກວ່າຂໍ້ມູນທີ່ມີນໍາມາຄິດໄລ່ ແມ່ນມີພຽງແຕ່ຂໍ້ມູນທີ່ ບໍລິສັດເຈ້ງ ເເລະ ຜົນຂອງການກວດນັບໃນຄັ້ງນັ້ນໆ (ບໍ່ມີຂໍ້ມູນເພີ່ມເຕີມ) ຫຼື ຫົວໜ່ວຍທຸລະກິດສະໜອງຂໍ້ມູນໃຫ້ ບໍ່ຄົບຖ້ວນ, ແຕ່ຖ້າກໍລະນີທີ່ມີຂໍ້ມູນຫຼັກຖານຄົບຖ້ວນ ແຕ່ຄະນະກວດກາບໍ່ນໍາມາຄິດໄລ່ ຖືວ່າຄະນະກວດກາດັ່ງກ່າວມີຄວາມຜິດໃນການປະຕິບັດໜ້າທີ່ຕາມລະບຽບການກໍານົດ.
VIII. ຂໍ້ຫ້າມ
1. ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ມີດັ່ງນີ້:
1.1 ຫ້າມເປີດເຜີຍຄວາມລັບຂອງລັດ, ທາງລັດຖະການ ແລະ ຂໍ້ມູນທີ່ເປັນຄວາມລັບຂອງຜູ້ເສຍອາກອນ;
1.2. ຫ້າມສ້າງຄວາມຫຍຸ້ງຍາກ, ຖ່ວງດົງ, ເເກ່ຍາວເວລາໃນການຄົ້ນຄວ້າ, ແກ້ໄຂ ແລະ ປອມແປງເອກະສານ;
1.3 ຫ້າມປະລະໜ້າທີ່ ແລະ ຂາດຄວາມຮັບຜິດຊອບຕໍ່ໜ້າວຽກງານທີ່ໄດ້ຮັບມອບໝາຍ;
1.4 ຫ້າມສວຍໃຊ້ໜ້າທີ່ຕໍາແຫນ່ງ, ໃຊ້ຄວາມຮຸນແຮງ, ບັງຄັບນາບຄູ່ ທວງເອົາ, ຂໍເອົາ ຫຼື ຮັບສິນບົນເພື່ອຜົນປະໂຫຍດຂອງຕົນ, ຄອບຄົວ, ຍາດພີ່ນ້ອງ, ຈຸ້ມເຈື້ອ, ພັກພວກ ຫຼື ຄະນະ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
1.5 ຫ້າມລົງກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ໂດຍບໍ່ແມ່ນໜ້າທີ່ຂອງຕົນ ຫຼຶ ບໍ່ໄດ້ຮັບອະນຸຍາດຈາກຈັດຕັ້ງທີ່ກ່ຽວຂ້ອງ;
1.6. ຫ້າມນໍາເອົາສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ທີ່ກວດກາໄດ້ໄປຮັບໃຊ້ຜົນປະໂຫຍດແກ່ຕົນ, ຄອບຄົວ, ຍາດພີ່ນ້ອງ, ຈຸ້ມເຈື້ອ, ພັກພວກ ຫຼື ໝູ່ຄະນະ;
1.7 ນິພິດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.
