ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ທະນາຄານແຫ່ງ ສປປ ລາວ     ເລກທີ 461/ທຫລ
ນະຄອນຫຼວງວຽງຈັນ, ວັນທີ 03 ມິຖຸນາ 2019

ຂໍ້ຕົກລົງ

ວ່າດ້ວຍ ການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ

  • ອີງຕາມກົດໝາຍ ວ່າດ້ວຍທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ) ສະບັບເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018;
  • ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ, ລົງວັນທີ 22 ທັນວາ 2014;
  • ອີງຕາມການຄົ້ນຄ້ວາ ແລະ ນໍາສະເໜີຂອງກົມກ່ຽວຂ້ອງ.

ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

  ຂໍ້ຕົກລົງສະບັບນີ້ ກໍານົດບັນດາຫຼັກການ, ລະບຽບການ ແລະ ຂັ້ນຕອນໃນການຂໍອະນຸຍາດດໍາເນີນທຸລະກິດ ແລະ ຂອບເຂດການເຄື່ອນໄຫວກ່ຽວກັບການດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ ເພື່ອຜັນຂະຫຍາຍເນື້ອໃນຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ແນ່ໃສ່ເຮັດໃຫ້ການດໍາເນີນທຸລະກິດມີປະສິດທິຜົນ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ທັງເປັນການດຶງດູດການລົງທຶນ ຈາກຕ່າງປະເທດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ

   ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ ແມ່ນ ຄໍາບໍລິສຸດ ທີ່ໄດ້ມາດຕະຖານ 99.99%.

   ທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ ແມ່ນການດໍາເນີນທຸລະກິດຂອງຫົວໜ່ວຍທຸລະກິດ ທີ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ ໃນການນໍາເຂົ້າ-ສົ່ງອອກ ຄໍາ ກັບຕ່າງປະເທດ ເພື່ອຊື້-ຂາຍ ກັບຫົວໜ່ວຍທຸລະກິດປຸງແຕ່ງ ວັດຖຸມີຄ່າ ຢູ່ພາຍໃນປະເທດ.

ມາດຕາ 3 ການອະທິບາຍຄໍາສັບ

   ຄໍາສັບຕ່າງໆ ທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  • ຄໍາ ໝາຍເຖິງ ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ.
  • ຜູ້ດໍາເນີນທຸລະກິດ ໝາຍເຖິງ ຜູ້ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ ຈາກທະນາຄານແຫ່ງ ສປປ ລາວ.
  • ທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ໝາຍເຖິງ ການດໍາເນີນທຸລະກິດ ໃນຮູບແບບ ບໍລິສັດ ຈໍາກັດ ເພື່ອດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ.

ມາດຕາ 4 ຂອບເຂດການນໍາໃຊ້

  ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບຜູ້ສະເໜີຂໍອະນຸຍາດດໍາເນີນທຸລະກິດ ແລະ ຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ຢູ່ ສປປ ລາວ.

ໝວດທີ 2

ການດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ

ມາດຕາ 5 ທຶນຈົດທະບຽນ

    ການດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ຕ້ອງປະກອບທຶນຈົດທະບຽນຕໍ່າສຸດ ຈໍານວນ 20.000.000.000 (ຊາວຕື້) ກີບ, ໃນນັ້ນ ເປັນທຶນໝູນວຽນຕໍ່າສຸດ ຈໍານວນ 80% ແລະ ຊັບສິນຄົງທີ່ສູງສຸດ ຈໍານວນ 20%. ສໍາລັບທຶນໝູນວຽນດັ່ງກ່າວ ຕ້ອງເປັນທຶນທີ່ມີແຫຼ່ງທີ່ມາຂອງເງິນທຶນຢ່າງຈະແຈ້ງ ແລະ ຖືກຕ້ອງຕາມກົດໝາຍ ແລະ ຕ້ອງນໍາມາຝາກໄວ້ນໍາທະນາຄານທຸລະກິດ ຢູ່ ສປປ ລາວ. ທຶນຈົດທະບຽນ ສາມາດຖອນ ແລະ ນໍາໃຊ້ ເພື່ອດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ແລະ ປະກອບວັດຖຸເຕັກນິກ ນັບແຕ່ວັນທີ່ ໄດ້ຮັບການອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ເປັນຕົ້ນໄປ ແລະ ຕ້ອງນໍາໃຊ້ເຂົ້າໃນການດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ເທົ່ານັ້ນ.

