ວັນທີ 24 ມິຖຸນາ 2020, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII.

      ອີງຕາມການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດເທື່ອທີ 8 ຊຸດທີ VIII ສະບັບເລກທີ 20/ສພຊ, ລົງວັນທີ 18 ພະຈິກ 2019 ໄດ້ຮັບຮອງເອົາ (GDP) ຈະຂະຫຍາຍຕົວໃນລະດັບ 6,5% ໃນປີ 2020. ແຕ່ເນື່ອງຈາກມີຜົນກະທົບຈາກຫຼາຍປັດໃຈ ຄື: ການລະບາດຂອງພະຍາດໂຄວິດ-19 ທີ່ເປັນມະຫັນຕະໄພທົ່ວໂລກທີ່ມີການແກ່ຍາວ, ຜົນຜະລິດກະສິກໍາຈະໄດ້ຮັບຜົນກະທົບຍ້ອນໄພທໍາມະຊາດ (ໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ) ອາດເຮັດໃຫ້ອັນຕາການຂະຫຍາຍຕົວເສດຖະກິດມະຫາພາກຂອງ ສປປ ລາວ ບໍ່ໄດ້ຕາມເປົ້າໝາຍ ເຊິ່ງ ຜົນການຄົ້ນຄວ້າລ່າສຸດຂອງ ADB ໃຫ້ຮູ້ວ່າ (GDP) ຈະຕິດລົບ -0,5%, WB ຄາດຄະເນຢູ່ໃນລະດັບ 1% ແລະ IMF ແມ່ນ ໃຫ້ 0,7%. ເຖິງຢ່າງໃດກໍ່ຕາມ, ທ່ານ ນາຍົກລັດຖະມົນຕີ ແມ່ນມີຄວາມເຊື່ອໝັ້ນ ແລະ ຈະສູ້ຊົນ ເຮັດໃຫ້ GDP ສປປ ລາວ ຂະຫຍາຍຕົວຢູ່ໃນລະດັບ 3,3-3,6% ໃນປີ 2020 ດ້ວຍ 5 ປັດໃຈດັ່ງນີ້:

  1. ຂະແໜງກະສິກໍາ: ຂະຫຍາຍຕົວ 2,3% ຫຼຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້    ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກຳ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫຼາດ      ຍ້ອນການຈຳກັດການສົ່ງອອກສິນຄ້າກະສິກຳ ຂອງປະເທດເພື່ອນບ້ານ ໄດ້ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫຼາຍຂຶ້ນ. ການປູກພືດ, ຜັກ ແລະ ໝາກໄມ້ຕ່າງໆ ສາ​ມາດປະຕິບັດໄດ້ ປະມານ 85.477 ເຮັກ​ຕາ, ​ຄາດ​ຄ​ະເນຜົນ​ຜະ​ລິດ ຈະໄດ້ຮັບ       ປະ​ມານ 813.970 ກວ່າ​ໂຕນ ເທົ່າກັບ 68% ຂອງແຜນການ; ການ​ຜະ​ລິດ​ພືດ​ລະ​ດູ​ແລ້ງ ​ປະ​ຕິ​ບັດ​ໄດ້ໃນເນື້ອທີ່ 24.578 ກວ່າ​ເຮັກ​ຕາ; ສະເພາະການຜະ​ລິດ​ເຂົ້າ​ສົ່ງອອກໄປ ສ​ປ ຈີນ ບັນລຸໄດ້ 15.000 ໂຕນ.
  2. ຂະແໜງອຸດສາຫະກໍາ: ຂະຫຍາຍຕົວ 6,8% ຫຼຸດແຜນການ 1,5%. ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນ ປະຕິບັດໄດ້ 3.574 ຕື້ກີບ, ເທົ່າ​ກັບ 24,44% ຂອງ​ແຜນ​ການ​ປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 10,20%, ຄາດຄະເນ 6 ເດືອນຕົ້ນປີ ຈະປະຕິບັດໄດ້ 6.256 ຕື້ກີບ.
  3. ຂະແໜງບໍລິການ: ເຖິງແມ່ນວ່າ ລັດຖະບານ ໄດ້ເອົາໃຈໃສ່ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ການທ່ອງທ່ຽວລາວ-ຈີນ ແຕ່ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຂະແໜງການບໍລິການ ຢ່າງໜັກໜ່ວງ, ຊຶ່ງເຫັນວ່າ ຈະສາມາດປະຕິບັດໄດ້ພຽງ 1,7% ຫຼຸດແຜນການ 5,2% ແລະ ອາດຈະຫຼຸດລົງເຖິງ -4,5%. ສັງລວມແລ້ວ ນັກທ່ອງທ່ຽວເຂົ້າມາປະເທດຂອງພວກເຮົາ ໃນ 5 ເດືອນ ຕົ້ນປີ 2020 ມີພຽງ 886.447 ເທື່ອຄົນ, ຫຼຸດລົງ 17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ການຂົນສົ່ງທາງອາກາດ ແລະ ທາງບົກ ຜູ້ໂດຍສານຫຼຸດລົງຫຼາຍກວ່າ 90%.
  4. ມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ : ປະຕິບັດໄດ້ 39,78% ຂອງແຜນການປີ, ໃນນັ້ນການສົ່ງອອກຫຼຸດລົງ 6,1%, ການນໍາເຂົ້າຫຼຸດລົງ 8,1%. ຄາດວ່າໝົດປີ ຈະສາມາດປະຕິບັດ 91,7% ຂອງແຜນການປີ ຈະສູນເສຍລາຍຮັບຈາກການສົ່ງອອກ ປະມານ 483,3 ລ້ານໂດລາສະຫະລັດ ຫຼື ປະມານ 8,4% ຂອງມູນຄ່າການສົ່ງອອກ ທຽບໃສ່ປີ 2019. ການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 29.290 ຕື້​ກີບ ເທົ່າກັບ 40,47% ຂອງແຜນການ, ຄາດຄະເນ 6 ເດືອນທ້າຍປີ ຈະສາມາດບັນລຸໄດ້ 90,29% ຂອງແຜນການ. ໄດ້ຕິດຕາມ ແລະ ແກ້ໄຂຫຼາຍບັນຫາ ທີ່ເກີດຂຶ້ນໃນໄລຍະປິດດ່ານຊາຍແດນ   ເຮັດໃຫ້ການຂົນສົ່ງສິນຄ້າ ສາມາດດໍາເນີນໄປໄດ້ເປັນປົກກະຕິ; ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການຕິດຕາມ, ກວດກາ ແລະ     ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ຢ່າງຕັ້ງໜ້າ.
  5. ຂະແໜງພະລັງງານ ແລະ ບໍ່ແຮ່: ການຜະລິດກະແສໄຟຟ້າ ປະຕິບັດໄດ້  18.808 ລ້ານ​ ກິ​ໂລ​ວັດ​ໂມງ, ມູນຄ່າ 9.792 ຕື້ກີບ ເທົ່າກັບ 46% ຂອງແຜນການປີ. ຄາດຄະເນໝົດປີ ຈະສາມາດປະຕິບັດໄດ້ 41.340 ລ້ານ​ ກິ​ໂລ​ວັດ​ໂມງ ມີມູນ​ຄ່າປະມານ 21.286 ຕື້​ກີບ,​ ຊຶ່ງເຫັນວ່າລື່ນແຜນເລັກນ້ອຍ. ສຳລັບການບໍລິການໄຟຟ້າ ພາຍຫຼັງທີ່ໄດ້ປະກາດນໍາໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ເຫັນວ່າມີຫາງສຽງສັງຄົມທີ່ຂັດຂ້ອງຈົ່ມວ່າ ຫຼາຍສົມຄວນ.  ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າປັບລາຄາກະແສໄຟຟ້າຄືນໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ຊຶ່ງລາຍລະອຽດຂະແໜງການກ່ຽວຂ້ອງ ຈະຊີ້ແຈງຕໍ່ກອງປະຊຸມຕື່ມ. ສຳລັບດ້ານແຮ່ທາດ : ຜະລິດໄດ້ 5.181 ຕື້ກີບ ເທົ່າກັບ 47% ຂອງແຜນການ, ທຽບກັບໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 8% ຍ້ອນບາງໂຄງການໄດ້ຢຸດການຜະລິດ. ຄາດຄະເນໝົດປີ ການຜະລິດແຮ່ທາດຈະສາມາດປະຕິບັດໄດ້ 10.851 ຕື້ກີບ ລື່ນແຜນການ ປະມານ 13%.
  6.  

     ແຫຼ່ງຂໍ້ມູນ:

  • ສະພາແຫ່ງຊາດ: http://www.na.gov.la?r=site/detailnews&id=353
  • ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.