1.8 ການກວດກາຕາມເສັ້ນທາງຂອງເຈົ້າໜ້າທີ່ສ່ວຍສາອາກອນ ຖ້າຫາກບໍ່ມີຄວາມຈໍາເປັນແມ່ນບໍ່ໃຫ້ກວດກາ, ເວັ້ນເສຍແຕ່ລົດບັນທຸກສິນຄ້າບໍ່ໄປລົງຕາມເປົ້າໝາຍທີ່ກໍານົດໃນເອກະສານ ຫຼື ສິນຄ້າລັກລອບພາສີ, ອາກອນ ແລະ ພັນທະ ອື່ນໆ ຕາມແຫຼ່ງຂ່າວສານຂໍ້ມູນຕ່າງໆ ແມ່ນສາມາດກວດກາຕາມເສັ້ນທາງໄດ້ ແລະ ໃຫ້ສ້າງບົດບັນທຶກພື່ອເປັນຂໍ້ມູນໃນການຄິດໄລ່ພັນທະຕ່າງໆຂຶ້ນ ພ້ອມທັງປັບໃໝ ຕາມກົດໝາຍ ແລະ ລະບຽບສະບັບນີ້ກໍານົດ;
2. ຂໍ້ຫ້າມສໍາລັບບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍເກັສ ມີດັ່ງນີ້:
2.1 ຫ້າມທໍາລາຍ, ປອມແປງ ຂໍ້ມູນຫຼັກຖານ, ປົກປິດ, ເຊື່ອງອໍາ ແລະ ຊຸກເຊື່ອງທີ່ການກະທໍາຜິດທີ່ຕິດພັນກັບການແຈ້ງເສຍພັນທະບໍ່ຄົບຖ້ວນ;
2.2 ຄິດໄລພັນທະປະເພດຕ່າງໆ ບໍ່ຖືກຕ້ອງ, ນໍາໃຊ້ໃບເກັບເງິນບໍ່ຖືກຕ້ອງ ຫຼື ບໍ່ນໍາໃຊ້ ແລະ ບໍ່ແຈ້ງມອບພັນທາະປະເພດຕ່າງໆ ຕາມລະບຽບກົດໝາຍ ກໍານົດ;
2.3 ບໍ່ນໍາໃຊ້ໃບຕິດຕາມການເຄື່ອນຍ້າຍສິນຄ້າ, ໃບເຄື່ອນຍ້າຍນໍ້າມັນເຊື້ອໄຟ ແລະ ອາຍແກັສ ດ້ວຍຕົນເອງ ບ 88 (ນ້ໍາມັນທີ່ເສຍພາສີ-ອາກອນ ແລະ ຄ່າທໍານຽມຕ່າງໆ) ແລະ ແບບຟອມຕ່າງໆທີ່ລະບຽບການສະບັບນີ້ກໍານົດ;
2.4 ປະຕິເສດການສະໜອງຂໍ້ມູນ, ຮ່ວມມືໃນການປົກປິດ ແລະ ຊຸກຍູ້ການກະທໍາຜິດທີ່ຕິດພັນກຶບການເສຍພັນທະຂອງຫົວໜ່ວຍທຸລະກິດ;
2.5 ໃຫ້ສິນບົນ ຫຼື ຄ່າຈ້າງ, ລາງວັນ, ສົມຮູ້ຮ່ວມຄິດເອົາເງິນຂອງລັດ;
2.6 ປະຕິເສດການສະໜອງຂໍ້ມູນຂ່າວສານ ກ່ຽວກັບການກະທໍາຜິດ ຫຼື ລະເມີດກົດໝາຍ, ແຈ້ງການ ແລະ ລະບຽບການກ່ຽວກັບວຽກງານຄຸ້ມຄອງ ແລະ ກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ເເລະ ລະບຽບການອື່ນທີ່ກ່ຽວຂ້ອງ;
2.7 ຮ່ວມກັນກະທໍາຜິດ, ປົກປິດ ແລະ ຊຸກເຊື່ອງການກະທໍາຜິດກ່ຽວກັບວຽກງານການຄຸ້ມຄອງ ແລະ ກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ;
2.8 ໝິ່ນປະໝາດ, ບັງຄັບ ນາບຂູ່, ທໍາຮ້າຍຮ່າງກາຍພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ຫຼື ຜູ້ເສຍອາກອນ;
2.9 ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.
