ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ
ສັນຕິ​ພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນະ​ຖາວອນ

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ         ເລກ​ທີ 0682 /ອຄ.ກອຫ
ນະຄອນຫຼວງວຽງຈັນ, ວັນ​ທີ 17 ກໍລະກົດ 2020

ຄໍາແນະນໍາ

ກ່ຽວກັບການດໍາເນີນກິດຈະການໂຮງງານປຸງ​ແຕ່ງ​ ສິ່ງເສດເຫຼືອຢາງປລາສະຕິກ

  • ອີງຕາມກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ  ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013.
  • ອີງຕາມດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017.
  • ອີງຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ ສະບັບເລກທີ 0264/ອຄ.ກອຫ, ລົງວັນທີ 15 ມີນາ 2019.
  • ອີງຕາມໜັງສືສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ 0463/ກອຫ.ຄຮ, ລົງວັນທີ 25 ມີນາ 2020.

ເພື່ອຮັບປະກັນໃຫ້ການຄຸ້ມຄອງ ການດຳເນີນກິດຈະການໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ແນໃສ່ຫຼຸດຜ່ອນຜົນກະທົບຕໍ່ສຸຂະພາບຂອງຜູ້ອອກແຮງງານຢູ່ໃນໂຮງງານ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ປະກອບ ສ່ວນແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ລັດຖະມົນຕີ​ ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ອອກ​ຄໍາແນະນໍາ:

1. ໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ 
ໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ແມ່ນໂຮງງານ ຄືດັ່ງນີ້:
1.1 ເປັນປະເພດໂຮງງານອຸດສາຫະກຳປຸງແຕ່ງໜຶ່ງ ໃນຊາວສີ່ປະເພດໂຮງງານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງກົດໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013, ລະຫັດສາລະບານການຈັດແບ່ງຂະແໜງເສດຖະກິດ ຂອງ ສປປ ລາວ (LSIC) ຄື: ລະຫັດໝູ່ 2221 ການຜະລິດເຄື່ອງໃຊ້ປລາສະຕິກ ແລະ ລະຫັດໝູ່ 3830 ຫຼື ໝູ່ຍ່ອຍ 38302 ການນໍາເສດວັດສະດຸມາໃຊ້ຄືນ.
1.2 ເປັນໂຮງງານທີ່ນໍາເອົາວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ ເຂົ້າຜ່ານຂະບວນການປຸງແຕ່ງ ປ່ຽນຈາກສະ ພາບເດີມໃຫ້ກາຍເປັນຜະລິດຕະພັນຢາງປລາສະຕິກເຄິ່ງສໍາເລັດຮູບ ຫຼື ສໍາເລັດຮູບ ດ້ວຍການນໍາໃຊ້ເຄື່ອງຈັກ ແລະ ແຮງງານຄົນຢູ່ໃນໂຮງງານ, ຊຶ່ງຜະລິດຕະພັນເຫຼົ່ານັ້ນສາມາດເອົາໄປຈໍາໜ່າຍເປັນສິນຄ້າໄດ້.
2. ເງື່ອນໄຂການດໍາເນີນກິດຈະການ ໂຮງງານປຸງ​ແຕ່ງສິ່ງເສດເຫຼືອຢາງປລາສະຕິກ

ການດໍາເນີນກິດຈະການໂຮງງານປຸງ​ແຕ່ງສິ່ງເສດເຫຼືອຢາງປລາສະຕິກ ຕ້ອງມີເງື່ອນໄຂ ຄືດັ່ງນີ້:

2.1 ມີໃບອະນຸຍາດ: 1) ໃບທະບຽນວິສາຫະກິດ; 2) ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;  3) ໃບຢັ້ງຢຶນກ່ຽວກັບສິ່ງແວດລ້ອມໂຮງງານ; 4) ໃບອະນຸຍາດປຸກສ້າງ; 5) ໃບຢັ້ງຢຶນດໍາເນີນກິດຈະການໂຮງງານ.

2.2 ມີມາດຕະຖານທາງດ້ານເຕັກນິກຄົບຖ້ວນແຕ່ລະດ້ານ ຕາມທີ່ກຳນົດໄວ້ໃນ ຂໍ້ 3 ຂອງຄຳແນະນໍາສະບັບນີ້.

2.3 ມີວິຊາການເຕັກນິກສະເພາະດ້ານ ເປັນຕົ້ນ ດ້ານເຄມີ ຫຼື ສິ່ງແວດລ້ອມ ຢ່າງໜ້ອຍ 1 ຄົນ ຂຶ້ນໄປ.

2.4 ມີບົດວິພາກເສດຖະກິດ-ເຕັກນິກໂຮງງານ ແລະ ມີທຶນສົມທົບໃນການຄຸ້ມຄອງໂຮງງານ ເພື່ອການຕິດຕາມກວດກາດ້ານມາດຕະຖານເຕັກນິກ ແລະ ສິ່ງແວດລ້ອມໂຮງງານ (ກົມອຸດສາຫະກໍາ ແລະ ຫັດຖະກໍາ ຈະມີເອກະສານແນະນໍາຕ່າງຫາກ ກ່ຽວກັບທຶນສົມທົບ).

3. ມາດຕະຖານຂອງໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ

ໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ໃຫ້ມີມາດຕະຖານທາງດ້ານເຕັກນິກແຕ່ລະດ້ານ ຄືດັ່ງນີ້:

3.1 ສະຖານທີ່​ຕັ້ງ​​ໂຮງງານ;

3.2 ສິ່ງ​ປຸກ​ສ້າງ​​ໃນ​ໂຮງງານ;

3.3 ອາຄານ​ຜະລິດຂອງໂຮງງານ;

3.4 ເຄື່ອງຈັກນໍາໃຊ້ໃນໂຮງງານ;

3.5 ຂະ​ບວນການ​ຜະລິດໃນໂຮງງານ;

3.6 ການເກັບຮັກສາວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ;

3.7 ການບໍາບັດ ແລະ ການກໍາຈັດສິ່ງເສດເຫຼືອ;

3.8 ຄວາມປອດໄພໂຮງງານ;

3.9 ສຸຂານາໄມໂຮງງານ;

3.10 ການບໍລິຫານໂຮງງານ.

4. ມາດຕະຖານທາງດ້ານເຕັກນິກ ຂອງໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ໃນແຕ່ລະດ້ານ

4.1. ມາດຕະຖານຂອງສະຖານທີ່​ຕັ້ງ​​ໂຮງງານ

1) ໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ໃຫ້ຕັ້ງຢູ່ສະຖານທີ່ ດັ່ງນີ້:

ໂຮງງານທີ່ສ້າງຕັ້ງໃໝ່ ໃຫ້ຕັ້ງຢູ່ໃນເຂດອຸດສາຫະກໍາ ຫຼື ນິຄົມອຸດສາຫະກຳ ທີ່ສາມາດຮອງຮັບການດຳເນີນກິດຈະການໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ເທົ່ານັ້ນ;

2) ໂຮງງານທີ່ສ້າງຕັ້ງກ່ອນຄໍາແນະນໍາສະບັບນີ້ ທີ່ບໍ່ໄດ້ສ້າງຕັ້ງຢູ່ໃນເຂດອຸດສາຫະກໍາ ຫຼື ນິຄົມອຸດສາຫະກຳ ຕາມຂໍ້ (1) ເທິງນີ້ ໃຫ້ຕັ້ງຢູ່ຫ່າງຈາກເຂດຊຸມຊົນໜາແໜ້ນ, ເຂດຫວງຫ້າມທາງການ ຢ່າງໜ້ອຍ 100 ແມັດຂຶ້ນໄປ ແລະ ຫ່າງຈາກແຫຼ່ງນໍ້າທໍາມະຊາດ ຢ່າງໜ້ອຍ 250 ແມັດຂຶ້ນໄປ.

