ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ    ເລກທີ1358 /ຫສນຍ
ນະຄອນຫຼວງວຽງຈັນ, ວັນທີ 12.8.2019

ແຈ້ງການ

ຮຽນ: - ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ນັບຖື.

                - ທ່ານ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

                - ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

                - ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ.

ເລື່ອງ: ທິດຊີ້ນໍາກ່ຽວກັບການກວດກາຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ນໍາເຂົ້າ, ຈໍາຫນ່າຍ  ແລະ ຜະລິດ ຢູ່ ສປປ ລາວ.

  • ອີງຕາມການລາຍງານ ຂອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 06-07 ສິງຫາ 2019.
  • ອີງຕາມການຕົກລົງ ແລະ ຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 06-07 ສິງຫາ 2019.

   ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານ ຊາບດັ່ງນີ້: ຜ່ານມາລັດຖະບານ ໄດ້ຕົກລົງໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຮັດທົດລອງການກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1441/ຫສນຍ.ກຄສ, ລົງວັນທີ 22 ກັນຍາ 2017 ແລະ ສະບັບເລກທີ 2022/ຫສນຍ.ກນກ, ລົງວັນທີ 13 ທັນວາ 2018, ຊຶ່ງຜ່ານການຈັດຕັ້ງປະຕິບັດທົດລອງ ຕາມແຈ້ງການດັ່ງກ່າວ ຂະແໜງການກ່ຽວຂ້ອງ ໄດ້ລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເຫັນວ່າການດໍາເນີນການກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ນໍາເຂົ້າ ຢູ່ສາງທ່ານາແລ້ງ ໂດຍຜ່ານດ່ານສາກົນ ຂົວມິດຕະພາບ I ຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີຜົນກະທົບ ແລະ ສ້າງຄວາມຫຍຸ້ງຍາກໃຫ້ພາກທຸລະກິດ, ດັ່ງນັ້ນ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໄດ້ຕົກລົງ ແລະ ຊີ້ນໍາ ໃຫ້ປະຕິບັດ ດັ່ງນີ້:

1. ໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢຸດຕິຊົ່ວຄາວ ການກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ຢູ່ສາງທ່ານາແລ້ງ ດ່ານສາກົນຂົວມິດຕະພາບ I, ໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກວດສອບຄຸນນະພາບຂອງສິນຄ້າດັ່ງກ່າວ ຢູ່ປາຍທາງ (ຕົວແທນຈໍາຫນ່າຍ ແລະ ຮ້ານຄ້າຈໍາຫນ່າຍທົ່ວໄປ), ແຕ່ບໍ່ໃຫ້ເກັບຄ່າທໍານຽມ ແລະ ຄ່າບໍລິການ ໃນການກວດຄຸນນະພາບດັ່ງກ່າວ ນໍາຜູ້ປະກອບການ, ໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສືບຕໍ່ຂຶ້ນແຜນງົບປະມານໃນການກວດສອບຄຸນນະພາບຂອງວຽກງານດັ່ງກ່າວ ຕາມຄວາມສາມາດຂອງງົບປະມານລັດ ທີ່ມີຕົວຈິງ ໃນແຕ່ລະປີ ແລະ ນໍາໃຊ້ເງິນທີ່ໄດ້ຈາກການເກັບຄ່າປັບໄໝນໍາຜູ້ປະກອບການ ທີ່ນໍາເຂົ້າ ແລະ ຈໍາຫນ່າຍສິນຄ້າ ບໍ່ໄດ້ມາດຕະຖານ.

2. ມອບໃຫ້ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ຈັດປະຊຸມຮ່ວມກັບກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄະນະຊ່ວຍວຽກຄົ້ນຄວ້າໃຫ້ທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ມາປະຊຸມປຶກສາຫາລືກ່ຽວກັບ ລະບຽບການໃນການກວດ ເຊັ່ນວ່າ: ກວດສິນຄ້າໃນເວລານໍາເຂົ້າກວດແນວໃດ, ກວດຢູ່ປາຍທາງກວດແນວໃດ, ການກໍານົດຄ່າປັບໄໝ ຕໍ່ຜູ້ລະເມີດຄືແນວໃດ ແລະ ບັນຫາອື່ນໆທີ່ຕິດພັນ ໃຫ້ລະອຽດຄັກແນ່ ແລະ ເປັນເອກະພາບກັນ, ພາຍຫຼັງໄດ້ມີການຄົ້ນຄວ້າລະອຽດແລ້ວ ໃຫ້ນໍາເຂົ້າພິຈາລະນາໃນກອງປະຊຸມລັດຖະບານ.

   ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ດ້ວຍ.

ລັດຖະມົນຕີ,

ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

 ເພັດ ພັມພິພັກ

 

# ຫົວຂໍ້ ດາວໂຫຼດ
1 Notification on inspection quality of electricity for import, distribute and produce in Lao PDR, No. 1358/PMO, dated 12 August 2019. PDF
2 ແຈ້ງການ ກ່ຽວກັບການກວດກາຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ນໍາເຂົ້າ, ຈໍາໜ່າຍ ແລະ ຜະລິດ ຢູ່ ສປປ ລາວ, ເລກທີ 1358/ຫສນຍ, ລົງວັນທີ 12 ສິງຫາ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.