3. ຂໍ້ຫ້າມສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ມີດັ່ງນີ້:
3.1 ປະຕິເສດການສະໜອງຂໍ້ມູນຂ່າວສານ ກ່ຽວກັບການກະທໍາຜິດ ຫຼື ລະເມີດກົດໝາຍ, ແຈ້ງການ ແລະ ລະບຽບ ການກ່ຽວກັບວຽກງານຄຸ້ມຄອງ ແລະ ກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;
3.2 ຮ່ວມກັນກະທໍາຜິດ, ປົກປິດ ແລະ ຊຸກເຊື່ອງການກະທໍາຜິດ ກ່ຽວກັບວຽກງານການຄຸ້ມຄອງ ແລະ ກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍເເກ້ສ;
3.3 ໃຫ້ສິນບົນ ຫຼື ຮັບສິນບົນ, ຄ່າຈ້າງ ລາງວັນ, ສົມຮູ້ຮ່ວມຄິດເອົາເງິນຂອງລັດ;
3.4 ໝິ່ນປະຫມາດ, ບັງຄັບ ນາບຂູ່, ທໍາຮ້າຍຮ່າງກາຍພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ຫຼື ຜູ້ເສຍອາກອນ;
3.5 ຫ້າມມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.
IX. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
1. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ພະນັກງານ, ເຈົ້າໜ້າທີ່, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງ, ຕິດຕາມ, ກວດກາສາງສິນຄ້າ, ນ້ໍາມັນເຊື້ອໄຟ ແລະ ອາຍແກັສ, ຊອກຫາ, ສະໜອງຂໍ້ມູນຂ່າວສານຕ່າງໆ ເຮັດໃຫ້ສາມາດຄົ້ນພົບການຫຼົບຫຼີກພັນທະປະເພດຕ່າງໆ, ທວງເກັບພັນທະທີ່ຖືກເຊື່ອງອໍາຄືນມາໄດ້ ແລະ ໄດ້ປັບໄໝຜູ້ກະທໍາຜິດນັ້ນຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນຕາມກົດໝາຍ ແລະ ລະບຽບການກໍານົດ.
2. ມາດຕະການຕໍ່ຜູ້ລະເມີດ
2.1 ມາດຕະການຕໍ່ພະນັກງານລັດ
(1) ໃນກໍລະນີທີ່ມີການກະທໍາຜິດໃນສະຖານເບົາ ເຊິ່ງບໍ່ສົ່ງຜົນສະທ້ອນຕໍ່ລາຍຮັບ ແລະ ກຽດສັກສີຂອງຂະແໜງສ່ວຍສາອາກອນ ເຊັ່ນ: ການປະຕິບັດໜ້າທີ່ບໍ່ສໍາເລັດຕາມການມອບໝາຍ ໂດຍບໍ່ມີເຫດຜົນພຽງພໍ, ການກົດໜ່ວງທ່ວງດຶງ, ເອກະສານ, ການປະລະໜ້າທີ່ ກໍ່ຈະຖືກສຶກສາອົມຮົມ, ກ່າວເຕືອນ ຫຼື ລົງວິໄນ ຕາມລະບຽບກົດໝາຍ;