4.2. ມາດຕະຖານຂອງສິ່ງ​ປຸກ​ສ້າງ​​ໃນ​ໂຮງງານ

1) ພາຍໃນຂອບເຂດຂອງໂຮງງານ ໃຫ້ມີສິ່ງປຸກສ້າງທີ່ຈໍາເປັນ ເປັນຕົ້ນ ຫ້ອງການບໍລິຫານ, ອາຄານຜະລິດ, ສາງເກັບມ້ຽນວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ, ສາງຜະລິດຕະພັນ, ລະບົບບຳບັດ ແລະ ກຳຈັດສິ່ງເສດເຫຼືອ;

2) ມີເສັ້ນທາງ​ເຂົ້າ​-ອອກ​ ​ສະ​ດວກ, ບໍ່​ກີດຂວາງ​ການ​ສັນຈອນ, ຮັບປະກັນບໍ່​​ໃຫ້​​ເກີດ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງ​ຄົມ ​ແລະ ​ປະຕິບັດ​ຖືກຕ້ອງ​ຕາມກົດໝາຍ​ ​ແລະ ລະບຽບ​ການທີ່​ກ່ຽວຂ້ອງ;

3) ໃຫ້ມີກໍາແພງ ຫຼື ຮົ້ວອ້ອມ ທີ່ແໜ້ນໜາແຂງແຮງ ອ້ອມຮອບຂອບເຂດໂຮງງານ, ມີປະຕູທາງເຂົ້າ-ອອກ ກວ້າງຂວາງດີ ແລະ ໃຫ້ຕິດປ້າຍຊື່ໂຮງງານ ໃຫ້ຖືກຕ້ອງຕາມລະບຽບການທີ່ກ່ຽວຂ້ອງ;

4) ອາຄານ​ຜະລິດ, ສາງ​ເກັບ​ມ້ຽນ​ວັດຖຸດິບສິ່ງ​ເສດ​ເຫຼືອ, ລະບົບ​ບຳບັດ ແລະ ກໍາຈັດ​ສິ່ງ​ເສດ​ເຫຼືອໂຮງງານ ໃຫ້ຕັ້ງຢູ່ຫ່າງໄກຈາກຂອບຮົ້ວຂອງ​​ໂຮງງານ ຢ່າງໜ້ອຍ 10 ແມັດຂຶ້ນ​ໄປ​​.

4.3 ມາດຕະຖານຂອງອາຄານຜະລິດຂອງ​ໂຮງງານ

ອາຄານຜະລິດຂອງໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ຕ້ອງໃຫ້ໄດ້ຕາມມາດຕະຖານຕົ້ນຕໍ ດັ່ງນີ້:

1) ໂຄງສ້າງແໜ້ນໜາແຂງແຮງ, ທົນທານຕໍ່ແຮງກະທົບຕ່າງໆ ແລະ ເໝາະສົມກັບການດຳເນີນກິດຈະການ; ແຜນຜັງການຕິດຕັ້ງເຄື່ອງຈັກ, ລະບົບກຳຈັດ ແລະ ບໍາບັດສິ່ງເສດເຫຼືອ ຕ້ອງໄດ້ຮັບການເຫັນດີ ຈາກຂະແໜງການອຸດ ສາຫະກຳ ແລະ ການຄ້າ. ໃນນັ້ນ, ອາຄານໂຮງງານຕ້ອງໄດ້ຮັບການຢັ້ງຢືນດ້ານເຕັກນິກການກໍ່ສ້າງ ຈາກຂະແໜງການທີ່ກ່ຽວຂ້ອງຕາມກົດໝາຍ ແລະ ລະບຽບການ;

2) ເສົາເຮັດດ້ວຍເບຕົງ, ເຫຼັກ ຫຼື ໄມ້ ທີ່ແຂງແຮງ ແລະ ທົນທານ;

3) ຫຼັງຄາມຸງດ້ວຍກະເບື້ອງ ຫຼື ສັງກະສີ, ຄວາມສູງຈາກພື້ນຫາເພດານ ບໍ່ຕ່ຳກວ່າ 4 ແມັດ;

4) ພື້ນອາຄານໃຫ້ເຮັດດ້ວຍເບຕົງ ແລະ ບໍ່ມີຮອຍແຕກແຫງ, ບໍ່ມີນ້ຳຂັງ ຫຼື ມື່ນ, ໃຫ້ຈັດສັນພື້ນທີ່ອາຄານ ໃຫ້ເປັນລະບົບ, ມີຄວາມສະອາດ ແລະ ເປັນລະບຽບຮຽບຮ້ອຍ ໂດຍຂີດໝາຍເສັ້ນແບ່ງພື້ນທີ່ພາຍໃນໂຮງງານ, ອ້ອມຮອບອາຄານໃຫ້ມີຮ່ອງລະບາຍນໍ້າ ເພື່ອລະບາຍນໍ້າລົງສູ່ອ່າງບໍາບັດນໍ້າເສຍ;

5) ຝາກໍ່ດ້ວຍດິນຈີ່ ຫຼື ດິນບຼັອກ ແລະ ໂບກດ້ວຍຊີມັງ ຫຼື ຝາເຮັດດ້ວຍແຜ່ນອາລູຊິ່ງ;

6) ມີປະຕູເຂົ້າ-ອອກທົ່ວໄປ ແລະ ປະຕູທາງອອກສຸກເສີນ ຢ່າງໜ້ອຍໜຶ່ງບ່ອນຂຶ້ນໄປ. ບານປະຕູທາງອອກສຸກເສີນ ໃຫ້ເປັນຊະນິດຍູ້ເປີດອອກໄດ້ງ່າຍ ແລະ ບໍ່ມີສິ່ງກີດຂວາງໃນເວລານຳໃຊ້ ພ້ອມທັງຕິດປ້າຍບອກເຕືອນ ແລະ ເຫັນໄດ້ງ່າຍ. ອາຄານໂຮງງານທີ່ມີສອງຊັ້ນຂຶ້ນໄປ ໃຫ້ມີຂັ້ນໄດຂຶ້ນ-ລົງ ແລະ ຕ້ອງມີຂັ້ນໄດສຸກເສີນລະຫວ່າງຊັ້ນ ຢ່າງໜ້ອຍໜຶ່ງບ່ອນ ແລະ ສາມາດນໍາໃຊ້ໄດ້;

7) ເນື້ອທີ່ບ່ອນເຮັດການຜະລິດໃຫ້ເໝາະສົມກັບຈຳນວນຜູ້ອອກແຮງງານ ໂດຍອັດຕາສ່ວນຢ່າງໜ້ອຍ 3 ແມັດມົນທົນ ຕໍ່ກໍາມະກອນໜຶ່ງຄົນ;

8) ໃຫ້ຕິດຕັ້ງຫຼອດໄຟຟ້າ ຫຼື ດອກໄຟຟ້າ ເພື່ອໃຫ້ມີແສງສະຫວ່າງພຽງພໍ ແລະ ເໝາະສົມກັບແຕ່ລະຂອດງານ;

9) ໃຫ້ຕິດຕັ້ງພັດລົມ, ລະບົບລະບາຍອາກາດ ແລະ ອື່ນໆ ໂດຍໃຫ້ສົມສ່ວນກັບເນື້ອທີ່ເຮັດວຽກ ແລະ ຈຳນວນຜູ້ອອກແຮງງານ. ບ່ອນເຮັດວຽກ, ຂອດງານທີ່ມີກິ່ນຂິວ ແລະ ມີຄວາມຮ້ອນສູງ ໃຫ້ຕິດຕັ້ງເຄື່ອງດູດອາກາດເຂົ້າຜ່ານລະ ບົບບໍາບັດກິ່ນຂິວ ແລະ ຄວາມຮ້ອນດັ່ງກ່າວ.

