ສາລະບານ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄໍາສັບ
ມາດຕາ 3. ລັກສະນະທາງດ້ານນິຕິກໍາຂອງໃບແຈ້ງມູນຄ່ແຈ້ງພາສີຂາເຂົ້າ
ມາດຕາ 4. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ
ມາດຕາ 5. ຫຼັກການລວມໃນການປະມູນ
ມາດຕາ 6. ການປະກອບຂໍ້ມູນລົງໃນໃບແຈ້ງ ຕາມຫຼັກການລາຄາຊື້-ຂາຍສິນຄ້າຕົວຈິງ (GATT/ພສ-01)
ມາດຕາ 7. ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການລາຄາຊື້-ຂາຍສິນຄ້າຄືກັນ ແລະ ຄ້າຍຄືກັນ (GATT/ພສ-02 ແລະ GATT/ພສ-03)
ມາດຕາ 8. ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການຫັກລົບລາຄາສິນຄ້າ (GATT/ພສ-04)
ມາດຕາ 9. ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການຄໍານວນລາຄາສິນຄ້າ (GATT/ພສ-05)
ມາດຕາ 10. ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການຢ້ອນຄືນທີ່ສົມເຫດສົມຜົນ(GATT/ພສ-06)
ມາດຕາ 11. ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີຢູ່ດ່ານພາສີ
ມາດຕາ 12. ການຈັດຕັ້ງຜັນຂະຫຍາຍ
ມາດຕາ 13. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ   ເລກທີ 00266/ກພສ
ກົມພາສີ   ນະຄອນຫຼວງວຽງຈັນ, ວັນທີ 04 ພະຈິກ 2011

ບົດແນະນໍາ
ກ່ຽວກັບການປະກອບໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ

ກົມພາສີອອກບົດແນະນໍາຄື:

ມາດຕາ 1. ຈຸດປະສົງ
   ບົດແນະນໍາສະບັບນີ້ ແມ່ນເພື່ອແນະນໍາການປະກອບຂໍ້ມູນລາຄາສິນຄ້າ, ເຄື່ອງຂອງລົງໃນໃບແຈ້ງມູນຄ່າແຈ້ງພາສີ ຊຶ່ງຕິດພັນກັບການປະກອບໃບແຈ້ງພາສີ ເປັນລາຍລະອຽດສໍາລັບສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າເສຍພາສີ-ອາກອນຕາມລະບຽບກົດໝາຍ. ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າໃຫ້ຖືກ ຕ້ອງຕາມແບບພິມທີ່ກໍານົດໄວ້ ແລະ ສອດຄ່ອງກັບຫຼັກການປະເມີນມູນຄ່າແຈ້ງພາສີຂາເຂົ້າທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ບົດແນະນໍາຂອງກົມພາສີ. ຂ້າງເທິງ

ມາດຕາ 2. ອະທິບາຍຄໍາສັບ
   ປະໂຫຍກ ຫຼື ຄໍາສັບທີ່ໃຊ້ໃນບົດແນະນໍາສະບັບນີ້ ແມ່ນຜັນຂະຫຍາຍຈາກລະບຽບການຂອງສາກົນຊຶ່ງເອີ້ນວ່າ: ຂໍ້ຕົກລົງທົ່ວໄປວ່າດ້ວຍພາສີ ແລະ ການຄ້າ, ຂຽນເປັນອັກສອນຫຍໍ້ ‘‘ຂວພຄ’’ ເປັນພາສາສາກົນເອີ້ນວ່າ: THE GENERAL AGREEMENT ON TARIFFS AND TRADE 1994 ຂຽນຫຍໍ້ເປັນອັກສອນ ສາກົນ (GATT 1994). ຂ້າງເທິງ

ມາດຕາ 3. ລັກສະນະທາງດ້ານນິຕິກໍາຂອງໃບແຈ້ງມູນຄ່ແຈ້ງພາສີຂາເຂົ້າ

  1. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າແມ່ນອົງປະກອບໜຶ່ງໃນການແຈ້ງພາສີເປັນລາຍລະອຽດ ສໍາລັບການນໍາເຂົ້າເສຍພາສີ-ອາກອນຊຶ່ງຕ້ອງໄດ້ຄັດຕິດໃສ່ ໃບແຈ້ງພາສີເປັນລາຍລະອຽດທຸກຄັ້ງໃນເວລາແຈ້ງພາສີ.
  2. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າຕ້ອງປະກອບເປັນ 3 ສະບັບ, 02 ສະບັບສໍາລັບລັດຖະການພາສີ, 01 ສະບັບສໍາລັບຜູ້ແຈ້ງພາສີ.
  3. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າຖືກເກັບຮັກສາໄວ້້ນໍາໃບແຈ້ງພາສີເປັນລາຍລະອຽດພາຍໃນກໍານົດ 03 ປີ ຕາມລະບຽບກົດໝາຍພາສີ.
  4. ຜູ້ແຈ້ງພາສີມີໜ້າທີ່ແຈ້ງບັນດາຂໍ້ມູນຕ່າງໆ ລົງໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າໃຫ້ຖືກຕ້ອງຄົບຖ້ວນ, ຮັບຜິດຊອບຕໍ່ໜ້າກົດໝາຍ ກ່ຽວກັບທຸກເນື້ອໃນທີ່ໄດ້ ແຈ້ງ ແລະ ເປັນຜູ້ພິຈາລະນາດ້ວຍຕົນເອງໃນການແຈ້ງມູນຄ່າສິນຄ້າລົງໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າໃນແບບພິມໃດໜຶ່ງ ໃຫ້ຖືກຕ້ອງຕາມຫຼັກການ ທີ່ໄດ້ນໍາໃຊ້ໂດຍສອດຄ່ອງກັບລະບຽບກົດໝາຍ ແລະ ບົດແນະນໍາຂອງກົມພາສີ. ຂ້າງເທິງ

ມາດຕາ 4. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ
   ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າປະກອບມີ 6 ປະເພດ, ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ, ລະອຽດດັ່ງນີ້:

  1. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າລະຫັດ GATT/ພສ-01 ແລະ ໃບຊ້ອນທ້າຍລະຫັດ GATT/ພສ-01/01 ນໍາໃຊ້ສໍາລັບການປະເມີນມູນຄ່າສິນຄ້ານໍາເຂົ້າ ຕາມຫຼັກການມູນຄ່າຊື້-ຂາຍສິນຄ້າຕົວຈິງ.
  2. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າລະຫັດ GATT/ພສ-02, ນໍາໃຊ້ສໍາລັບການປະເມີນມູນຄ່າສິນຄ້ານໍາເຂົ້າ ຕາມຫຼັກການລາຄາຊື້-ຂາຍສິນຄ້າຄືກັນ.
  3. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າລະຫັດ GATT/ພສ-03, ນໍາໃຊ້ສໍາລັບການປະເມີນມູນຄ່າສິນຄ້ານໍາເຂົ້າ ຕາມຫຼັກການລາຄາຊື້-ຂາຍສິນຄ້າທີ່ຄ້າຍຄືກັນ.
  4. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າລະຫັດ GATT/ພສ-04, ນໍາໃຊ້ສໍາລັບການປະເມີນມູນຄ່າສິນຄ້ານໍາເຂົ້າ ຕາມຫຼັກການຫັກລົບລາຄາສິນຄ້າ.
  5. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າລະຫັດ GATT/ພສ-05, ນໍາໃຊ້ສໍາລັບການປະເມີນມູນຄ່າສິນຄ້ານໍາເຂົ້າ ຕາມຫຼັກການຄໍານວນລາຄາສິນຄ້າ.
  6. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າລະຫັດ GATT/ພສ-06, ນໍາໃຊ້ສໍາລັບການປະເມີນມູນຄ່າສິນຄ້ານໍາເຂົ້າ ຕາມຫຼັກການຢ້ອນຄືນທີ່ສົມເຫດສົມຜົນ. ຂ້າງເທິງ