(2) ໃນກໍລະນີມີການກະທໍາຜິດທາງອາຍາ ເຊັ່ນ: ສວຍໃຊ້ໜ້າທີ່ຕໍາແຫນ່ງ, ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ທວງເອົາ, ຂໍເອົາ ຫຼື ຮັບສິນບົນ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ຜົນປະໂຫຍດຂອງບຸກຄົນ, ລວມໝູ່, ລັດ ແລະ ການຈັດຕັ້ງລວມທັງການປົກປ້ອງ ຫຼື ສົມຮູ້ຮ່ວມຄິດກັບຜູ້ດໍາເນີນການຜະລິດທຸລະກິດ ທີ່ລະເມີດລະບຽບກົດໝາຍ, ປອມແປງໃບເກັບເງິນ ຫຼື ເອກະສານອື່ນໆ, ເກັບລາຍຮັບສ່ວຍສາອາກອນໂດຍບໍ່ໄດ້ຮັບອະນຸຍາດ ຈາກການຈັດຕັ້ງ, ນໍາເອົາເງິນອາກອນທີ່ເກັບໄດ້ໄປນໍາໃຊ້ສ່ວນຕົວ ໂດຍບໍ່ມອບເຂົ້າງົບປະມານແຫ່ງລັດ ແມ່ນຈະຖືກດໍາເນີນຄະດີທາງອາຍາ, ຖ້າການກະທໍາດັ່ງກ່າວ ຫາກກໍ່ຄວາມເສຍຫາຍໃຫ້ແກ່ບຸກຄົນອື່ນ ຫຼື ການຈັດຕັ້ງ ກໍ່ຈະໄດ້ທົດແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ;
2.2 ມາດຕະການຕໍ່ຫົວໜ່ວຍທຸລະກິດ
(1) ຫົວໜ່ວຍທຸລະກິດໃດຫາກບໍ່ມີສາງສິນຄ້າຕາມມາດຖານເງື່ອນໄຂ ແລະ ລະເມີດການປະຕິບັດ ຕາມເນື້ອໃນທີ່ໄດ້ກໍານົດໄວ້ໃນແຈ້ງການຂອງກະຊວງການເງິນ ສະບັບເລກທີ 1020/ກງ, 30 ພຶດສະພາບ 2019 ແລະ ລະບຽບສະບັບນີ້, ຄັ້ງທີ່ໜຶ່ງແມ່ນຈະໄດ້ເຊີນມາສຶກສາອົບຮົມກ່າວເຕືອນພ້ອມທັງເຮັດບົດບັນທຶກໄວ້, ຖ້າຄັ້ງທີສອງຫາກຍັງບໍ່ປະຕິບັດ ເຈົ້າໜ້າທີ່ສ່ວຍສາອາກອນ ຈະໄດ້ສະເໜີຫາຂະແໜງພາສີເພື່ອຖອນເລກປະຈໍາຕົວ (ເລກລະຫັດ) ແລະ ບັອກຢູເຊີ (ເລກລະຫັດຜູ້ແຈ້ງພາສີ) ໄວ້ກ່ອນ;
(2) ກໍລະນີບໍ່ມີສາງສິນຄ້າ ແມ່ນໃຫ້ຂະແໜງສ່ວຍສາອາກອນສະເໜີຫງກະຊວງອຸດສະຫະກໍາ ແລະ ການຄ້າຢຸດຕິການນໍາເຂົ້າ-ສົ່ງອອກເປັນການຊົ່ວຄາວກ່ອນພາຍໃນກໍານົດເວລາສາມເດຶອນ ເພື່ອປັບປຸງລະບົບສາງສິນຄ້າໃຫ້ຖືກຕ້ອງ ຕາມມາດຖານ ຖ້າຄົບກໍານົດເວລານັບແຕ່ມື້ອອກເບົດບັນທຶກກວດກາສາງ, ເເລ້ວຍັງບໍ່ມີສາງສິນຄ້າ ຫຼື ເງື່ອນໄຂຍັງບໍ່ທັນຄົບຖ້ວນແມ່ນສາມາດຕໍ່ເວລາໄດ້ອີກສາມເດືອນ ຖ້າຄົບກໍານົດຄັ້ງທີ່ສອງແລ້ວຍັງບໍ່ມີສາງສິນຄ້າ ເເມ່ນໃຫ້ຍົກເລີກການອະນຸຍາດນໍາເຂົ້າ-ສົ່ງອອກ, ຜະລິດ ຫຼື ປະກອບຕ່າງໆ ຈົນກວ່າຈະມີລະບົບສາງສິນຄ້າທີ່ໄດ້ມາດຖານ ແລະ ປະຕິບັດເງື່ອນໄຂຕາມແຈ້ງການ ແລະ ລະບຽບການສະບັບນີ້ ເປັນຂອງຕົນເອງ ຈິ່ງອະນຸຍາດສືບຕໍ່ການດໍາເນີນທຸລະກິດໄດ້;