4.4 ມາດຕະຖານຂອງເຄື່ອງຈັກນໍາໃຊ້ໃນໂຮງງານ

ເຄື່ອງຈັກຢູ່ໃນໂຮງງານ ຕ້ອງໃຫ້ໄດ້ຕາມມາດຕະຖານຕົ້ນຕໍ ດັ່ງນີ້:

1) ເຄື່ອງຈັກຕ້ອງເປັນເຄື່ອງຈັກທີ່ທັນສະໄໝ ແລະ ສາມາດນຳໃຊ້ໄດ້ຢ່າງມີປະສິດທິຜົນ, ຮັບປະກັນໃຫ້ຜະລິດ ຕະພັນມີຄຸນນະພາບ ແລະ ໄດ້ມາດຕະຖານ. ໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ໃຫ້ຕິດຕັ້ງລະບົບເຄື່ອງຈັກ ຕົ້ນ ຕໍ ເຊັ່ນ: ເຄື່ອງຈັກລ້າງ, ເຄື່ອງຈັກແຍກ, ເຄື່ອງຈັກບົດຢາງ, ເຄື່ອງຈັກຫຼອມຢາງ, ເຄື່ອງຈັກຕັດຢາງ, ເຄື່ອງຈັກບໍາບັດ  ກິ່ນ, ຄວັນ, ເຄື່ອງຈັກບໍາບັດສິ່ງເສດເຫຼືອ ແລະ ເຄື່ອງຈັກຜະລິດຜະລິດຕະພັນຢາງປລາສະຕິກສໍາເລັດຮູບ (ຖ້າຜະລິດເປັນຜະລິດຕະພັນຢາງປລາສະຕິກສໍາເລັດຮູບ);

2) ການຕິດຕັ້ງເຄື່ອງຈັກຕ້ອງໃຫ້ຖືກຕາມມາດຕະຖານເຕັກນິກ, ຖືກຕ້ອງຕາມແຜນຜັງ ຫຼື ຄູ່ມືແນະນໍາການ ຕິດຕັ້ງເຄື່ອງຈັກ, ເປັນລະບົບຕ່ອງໂສ້ການຜະລິດທີ່ເໝາະສົມ ແລະ ຮັບປະກັນຄວາມປອດໄພໃນເວລານໍາໃຊ້;

3) ກົນໄກການສົ່ງຄ່ຽນຂອງເຄື່ອງຈັກ ບ່ອນທີ່ມີຄວາມສ່ຽງຕໍ່ການເກີດອຸປະຕິເຫດ ເປັນຕົ້ນ ກົງລໍ້ໝູນ, ແຂ້ວເຟືອງ, ສາຍພານ, ສາຍໂສ້ ຕ້ອງມີຝາຄອບ, ຕາໜ່າງເຫຼັກປ້ອງກັນ ຫຼື ສິ່ງກັ້ນບັງ ຕາມຄວາມຈຳເປັນ ແລະ ເໝາະສົມ;

4) ໃຫ້ຂຶ້ນບັນຊີເຄື່ອງຈັກ ໂດຍລະບຸຈຳນວນ, ກຳລັງແຮງມ້າ, ພະລັງງານທີ່ນຳໃຊ້, ຍີ່ຫໍ້, ປະເທດຜະລິດ, ປີຜະ ລິດ ແລະ ໃຫ້ມີຄູ່ມືການນຳໃຊ້;

5) ມີແຜນການຕິດຕາມກວດກາ, ບຳລຸງຮັກສາ ແລະ ສ້ອມແປງເຄື່ອງຈັກ ໃຫ້ຢູ່ໃນສະພາບດີ ແລະ ນໍາໃຊ້ໄດ້ຢ່າງເປັນປົກກະຕິ.

4.5 ມາດຕະຖານຂອງຂະ​ບວນການຜະລິດ

ລະ​ບົບ​ຕ່ອງ​ໂສ້ທີ່ເໝາະສົມ ເລີ່ມແຕ່ຂອດນໍາວັດຖຸດິບເຂົ້າຜະລິດ ຈົນຮອດຂອດຜະລິດຕະພັນສຸດທ້າຍ ຄືດັ່ງນີ້:

1) ຂະບວນການແຍກວັດຖຸດິບ;

2) ຂະບວນການລ້າງ;

3) ຂະບວນການບົດ;

4) ຂະບວນການຫຼອມ;

5) ຂະບວນການຕັດເປັນເມັດ;

6) ຂະບວນການບັນຈຸ ແລະ ຫູ້ມຫໍ່ ເມັດຢາງປລາສະຕິກ;

7) ຂະບວນການຜະລິດ ຜະລິດຕະພັນຢາງປລາສະຕິກສໍາເລັດຮູບ (ຖ້າມີ).

    ພາຍໃນອາຄານໂຮງງານ ຫຼື ບ່ອນເຮັດວຽກ ຕ້ອງບໍ່ມີສິ່ງກີດຂວາງທາງຍ່າງ, ໃຫ້ຕິດປ້າຍຊີ້ບອກຂະບວນການຜະລິດເປັນພາສາລາວຢູ່ແຕ່ລະຂອດງານ ແລະ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ.

4.6 ການເກັບຮັກສາວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ

ການເກັບຮັກສາວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ ໃຫ້ປະຕິບັດຕາມມາດຕະຖານ ດັ່ງນີ້:

1) ​ໃຫ້​ເກັບມ້ຽນໃຫ້ເປັນລະບຽບດີ ຢູ່ໃນສະຖານທີ່ສາງພາຍໃນໂຮງງານທີ່ໄດ້ມາດຕະຖານ ເປັນຕົ້ນ ພື້ນເຮັດດ້ວຍເບຕົງ ທີ່ແໜ້ນໜາແຂງແຮງ ແລະ ຮັບປະກັນບໍ່ໃຫ້ມີນໍ້າຂັງ;

2) ໃຫ້ມີຜ້າບັດໜາປົກຫຸ້ມວັດຖຸດິບສິ່ງເສດເຫຼືອ, ສາມາດກັນຝົນ, ລົມ ແລະ ມີຄວາມທົນທານ ບໍ່ຈີກຂາດໄດ້ງ່າຍ;

3)ໃຫ້ມີຮ່ອງນໍ້າອ້ອມຮອບຂອບເຂດສາງ ເພື່ອລະບາຍນໍ້າເປື້ອນທີ່ໄຫຼອອກຈາກສາງລົງສູ່ອ່າງເກັບໄວ້ສະເພາະ ເພື່ອເຂົ້າຜ່ານລະບົບບໍາບັດ. ຫ້າມບໍ່ໃຫ້ເກັບມ້ຽນວັດຖຸດິບສິ່ງເສດເຫຼືອໄວ້ຢູ່ນອກຂອບເຂດໂຮງງານ.