ມາດຕາ 5. ຫຼັກການລວມໃນການປະມູນ

  1. ມູນຄ່າສິນຄ້າທີ່ແຈ້ງລົງໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ ແມ່ນເປັນພື້ນຖານຄິດໄລ່ຄ່າພາສີ ແລະ ພັນທະອື່ນໆຂອງໜຶ່ງຫົວໜ່ວຍສິນຄ້ານໍາເຂົ້າ.
  2. ໃນກໍລະນີການນໍາໃຊ້ແບບພິມໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ ຕາມຫຼັກການ 2, 3, 4, 5, 6 ບໍ່ພຽງພໍໃນການໃຫ້ເຫດຜົນ ຫຼື ຄໍາອະທິບາຍ, ຜູ້ແຈ້ງພາສີ ສາມາດພິມຄໍາອະທິບາຍເພີ່ມເຕີມ ລົງໃນໃບເຈ້ຍຕ່າງຫາກ.
  3. ຂໍ້ມູນໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າຕ້ອງສອດຄ່ອງ ແລະ ກົມກຽວກັບຂໍ້ມູນທີ່ໄດ້ແຈ້ງໃນໃບແຈ້ງພາສີ ເປັນລາຍລະອຽດຕາມລໍາດັບຂອງລາຍການສິນຄ້າ.

ຕົວຢ່າງ:

  • ລາຍການສິນຄ້າລໍາດັບທີ 1 ຢູ່ໃບແຈ້ງພາສີເປັນລາຍລະອຽດແມ່ນນໍ້າປາ.
  • ເລກລໍາດັບສິນຄ້າທີ່ຕ້ອງລະບຸຢູ່ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າແມ່ນເລກລໍາດັບທີ 1 ຄືກັນ (ບໍ່ຕ້ອງລະບຸລາຍການສິນຄ້າ).
  1. ອັດຕາແລກປ່ຽນທີ່ໃຊ້ຄິດໄລ່ມູນຄ່າແຈ້ງພາສີເປັນເງິນຕາ ມາເປັນເງິນກີບແມ່ນໃຫ້ປະຕິບັດເປັນເອກະພາບກັບໃບແຈ້ງພາສີເປັນລາຍລະອຽດໃນຫ້ອງທີ 23. ຂ້າງເທິງ

ມາດຕາ 6. ການປະກອບຂໍ້ມູນລົງໃນໃບແຈ້ງ ຕາມຫຼັກການລາຄາຊື້-ຂາຍສິນຄ້າຕົວຈິງ (GATT/ພສ-01)
   ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າລະຫັດ GATT/ພສ-01 ສາມາດແຈ້ງໄດ້ສູງສຸດ 10 ລາຍການ. ກໍລະນີສິນຄ້ານໍາເຂົ້າມີຫຼາຍກວ່າ 10 ລາຍການແມ່ນໃຫ້ ນໍາໃຊ້ແບບພິມໃບຊ້ອນທ້າຍລະຫັດ GATT/ພສ-01/01.

ຫ້ອງຂໍ້ມູນ

ວິທີການປະກອບຂໍ້ມູນ

  • ຂໍ້ມູນສະເພາະສໍາລັບຜູ້ແຈ້ງພາສີ
  • ຄັດຕິດໃບແຈ້ງພາສີເປັນລາຍລະອຽດ
  • ດ່ານພາສີ
  • ຈໍານວນລາຍການສິນຄ້າ
  • ຈໍານວນໃບຊ້ອນທ້າຍ
  • ຂຽນເລກທີ, ວັນທີຂອງໃບແຈ້ງພາສີເປັນລາຍລະອຽດ
  • ຂຽນຊື່ດ່ານບ່ອນສິນຄ້ານໍາເຂົ້າ
  • ຂຽນຈໍານວນລວມລາຍການສິນຄ້າ ທີ່ກໍານົດມູນຄ່າແຈ້ງພາສີ
  • ຂຽນຈໍານວນໃບຊ້ອນທ້າຍຂອງໃບແຈ້ງມູນຄ່າແຈ້ງພາສີ

ຫ້ອງທີ 1

  • ຂຽນວັນທີ, ເດືອນ, ປີຂອງໃບຂົນສົ່ງສິນຄ້າ
  • ເງື່ອນໄຂການສົ່ງມອບສິນຄ້າແມ່ນໃຫ້ກໍານົດຕາມສັນຍາຊື້-ຂາຍ ຫຼື ອິນວອຍ

ຫ້ອງທີ 2

  • ຖ້າແຈ້ງວ່າ ‘‘ແມ່ນ’’ ໝາຍເຖິງຜູ້ຊື້ມີສິດນໍາໃຊ້ສິນຄ້າພາຍຫຼັງການນໍາເຂົ້າ
  • ຖ້າແຈ້ງວ່າ ‘‘ບໍ່ແມ່ນ’’ ໝາຍເຖິງຜູ້ຊື້ບໍ່ມີສິດນໍາໃຊ້ສິນຄ້າພາຍຫຼັງການນໍາເຂົ້າ

ຫ້ອງທີ 3

  • ແຈ້ງວ່າ ‘‘ແມ່ນ’’ ໝາຍເຖິງການຂາຍສິນຄ້າ ຫຼື ລາຄາສິນຄ້າໄດ້ຂຶ້ນກັບເງື່ອນໄຂ ໃດໜຶ່ງທີ່ເຮັດໃຫ້ບໍ່ສາມາດປະເມີນມູນຄ່າແຈ້ງພາສີຂອງສິນຄ້າ ນໍາເຂົ້າ
    ຕົວຢ່າງ: ປຶ້ມ ແລະ ບິກຖືກຫຸ້ມຫໍ່ລວມກັນເພື່ອຂາຍຍ່ອຍ, ຜູ້ຊື້ ແລະ ຜູ້ຂາຍໄດ້ຕົກລົງ ລາຄາເປັນແຕ່ລະຫໍ່ເພື່ອຂາຍຍ່ອຍ, ສະນັ້ນຈະບໍ່ສາມາດກໍານົດລາຄາຫົວໜ່ວຍຂອງປຶ້ມ ແລະ ບິກໄດ້
  • ຖ້າແຈ້ງວ່າ ‘‘ບໍ່ແມ່ນ’’ ໝາຍເຖິງການຂາຍສິນຄ້າ ຫຼື ລາຄາສິນຄ້າບໍ່ຂຶ້ນກັບເງື່ອນໄຂ ໃດໆ