ມາດຕາ 6 ເງື່ອນໄຂຂອງການອະນຸຍາດດໍາເນີນທຸລະກິດ

  ທະນາຄານແຫ່ງ ສປປ ລາວ ຈະພິຈາລະນາອະນຸຍາດໃຫ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ແກ່ຜູ້ສະເໜີຂໍອະນຸຍາດ ບົນພື້ນຖານເງື່ອນໄຂ ດັ່ງນີ້:

  1. ໄດ້ຮັບການຂື້ນທະບຽນວິສາຫະກິດຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ;
  2. ມີທຶນຈົດທະບຽນຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້;
  3. ມີແຜນດໍາເນີນທຸລະກິດ ທີ່ມີປະສິດທິຜົນ;
  4. ມີສະຖານທີ່ຕັ້ງສໍານັກງານທີ່ເໝາະສົມ ແລະ ຮັບປະກັນຄວາມປອດໄພໃນການບໍລິການ;
  5. ບໍ່ເຄີຍຖືກສານຕັດສິນລົງໂທດໃນສະຖານຍັກຍອກຊັບ ຫຼື ສໍ້ໂກງຊັບ;
  6. ບໍ່ເຄີຍຖືກຖອນໃບອະນຸຍາດດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ມາກ່ອນ.

ມາດຕາ 7 ການຍື່ນສໍານວນຄໍາຮ້ອງ

  ຜູ້ທີ່ມີຈຸດປະສົງຕ້ອງການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ຕ້ອງຍື່ນສໍານວນຄໍາຮ້ອງ ສະເໜີ ຂໍອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ນໍາກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ພາຍຫຼັງໄດ້ຮັບອະນຸຍາດຂື້ນທະບຽນວິສາຫະກິດ ໂດຍຕ້ອງປະກອບສໍານວນເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງ ສະເໜີຂໍດໍາເນີນທຸລະກິດ ຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ;
  2. ຊີວະປະຫວັດຂອງຜູ້ອໍານວຍການ ຫຼື ຜູ້ຖືຮຸ້ນ;
  3. ແຜນການດໍາເນີນທຸລະກິດ;
  4. ໃບຢັ້ງຢືນຖານະການເງິນ ແລະ ໃບລາຍງານບັນຊີສໍາຮອງ (Statement);
  5. ສໍາເນົາໃບທະບຽນວິສາຫະກິດ ແລະ ສໍາເນົາໜັງສືແຈ້ງເຈດຈໍານົງ ອອກໂດຍກະຊວງອຸດສາຫະກໍາ ແລະ ການຄ້າ (ນໍາສະບັບກາແດງມາຢັ້ງຢືນ);
  6. ໂຄງຮ່າງການຈັດຕັ້ງ ແລະ ກົດລະບຽບພາຍໃນຂອງບໍລິສັດ;
  7. ແຜນວາດທີ່ຕັ້ງສໍານັກງານ ທີ່ໄດ້ຮັບການຢັ້ງຢືນ ຈາກອົງການປົກຄອງບ້ານ;
  8. ໃບຢັ້ງຢືນທີ່ຢູ່ (ສໍາລັບບຸກຄົນລາວ);
  9. ໃບແຈ້ງໂທດ (ສໍາລັບບຸກຄົນລາວ);
  10.  ສໍາເນົາບັດປະຈໍາຕົວ (ສໍາລັບບຸກຄົນລາວ);
  11. ສໍາເນົາໜັງສືຜ່ານແດນ (ສໍາລັບນັກລົງທຶນຕ່າງປະເທດ);
  12. ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກນໍາທະນາຄານແຫ່ງ ສປປ ລາວ (ກໍລະນີຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ);
  13.  ຮຸບຖ່າຍຂອງຜູ້ສະເໜີ ຂະໜາດ 3x4 ຈໍານວນ 3 ໃບ (ບໍ່ເກີນ 90 ວັນ).

ມາດຕາ 8 ການຕໍ່ໃບອະນຸຍາດດໍາເນີນທຸລະກິດ

  ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ມີຜົນນໍາໃຊ້ໃນໄລຍະເວລາ 1 ປີ ນັບແຕ່ ເດືອນ ມັງກອນ ເຖິງ ເດືອນ ທັນວາ ຂອງທຸກໆປີ.