4.7 ມາດຕະຖານການບໍາບັດ ແລະ ການກໍາຈັດສິ່ງເສດເຫຼືອໂຮງງານ

1) ສິ່ງເສດເຫຼືອຢາງປລາສະຕິກ ຕ້ອງມີລະບົບບຳບັດ ແລະ ການກຳຈັດສິ່ງເສດເຫຼືອ ທີ່ໄດ້ມາດ ຕະຖານ ໂດຍການອອກແບບແຜນຜັງລະບົບດັ່ງກ່າວ ແລ້ວນຳສະເໜີຕໍ່ກົມອຸດສາຫະກຳ ແລະ ຫັດຖະກຳ ເພື່ອກວດກາຄວາມຖືກຕ້ອງ ຫຼັງຈາກນັ້ນຈຶ່ງສາມາດດຳເນີນການກໍ່ສ້າງ, ຕິດຕັ້ງເຄື່ອງຈັກບຳບັດ ແລະ ກໍາຈັດສິ່ງເສດເຫຼືອນັ້ນໄດ້.

2) ທີ່​ກໍ່ໃຫ້ເກີດ​ມີ​ມົນ​ລະ​ພິດ ​ຕ້ອງ​ຕິດຕັ້ງ​ເຄື່ອງ​ຈັກບໍາບັດກິ່ນ, ຄວັນ ແລະ ມີຮ່ອງລະ ບາຍນໍ້າເພື່ອນຳໄປ​ບຳບັດ.

     ສິ່ງເສດເຫຼືອຂອງໂຮງງານ ຕ້ອງຜ່ານການບຳບັດໃຫ້ໄດ້ເກນມາດຕະຖານ ຈຶ່ງສາມາດປ່ອຍອອກຈາກໂຮງ ງານໄດ້. ສໍາລັບຄ່າມາດຕະຖານຂອງສິ່ງເສດເຫຼືອທີ່ຈະປ່ອຍອອກຈາກໂຮງງານ ໃຫ້ປະຕິບັດຕາມລະບຽບການຂອງກະ ຊວງອຸດສາຫະກຳ ແລະ ການຄ້າ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດໄວ້.

4.8 ມາດຕະຖານດ້ານຄວາມປອດໄພໃນໂຮງງານ

ໃນໂຮງງານປຸງແຕ່ງສິ່ງເສດເຫຼືອຢ່າງປລາສະຕິກ ຕ້ອງມີມາດຕະຖານຄວາມປອດໄພ ຄືດັ່ງນີ້:

1) ໃຫ້ຕິດຕາມກວດກາສະພາບອາຄານໂຮງງານ ຢ່າງເປັນປົກກະຕິ. ໃນກໍລະນີອາຄານໂຮງງານຫາກເປ່ເພ ຫຼື ຊຸດໂຊມ ຕ້ອງສ້ອມແປງໃຫ້ຢູ່ໃນສະພາບດີ ແລະ ແໜ້ນໜາແຂງແຮງ ເພື່ອຮັບປະກັນໃຫ້ໂຄງສ້າງອາຄານໂຮງງານ ມີຄວາມປອດໄພ;

2) ພາຍໃນໂຮງງານ ໃຫ້ຕິດຕັ້ງລະບົບໄຟຟ້າທີ່ຮັບປະກັນຄວາມປອດໄພ ເຊັ່ນ: ລະບົບໄຟຟ້າເຄື່ອງຈັກ, ໄຟຟ້າແສງສະຫວ່າງ ແລະ ມີອຸປະກອນຕັດໄຟຟ້າແບບອັດຕະໂນມັດ;

3) ໃຫ້ຕິດປ້າຍເຕືອນ, ປ້າຍຫ້າມ ແລະ ແຕ້ມເສັ້ນສີໝາຍຂອບເຂດ ຫຼື ເຄື່ອງໝາຍເຕືອນ ຢູ່ເຂດອັນຕະລາຍ ຫຼື ບ່ອນທີ່ມີຄວາມສ່ຽງຕໍ່ການເກີດອຸປະຕິເຫດ;

4) ໃຫ້ຕິດຕັ້ງລະບົບປ້ອງກັນອັກຄີໄພຢູ່ພາຍໃນໂຮງງານໃຫ້ເໝາະສົມ ແລະ ພຽງພໍ ເຊັ່ນ: ອຸປະກອນມອດໄຟ ຫຼື ລະບົບນ້ຳມອດໄຟ, ລະບົບສັນຍານເຕືອນໄພ ແລະ ອື່ນໆ;

5) ໃຫ້ມີໜ່ວຍງານບໍລິຫານຄວາມປອດໄພປະຈໍາຢູ່ໂຮງງານ ເພື່ອປະຕິບັດໜ້າທີ່ໃນການຕິດຕາມ, ກວດກາ ແລະ ລາຍງານສະພາບການເກີດອຸປະຕິເຫດພາຍໃນໂຮງງານ ໃຫ້ພາກສ່ວນທີ່ກ່ຽວຂ້ອງຊາບເປັນປະຈຳ;

6) ພະນັກງານ ແລະ ກໍາມະກອນທັງໝົດຂອງໂຮງງານ ຕ້ອງໄດ້ຜ່ານການຝຶກອົບຮົມວຽກງານຄວາມປອດໄພໂຮງງານ ຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ.

4.9 ມາດຕະຖານດ້ານສຸຂານາໄມຂອງໂຮງງານ

ໃນໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ຕ້ອງມີມາດຕະຖານດ້ານສຸຂານາໄມຂອງໂຮງງານ ຄືດັ່ງນີ້:

1) ກໍາມະກອນທີ່ເຮັດວຽກຢູ່ໃນໂຮງງານຕ້ອງໃສ່ເຄື່ອງມືອຸປະກອນປ້ອງກັນແຮງງານ ທີ່ມີມາດຕະຖານຕາມຄວາມເໝາະສົມ ໂດຍຂຶ້ນກັບຄວາມຈຳເປັນຂອງແຕ່ລະຂອດງານທີ່ມີຄວາມສ່ຽງ ແລະ ເປັນອັນຕະລາຍ ເຊັ່ນ: ຊຸດເຄື່ອງ ນຸ່ງ, ໝວກກັນກະທົບ, ອຸປະກອນປິດປາກ ເພື່ອປ້ອງກັນຝຸ່ນ, ກິ່ນ, ຄວັນ ແລະ ອຸປະກອນປິດຫູ ເພື່ອປ້ອງກັນສຽງດັງ, ຊົບມື, ເກີບປ້ອງກັນອຸບປະຕິເຫດແຮງງານ, ຊຸດກັນຄວາມຮ້ອນ, ແວ່ນຕາກັນແສງ ແລະ ອື່ນໆ;