ຫ້ອງທີ 4

  • ຖ້າແຈ້ງວ່າ ‘‘ແມ່ນ’’ ໝາຍເຖິງພາຍຫຼັງການຂາຍ ຜູ້ຊື້ຕ້ອງໄດ້ຈ່າຍເງິນຕື່ມ ຕາມຈໍານວນເງິນໃດໜຶ່ງ ເຊິ່ງແມ່ນລາຍໄດ້ຈາກການຂາຍຕໍ່ທີ່ເພີ່ມລາຍໄດ້ໃຫ້ແກ່ ຜູ້ຂາຍໂດຍທາງກົງ ຫຼື ທາງອ້ອມ. ໃນກໍລະນີດັ່ງກ່າວແມ່ນໃຫ້ແຈ້ງຕໍ່ໄປວ່າ ແມ່ນຄ່າໃຊ້ຈ່າຍທີ່ລະບຸໃນຫ້ອງທີ 15 ຫຼື ບໍ່?
  • ຖ້າຕອບວ່າ ‘‘ບໍ່ແມ່ນ’’ ຜູ້ແຈ້ງພາສີຕ້ອງນໍາໃຊ້ຫຼັກການປະເມີນມູນຄ່າແຈ້ງພາສີ ຕາມຫຼັກການອື່ນເພື່ອກໍານົດມູນຄ່າແຈ້ງພາສີ
  • ຖ້າຕອບວ່າ ‘‘ແມ່ນ’’ ຜູ້ແຈ້ງພາສີສືບຕໍ່ແຈ້ງໃນໃບແຈ້ງມູນຄ່ານີ້
  • ຖ້າແຈ້ງວ່າ ‘‘ບໍ່ແມ່ນ’’ ໃຫ້ສືບຕໍ່ແຈ້ງໃນໃບແຈ້ງມູນຄ່ານີ້

ຫ້ອງ 5

  • ຖ້າແຈ້ງວ່າ ‘‘ມີ’’ ການພົວພັນແບບພິເສດລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ແມ່ນໜຶ່ງໃນບັນດາກໍລະນີພົວພັນທີ່ໄດ້ກໍານົດ ຢູ່ໃນວັກ 8 ມາດຕາ 2 ຂອງບົດແນະນໍາລັດຖະມົນຕີ ວ່າການກະຊວງ ການເງິນ ສະບັບເລກທີ 1398/ກງ ລົງວັນທີ 16/06/2010. ກໍລະນີສາຍພົວພັນແບບພິເສດມີຜົນກະທົບເຖິງ ລາຄາ, ຜູ້ແຈ້ງພາສີໃຫ້ນໍາໃຊ້ຫຼັກການຕໍ່ໄປຕາມລໍາດັບ ໃນການກໍານົດມູນຄ່າແຈ້ງພາສີ
  • ຖ້າແຈ້ງວ່າ ‘‘ບໍ່ມີ’’ ກໍລະນີສາຍພົວພັນລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍບໍ່ນອນໃນ ເງື່ອນໄຂວັກ 8 ມາດຕາ 2 ຂອງບົດແນະນໍາລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 1398/ກງ ວັນທີ 16/6/2010 ໃຫ້ສືບຕໍ່ແຈ້ງໃນໃບແຈ້ງມູນຄ່ານີ້

ຫ້ອງ 6

ຫ້າມແຈ້ງຊື່ສິນຄ້າ, ໃຫ້ຂຽນແຕ່ເລກລໍາດັບຂອງແຕ່ລະ ລາຍການສິນຄ້າ ຕາມເລກລໍາດັບທີ່ໄດ້ແຈ້ງໃນໃບແຈ້ງພາສີເປັນລາຍລະອຽດ

ຫ້ອງ 7

  • ໃຫ້ແຈ້ງຕາມລາຄາໃນອິນວອຍ
    ຕົວຢ່າງ1: ໃບອິນວອຍສະແດງ:
  • ລາຄາໃນອິນວອຍ: 1000 USD/ຊຸດ CIF ຂົວມິດຕະພາບ I, ແມ່ນແຈ້ງຢູ່ຫ້ອງ ທີ 7
  • ຄ່າທໍານຽມໃບອະນຸຍາດ: 20 USD/ຊຸດ ແຈ້ງຢູ່ຫ້ອງທີ 14
    ຕົວຢ່າງ2: ໃບອິນວອຍສະແດງ:
  • ລາຄາໃນອິນວອຍ: 1000 USD/ຊຸດ FOB ດ່ານໜອງຄາຍ (ໄທ) ແມ່ນແຈ້ງຢູ່ຫ້ອງ ທີ 7
  • ຄ່າຂົນສົ່ງ (F): 100 USD/ຊຸດ, ແຈ້ງຢູ່ຫ້ອງທີ 16
  • ຄ່າປະກັນໄພ (I): 7 USD/ຊຸດ ແຈ້ງຢູ່ຫ້ອງທີ 17
  • ໃນຕົວຢ່າງທີ1 ຖ້າລາຄາທີ່ລະບຸໃນອິນວອຍໄດ້ລວມທັງຄ່າຂົນສົ່ງ ແລະ ຄ່າປະກັນໄພ (CIF) ແລ້ວ ແມ່ນບໍ່ຈໍາເປັນຕ້ອງແຍກບັນດາຄ່າໃຊ້ຈ່າຍນີ້ ອອກຈາກກັນ ເພື່ອແຈ້ງເຂົ້າໃນຫ້ອງທີ 16 ແລະ ຫ້ອງທີ 17

ຫ້ອງທີ 8

  • ແຈ້ງບັນດາຄ່າໃຊ້ຈ່າຍທາງອ້ອມທີ່ຍັງບໍ່ໄດ້ລວມ ໃນລາຄາອິນວອຍ (ຫ້ອງທີ 7)
  • ກໍລະນີການຊື້-ຂາຍສິນຄ້າ ຫຼື ລາຄາຂອງສິນຄ້າຂຶ້ນກັບເງື່ອນໄຂໃດໜຶ່ງທີ່ ໄດ້ແຈ້ງຢູ່ຂໍ້ທີ 3, ແຕ່ຜູ້ຊື້ມີເອກະສານປະກອບອ້າງອີງທີ່ເຊື່ອຖືໄດ້ ເພື່ອກໍານົດລະດັບຜົນກະທົບເປັນຈໍານວນເງິນຂອງເງື່ອນໄຂ ທີ່ຂຶ້ນກັບນັ້ນ, ຜູ້ແຈ້ງພາສີໃຫ້ແຈ້ງບ້ວງເງິນທີ່ໄດ້ຫຼຸດຍ້ອນຜົນກະທົບນັ້ນລົງ ໃນຫ້ອງນີ້.

