ໃນວັນທີ 11 ມິຖຸນາ 2020 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 01 ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກໄດ້ ຈັດກອງປະຊຸມ ທົບທວນຄືນການຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017 – 2022 ໄລຍະກາງສະໄໝ (03 ປີຜ່ານມາ)  ແລະ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ສຸລິຍົນ ພິລາລົງ,​ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ,​ ທັງເປັນຮອງຫົວໜ້າ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ແລະ ມີບັນດາຄະນະ ຕາງໜ້າຈາກພະແນກ ອຄ ຂອງ 8 ແຂວງພາກກາງ ແລະ ພາກໃຕ້ເຂົ້າຮ່ວມ ລວມທັງໝົດ 47 ທ່ານ.

 

ຮູບພາບລວມ

 

     ທ່ານ ສຸລິຍົນ ພິລາວົງ ໄດ້ສະຫຼຸບຕີລາຄາສະພາບ ການຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017 – 2022 ໃນໄລຍະຜ່ານມາ ພາຍຫຼັງມີຄໍາສັ່ງ ທ່ານ ນາຍົກລັດຖະມົນຕີ ເລກທີ 12/ນຍ ເຫັນວ່າ:​ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ຮັບໝາກຜົນໃນຫຼາຍດ້ານ ເປັນຕົ້ນແມ່ນ:​ ໄດ້ສ້າງຕັ້ງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງ ແລະ ໄດ້ສໍາເລັດການຂື້ນແຜນກິດຈະກໍາ ແລະ ງົບປະມານ ເພື່ອຈັດກອງປະຊຸມປຶກສາຫາລື ຊອກຫາຊ່ອງທາງຫຼຸດຜ່ອນຂັ້ນຂອດທີ່ເປັນອຸປະສັກຕໍ່ການຄ້າຂັ້ນທ້ອງຖິ່ນ. ແຕ່ເຖິງຢ່າງໃດກໍ່ຕາມ ກະຍັງມີບາງບັນຫາເກີດຂື້ນເປັນໄລຍະ ທີ່ບໍ່ໄດ້ຮັບການແກ້ໄຂຢ່າງທວງທັນ ເຊັ່ນວ່າ: ຜູ້ປະກອບການ ຍັງພົບຄວາມຫຍຸ້ງຍາກໃນການດໍາເນີນຂັ້ນຕອນປະກອບເອກະສານໃນການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການປະກອບເອກະສານຢູ່ບາງແຂວງ ແມ່ນຜ່ານຫຼາຍຂະແໜງການຄຸ້ມຄອງ ໂດຍມີນິຕິກໍາເປັນບ່ອນອິງຂອງໃຜລາວ ແລະ ບັນຫາການຕັ້ງດ່ານກວດກາຂອງເຈົ້າໜ້າທີ່ຕາມເສັ້ນທາງກະຍັງປະກົດມີຢູ່ ສົ່ງຜົນກະທົບຕໍ່ການຂົນສົ່ງສິນຄ້ານຂອງພາກທຸລະກິດ.

ຮູບພາບຈາກກອງປະຊຸມ

 

     ເພື່ອເປັນການຜັນຂະຫຍາຍວຽກງານອຳນວຍຄວາມສະດວກທາງດ້ານການຄ້າ (ວຽກ ອຄ)  ກໍຄືຈັດຕັ້ງຜັນຂະຫຍາຍແຜນດຳເນີນງານວຽກງານ ອຄ 2017-2022 ໃຫ້ມີປະສິດທິຜົນສູງສຸດ,  ທ່ານ ສຸລິຍົນ ພິລາວົງ ໃນນາມປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນໍາ ຕໍ່ກັບທິດທາງໃນການແກ້ໄຂບັນຫາໃນຕໍ່ໜ້າ ດັ່ງລຸ່ມນີ້:

ຮູບພາບຈາກກອງປະຊຸມ
  1. ສືບຕໍ່ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ;
  2. ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການປັບປຸງວຽກງານອຳນວນຄວາມສະດວກໃນການດຳ ເນີນທຸລະກິດ (EDB) ທີ່ຕິດພັນກັບຕົວຊີ້ວັດທີ 8 (ການຄ້າລະຫວ່າງປະເທດ) ໃຫ້ສາມາດປັບປຸງໃຫ້ດີຂື້້ນໃນປີ 2020 ແລະ ແຜນດຳເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າ ໄລຍະປີ 2017-2022 ໃຫ້ສໍາເລັດຕາມແຜນການ ແລະ ເປົ້າໝາຍທີ່ໄດ້ກໍານົດໄວ້ ຊຶ່ງແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້້າການ;
  3. ສືບຕໍ່ຈັດຕັ້ງປະຕິບັດສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ຂອງອົງການການຄ້າໂລກ (WTO TFA) ໂດຍສະເພາະບັນດາມາດຕະການໃນໝວດ A ແລະ B, ແລະ C ໃຫ້ສຳເລັດ ຕາມກຳນົດເວລາທີ່ໄດ້ແຈ້ງໃຫ້ກອງເລຂາ WTO ເປັນຕົ້ນການທົບທວນຄືນການຈັດຕັ້ງປະຕິບັດບັນດາໝວດ A, B ໃຫ້ໄດ້ເຕັມສ່ວນ ແລະ ຈັດຕັ້ງບັນດາມາດຕະການໃນໝວດ C ທີ່ໄດ້ຂໍການຊ່ວຍເຫລືອ ທາງດ້ານເຕັກນິກ ແລະ ວິຊາການ ໃຫ້ໄດ້ຕາມເປົ້າໝາຍ;
  4. ຊຸກຍູ້ໃຫ້ຂະແໜງການຕ່າງໆ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ສ້າງມາດຕະຖານການບໍລິການ, ຈັດພິມເຜີຍແຜ່ກ່ຽວກັບຂັ້ນຕອນ, ເອກະສານທີ່ຕ້ອງການ ແລະ ຂອບເຂດເວລາໃນການໃຫ້ບໍລິການ ເຜີຍແຜ່ລົງໃນສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ແລະ ເວັບໄຊ໌ ຂອງຂະແໜງການທີ່ກ່ຽວຂ້ອງ ພ້ອມທັງເຜີຍແຜ່ໃນແຕ່ລະແຂວງ ແລະ ດ່ານຊາຍແດນໃນຂອບເຂດທົ່ວປະເທດ;
  5. ຈັດກອງປະຊຸມວິຊາການ ແລະ ການຝຶກອົບຮົມ ເພື່ອສ້າງຂີດຄວາມສາມາດ ກ່ຽວກັບ ການຈັດຕັ້ງປະຕິບັດນິຕິກຳ, ນະໂຍບາຍ ຕ່າງໆ ທີ່ຕິດພັນກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ສໍາລັບ ພາກລັດ ແລະ ພາກທຸລະກິດໃນນະຄອນຫຼວງ ແລະ ແຂວງຕ່າງໆ. ສືບຕໍ່ທົບທວນ ແລະ ປະເມີນຜົນກະທົບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ແລະ ສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງແຜນປັບປຸງ ໃຫ້ມີຄວາມສອດຄ່ອງ ກັບນະໂຍບາຍທັງພາຍໃນ ແລະ ຕ່າງປະເທດ ໃນແຕ່ລະໄລຍະ;
ຮູບພາບຈາກກອງປະຊຸມ

     

 6. ສືບຕໍ່ຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງ ແລະ ພັດທະນາ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ທັນສະໄໝ ແລະ ຍືນຍົງ;

 7. ປັບປຸງປຶ້ມ ແຜນການດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ປີ 2017 – 2022;

 8. ສືບຕໍ່ເຈລະຈາ ກັບປະເທດເພື່ອນບ້ານໃນການຈັດຕັ້ງປະຕິບັດການຄ້າຊາຍແດນ, ການຄ້າສອງຝ່າຍ ເພື່ອອຳນວຍຄວາມສະດວກໃນສົ່ງອອກສິນຄ້າ ເຂົ້າສູ່ຕະຫລາດປະເທດເພື່ອນບ້ານ.

                   

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.