ໃນລະຫວ່າງ​ວັນ​ທີ 06 - 10 ກໍ​ລະ​ກົດ 2020 ທີ່ຫ້ອງປະຊຸມຂອງ ກະ​ຊ​ວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ວຽກ​ງານ​ການ​ຢັ້ງຢືນ​ແຫຼ່ງກໍາ​ເນີ​ດສິນຄ້າ ພາຍໃຕ້ສິດທິພິເສດທາງການຄ້າ ໃຫ້ແກ່ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ແລະ ຄະນະສະພາບໍລິຫານເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ -ໂນນທອງ ຕາມການ​ສະ​ເໜີ​ຂອງ​ພາກ​ສ່ວນ​ດັ່ງ​ກ່າວ. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມະ​ນີ​ວອນ ວົງ​ໄຊ ຮອງຫົວໜ້າກົມ ກ​ານ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກຂອ) ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 15 ທ່ານ.

        ເນື້ອໃນຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເນັ້ນໜັກໃຫ້​ຜູ້​ເຂົ້າ​ຮ່ວມ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດລະບຽບແຫຼ່ງກຳເນີດສິນຄ້າພາຍ​ໃຕ້ຂອບສັນຍາຕ່າງໆ. ປະ​ຈຸ​ບັນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແບບ​ພິມ (Form) ​ມີຈໍານວນ 13 ຊະ​ນິດ ຄື: A, DFTP, SPT, CO KOREA, S, APTA, D, E, AI, AK, AJ, AANZ ແລະ AHK. ໃນນັ້ນ, ໄດ້ນຳສະເໜີ ກ່ຽວກັບ ວິທີການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທີ່ ສປປ ລາວ ນຳໃຊ້ໃນປະຈຸບັນນີ້, ຊຶ່ງມີທັງໝົດ 03 ວິທີດ້ວຍກັນຄື: ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກກະຕິ )Manual), ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ (Self-Certification).

​         ພ້ອມ​ກັນນັ້ນ ຄະ​ນະ​ຮັບ​ຜິດ​ຊອບ​ຝຶກ​ອົບ​ຮົມ​ຍັງໄດ້ລົງເລິກວິທີໃນການກໍານົດເງື່ອນ​ໄຂແຫຼ່ງກຳເນີດສິນຄ້າ ພາຍໃຕ້ສັນຍາການຄ້າຂອບຕ່າງໆ, ຂັ້ນຕອນໃນ​ການ​ອອກ​ໃບ​ຮັບ​ຮອງ​ສິນ​ຄ້າ​ໄດ້​ແຫຼ່ງ​ກຳ​ເນີດ, ການອອກ​ໃບຢັ້ງຢືນ​ແຫຼ່ງກຳເນີ​ດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ, ວິທີໃນການເກັບ​ກຳສະຖິຕິ, ການ​ສັງ​ລວມ​ຂໍ້​ມູນ​ລາຍ​ລະ​ອຽດ​ຂອງ​ບໍ​ລິ​ສັດ ແລະ ລະບຽບການຕ່າງໆ ທີ່ປິ່ນອ້ອມວຽກງານການອອກ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ. ນອກຈາກການແນະນຳດ້ານທິດສະດີແລ້ວຄະ​ນະ​ຮັບ​ຜິດ​ຊອບ​ຝຶກ​ອົບ​ຮົມຂອງ ກົມ ຂອ ກໍ່ຍັງໄດ້ແນະນຳວິທີ ແລະ ຂັ້ນ ຕອນຕ່າງໆໃນການລົງ​ເບິ່ງ​ຂະ​ບວນ​ການ​ຜະ​ລິດ​ຕົວ​ຈິງຂອງບັນດາ ໂຮງ​ງານ/ບໍລິສັດ ທີ່ຈະມາຂໍອອກໃບຢັ້ງຢືນ ແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ.

        ພາຍຫຼັງທີ່ສຳເລັດການຝຶກອົບຮົມຄະ​ນະ​ຮັບ​ຜິດ​ຊອບ​ຝຶກ​ອົບ​ຮົມຂອງ ກົມການນໍາເຂົ້າ ແລະ ສົ່ງອອກ ກໍ່ໄດ້ມີການປະເມີນຄືນ ດ້ວຍການໃຫ້ບັນດານັກສໍາມະນາກອນ ທົດລອງອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຈໍາລອງ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ ຫຼັງການຝຶກອົບຮົມ ແມ່ນໄດ້ກໍາແໜ້ນ ແລະ ເຂົ້າໃຈເລີກເຊິງ ທັງທິດສະດີ ແລະ ການປະຕິບັດຕົວຈິງ ໃນການອອກໃບຢັ້ງຢືນແຫຼ່ງສິນຄ້າປະເພດຕ່າງໆ ຕາມທີ່ໄດ້ຮຽນມາ.  

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.