ຕົວຢ່າງ: ຜູ້ສົ່ງອອກຕົກລົງຂາຍໝໍ້ຫຸງເຂົ້າໄຟຟ້າ ໃຫ້ຜູ້ນໍາເຂົ້າຈໍານວນ 5000 ໜ່ວຍ ແລະ ຈະໄດ້ຮັບສ່ວນຫຼຸດ 1000 USD ໃນຈໍານວນມູນຄ່າລວມ, ຖ້າຜູ້ນໍາເຂົ້າຍອມ ຊື້ຕື່ມຖາດວາງຈານຈາກຜູ້ຂາຍຈໍານວນ 100 ຊຸດ. ມູນຄ່າສ່ວນຫຼຸດ 1000 USD ຈະຕ້ອງໄດ້ແຈ້ງຢູ່ໃນຫ້ອງທີ 8, ພາຍຫຼັງໄດ້ໄລ່ລຽງສ່ວນຫຼຸດ (1000 USD) ກັບຈໍານວນໝໍ້ຫຸ້ງເຂົ້າໄຟຟ້າ (5000 ໜ່ວຍ) ຕໍ່ໜຶ່ງຫົວໜ່ວຍສິນຄ້າ

ຫ້ອງທີ 9

ແຈ້ງບັນດາລາຍຈ່າຍລ່ວງໜ້າ, ເງິນມັດຈໍາລ່ວງໜ້າທີ່ພົວພັນເຖິງການຊື້ສິນຄ້ານໍາເຂົ້າ, ຖ້າຍັງບໍ່ທັນໄດ້ລວມໃນລາຄາຊື້ທີ່ລະບຸໃນອິນວອຍ (ຫ້ອງທີ 7)

ຫ້ອງທີ 10 ເຖິງຫ້ອງທີ 17

ແມ່ນບັນດາຄ່າໃຊ້ຈ່າຍທີ່ຕ້ອງບວກເຂົ້າ ໃນມູນຄ່າແຈ້ງພາສີຊຶ່ງຜູ້ຊື້ເປັນຜູ້ຈ່າຍ ທີ່ກ່ຽວພັນກັບສິນຄ້ານໍາເຂົ້າ ແລະ ຍັງບໍ່ທັນໄດ້ລວມໃນລາຄາຊື້-ຂາຍ ໃນອິນວອຍ (ຫ້ອງທີ 7)

ຫ້ອງທີ 17

ໃນກໍລະນີມີຄ່າລິຂະສິດ ຫຼື ຄ່າທໍານຽມໃບອະນຸຍາດ ແຕ່ໃນໄລຍະເວລາແຈ້ງພາສີເປັນ ລາຍລະອຽດ ຜູ້ແຈ້ງພາສີບໍ່ສາມາດກໍານົດໄດ້ ຄ່າລິຂະສິດ ຫຼື ຄ່າທໍານຽມໃບອະນຸຍາດ ດັ່ງກ່າວ ເພື່ອແຈ້ງຕໍ່ລັດຖະການພາສີວ່າ ‘‘ຈະແຈ້ງຕາມພາຍຫຼັງ’’

ຫ້ອງທີ 18 ເຖິງຫ້ອງທີ 22

ແມ່ນບັນດາຄ່າໃຊ້ຈ່າຍທີ່ສາມາດລົບອອກໄດ້ຈາກລາຄາສິນຄ້າ ຖ້າໄດ້ລວມຢູ່ໃນ ມູນຄ່າຊື້ຂາຍ (ຫ້ອງທີ 7, 8, 9)

ຫ້ອງທີ 22

  • ຄ່າສ່ວນຫຼຸດທີ່ອະນຸຍາດໃຫ້ລົບອອກລາຄາສິນຄ້າໄດ້ກໍຕໍ່ເມື່ອສິນຄ້າເຄື່ອງຂອງ ໄດ້ຖືກຈັດແຈງຂຶ້ນພາຫະນະຂົນສົ່ງຢູ່ປະເທດສົ່ງອອກແລ້ວ ແລະ ຕ້ອງມີເອກະ ສານຢັ້ງຢືນຈາກຜູ້ຂາຍຢູ່ປະເທດສົ່ງອອກສິນຄ້າ ເພື່ອຄັດຕິດໃບແຈ້ງພາສີເປັນລາຍລະອຽດ
  • ຜູ້ແຈ້ງພາສີຕ້ອງຮັບຜິດຊອບຕໍ່ສ່ວນຫຼຸດທີ່ໄດ້ແຈ້ງລົງໃນໃບແຈ້ງມູນຄ່າ ແຈ້ງພາສີ

ຫ້ອງທີ 23

ມູນຄ່າແຈ້ງພາສີເປັນເງິນຕາຕ່າງປະເທດຂອງ ໜຶ່ງຫົວໜ່ວຍສິນຄ້າ ເພື່ອຄິດໄລ່ພາສີ-ອາກອນເທົ່າກັບຈໍານວນ  ລວມຂອງບັນດາຫ້ອງທີ 7 ເຖິງ 17 ແລະ ລົບອອກບັນດາ ຫ້ອງທີ 18 ເຖິງ 22

ຫ້ອງທີ 24

ແມ່ນມູນຄ່າແຈ້ງພາສີເປັນເງິນກີບ ຂອງໜຶ່ງຫົວໜ່ວຍສິນ ຄ້າ ໂດຍນໍາໃຊ້ອັດຕາແລກປ່ຽນໃນຫ້ອງທີ 23 ຂອງໃບແຈ້ງພາສີເປັນລາຍລະອຽດ

ຫ້ອງທີ 25

ຂຽນວັນເດືອນປີຂອງວັນທີ່ຍື່ນໃບແຈ້ງພາສີ ເປັນລາຍລະ ອຽດ, ລົງລາຍເຊັນ ແລະ ຂຽນຊື່ນາມສະກຸນ, ຖານະຜູ້ແຈ້ງ, ປະທັບກາຂອງບໍລິສັດ

  • ຂໍ້ມູນສະເພາະສໍາລັບເຈົ້າໜ້າທີ່ພາສີ

ຫ້ອງທີ 26

  • ເຈົ້າໜ້າທີ່ພາສີຜູ້ຮັບເອກະສານໃບແຈ້ງມູນຄ່າແຈ້ງພາສີ ກວດກາບັນດາເນື້ອໃນ ຂໍ້ມູນທີ່ໄດ້ແຈ້ງລົງໃນໃບແຈ້ງມູນຄ່າແຈ້ງພາສີ ໃຫ້ຄົບຖ້ວນ, ບໍ່ໃຫ້ມີຮອຍຂີດຂ້າ ຫຼື ເປິເປື້ອນ. ຈາກນັ້ນໃຫ້ລົງລາຍເຊັນ ແລະ ຊື່ນາມສະກຸນ, ຈັດສົ່ງເອກະສານໃຫ້ເຈົ້າໜ້າທີ່ ຜູ້ຮັບຜິດຊອບກວດກາມູນຄ່າແຈ້ງພາສີ
  • ໃນກໍລະນີມີໃບຊ້ອນທ້າຍ, ເຈົ້າໜ້າທີ່ພາສີ ຜູ້ຮັບເອກະສານກໍຕ້ອງໄດ້ກວດກາ ແລະ ເຊັນຢັ້ງຢືນໃຫ້ຄົບຖ້ວນ