2) ໃຫ້ມີຕູ້ຢາ ແລະ ອຸປະກອນປະຖົມພະຍາບານເບື້ອງຕົ້ນຢູ່ໃນໂຮງງານ ເປັນຕົ້ນ ຢາແກ້ປວດ, ຜ້າພັນແຜ, ສຳ ລີ, ຢາແດງ, ຢາລ້າງບາດ, ບາຫຼອດວັດແທກອຸນຫະພູມ ແລະ ສາຍຢາງຮັດຫ້າມເລືອດ. ສໍາລັບໂຮງງານຂະໜາດກາງ ແລະ ຂະໜາດໃຫຍ່ ທີ່ມີຄົນງານແຕ່ 51 ຄົນຂຶ້ນໄປ ໃຫ້ມີຫ້ອງປະຖົມພະຍາບານເບື້ອງຕົ້ນຢູ່ໃນໂຮງງານ;

3) ໃຫ້ມີລະບົບນໍ້າໃຊ້ຢ່າງພຽງພໍ ເຊັ່ນ: ລະບົບນໍ້າປະປາ, ນໍ້າບາດານ ແລະ ອື່ນໆ;

4) ໃຫ້ມີນໍ້າດື່ມສະອາດ, ມີຈອກນໍ້າດື່ມສະອາດ ໃຫ້ພຽງພໍ ແລະ ເໝາະສົມກັບຈໍານວນຄົນງານ;

5) ໃຫ້ມີຫ້ອງນໍ້າ, ຫ້ອງປັດສະວະສະອາດ ມີເຈັ້ຍອະນາໄມພຽງພໍກັບຈໍານວນພະນັກງານ ແລະ ກໍາມະກອນ ຕາມຄວາມເໝາະສົມ;

6) ໃຫ້ມີບ່ອນລ້າງມື, ນໍ້າຢາຂ້າເຊື້ອ ຫຼື ສະບູ ທີ່ຖືກຫຼັກສຸຂານາໄມ ໃຫ້ພຽງພໍ ແລະ ເໝາະສົມກັບຈໍານວນພະ ນັກງານ ແລະ ກໍາມະກອນ;

7) ໃຫ້ມີຫ້ອງປ່ຽນເຄື່ອງນຸ່ງ, ສະຖານທີ່ພັກຜ່ອນ, ສະຖານທີ່ຈອດລົດ, ສະຖານທີ່ຮັບປະທານອາຫານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ຕາມຄວາມເໝາະສົມ;

8) ພະນັກງານ ແລະ ກໍາມະກອນທັງໝົດຂອງໂຮງງານ ຕ້ອງໄດ້ຜ່ານການກວດສຸຂະພາບເປັນປົກກະຕິ ຢ່າງ   ໜ້ອຍໜຶ່ງຄັ້ງຕໍ່ປີ ຕາມກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການສະເພາະທີ່ກ່ຽວຂ້ອງ. ຖ້າກວດພົບຜູ້ທີ່ມີພະຍາດຕິດແປດ ຫຼື ພະຍາດອາຊີບ ຕ້ອງໃຫ້ຢຸດເຊົາການເຮັດວຽກຢູ່ໂຮງງານ ແລະ ໃຫ້ປະຕິບັດນະໂຍບາຍຕໍ່ຜູ້ກ່ຽວ ຕາມທີ່ກຳ ນົດໃນກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການທີ່ກ່ຽວຂ້ອງ.

4.10 ການບໍລິຫານໂຮງງານ

ໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ໃຫ້ມີແຜນການບໍລິຫານໂຮງງານ, ການຄຸ້ມຄອງການຜະ ລິດ ແລະ ປະຕິບັດໃຫ້ໄດ້ມາດຕະຖານໃດໜຶ່ງ ເປັນຕົ້ນ ລະບົບ 5 ສໍ (5S) ໂດຍຜ່ານການຢັ້ງຢືນຈາກຂະແໜງການອຸດສາຫະກຳ ແລະ ການຄ້າ ຫຼື ປະຕິບັດໃຫ້ໄດ້ມາດຕະຖານສາກົນ (ISO) ໃດໜຶ່ງ ໂດຍຜ່ານການຢັ້ງຢືນຈາກອົງການທີ່ກ່ຽວຂ້ອງ.

 

5. ວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ ສະໜອງແກ່ໂຮງງານ

ວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ ທີ່ຈະນຳມາປຸງແຕ່ງຢູ່ໃນໂຮງງານ ສາມາດນໍາໃຊ້ວັດຖຸດິບຢູ່ພາຍໃນ ຫຼື ນໍາເຂົ້າຈາກຕ່າງປະເທດ ໂດຍມີເງື່ອນໄຂ ຄືດັ່ງນີ້:

5.1 ການນໍາໃຊ້ວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ ຢູ່ພາຍໃນແມ່ນສາມາດນຳໃຊ້ໄດ້ທັງໝົດທຸກປະເພດ ຍົກເວັ້ນແຕ່ສິ່ງ​ເສດ​ເຫຼືອຢາງປລາສະຕິກປະເພດຕິດເຊື້ອພະຍາດ.​

5.2 ວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ ທີ່ນຳເຂົ້າມາຈາກຕ່າງປະເທດ  ຕ້ອງເປັນຮູບແບບແຜ່ນຢາງ, ຖົງ  ຢາງ, ຢາງແຂງ ເປັນແທ່ງ, ເປັນແຜ່ນ ຫຼື ເປັນກ້ອນ ແລະ ຕ້ອງມີຄວາມສະອາດ, ສາມາດນໍາມາຜະລິດເປັນຜະລິດຕະພັນໄດ້ຢ່າງໜ້ອຍ 80% ຂຶ້ນໄປ ແລະ ສາມາດນໍາເຂົ້າໄດ້ສະເພາະປະເພດ ດັ່ງນີ້:

  1. Acry lonitrile Butadiene Stryrene (ABS);
  2. Low Density Polyethylene (LDPE);
  3. High Density Polyethy len (HDPE);
  4. Polymide6 (nylon) (PA6);
  5. Polyamide66 (nylon) (PA66);
  6. Polyethylene (PE);
  7. Polyphey lene ether (PPE);
  8. Polycarbonate (PC);
  9. Polybutylene terephthalate (PBT);
  10. Polyvinyl chloride (PVC);
  11. Polyethylene terephtalate (PET);
  12. Methyl Methacrylate (MMA);
  13. Polymethyl methacrylate (PMMA);
  14. Polypropylene (PP);
  15. Cross linked polyethylene (XLPE).

5.3 ຫ້າມນໍາເຂົ້າວັດຖຸດິບສິ່ງ​ເສດ​ເຫຼືອ​ຢາງ​ປລາສະຕິກ ທີ່ບໍ່ໄດ້ກຳນົດໄວ້ໃນຂໍ້ 5.2 ແລະ ສິ່ງ​ເສດ​ເຫຼືອ​ຢາງ​ປລາ ສະຕິກທີ່ມີລັກສະນະ ຄືດັ່ງນີ້:

  1. ປະເພດຕິດເຊື້ອພະຍາດ;
  2. ບໍ່ສະອາດ, ມີກິ່ນ​ເໝັນ ຫຼື​ ຂິວຮ້າຍແຮງ;
  3. ວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ ທີ່ມີອົງປະກອບ ຫຼື ປົນເປື້ອນທາດເຄມີເປັນອັນຕະລາຍ ຈົນສາມາດປ່ຽນຄຸນລັກສະນະ ເຊັ່ນ: ກໍ່ໃຫ້ເກີດລະເບີດ, ທາດແຫຼວໄວໄຟ, ທາດແຂງໄວໄຟ, ທາດທີ່ສາມາດຕິດໄຟໄດ້ເອງ, ທາດທີ່ສຳຜັດກັບນໍ້າຈະໃຫ້ທາດໄວໄຟ, ອັອກຊີໄດ, ເປີອັອກໄຊອິນຊີ, ເປັນພິດ, ກັດກ່ອນ ແລະ ກາສ໌ພິດ ເມື່ອສຳຜັດກັບອາ ກາດ ແລະ ນໍ້າ;
  4. ບໍ່​ສາມາດ​ນຳ​ມາ​ຜະລິດ​ຄືນ​ໃໝ່​ໄດ້.