(3) ກໍລະນີເອົາສິນຄ້າລົງສາງໂດຍບໍ່ໄດ້ຮັບອະນຸຍາດ ຫຼື ເອົາລົງບໍ່ຖືກເປົ້າໝາຍແມ່ນໃຫ້ປັບໃໝ 1.000.000 ກິບ/ຄັ້ງ ຕາມທີ່ໄດ້ກໍານົດໃນມາດຕາ 60 ຂໍ້ (10) ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018 ເລະ ບໍ່ອະນຸຍາດໃຫ້ຫັກ ຫຼື ສົ່ງຄືນອາກອນມູນຄ່າເພີ່ມຂອງຈໍານວນສິນຄ້າໃນຄັ້ງນັ້ນ;
(4) ທຸກໆຄັ້ງທີ່ມີການລະເມີດ ໃນເວລາກວດພົບສິນຄ້າບາງຈໍານວນ ຫຼື ທັງໝົດທີ່ໄດ້ແຈ້ງເສຍພາສີ ແລະ ອາກອນ ຫຼື ໃນເວລາກວດນັບສິນຄ້າໃນສາງບໍ່ຖືກຕ້ອງກັບຈໍານວນທີ່ແຈ້ງ, ຕໍ່ກັບຈໍານວນສິນຄ້າທີ່ເກີນ ຫຼື ບໍ່ໄດ້ເສຍພາສີ-ອາກອນ ແມ່ນໃຫ້ເຈົ້າໜ້າທີ່ສ່ວຍສາອາກອນຄິດໄລ່ພັນທະພາສີ, ອາກອນ, ຄ່າທໍານຽມປະເພດຕ່າງໆ ແລະ ປັບໃໝຄືນທັງຫນົດ ຕາມລະບຽບກົດໝາຍກໍານົດ ແລະ ສໍາລັບການປັບໃໝໃຫ້ປະຕິບັດຄື:
- ການປັບໄໝຄ່າພາສີ ໃຫ້ປະຕິບັດຕາມ ມາດຕາ 88 ຂໍ້ (6) ຂອງກົດໝາຍວ່າດ້ວຍ ພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ລະບຸວ່າ ບຸກຄົນທີ່ໄດ້ກະທໍາຜິດສະຖານເບົາລະດັບທີ່ໜຶ່ງ ຈະຖືກປະຕິບັດມາດຕະການ ຕາມມູນຄ່າສິນຄ້າ, ເຄື່ອງຂອງ ດັ່ງນີ້:
- ຕໍ່າກວ່າ 5.000.000 ກີບ ຈະຖືກສຶກສາອົບຮົມ, ກ່າວເຕືອນ;
- ແຕ່ 5.000.001 ກີບ ຫາ 10,000.000 ກີບ ຈະຖືກປັບໃໝ ຫ້າສ່ວນຮ້ອຍ (5%) ຂອງມູນຄ່າສິນຄ້າ,ເຄື່ອງຂອງ;
- ແຕ່ 10.000.001 ກົບຂຶ້ນໄປ ຈະຖືກປັບໃໝ ສິບສ່ວນຮ້ອຍ (10%) ຂອງມູນຄ່າສິນຄ້າ, ເຄື່ອງຂອງ;
- ການປັບໃໝອາກອນມູນຄ່າເພີ່ມ ບໍ່ແມ່ນໃຫ້ປະຕິບັດຕາມ ມາດຕາ 60 ຂໍ້ (8) ຂອງກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018 ລະບຸໄວ້ຄື: ປັບໃໝ ຫ້າສິບ ສ່ວນຮ້ອຍ (50%) ຂອງຈໍານວນອາກອນມູນຄ່າເພີ່ມ ທີ່ເຮັດໃຫ້ລັດເກີດຄວາມເສຍຫາຍ ທີ່ເກີດຈາກການບໍ່ເເຈ້ງ ຫຼື ແຈ້ງມອບບໍ່ຖືກຕ້ອງກັບ ຄວາມເປັນຈິງ ເຊັ່ນ ບໍ່ແຈ້ງກ່ຽວກັບການສະໜອງສິນຄ້າ ແລະ ການບໍລິການ ທີ່ຖືກເສຍອາກອນມູນຄ່າເພີ່ມ ຫຼື ເເຈ້ງຕໍ່າກວ່າຄວາມເປັນຈິງ;
- ປັບໃໝ ອາກອນຊົມໃຊ້ ຫຼື ອາກອນລາຍໄດ້ ຫຼື ອາກອນກໍາໄລ ແມ່ນໃຫ້ປະຕິບັດຕາມມາດຕາ 7 4 ຂໍ້ (2) ຂອງກົດໝາຍວ່າດ້ວຍ ສ່ວຍສາອາກອນ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015 ຄື:
- ຄັ້ງທີ 1 ບັບໃໝຊາວສ່ວນຮ້ອຍ (20%) ຂອງຈໍານວນອາກອນທີ່ຕ້ອງໄດ້ມອບຕື່ມ;
- ຄັ້ງທີ 2 ປັບໃໝ ສີ່ສິບສ່ວນຮ້ອຍ (40) ຂອງຈໍານວນອາກອນທີ່ຕ້ອງໄດ້ມອບຕື່ມ;
- ຄັ້ງທີ 3 ປັບໃໝ ຫົກສິບສ່ວນຮ້ອຍ (60%) ຂອງຈໍານວນອາກອນທີ່ຕ້ອງໄດ້ມອບຕື່ມ.
- ສໍາລັບມາດຕະການຕໍ່ການລະເມີດທີ່ໜັກກວ່າທີ່ກ່າວມາຂ້າງເທິງນັ້ນ ຕ້ອງໄດ້ລາຍງານຫາ ທ່ານ ລັດຖະມົນຕີກະຊວງການເງິນ ເປັນແຕ່ລະກໍລະນີເພື່ອໃຫ້ທິດຊີ້ນໍາການນໍາໃຊ້ມາດຕະການຕ່າງໆຕາມລະບຽບກົດໝາຍກໍານົດ.
ເງິນຄ່າພັນທະພາສີ, ອາກອນ, ຄ່າທໍານຽມປະເພດຕ່າງໆ ແລະປັບໃໝ ທີ່ເຈົ້າໜ້າທີ່ສ່ວຍສາອາກອນໄດ້ຄິດໄລ່ຕາມທີ່ໄດ້ກ່າວມາຂ້າງເທິງແມ່ນໃຫ້ເປັນລາຍຮັບຂອງຂະແໜງສ່ວຍສາອາກອນ ທີ່ຕ້ອງເຂົ້າງົບປະມານແຫ່ງລັດ.
5. ການນໍາໃຊ້ເງິນຄ່າປັບໃໝ
ຄ່າປັບໃໝຈາກການຄິດໄລ່ພາສີ ແລະ ອາກອນຕາມທີ່ໄດ້ກ່າວມາຂ້າງເທິງ ທີ່ໄດ້ຈາກການກະທໍາຜິດທີ່ເປັນການລະເມີດແມ່ນມອບໃຫ້ເປັນລາຍຮັບຂອງຂະແໜງສ່ວຍສາອາກອນທັງໝົດ. ໂດຍອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງການເງິນສະບັບເລກທີ 0025/ກງ, ລົງວັນທີ 05 ມັງກອນ 2017 ວ່າດ້ວຍການຄຸ້ມຄອງນໍາໃຊ້ລາຍຮັບວິຊາການ ເເລະ ລາຍຮັບໄດ້ຈາກການກວດກາພົບເຫັນ ການຫຼົບຫຼີກ, ການເຊື່ອງອໍາ, ເລັ່ງທວງເກັບອາກອນທີ່ຖືກ ຊຸກເຊື່ອງຄືນມາໄດ້ ເເລະ ຄ່າປັບໄໝ ຈາກຜູ້ທີ່ລະເມີດກົດໝາຍວ່າດ້ວຍ ສ່ວຍສາອາກອນ, ຈໍານວນ 60% ຂອງຄ່າປັບໃໝ ໃຫ້ມອບເຂົ້າງົບປະມານແຫ່ງລັດ ແລະ 40% ເປັນລາຍຮັບວິຊາການທີ່ນໍາໃຊ້ຂອງຂະແໜງສ່ວຍສາອາກອນ, ສໍາລັບຮ່ວງ 40% ນັ້ນແມ່ນຕີເປັນ 100% ແລ້ວແບ່ງ 60% ມອບເຂົ້າຄັງວິຊາການຂອງຂະແໜງສ່ວຍສາອາກອນ, 10% ໃຫ້ຜູ້ບອກຂ່າວ ແລະ ສະໜອງຂໍ້ມູນການຫຼົບຫຼີກເຊື່ອງອໍາ ແລະ 30% ມອບໃຫ້ຄະນະກວດກາ (ຜູ້ກວດກາຕົວຈິງ) ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງ. ສໍາລັບການນໍາໃຊ້ເງິນດັ່ງກ່າວຕ້ອງຈົດເຂົ້າເປັນລາຍຮັບກ່ອນ ແລະ ຕ້ອງສ້າງແຜນຈ່າຍອອກ ຕາມລະບຽບການກໍານົດ.