ຫ້ອງທີ 27

  • ເຈົ້າໜ້າທີ່ພາສີຜູ້ກວດກາມູນຄ່າແຈ້ງພາສີ ຂຽນຄໍາເຫັນກ່ຽວກັບຜົນຂອງ ການກວດກາ ມູນຄ່າແຈ້ງພາສີລົງໃນໃບແຈ້ງມູນຄ່າແຈ້ງພາສີສະບັບສໍາເນົາຂອງລັດຖະການພາສີ, ສ່ວນສະບັບຂອງຜູ້ແຈ້ງພາສີໃຫ້ລົງລາຍເຊັນ, ຊື່ ແລະ ນາມສະກຸນເທົ່ານັ້ນ

ຂ້າງເທິງ

ມາດຕາ 7. ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການລາຄາຊື້-ຂາຍສິນຄ້າຄືກັນ ແລະ ຄ້າຍຄືກັນ (GATT/ພສ-02 ແລະ GATT/ພສ-03)
   ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການລາຄາຊື້-ຂາຍສິນຄ້າຄືກັນ ແລະ ຄ້າຍຄືກັນ ແມ່ນມີຫຼັກການລວມໃນການປະກອບຂໍ້ມູນອັນດຽວກັນ ແລະ ປະຕິບັດດັ່ງນີ້:

  • ຄັດຕິດໃບແຈ້ງພາສີເປັນລາຍລະອຽດ: ໃຫ້ແຈ້ງເລກທີ, ວັນເດືອນປີ ແລະ ດ່ານນໍາເຂົ້າຂອງໃບແຈ້ງພາສີເປັນລາຍລະອຽດ ທີ່ຄັດຕິດໃຫ້ຖືກຕ້ອງຄົບຖວ້ນ.
  • ລໍາດັບໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ: ໃນກໍລະນີມີ 1 ລາຍການໃຫ້ 1/1; ໃນກໍລະນີມີ 2 ລາຍການໃຫ້ໝາຍໃສ່ໃບທີ 1/2, ໃບທີ 2 ໃຫ້ໝາຍ 2/2.
  • ເຫດຜົນທີ່ບໍ່ນໍາໃຊ້ຫຼັກການປະເມີນມູນຄ່າແຈ້ງພາສີ ກ່ອນຫນ້ານັ້ນ (ຫຼັກການທີ 1 ແລະ ຫຼັກການທີ 2 ຕາມແຕ່ລະກໍລະນີ): ຜູ້ແຈ້ງພາສີຕ້ອງໃຫ້ເຫດຜົນ.
  • ຊື່ສິນຄ້າທີ່ຕ້ອງການປະເມີນມູນຄ່າແຈ້ງພາສີ: ໃຫ້ແຈ້ງລະອຽດຊື່ສິນຄ້າ, ຂະໜາດ, ຄຸນລັກສະນະຂອງສິນຄ້າ ໂດຍໃຫ້ສອດຄ່ອງກັບສັນຍາຊື້-ຂາຍ
    + ຂຽນເລກລໍາດັບລາຍການສິນຄ້າ ໃນໃບແຈ້ງພາສີເປັນລາຍລະອຽດ (ສິນຄ້າທີ່ຕ້ອງການປະເມີນມູນຄ່າແຈ້ງພາສີ) ລົງໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ.
    + ວັນສົ່ງອອກ: ຂຽນວັນທີ, ເດືອນ, ປີຂອງໃບຂົນສົ່ງສິນຄ້າທີ່ກໍາລັງປະເມີນມູນຄ່າແຈ້ງພາສີ
  • ຊື່ສິນຄ້ານໍາເຂົ້າທີ່ຄືກັນ/ຄ້າຍຄືກັນ: ຕ້ອງເປັນສິນຄ້າທີ່ໄດ້ນໍາເຂົ້າມາ ແລະ ໄດ້ຜ່ານການແຈ້ງພາສີເປັນລາຍລະອຽດ ໃນຫຼັກການທີ 1 ຈຶ່ງສາມາດນໍາມາສົມທຽບ ດ້ານມູນຄ່າແຈ້ງພາສີໄດ້.
    + ຂຽນເລກລໍາດັບລາຍການສິນຄ້າ ໃນໃບແຈ້ງພາສີເປັນລາຍລະອຽດ (ສິນຄ້ານໍາເຂົ້າທີ່ຄືກັນ/ຄ້າຍຄືກັນທີ່ນໍາມາອ້າງອີງ) ພ້ອມທັງລະບຸດ່ານນໍາເຂົ້າ.
    + ວັນສົ່ງອອກ: ຂຽນວັນທີ, ເດືອນ, ປີຂອງໃບຂົນສົ່ງຂອງສິນຄ້າຄືກັນ/ຄ້າຍຄືກັນ ທີ່ນໍາມາອ້າງອີງ.
  • ມູນຄ່າແຈ້ງພາສີຂອງສິນຄ້ານໍາເຂົ້າຄືກັນ/ຄ້າຍຄືກັນ: ແມ່ນມູນຄ່າແຈ້ງພາສີເປັນເງິນຕາ ຕໍ່ໜຶ່ງຫົວໜ່ວຍສິນຄ້າທີ່ກໍານົດໃນຫ້ອງ 23 ຂອງໃບແຈ້ງມູນຄ່າ ແຈ້ງພາສີທີ່ນໍາມາສົມທຽບ.
  • ບັນດາຄ່າດັດປັບ: ກໍລະນີສິນຄ້ານໍາເຂົ້າທີ່ຄືກັນ/ຄ້າຍຄືກັນ ມີເງື່ອນໄຂທາງດ້ານການຄ້າ, ການຂົນສົ່ງ ແລະອື່ນໆ ຄືກັນກັບສິນຄ້າທີ່ກໍາລັງປະເມີນ ມູນຄ່າແຈ້ງພາສີນັ້ນ ຜູ້ແຈ້ງພາສີຕ້ອງກໍານົດບັນດາຄ່າດັດປັບ, ຖ້າຄ່າດັດປັບທີ່ເພີ່ມຂຶ້ນ ແມ່ນໃຫ້ໝາຍສັນຍາລັກບວກ ( + ), ຖ້າຄ່າດັດປັບຫຼຸດລົງແມ່ນໃຫ້ໝາຍສັນຍາລັກລົບ ( - ) ໃສ່່ດ້ານຫນ້າຂອງຄ່າດັດປັບນັ້ນ ແລະ ຂຽນໃສ່ຫ້ອງເງິນຕາຕ່າງປະເທດ
  • ມູນຄ່າແຈ້ງພາສີສິນຄ້າ ທີ່ກໍາລັງປະເມີນພາຍຫຼັງມີການດັດປັບ: ແມ່ນມູນຄ່າແຈ້ງພາສີສິນຄ້າຄືກັນ/ຄ້າຍຄືກັນທີ່ນໍາມາສົມທຽບລວກ ຫຼື ລົບກັບບັນດາຄ່າດັດປັບ.
  • ອະທິບາຍບັນດາຄ່າດັດປັບ: ຜູ້ແຈ້ງພາສີຕ້ອງອະທິບາຍລະອຽດ ວິທີກໍານົດບັນດາຄ່າດັດປັບ
  • ເອກະສານອ້າງອີງຄັດຕິດ: ໃຫ້ສະແດງບັນດາເອກະສານອ້າງອີງ ເພື່ອເປັນບ່ອນອີງໃນການປະເມີນ ມູນຄ່າແຈ້ງພາສີຂາເຂົ້າ ຕາມລະບຽບກົດໝາຍ ແລະ ບົດແນະນໍາກົມພາສີ ພ້ອມທັງຄັດຕິດໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ.
  • ການຢັ້ງຢືນຂອງຜູ້ແຈ້ງພາສີ: ຂຽນວັນເດືອນປີ ແລະ ລົງລາຍເຊັນ, ຊື່ ແລະ ນາມສະກຸນ, ຖານະຂອງຜູ້ແຈ້ງ, ປະທັບກາບໍລິສັດລົງໃນໃບແຈ້ງມູນຄ່າແຈ້ງພາສີ. ຂ້າງເທິງ