6. ການຂົນສົ່ງວັດຖຸດິບ ສິ່ງເສດເຫຼືອຢາງປລາສະຕິກ

ຈາກພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ທີ່ຈະຂົນສົ່ງເຂົ້າສູ່ໂຮງ ງານ ຕ້ອງມັດໃຫ້ແໜ້ນເປັນກ້ອນ, ຫຸ້ມ​ຫໍ່ ຫຼື ໃສ່ພາຊະນະບັນຈຸທີ່ປິດແຈບໄດ້ມາດຕະຖານ ແລະ ພາຫະນະຂົນສົ່ງທີ່ເປັນຕູ້ຄອນເທນເນີ ຫຼື ປົກປິດດ້ວຍຜ້າບັດທີ່ແໜ້ນໜາ ຮັບປະກັນບໍ່ໃຫ້ມີກິ່ນ ຫຼື ຕົກເຮັ່ຍ ໃນໄລຍະເວລາຂົນສົ່ງ. 

7. ການສ້າງແຜນການເຄື່ອນໄຫວປະຈໍາປີ

ຜູ້ດຳເນີນກິດຈະການໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ໃຫ້ສ້າງແຜນການເຄື່ອນໄຫວ, ສະຫຼຸບການເຄື່ອນໄຫວປະຈຳປີ ຕາມແບບພິມ ອ ເຊັ່ນ: (ອ1) ແຜນການຜະລິດ, (ອ2) ແຜນການຈໍາໜ່າຍ, (ອ3) ແຜນຄວາມຕ້ອງການປະຈຳປີ ແລະ (ອ6) ການສະຫຼຸບການນໍາເຂົ້າວັດຖຸດິບ, ອາໄຫຼ່, ເຄື່ອງຈັກ, ອຸປະກອນ ແລະ ພາຫະນະກົນຈັກຮັບໃຊ້ການຜະລິດ ໂດຍກຳນົດຕາມຄວາມອາດສາມາດຜະລິດຕົວຈິງຂອງໂຮງງານ ແລ້ວຍື່ນຕໍ່ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາຢັ້ງຢືນ.

ແຜນການເຄື່ອນໄຫວປະຈຳປີ ຂອງໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ຖ້າມີຄວາມຈໍາເປັນຢາກ ດັດແກ້ແມ່ນສາມາດດັດແກ້ໄດ້ໜຶ່ງຄັ້ງຕໍ່ປີ ໃນກໍລະນີການນໍາເຂົ້າຕົວຈິງບໍ່ສາມາດປະຕິບັດຕາມແຜນຄວາມຕ້ອງການປະ ຈໍາປີ (ອ3) ໄດ້, ສ່ວນທີ່ເຫຼືອຖືວ່າໝົດໄປ.

8. ການນຳເຂົ້າສິ່ງ​ເສດ​ເຫຼືອຢາງປລາສະຕິກ

8.1 ເງື່ອນໄຂຂອງການນຳເຂົ້າສິ່ງເສດເຫຼືອຢາງປລາສະຕິກ ​

ການນໍາເຂົ້າສິ່່ງເຫຼືອຢາງປລາສະຕິກເພື່ອມາປຸງແຕ່ງໃນໂຮງງານ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:

1) ຕ້ອງເປັນໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ທີ່ໄດ້ເງື່ອນໄຂຕາມທີ່ກຳນົດໃນຄຳແນະນໍາສະບັບນີ້;

2) ຕ້ອງມີແຜນຄວາມຕ້ອງການນຳເຂົ້າວັດຖຸດິບປະຈຳປີ ຕາມແບບພິມ ອ3 ທີ່ໄດ້ຜ່ານການຢັ້ງຢືນຈາກກົມອຸດ ສາຫະກຳ ແລະ ຫັດຖະກຳ;

3) ຕ້ອງມີໃບຢັ້ງຢືນແຫຼ່ງທີ່ມາຂອງສິ່ງເສດເຫຼືອຢາງປລາສະຕິກ ຈາກເຈົ້າໜ້າທີ່ພາກລັດ ຫຼື ອົງກອນໃດໜຶ່ງທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ ທີ່ໄດ້ລະບຸເຖິງປະເພດ, ປະລິມານ, ຄວາມສະອາດ ແລະ ອື່ນໆ;

4) ຕ້ອງປະຕິບັດພັນທະດ້ານພາສີ, ອາກອນ ແລະ ພັນທະອື່ນ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;

5) ວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກທີ່ຈະນໍາເຂົ້າ ຕ້ອງມັດໃຫ້ແໜ້ນເປັນກ້ອນ ຕາມຂະໜາດທີ່ເໝາະສົມ, ຫຸ້ມ​ຫໍ່ ຫຼື ບັນຈຸໃສ່ພາຊະນະທີ່ປິດແຈບ.

8.2. ຂັ້ນຕອນການນຳເຂົ້າສິ່ງເສດເຫຼືອຢາງປລາສະຕິກ

ການນໍາເຂົ້າສິ່ງເສດເຫຼືອຢາງປລາສະຕິກ ເພື່ອມາປຸງແຕ່ງຢູ່ໂຮງງານ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

1) ໃຫ້ຍື່ນໜັງສືສະເໜີຂໍນຳເຂົ້າເປັນແຕ່ລະກໍລະນີ ເຖິງກົມອຸດສາຫະກຳ ແລະ ຫັດຖະກຳ ໂດຍຄັດຕິດແຜນ ການເຄື່ອນໄຫວປະຈຳປີ ແລະ ເອກະສານທີ່ກ່ຽວຂ້ອງ ເຊັ່ນ: uໃບສັ່ງຊື້ສິນຄ້າ (Purchase Order), vໃບສະເໜີລາຄາ (Commercial Invoice), wໃບຢັ້ງຢືນຄວາມສະອາດຂອງສິ່ງເສດເຫຼືອປລາສະຕິກ ຈາກເຈົ້າໜ້າທີ່ພາກລັດ ຫຼື ອົງກອນໃດໜຶ່ງທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ, xຮູບຖ່າຍສິ່ງເສດເຫຼືອຢາງປລາສະຕິກ, yໃບມອບສິດຜູ້ມາພົວພັນເອກະສານ, zສໍາເນົາໃບທະບຽນວິສາຫະກິດ, {ສໍາເນົາໃບຢັ້ງຢືນດ້ານສິ່ງແວດລ້ອມໂຮງງານ, |ສໍາເນົາໃບຢັ້ງຢືນດຳ ເນີນກິດຈະການໂຮງງານ, }ສໍາເນົາໃບມອບພັນທະພາສີ, ອາກອນ ແລະ ພັນທະອື່ນໆ;

