ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ

ກົມຄຸ້ມຄອງຊັບສິນຂອງລັດ      ເລກທີ 1088/ຄຊລ

ນະຄອນຫລວງວຽງຈັນ, ວັນທີ 22 ພຶດສະພພາ 2020

ແຈ້ງການ

ເຖິງ: ທ່ານ ຫົວໜ້າພະແນກການເງິນ ປະຈໍາແຂວງ, ນະຄອນຫຼວງ ທີ່ນັບຖື,

- ຫົວໜ້າຂະແໜງຄຸ້ມຄອງຊັບສິນຂອງລັດ ປະຈໍາແຂວງ, ນະຄອນຫຼວງ ທີ່ນັບຖື.

ເລື່ອງ: ການຈັດຕັ້ງປະຕິບັດ ວິທີຄິດໄລ່ ອັດຕາຈົດທະບຽນເອກະສານ ສັນຍາຊື້-ຂາຍ ປະເພດສິນຄ້າຕ່າງໆ ທີ່ນໍາເຂົ້າ ແລະ ສົ່ງອອກ ຢູ່ບັນດາສາງປ່ຽນຖ່າຍສີນຄ້າ.

  • ອີງຕາມ ກົດໝາຍ ວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ເລກທີ 14/ສພຊ ລົງວັນທີ 5 ກໍລະກົດ 2012;
  • ອີງຕາມ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ (ສະບັບປັບປຸງ ສະບັບເລກທີ 003/ປປທ, ລົງວັນທີ 26/12/2012).
  • ອີງຕາມ ການສະໃຫ້ຄົ້ນຄ້ວາຂອງກົມຄຸ້ມຄອງຊັບສິນຂອງລັດ ຄັ້ງວັນທີ 21/05/2020.

    ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າການຈັດຕັ້ງປະຕິບັດ ວິທີຄິດໄລ່ ອັດຕາຈົດທະບຽນເອກະສານ ສັນຍາຊື້-ຂາຍ ປະເພດສິນຄ້າຕ່າງໆ, ສັນຍາການຄ້າຕ່າງໆ ທີ່ນໍາເຂົ້າ ແລະ ສົ່ງອອກ ຢູ່ບັນດາສາງປ່ຽນຖ່າຍສິນຄ້າ ເພື່ອໃຫ້ມີຄວາມເປັນເອກະພາບຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຄົບຖ້ວນ ໄດ້ຮັບການຈັດຕັ້ງປະຕິບັດໄດ້ເປັນຢ່າງດີ, ມີລາຍລະອຽດດັ່ງນີ້:

1. ໃຫ້ບັນດາ ແຂວງ, ນະຄອນຫຼວງ ຂະແໜງຄຸ້ມຄອງຊັບສິນຂອງລັດ ທີ່ມີຈຸດບໍລິການ ຈົດທະບຽນສັນຍາຊື້-ຂາຍ ປະເພດສິນຄ້າຕ່າງໆ ແລະ ສັນຍາການຄ້າຕ່າງໆ ທີ່ນໍາເຂົ້າ ແລະ ສົ່ງອອກ ຢູ່ບັນດາສາງປ່ຽນຖ່າຍສິນຄ້າ ໃຫ້ຈັດຕັ້ງປະຕິບັດ ວິທີຄິດໄລ່ ອັດຕາຈົດທະບຽນເອກະສານ, ນໍາໃຊ້ອັດຕາຄິດໄລ່ແບບເດັດຖານຕາມມູນຄ່າຊັບ, ເຊິ່ງໄດ້ກໍານົດໄວ້ໃນມາດຕາ 06 ຂໍ້ທີ 06 ຂອງລັດຖະບັນຍັດປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ (ສະບັບປັບປຸງ) ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ວັກທີ 03.

2. ວິທີຄິດໄລ່ດັ່ງນີ້: 

ລາຍການ

ແຕ່ 10 ລ້ານກີບ ລົງມາ

ຫຼາຍກ່ວາ 10-50 ລ້ານກີບ

ຫຼາຍກ່ວາ 50-100 ລ້ານກີບ

ຫຼາຍກ່ວາ 100 ລ້ານກີບ ຂື້ນໄປ

ສັນຍາກູ້ຢືມເງິນ ຫຼື ຊັບສິ່ງຂອງ

10.000 ກີບ

20.000 ກີບ

50.000 ກີບ

100.000 ກີບ

ໜັງສືໂອນໜີ້ສິນ

20.000 ກີບ

50.000 ກີບ

100.000 ກີບ

200.000 ກີບ

ສັນຍາມອບ ຫຼື ໂອນກິດຈະການ ສັນຍາການຄ້າ, ການຜະລິດ, ການບໍລິການ ແລະ ການຂາຍຫຸ້ນ.

15.000 ກີບ

25.000 ກີບ

50.000 ກີບ

100.000 ກີບ

ສັນຍາປະກັນໄພຕ່າງໆ

10.000 ກີບ

20.000 ກີບ

25.000 ກີບ

50.000 ກີບ

ສັນຍາຄໍ້າປະກັນ (ສັງຫາລິມະຊັບ) ຫຼື ບຸກຄົນ

5.000 ກີບ

10.000 ກີບ

15.000 ກີບ

25.000 ກີບ

ສັນຍາດໍາເນີນການສໍາຫຼວດອອກແບບຕ່າງໆ

5.000 ກີບ

10.000 ກີບ

15.000 ກີບ

20.000 ກີບ

 

   ດັ່ງນັ້ນ, ຈຶ່ງແຈ້ງການມາຍັງທ່ານເພື່ອປະຕິບັດແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ

ກະເສີມສີ ພົມມະວົງສາ

 

# ຫົວຂໍ້ ດາວໂຫຼດ
1 Notification on the methods for selling-purchasing registration fee when import and export goods at all warehouses, No. 1088 /DSPM, dated 22 May 2020. PDF
2 ແຈ້ງການ ກ່ຽວກັບການຈັດຕັ້ງປະຕິບັດ ວິທີຄິດໄລ່ ອັດຕາຈົດທະບຽນເອກະສານ ສັນຍາຊື້-ຂາຍ ປະເພດສີນຄ້າຕ່າງໆ ທີ່ນໍາເຂົ້າ ແລະ ສົ່ງອອກ ຢູ່ບັນດາສາງປ່ຽນຖ່າຍສີນຄ້າ, ເລກທີ 1088/ຄຊລ, ລົງວັນທີ 22 ພຶດສະພາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.