ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ
ຫ້ອງການ              ເລກທີ 911/ບທສ.ຫກ
ນະຄອນຫຼວງວຽງຈັນ, ວັນທີ 26 ພຶດສະພາ 2020 

ແຈ້ງການ

ເຖິງ: ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ, ບໍລິສັດ, ໂຮງແຮມ ແລະ ຫ້າງຮ້ານຕ່າງໆ.

ເລື່ອງ: ການນຳເຂົ້າ, ການຂຶ້ນທະບຽນນຳໃຊ້ອຸປະກອນສື່ສານລະບົບໂຟນີ້.

  • ອີງຕາມ ກົດໝາຍ ວ່າດ້ວຍ ຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ 17/ສພຊ, ລົງວັນທີ 05 ພຶດສະພາ 2017.
  • ອີງຕາມ ດຳລັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012.
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ສະບັບເລກທີ 654/ປທສ, ວັນທິ 28 ມີນາ 2016.

   ໃນປັດຈຸບັນນີ້, ເຫັນວ່າການນຳເຂົ້າ ແລະ ການນຳໃຊ້ອຸປະກອນສື່ສານລະບົບໂຟນີ້ ຂອງບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ, ບໍລິສັດ, ໂຮງແຮມ ແລະ ຫ້າງຮ້ານຕ່າງໆຈຳນວນໜຶ່ງ ຍັງບໍ່ໄດ້ຮັບອະນຸຍາດນຳໃຊ້ ຕາມລະບຽບກົດໝາຍ

ດັ່ງນັ້ນ, ເພື່ອເຮັດໃຫ້ວຽກງານການຄຸ້ມຄອງການນຳໃຊ້ ອຸປະກອນສື່ສານລະບົບໂຟນີ້ ໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍ ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ. ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈຶ່ງອອກແຈ້ງການດັ່ງນີ້:

  1. ການນຳເຂົ້າ.

   ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ, ບໍລິສັດ, ໂຮງແຮມ ແລະ ຫ້າງຮ້ານຕ່າງໆ ທີ່ຕ້ອງການນຳເຂົ້າ ອຸປະກອນສື່ສານລະບົບໂຟນີ້ ຕ້ອງໄດ້ຮັບອະນຸຍາດຈາກ ກົມຄື້ນຄວາມຖີ່ (ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ) ຫຼື ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫຼວງເສຍກ່ອນ.

ສຳລັບເຄື່ອງທວນສັນຍານ (Reapeater) ຕ້ອງຂໍອະນູຍາດນຳເຂົ້າຈາກກົມຄື້ນຄວາມຖີ່ (ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ) ເທົ່ານັ້ນ.

  1. ການຂື້ນທະບຽນນຳໃຊ້ອູປະກອນສື່ສານລະບົບໂຟນີ້.
  1. ການນຳໃຊ້ອູປະກອນສື່ສານລະບົບໂຟນີ້ ແບບ Simplex. (ການນຳໃຊ້ຄື້ນຄວາມຖີ່ດຽວໃນການສື່ສານ)
    • ຫຼື ຕໍ່ໃບອະນຸຍາດນຳໃຊ້ອູປະກອນສື່ສານລະບົບໂຟນີ້ ແບບ Simplex ຕ້ອງຂໍອະນຸຍາດຈາກພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫຼວງ.
  2. ການນຳໃຊ້ອູປະກອນສື່ສານລະບົບໂຟນີ້ ແບບ Duplex. (ການນຳໃຊ້ສອງຄື້ນຄວາມຖີ່ໃນການ ສື່ສານ)
    • ຫຼື ຕໍ່ໃບອະນຸຍາດນຳໃຊ້ອູປະກອນສື່ສານລະບົບໂຟນີ້ ແບບ Duplex ຕ້ອງຂໍອະນຸຍາດຈາກກົມຄື້ນຄວາມຖີ່ (ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ). ສຳລັບການຕໍ່ໃບອະນຸຍາດນຳໃຊ້ໃນປີຕໍ່ໄປແມ່ນສາມາດຕໍ່ນຳ ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫຼວງ.
  1. ການປະກອບເອກະສານໃນການຂໍອະນຸຍາດນຳເຂົ້າ ແລະ ຂໍຂຶ້ນທະບຽນນຳໃຊ້ອຸປະກອນສື່ສານລະບົບໂຟນີ້.

   ການປະກອບເອກະສານໃນການຂໍອະນຸຍາດນຳເຂົ້າ ແລະ ຂໍຂຶ້ນທະບຽນນຳໃຊ້ ອຸປະກອນສື່ສານລະບົບໂຟນີ້ ຕ້ອງປະກອບເອກະສານ ດັ່ງນີ້:

  • ໃບສະເໜີຂໍອະນຸຍາດນຳເຂົ້າ ຫຼື ໃບສະເໜີຂື້ນທະບຽນນຳໃຊ້ ຫຼື ໃບສະເໜີຕໍ່ໃບອະນຸຍາດນຳໃຊ້ອຸປະກອນສື່ສານ ລະບົບໂຟນີ້ (ຈາກພາກສ່ວນທີ່ມາຂໍອະນຸຍາດ)    1 ສະບັບ;
  • ສຳເນົາທະບຽນວິສາຫະກິດ ແລະ ສຳເນົາໃບທະບຽນອາກອນ ຖ້າມີ   1 ສະບັບ;
  • ໃບອະນຸຍາດດຳເນີນທຸລະກິດ ສຳລັບບໍລິສັດ/ລັດວິສາຫະກິດ ຖ້າມີ   1 ສະບັບ;
  • ສຳເນົາບັດປະຈຳຕົວ    1 ສະບັບ;
  • ເອກະສານຂໍ້ມູນທາງດ້ານເຕັກນິກຂອງອຸປະກອນສື່ສານລະບົບໂຟນີ້    1 ສະບັບ;
  • ແບບຟອມທາງດ້ານເຕັກນິກ ຈາກກົມຄື້ນຄວາມຖີ່ ຫຼື ພະແນກ ປທສ ແຂວງ/ນະຄອນຫຼວງ   1 ສະບັບ;
  1. ການຈັດຕັ້ງປະຕິບັດ.