X. ການຈັດຕັ້ງປະຕິບັດ
1. ຂະແໜງສ່ວຍສາອາກອນ ແລະ ພາສີຮັບຜິດຊອບ ເຜີຍແຜ່ ແນະນໍາ ແລະ ຈັດຕັ້ງປະຕິບັດລະບຽບສະບັບນີ້ໃຫ້ໄດ້ ຮັບຜົນສໍາເລັດເປັນຢ່າງດີ;
2. ຂະແໜງທີ່ກ່ຽວຂ້ອງ, ບັນດາຫົວໜ່ວຍທຸລະກິດ ແລະ ຄະນະທີ່ຖືກແຕ່ງຕັ້ງ ມີໜ້າທີ່ຈັດຕັ້ງປະຕິບັດຕາມຄໍາແນະນໍາສະບັບນີ້ຢ່າງເຂັ້ມງວດ;
3. ໃນເວລາຈັດຕັ້ງປະຕິບັດ ຫາກເກີດມິຂໍ້ຄົງຄ້າງ ຕ້ອງລາຍງານຕໍ່ຂະແໜງການຂອງຕົນ ຕາມຂັ້ນຄຸ້ມຄອງ, ຕາມຂັ້ນຕອນ ເພື່ອຫາວິທີແກ້ໄຂໃຫ້ທັນກັບສະພາບການ. ຖ້າບໍ່ສາມາດຕົກລົງແກ້ໄຂບັນຫາໄດ້ ແມ່ນໃຫ້ລາຍງານລັດຖະມົນຕີກະຊວງການເງິນ ພິຈາລະນາເປັນແຕ່ລະກໍລະນີ;
4. ວິທີການ ແລະ ຂັ້ນຕອນການນໍາໃຊ້ແບບຟອມ ໃນແຕ່ລະການເຄື່ອນຍ້າຍໄດ້ມີໃນເອກະສານຊ້ອນທ້າຍ (ກ);
5. ລະບຽບການສະບັບນີ້ ໃນເວລາຈັດຕັ້ງປະຕິບັດຫາກມີຂໍ້ໃດ, ປະໂຫຍກໃດ ຫຼື ຄໍາສັບໃດຂັດກັບກົດໝາຍ, ລະບຽບການ ແລະ ນິຕິກໍາໃດໜຶ່ງ ຫຼື ເນື້ອໃນທີ່ກໍານົດໄວ້ຍັງບໍ່ທັນຄົບຖ້ວນກະຊວງການເງິນ ຈະອອກແຈ້ງການເພີ່ມຕື່ມ ເພື່ອແກ້ໄຂເປັນເເຕ່ລະກໍລະນີຕື່ມອີກ.
ຄໍາແນະນໍາສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ສົມດີ ດວງດີ
ລັດຖະມົນຕີກະຊວງການເງິນ
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.