2) ການນໍາເຂົ້າວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ ໃຫ້ນໍາເຂົ້າຜ່ານດ່ານສາກົນ ທີ່ໃກ້ກັບໂຮງງານ;

3) ໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ຄົ້ນຄວ້າພິຈາລະນາ ຕາມແຜນການເຄື່ອນໄຫວປະຈຳປີຂອງໂຮງງານ ແລະ ໃຫ້ອອກໃບຢັ້ງຢືນການນຳເຂົ້າ ພາຍໃນ 7 ວັນ ລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.  ໃນກໍລະນີເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ໃຫ້ແຈ້ງຕໍ່ຜູ້ສະເໜີຊາບ ພາຍໃນ 5 ວັນລັດຖະການ ນັບແຕ່ມື້ໄດ້ຮັບ     ເອກະສານ; ພາຍຫຼັງໄດ້ອອກໃບຢັ້ງການນຳເຂົ້າແລ້ວ ຕ້ອງສົ່ງສຳເນົາເອກະສານໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ບ່ອນທີ່ໂຮງງານຕັ້ງຢູ່ ພາຍໃນ 5 ວັນລັດຖະການ ເພື່ອຕິດຕາມການນຳເຂົ້າຕົວຈິງ.

4) ໃຫ້ຜູ້ດຳເນີນກິດຈະການໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ຍື່ນໃບຢັ້ງຢືນການນໍາເຂົ້າ ຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານສາກົນ ເພື່ອຕິດຕາມ ແລະ ກວດກາ ການນຳເຂົ້າຕົວຈິງ;

5) ສິ່ງເສດເຫຼືອຢາງປລາສະຕິກ ທີ່ນໍາເຂົ້າຈາກຕ່າງປະເທດຮອດໂຮງງານ ກ່ອນເປີດຕູ້ບັນຈຸສິ່ງເສດເຫຼືອດັ່ງ ກ່າວ ໃຫ້ເຈົ້າຂອງໂຮງງານແຈ້ງຕໍ່ກົມອຸດສາຫະກຳ ແລະ ຫັດຖະກຳ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະ ຄອນຫຼວງ ເພື່ອສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາ. ສໍາລັບໂຮງງານທີ່ຢູ່ໃນເຂດອຸດສາຫະກຳ, ນິຄົມອຸດສາຫະກຳ ຫຼື ເຂດເສດຖະກິດພິເສດ ໃຫ້ເຈົ້າຂອງໂຮງງານແຈ້ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເພື່ອສົມທົບກັບຄະນະຮັບຜິດຊອບເຂດລົງກວດກາ. ໃນນັ້ນ ກົມອຸດສາຫະກຳ ແລະ ຫັດຖະກຳ ຈະ​​ລົງສົມທົບກວດບາງກໍລະນີ​ທີ່​ເຫັນ​ວ່າ​​ຈຳ​ເປັນ ​ແລະ ກໍລະນີສົງໄສ;

6) ໃນກໍລະນີຫາກກວດເຫັນການນໍາເຂົ້າສິ່ງເສດເຫຼືອຢາງປລາສະຕິກ ບໍ່ໄດ້ມາດຕະຖານ ຕາມທີ່ກຳນົດໄວ້ຢູ່ຂໍ້ 5.2 ແລະ 5.3 ໃນຂໍ້ 5 ຂອງຄໍາແນະນໍາສະບັບນີ້ ໃຫ້ສົ່ງກັບຄືນປະເທດຕົ້ນທາງທັນທີ. ສໍາລັບຄ່າສິ້ນເປືອງໃນການສົ່ງກັບຄືນແມ່ນໂຮງງານ ຫຼື ບໍລິສັດນໍາເຂົ້າ ເປັນຜູ້ຮັບຜິດຊອບທັງໝົດ.

8.3 ໃບຢັ້ງຢືນການນໍາເຂົ້າສິ່ງເສດເຫຼືອຢາງປລາສະຕິກ

1) ການພິຈາລະນາອອກໃບຢັ້ງຢືນການນໍາເຂົ້າ ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ ພິຈາລະນາຕາມແຜນ ການນຳເຂົ້າປະຈຳປີ ທີ່ໄດ້ຜ່ານການຢັ້ງຢືນແລ້ວເປັນແຕ່ລະຄັ້ງ ໂດຍອີງໃສ່ຄວາມສາມາດຜະລິດຕົວຈິງຂອງໂຮງງານ;

2) ໃບຢັ້ງຢືນການນໍາເຂົ້າມີອາຍຸການນໍາໃຊ້ໄດ້ພາຍໃນ 180 ວັນ ນັບແຕ່ມື້ອອກໃບຢັ້ງຢືນ. ໃບຢັ້ງຢືນການນຳເຂົ້າສາມາດຕໍ່ໄດ້ໜຶ່ງຄັ້ງແຕ່ບໍ່ເກີນ 90 ວັນ.

9. ຄ່າ​ທຳ​ນຽມ ແລະ ຄ່າບໍລິການ ໃນການນຳເຂົ້າສິ່ງ​ເສດ​ເຫຼືອຢາງປລາສະຕິກຈາກ​ຕ່າງປະ​ເທດ

ການນຳເຂົ້າສິ່ງ​ເສດ​ເຫຼືອຢາງປລາສະຕິກ ຈາກຕ່າງປະເທດ ຕ້ອງໄດ້ເສຍຄ່າທໍານຽມ ແລະ ຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ.

10. ການປັບປຸງ, ດັດສົມ ໂຮງງານ​ປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ

ສິ່ງເສດເຫຼືອຢາງປລາສະຕິກ ທີ່ສ້າງຕັ້ງກ່ອນຄໍາແນະນຳສະບັບນີ້ ໃຫ້ປັບປຸງ ແລະ ດັດສົມ ຄືດັ່ງນີ້:

1) ໂຮງງານ​ປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ທີ່ໄດ້ຮັບອະນຸຍາດ ແລະ ດຳເນີນກິດຈະການຜ່ານມາແລ້ວ ຕ້ອງປັບປຸງໃຫ້ຄົບຖ້ວນຕາມເງື່ອນໄຂ ທີ່ກຳນົດໄວ້ໃນ ຂໍ້ 2 ແລະ ປະຕິບັດໃຫ້ໄດ້ຕາມມາດຕະຖານທາງດ້ານເຕັກນິກທີ່ກຳນົດໄວ້ໃນ ຂໍ້ 3 ແລະ ຂໍ້ 4 ​ຂອງຄໍາແນະນໍາສະບັບນີ້;

2) ກໍລະນີໂຮງງານໃດບໍ່ຄົບເງື່ອນໄຂ ແລະ ມາດຕະຖານດັ່ງກ່າວ ໃຫ້ຜູ້ດຳເນີນກິດຈະການໂຮງງານສ້າງແຜນ ການປັບປຸງໂຮງງານ ແລ້ວນຳສະເໜີຕໍ່ກົມອຸດສາຫະກຳ ແລະ ຫັດຖະກຳ ເພື່ອກວດກາຄວາມສອດຄ່ອງກັບເງື່ອນໄຂ ແລະ ມາດຕະຖານເຕັກນິກ ທີ່ໄດ້ກໍານົດໄວ້ໃນຄໍາແນະນໍາສະບັບນີ້. ພາຍຫຼັງແຜນການປັບປຸງໂຮງງານໄດ້ຜ່ານການຢັ້ງຢືນແລ້ວ ຈຶ່ງປັບປຸງໂຮງງານໄດ້. ໃນໄລຍະການປັບປຸງໂຮງງານ ໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ລົງຕິດຕາມ​ ເປັນແຕ່ລະໄລຍະຈົນກວ່າການປັບປຸງໂຮງງານສຳເລັດ. ໃນໄລ ຍະການປັບປຸງ ໃຫ້ໂຮງງານຢຸດເຊົາການຜະລິດຊົ່ວຄາວໃນສ່ວນທີ່ປັບປຸງ;

3) ເມື່ອປັບປຸງໂຮງງານສຳເລັດແລ້ວ ຈຶ່ງສາມາດສະເໜີຂໍດໍາເນີນກິດຈະການໂຮງງານ ​ຕໍ່ກົມອຸດສາຫະກຳ ​ແລະ ຫັດຖະກຳ ​ເພື່ອ​ພິຈາລະນາ ຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ ເລກທີ 0264/ອຄ, ລົງວັນທີ 15 ມີນາ 2019.