   ກົມຄື້ນຄວາມຖີ່ (ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ) ຫຼື ພະແນກ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫຼວງ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ໜ້າທີ່ ແລະ ຂອບເຂດສິດຂອງຕົນດັ່ງນີ້:

  1. ປະສານສົມທົບກັບບັນດາອົງການຈັດຕັ້ງຂອງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ໃຫ້ທຸກພາກສ່ວນ ແຕ່ສູນກາງຮອດທ້ອງຖິ່ນໃຫ້ຖົ່ວເຖິງ ໃນຂອບເຂດປະເທດ;
  2. ປະສານສົມທົບກັບບັນດາອົງການຈັດຕັ້ງຂອງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການກວດກາ ແລະ ຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ຢ່າງເຂັ້ມງວດ;
  3. ສຳລັບອຸປະກອນສື່ສານລະບົບໂຟນີ້ ທີ່ຍັງບໍ່ໄດ້ຂຶ້ນທະບຽນຕ້ອງຮີບຮ້ອນໄປຂໍຂຶ້ນທະບຽນທີ່ ກົມຄື້ນຄວາມຖີ່ (ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ) ຫຼື ພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫຼວງ ພາຍໃນ 30 ວັນລັດຖະການ ນັບແຕ່ວັນລົງລາຍເຊັນ ແຈ້ງການສະບັບນີ້ ເປັນຕົ້ນໄປ, ຫຼັງຈາກນັ້ນຖ້າການກວດກາພົບເຫັນ ອຸປະກອນສື່ສານລະບົບໂຟນີ້ ທີ່ນຳເຂົ້າ ຫຼື ນຳໃຊ້ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝຕາມກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ມາດຕາ 73 ມາດຕະການປັບໃໝ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ.
  1. ການລົບລ້າງແຈ້ງການສະບັບເກົ່າ.
  1. ລົບລ້າງແຈ້ງການ ເລື່ອງການນຳເຂົ້າ, ການຈຳໜ່າຍ ແລະ ການນຳໃຊ້ ເຄື່ອງວິທະຍຸສື່ສານ ເຄື່ອງສື່ສານໂຟນີ້ ສະບັບເລກທີ 1229/ປທສ.ຫກ, ລົງວັນທີ 13 ສິງຫາ 2013;
  2. ລົບລ້າງແຈ້ງການ ເລື່ອງ ການຂື້ນທະບຽນນຳໃຊ້ ຫຼື ຕໍ່ໃບອະນຸຍາດນຳໃຊ້ ອຸປະກອນສື່ສານລະບົບໂຟນີ້ ສະບັບເລກທີ 230/ປທສ.ຫກ, ລົງວັນທີ 01 ກຸມພາ 2016.

 

   ດັ່ງນັ້ນ, ຈຶ່ງແຈ້ງມາຍັງບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ, ບໍລິສັດ, ໂຮງແຮມ ແລະ ຫ້າງຮ້ານໃນ ຂອບເຂດ ທົ່ວປະເທດ ເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດແຈ້ງການ ສະບັບນີ້ຢ່າງເຂັ້ມງວດ, ນັບແຕ່ມື້ແຈ້ງການນີ້ເປັນຕົ້ນໄປ.

ຮັກສາການ ຫົວໜ້າຫ້ອງການ

ວະລະໄຊ ດາລາລອຍ

 

# ຫົວຂໍ້ ດາວໂຫຼດ
1 Notification on import and register for Pony communication channel, NO.911/MPT.CO, dated 26 May 2020. PDF
2 ແຈ້ງການ ກ່ຽວກັບ ການນໍາເຂົ້າ, ການຂື້ນທະບຽນນໍາໃຊ້ອຸປະກອນສື່ສານລະບົບໂຟນີ, ເລກທີ 911/ປທສ.ຫກ, ລົງວັນທີ 26 ພຶດສະພາ 2020. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງໄດ້ຮັບອະນຸຍາດນຳເຂົ້າ - ອຸປະກອນສື່ສານລະບົບໂຟນີ້ ຕ້ອງໄດ້ຮັບອະນຸມັດ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ, ບໍລິສັດ, ໂຮງແຮມ ແລະ ຫ້າງຮ້ານຕ່າງໆ ທີ່ຕ້ອງການນຳເຂົ້າ ອຸປະກອນສື່ສານລະບົບໂຟນີ້ວິທະຍຸສື່ສານ ຕ້ອງໄດ້ຮັບອະນຸຍາດຈາກ ກົມຄື້ນຄວາມຖີ່ວິທະຍຸສື່ສານ (ກະຊວງເຕັກໂນໂລຊີ ແລະ ການສື່ສານ) ຫຼື ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ແຈ້ງການ ກ່ຽວກັບ ການນໍາເຂົ້າ, ການຂື້ນທະບຽນນໍາໃຊ້ອຸປະກອນສື່ສານລະບົບໂຟນີ, ເລກທີ 911/ປທສ.ຫກ, ລົງວັນທີ 26 ພຶດສະພາ 2020. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.