ມາດຕາ 8. ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການຫັກລົບລາຄາສິນຄ້າ (GATT/ພສ-04)
   ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການຫັກລົບລາຄາສິນຄ້າ ແມ່ນປະຕິບັດດັ່ງນີ້:

  • ຄັດຕິດໃບແຈ້ງພາສີເປັນລາຍລະອຽດ: ໃຫ້ແຈ້ງເລກທີ, ວັນເດືອນປີ ແລະ ດ່ານນໍາເຂົ້າຂອງໃບແຈ້ງພາສີເປັນລາຍລະອຽດ ທີ່ຄັດຕິດໃຫ້ຖືກຕ້ອງຄົບຖວ້ນ.
  • ລໍາດັບໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ: ໃນກໍລະນີມີ 1 ລາຍການໃຫ້ 1/1; ໃນກໍລະນີມີ 2 ລາຍການໃຫ້ໝາຍໃສ່ໃບທີ 1/2, ໃບທີ 2 ໃຫ້ໝາຍ 2/2.
  • ເຫດຜົນທີ່ບໍ່ນໍາໃຊ້ ຫຼັກການປະເມີນມູນຄ່າແຈ້ງພາສີ ກ່ອນຫນ້ານັ້ນ: ຜູ້ແຈ້ງພາສີຕ້ອງໃຫ້ເຫດຜົນ.
  • ຊື່ສິນຄ້າທີ່ຕ້ອງການປະເມີນມູນຄ່າແຈ້ງພາສີ: ໃຫ້ແຈ້ງລະອຽດຊື່ສິນຄ້າ, ຂະໜາດ, ຄຸນລັກສະນະຂອງສິນຄ້າ ໂດຍໃຫ້ສອດຄ່ອງກັບສັນຍາຊື້-ຂາຍ.
    + ຂຽນເລກລໍາດັບລາຍການສິນຄ້າ ໃນໃບແຈ້ງພາສີເປັນລາຍລະອຽດ (ສິນຄ້າທີ່ຕ້ອງການປະເມີນມູນຄ່າແຈ້ງພາສີ) ລົງໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ.
  • ຊື່ສິນຄ້ານໍາເຂົ້າທີ່ໄດ້ຂາຍຢູ່ພາຍໃນ ສປປລາວ ຖືກຄັດເລືອກເພື່ອຫັກລົບລາຄາສິນຄ້າ: ຕ້ອງເປັນສິນຄ້ານໍາເຂົ້າ ຊະນິດດຽວກັນ ແລະ ໄດ້ຜ່ານການແຈ້ງພາສີເປັນລາຍລະອຽດ.
  • ລາຄາຂາຍພາຍໃນຕະຫຼາດ ສປປລາວ: ແມ່ນລາຄາຫົວໜ່ວຍຂອງສິນຄ້ານໍາເຂົ້າ ທີ່ຄືກັນ ຫຼື ຄ້າຍຄືກັນຊຶ່ງຂາຍໃຫ້ບຸກຄົນ ທີ່ບໍ່ມີຄວາມສໍາພັນກັບຜູ້ຂາຍຢູ່ ສປປລາວ ໃນຈໍານວນຫົວໜ່ວຍຂາຍອອກ ຫຼາຍທີ່ສຸດໃນໄລຍະເວລາບໍ່ເກີນ 90 ວັນ ຫຼັງຈາກການນໍາເຂົ້າສິນຄ້າດັ່ງກ່າວ.
    + ບັນດາມູນຄ່າທີ່ສາມາດຫັກອອກໄດ້ (ຄິດໄລ່ຕໍ່ໜຶ່ງຫົວໜ່ວຍສິນຄ້າ): ຜູ້ແຈ້ງພາສີຕ້ອງອີງໃສ່ ລະບຽບກົດໝາຍພາສີ ແລະ ບົດແນະນໍາຂອງກົມພາສີ.
    + ບ້ວງເງິນກໍາໄລ ແລະ ລາຍຈ່າຍຄຸ້ມຄອງລວມ: ຜູ້ແຈ້ງພາສີຕ້ອງຄິດໄລ່ ອັດຕາສ່ວນຮ້ອຍທຽບໃສ່ລາຄາຂາຍ ແລະ ແຈ້ງລົງໃນຫ້ອງອັດຕາສ່ວນຮ້ອຍ ທຽບໃສ່ລາຄາຂາຍ.
  • ມູນຄ່າແຈ້ງພາສີສິນຄ້າທີ່ກໍາລັງປະເມີນ ພາຍຫຼັງມີການຫັກລົບເປັນເງິນກີບ: ແມ່ນລາຄາຂາຍພາຍໃນຕະຫຼາດ ສປປລາວ ລົບໃຫ້ບັນດາມູນຄ່າທີ່ສາມາດຫັກອອກໄດ້.
  • ອະທິບາຍບັນດາມູນຄ່າທີ່ສາມາດຫັກອອກໄດ້: ແຈ້ງລາຍລະອຽດວິທີການຄິດໄລ່ຫັກລົບ ໃຫ້ສອດຄ່ອງກັບລະບຽບກົດໝາຍ, ແຫຼ່ງຂໍ້ມູນທີ່ເປັນຕົວເລກໃຊ້ອ້າງອີງ ແລະອື່ນໆ.
  • ເອກະສານອ້າງອີງຄັດຕິດ: ໃຫ້ແຈ້ງຊື່ບັນດາເອກະສານອ້າງອີງ ທີ່ໄດ້ນໍາໃຊ້ເພື່ອປະເມີນມູນຄ່າແຈ້ງພາສີຂາເຂົ້າ ແລະ ຄັດຕິດໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ.
  • ການຢັ້ງຢືນຂອງຜູ້ແຈ້ງພາສີ: ຂຽນວັນເດືອນປີ ແລະ ລົງລາຍເຊັນ, ຊື່ ແລະ ນາມສະກຸນ, ຖານະຂອງຜູ້ແຈ້ງ, ປະທັບກາບໍລິສັດລົງໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ. ຂ້າງເທິງ

ມາດຕາ 9. ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການຄໍານວນລາຄາສິນຄ້າ (GATT/ພສ-05)
   ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການຄໍານວນລາຄາສິນຄ້າ ແມ່ນປະຕິບັດດັ່ງນີ້:

  • ຄັດຕິດໃບແຈ້ງພາສີເປັນລາຍລະອຽດ: ໃຫ້ແຈ້ງເລກທີ, ວັນເດືອນປີ ແລະ ດ່ານນໍາເຂົ້າຂອງໃບແຈ້ງພາສີເປັນລາຍລະອຽດ ທີ່ຄັດຕິດໃຫ້ຖືກຕ້ອງຄົບຖວ້ນ.
  • ລໍາດັບໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ: ໃນກໍລະນີມີ 1 ລາຍການໃຫ້ 1/1; ໃນກໍລະນີມີ 2 ລາຍການໃຫ້ໝາຍໃສ່ໃບທີ 1/2, ໃບທີ 2 ໃຫ້ໝາຍ 2/2.
  • ເຫດຜົນທີ່ບໍ່ນໍາໃຊ້ຫຼັກການປະເມີນມູນຄ່າແຈ້ງພາສີ ກ່ອນຫນ້ານັ້ນ: ຜູ້ແຈ້ງພາສີຕ້ອງໃຫ້ເຫດຜົນ.
  • ຊື່ສິນຄ້າທີ່ຕ້ອງການປະເມີນມູນຄ່າແຈ້ງພາສີ: ໃຫ້ແຈ້ງລະອຽດຊື່ສິນຄ້າ, ຂະໜາດຕ່າງໆ, ຄຸນລັກສະນະສິນຄ້າ ໂດຍໃຫ້ສອດຄ່ອງກັບສັນຍາຊື້-ຂາຍ.
    + ຂຽນເລກລໍາດັບລາຍການສິນຄ້າ ໃນໃບແຈ້ງພາສີເປັນລາຍລະອຽດ (ສິນຄ້າທີ່ຕ້ອງການກໍານົດມູນຄ່າແຈ້ງພາສີ) ລົງໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ.
  • ຊື່, ທີ່ຢູ່ຂອງຫົວໜ່ວຍສະໜອງຂໍ້ມູນ ກ່ຽວກັບລາຍຈ່າຍໃນການຜະລິດ: ໃຫ້ແຈ້ງລະອຽດຊື່, ທີ່ຢູ່ຂອງຜູ້ຜະລິດ ຫຼື ຕາງໜ້າຂອງຜູ້ຜະລິດ, ທີ່ໄດ້ສະໜອງຂໍ້ມູນເພື່ອປະເມີນມູນຄ່າແຈ້ງພາສີ.
  • ມູນຄ່າແຈ້ງພາສີຕາມຫຼັກການຄໍານວນລາຄາສິນຄ້າ: ແມ່ນມູນຄ່າລວມຂອງຕົ້ນທຶນການຜະລິດ ແລະ ຄ່າດັດປັບອື່ນໆ ຕາມລະບຽບກົດໝາຍ ແລະ ບົດແນະນໍາຂອງກົມພາສີ.
  • ລະບົບບັນຊີທີ່ນໍາໃຊ້ ແລະ ບັນດາເອກະສານອ້າງອີງທີ່ນໍາໃຊ້: ໃຫ້ແຈ້ງລະອຽດກ່ຽວກັບລະບົບບັນຊີ, ເອກະສານອ້າງອີງທີ່ນໍາໃຊ້ ແລະ ບັນດາເອກະສານທີ່ນໍາໃຊ້ ເພື່ອປະເມີນມູນຄ່າແຈ້ງພາສີ.
  • ການຢັ້ງຢືນຂອງຜູ້ແຈ້ງພາສີ: ຂຽນວັນເດືອນປີ ແລະ ລົງລາຍເຊັນ, ຊື່ ແລະ ນາມສະກຸນ, ຖານະຂອງຜູ້ແຈ້ງ, ປະທັບກາບໍລິສັດລົງໃນໃບແຈ້ງມູນຄ່າ ແຈ້ງພາສີຂາເຂົ້າ. ຂ້າງເທິງ

ມາດຕາ 10. ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການຢ້ອນຄືນທີ່ສົມເຫດສົມຜົນ(GATT/ພສ-06)
   ການປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າແຈ້ງພາສີ ຕາມຫຼັກການຢ້ອນຄືນທີ່ສົມເຫດສົມຜົນ ແມ່ນປະຕິບັດດັ່ງນີ້:

  • ຄັດຕິດໃບແຈ້ງພາສີເປັນລາຍລະອຽດ: ໃຫ້ແຈ້ງເລກທີ, ວັນເດືອນປີ ແລະ ດ່ານນໍາເຂົ້າຂອງໃບແຈ້ງພາສີເປັນລາຍລະອຽດ ທີ່ຄັດຕິດໃຫ້ຖືກຕ້ອງຄົບຖວ້ນ.
  • ລໍາດັບໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ: ໃນກໍລະນີມີ 1 ລາຍການໃຫ້ 1/1; ໃນກໍລະນີມີ 2 ລາຍການໃຫ້ໝາຍໃສ່ໃບທີ 1/2, ໃບທີ 2 ໃຫ້ໝາຍ 2/2.
  • ເຫດຜົນທີ່ບໍ່ນໍາໃຊ້ຫຼັກການປະເມີນມູນຄ່າແຈ້ງພາສີ ກ່ອນຫນ້ານັ້ນ: ຜູ້ແຈ້ງພາສີຕ້ອງໃຫ້ເຫດຜົນ.
  • ຊື່ສິນຄ້າທີ່ຕ້ອງການປະເມີນມູນຄ່າແຈ້ງພາສີ: ໃຫ້ແຈ້ງລະອຽດຊື່ສິນຄ້າ, ຂະໜາດ, ຄຸນລັກສະນະສິນຄ້າ ໂດຍໃຫ້ສອດຄ່ອງກັບສັນຍາຊື້-ຂາຍ.
    + ຂຽນເລກລໍາດັບລາຍການສິນຄ້າ ໃນໃບແຈ້ງພາສີເປັນລາຍລະອຽດ (ສິນຄ້າທີ່ຕ້ອງການປະເມີນມູນຄ່າແຈ້ງພາສີ) ລົງໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ.
    + ບັນດາຂໍ້ມູນຖືກນໍາໃຊ້ ເພື່ອປະເມີນມູນຄ່າແຈ້ງພາສີ: ໃຫ້ແຈ້ງລະອຽດແຫຼ່ງທີ່ມາຂອງຂໍ້ມູນ ເພື່ອໃຊ້ໃນການປະເມີນມູນຄ່າແຈ້ງພາສີ.
    + ເອກະສານຢັ້ງຢືນຄັດຕິດ: ໃຫ້ແຈ້ງລະອຽດເອກະສານທີ່ນໍາມາອ້າງອີງ ເພື່ອປະເມີນມູນຄ່າແຈ້ງພາສີເຊັ່ນ: ໃບແຈ້ງພາສີເປັນລາຍລະອຽດ ທີ່ໄດ້ຜ່ານການປະເມີນມູນຄ່າແຈ້ງພາສີ ແຕ່ຫຼັກການທີ 1-5; ໃບບິນຂາຍສິນຄ້າຢູ່ພາຍໃນ ສປປລາວ ຂໍ້ມູນທີ່ໄດ້ຈາກຜູ້ຜະລິດ ແລະອື່ນໆ.
  • ເລືອກຫຼັກການປະເມີນມູນຄ່າແຈ້ງພາສີ: ຜູ້ແຈ້ງພາສີຕ້ອງໄດ້ພິຈາລະນາເລືອກ ຫຼັກການປະເມີນມູນຄ່າແຈ້ງພາສີ ແຕ່ຫຼັກການທີ 1 ເຖິງ 5 ຢ່າງສົມເຫດສົມຜົນ ໂດຍສອດຄ່ອງກັບລະບຽບກົດໝາຍ ແລະ ບົດແນະນໍາຂອງກົມພາສີ.
  • ອະທິບາຍ: ໃຫ້ອະທິບາຍລະອຽດເຫດຜົນໃນການເລືອກ ຫຼັກການປະເມີນມູນຄ່າແຈ້ງພາສີ.
  • ການຢັ້ງຢືນຂອງຜູ້ແຈ້ງພາສີ: ຂຽນວັນເດືອນປີ ແລະ ລົງລາຍເຊັນ, ຊື່ ແລະ ນາມສະກຸນ, ຖານະຂອງຜູ້ແຈ້ງ, ປະທັບກາບໍລິສັດລົງໃນໃບແຈ້ງມູນຄ່າ ແຈ້ງພາສີຂາເຂົ້າ. ຂ້າງເທິງ