4) ພາຍຫຼັງປະຕິບັດໃຫ້ຄົບຖ້ວນຕາມເງື່ອນໄຂ ແລະ ມາດຕະຖານ ທີ່ກຳນົດໄວ້ໃນຄໍາແນະນໍາສະບັບນີ້ ແລະ ໄດ້ຮັບອະນຸຍາດຈາກກົມອຸດສາຫະກຳ ແລະ ຫັດຖະກຳ ແລ້ວຈຶ່ງສາມາດດໍາເນີນການຜະລິດໄດ້.

 

11. ສິ່ງເສດເຫຼືອຢາງປລາສະຕິກໃໝ່

ການສ້າງຕັ້ງໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກໃໝ່ ໃຫ້ປະຕິບັດຕາມເງື່ອນໄຂ ແລະ ມາດຕະ ຖານ ທີ່ກຳນົດໄວ້ໃນຄໍາແນະນໍາສະບັບນີ້ ແລະ ປະຕິບັດຂັ້ນຕອນການສະເໜີສ້າງຕັ້ງໂຮງງານ   ຕາມທີ່ກໍານົດໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ ເລກທີ 0264/ອຄ, ລົງວັນທີ 15 ມີນາ 2019 ແຕ່ຕ້ອງລໍຖ້າມີນິຕິກຳສະບັບໃໝ່ປ່ຽນແທນຄໍາສັ່ງ ສະບັບເລກທີ 0930/ອຄ.ກອຫ, ລົງວັນທີ 31 ກໍລະກົດ 2019 ໂດຍເຫັນດີອະນຸຍາດໃຫ້ດຳເນີນທຸລະກິດ ໃໝ່ ກ່ຽວກັບໂຮງງານປຸງແຕ່ງສິ່ງເສດເຫູືອຢາງປລາສະຕິກ ຈຶ່ງສາມາດຮັບເອກະສານສະເໜີສ້າງຕັ້ງໂຮງງານໃໝ່ໄດ້.

12. ມາດຕະການຕໍ່ຜູ້ລະເມີດ

ຜູ້ລະເມີດຕໍ່ຄຳແນະນຳສະບັບນີ້ ຈະຖືກປະຕິບັດມາດຕະການ ດັ່ງນີ້:

1) ໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ຫາກບໍ່ປະຕິບັດຕາມເງື່ອນໄຂ ແລະ ມາດຕະຖານ ທີ່ກຳນົດໄວ້ໃນຄຳແນະນຳສະບັບນີ້ ຈະຖືກປະຕິບັດມາດຕະການຕາມມາດຕາ 53, 54 ແລະ 55 ຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ ເລກທີ 0264/ອຄ, ລົງວັນທີ 15 ມີນາ 2019, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;

2) ໃນກໍລະນີຫາກນໍາເຂົ້າສິ່ງເສດເຫຼືອຢາງປລາສະຕິກ ບໍ່ໄດ້ຕາມມາດຕະຖານທີ່ກຳນົດໄວ້ຢູ່ຂໍ້ 5.2 ແລະ 5.3 ໃນຂໍ້ 5 ຂອງຄໍາແນະນໍາສະບັບນີ້ ຈະຖືກປັບໃໝຕາມມາດຕາ 55 ຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ ເລກທີ 0264/ອຄ, ລົງວັນທີ 15 ມີນາ 2019, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;

3) ເມັດຢາງທີ່ຜະລິດຄືນໃໝ່ຈາກສິ່ງເສດເຫຼືອຢາງປລາສະຕິກ ຖ້າບໍ່ໄດ້ຄຸນນະພາບສິ່ງຫຸ້ມຫໍ່ອາຫານ (Food Grade) ບໍ່ອະນຸຍາດໃຫ້ນໍາໄປຜະລິດເປັນຜະລິດຕະພັນສໍາເລັດຮູບປະເພດພາຊະນະບັນຈຸອາຫານ ຫຼື ພາຊະນະບັນຈຸເຄື່ອງດື່ມທຸກຊະນິດ. ກໍລະນີລະເມີດ ຈະຖືກປະຕິບັດມາດຕະການຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ ເລກທີ 0264/ອຄ, ລົງວັນທີ 15 ມີນາ 2019, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຕາມແຕ່ລະກໍລະນີ.

13. ການຈັດຕັ້ງປະຕິບັດ

ມອບ​ໃຫ້​ກົມ​ອຸດ­ສາ­ຫະ­ກຳ ແລະ ຫັດ­ຖະ­ກຳ ເຜີຍ­ແຜ່ ແນະ­ນຳ​ພະ​ແນ​ກ​ອຸດ​ສາ­ຫະ­ກຳ ແລະ ການ​ຄ້າ ແຂວງ, ນະ­ຄອນ­ຫຼວງ, ຫ້ອງ­ການ​ອຸດ​ສາ​ຫະກໍາ ແລະ ການ​ຄ້າ ເມືອງ, ນະ­ຄອນ ໃນ​ການ​ຄຸ້ມ​ຄອງ, ຕິດ­ຕາມ, ກວດ­ກາ​ຢ່າງ​ເຂັ້ມ​ງວດ ແລະ ປະ­ສານ​ສົມ­ທົບ​ກັບ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດຕາມ​ຄຳ​ແນະນໍາ​ສະ­ບັບ​ນີ້​ໃຫ້​ໄດ້​ຮັບ​ຜົນ​ດີ.

14. ຜົນ​ສັກ­ສິດ

ຄຳ​ແນະນໍາ​ສະ­ບັບ​ນີ້​ມີ​ຜົນ​ສັກ­ສິດ​ພາຍ­ຫຼັງ​ລົງ​ລາຍ​ເຊັນ ແລະ ພິມ​ລົງ​ໃນ​ຈົດ­ໝາຍ­ເຫດ​ທາງ​ລັດ​ຖະ​ການ ສິບ​ຫ້າ​ວັນ.

ລັດ­ຖະ­ມົນ­ຕີ

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Guidelines for recycling waste plastic plants, No. 0682/MOIC.DIH, dated 17 July 2020. PDF
2 ຄໍາແນະນໍາ ກ່ຽວກັບການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫຼືອຢາງປລາສະຕິກ, ເລກທີ 0682/ອຄ.ກອຫ, ລົງວັນທີ 17 ກໍລະກົດ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.