ມາດຕາ 11. ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີ ຢູ່ດ່ານພາສີ

  • ເຈົ້າໜ້າທີ່ພາສີປະຈໍາດ່ານ ມີໜ້າທີ່ໃນການໃຫ້ຄໍາແນະນໍາແກ່ຜູ້ແຈ້ງພາສີ ໃນການປະກອບຂໍ້ມູນ ລົງໃນໃບແຈ້ງມູນຄ່າແຈ້ງພາສີ, ຄຸ້ມຄອງກວດກາມູນຄ່າ ແຈ້ງພາສີທີ່ຜູ້ແຈ້ງພາສີໄດ້ແຈ້ງລົງໃນແບບພິມ GATT/ພສ-01 ເຖິງແບບພິມ GATT/ພສ-06.
  • ເຈົ້າໜ້າທີ່ພາສີຜູ້ຮັບເອກະສານ: ກວດກາບັນດາເນື້ອໃນຂໍ້ມູນທີ່ໄດ້ແຈ້ງລົງ ໃນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ ໃຫ້ຄົບຖ້ວນ, ບໍ່ໃຫ້ມີຮອຍຂີດຂ້າ ຫຼື ເປິເປື້ອນ. ຈາກນັ້ນໃຫ້ລົງລາຍເຊັນ ແລະ ຊື່ນາມສະກຸນ, ຈັດສົ່ງເອກະສານ ໃຫ້ເຈົ້າໜ້າທີ່ພາສີຜູ້ຮັບຜິດຊອບ ກວດກາມູນຄ່າແຈ້ງ.
  • ເຈົ້າໜ້າທີ່ພາສີຜູ້ກວດກາມູນຄ່າແຈ້ງພາສີ: ກວດກາມູນຄ່າແຈ້ງພາສີ ໂດຍສົມທຽບກັບຖານຂໍ້ມູນ ແລະ ລະບຽບກົດໝາຍ, ແລ້ວຂຽນຄໍາເຫັນກ່ຽວກັບຜົນ ການກວດກາ ມູນຄ່າແຈ້ງພາສີລົງໃນໃບມູນຄ່າແຈ້ງພາສີຂາເຂົ້າ ສະບັບສໍາເນົາຂອງລັດຖະການພາສີ, ສ່ວນສະບັບຂອງຜູ້ແຈ້ງພາສີໃຫ້ລົງລາຍເຊັນ, ຊື່ ແລະ ນາມສະກຸນເທົ່ານັ້ນ.
  • ການຂຽນຄໍາເຫັນດ້ານວິຊາການໃຫ້ປະຕິບັດຕາມເນື້ອໃນລະອຽດຄື:
    + ຮັບຮອງເບື້ອງຕົ້ນຕໍ່ມູນຄ່າແຈ້ງພາສີຂອງຜູ້ນໍາເຂົ້າ.
    + ບໍ່ຍອມຮັບມູນຄ່າແຈ້ງພາສີ ທີ່ຜູ້ນໍາເຂົ້າໄດ້ແຈ້ງ: ຕ້ອງປະເມີນຄືນມູນຄ່າແຈ້ງພາສີ ໂດຍໃຫ້ຂຽນລະອຽດຫຼັກການປະເມີນທີ່ຄວນຈະນໍາໃຊ້ຕາມລະບຽບການ.
    + ຮຽກຮ້ອງໃຫ້ມີການກວດສອບຄືນການແຈ້ງພາສີ, ພ້ອມດ້ວຍໃຫ້ເຫດຜົນ.
    + ບັນດາເນື້ອໃນທີ່ຕ້ອງໄດ້ສືບຕໍ່ກວດກາ.
    + ຂຽນຄໍາເຫັນວິຊາການອື່ນໆ.
    + ລົງລາຍເຊັນ ແລະ ຊື່ນາມສະກຸນ. ຂ້າງເທິງ

ມາດຕາ 12. ການຈັດຕັ້ງຜັນຂະຫຍາຍ
   ມອບໃຫ້ພະແນກຈັດຕັ້ງ, ບໍລິຫານ ແລະ ສູນຝຶກ ເປັນຜູ້ຈັດພິມແຈກຢາຍ ໃບແຈ້ງມູນຄ່າແຈ້ງພາສີ ໃນໄລຍະປະຕິບັດເບື້ອງຕົ້ນ ເພື່ອເປັນການແນະນໍາ ແລະ ໃນຕໍ່ໜ້າຈະສ້າງເປັນລະຫັດ ເພື່ອມອບໃຫ້ຜູ້ປະກອບການຈັດພິມເອງ.
   ມອບໃຫ້ບັນດາພະແນກການອ້ອມຂ້າງກົມພາສີ, ພາສີປະຈໍາເຂດ, ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ ຈັດຕັ້ງຜັນຂະຫຍາຍບົດແນະນໍາສະບັບນີ້ ໃຫ້ໄດ້ຮັບຜົນດີ, ພ້ອມທັງເອົາໃຈໃສ່ຈັດຕັ້ງ ຝຶກອົບຮົມເຜີຍແຜ່ ໃຫ້ພະນັກງານພາສີ ແລະ ຜູ້ປະກອບການໃຫ້ເຂົ້າໃຈເຊື່ອມຊຶມ ບົດແນະນໍາສະບັບນີ້ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍ. ຂ້າງເທິງ

ມາດຕາ 13. ຜົນສັກສິດ
   ບົດແນະນໍາສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ຫົວຫນ້າກົມພາສີ
ສັນຕິພາບ ພົມວິຫານ

# ຫົວຂໍ້ ດາວໂຫຼດ
1 Instruction on Completing the Customs Valuation Form No. 00266/CD PDF
2 ບົດແນະນໍາ ກ່ຽວກັບ ການປະກອບ ໃບແຈ້ງມູນຄ່າແຈ້ງພາສີ ຂາເຂົ້າ ເລກທີ 00266/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.