  ຜູ້ດໍາເນີນທຸລະກິດ ທີ່ມີຈຸດປະສົງສືບຕໍ່ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ຕ້ອງສະເໜີຂໍຕໍ່ໃບອະນຸຍາດດໍາເນີນທຸລະກິດ ນໍາກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ກ່ອນໃບອະນຸຍາດໝົດອາຍຸ 30 ວັນ ໂດຍປະກອບສໍານວນເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງ ຂໍຕໍ່ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ຕາມແບບພິມຂອງ ທະນາຄານແຫ່ງ ສປປ ລາວ;
  2. ສໍາເນົາໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ປະຈໍາປີ;
  3. ສໍາເນົາໃບທະບຽນວິສາຫະກິດ;
  4. ໃບຢັ້ງຢືນການມອບພັນທະອາກອນ ປະຈໍາປີ;
  5. ເອກະສານລາຍງານທາງການເງິນປະຈໍາປີ ຫຼື ບົດສະຫຼຸບບັນຊີ ປະຈໍາປີ;
  6. ໃບລາຍງານບັນຊີສໍາຮອງ ຢູ່ທະນາຄານທຸລະກິດ ທີ່ມີການເຄື່ອນໄຫວໄລຍະ 1 ປີ ຍ້ອນຫຼັງ;
  7. ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກນໍາທະນາຄານແຫ່ງ ສປປ ລາວ (ກໍລະນີ ຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ);
  8. ຮູບຖ່າຍຂອງຜູ້ສະເໜີ ຂະໜາດ 3x4 ຈໍານວນ 3 ໃບ (ບໍ່ເກີນ 90 ວັນ).

ມາດຕາ 9 ການປ່ຽນທຶນຈົດທະບຽນ

   ຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ທີ່ມີຈຸດປະສົງປ່ຽນແປງທຶນຈົດທະບຽນ ສາມາດສະເໜີຂໍອະນຸຍາດປ່ຽນແປງທຶນຈົດທະບຽນ ນໍາກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ໂດຍຕ້ອງປະກອບເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງ ຂໍປ່ຽນແປງທຶນຈົດທະບຽນ;
  2. ສໍາເນົາໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ປະຈໍາປີ;
  3. ສໍາເນົາໃບທະບຽນວິສາຫະກິດ;
  4. ໃບຢັ້ງຢືນການມອບພັນທະອາກອນ ປະຈໍາປີ ຫຼື ບົດສະຫຼຸບບັນຊີປະຈໍາປີ;
  5. ໃບລາຍງານບັນຊີສໍາຮອງ ຢູ່ທະນາຄານ ທີ່ມີການເຄື່ອນໄຫວໄລຍະ 1 ປີ ຍ້ອນຫຼັງ;
  6. ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກນໍາທະນາຄານແຫ່ງ ສປປ ລາວ (ກໍລະນີ ຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ);
  7. ຮູບ 3x4 ຈໍານວນ 2 ໃບ (ບໍ່ໃຫ້ກາຍ 3 ເດືອນ).

ມາດຕາ 10 ການປ່ຽນສະຖານທີ່ຕັ້ງຂອງບໍລິດສັດນໍາເຂົ້າ-ສົ່ງອອກ ຄໍາ

  ຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ທີ່ມີຄວາມຈໍາເປັນຕ້ອງປ່ຽນສະຖານທີ່ຕັ້ງຂອງບໍລິສັດ ຕ້ອງສະເໜີຂໍປ່ຽນສະຖານທີ່ຕັ້ງຂອງບໍລິສັດ ນໍາກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ເພື່ອພິຈາລະນາ ລ່ວງໜ້າ 30 ວັນ ແລະ ຕ້ອງປະກອບສໍານວນເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງ ສະເໜີປ່ຽນສະຖານທີ່ຕັ້ງບໍລິສັດ;
  2. ສໍາເນົາໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ປະຈໍາປີ;
  3. ສໍາເນົາໃບທະບຽນວິສາຫະກິດ;
  4. ໃບຢັ້ງຢືນທີ່ຕັ້ງ ແລະ ແຜນວາດທີ່ຕັ້ງສໍານັກງານໃໝ່ ຈາກອົງການປົກຄອງບ້ານ;
  5. ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກນໍາທະນາຄານແຫ່ງ ສປປ ລາວ (ກໍລະນີ ຜູ້ສະເໜີບໍ່ສາມາດມາພົວພັນດ້ວຍຕົນເອງ);
  6. ຮູບຖ່າຍຂອງຜູ້ສະເໜີ ຂະໜາດ 3x4 ຈໍານວນ 2 ໃບ (ບໍ່ໃຫ້ກາຍ 90 ວັນ).

ມາດຕາ 11 ການພິຈາລະນາການສະເໜີຂໍອະນຸຍາດ

   ທະນາຄານແຫ່ງ ສປປ ລາວ ຈະຄົ້ນຄ້ວາ ພິຈາລະນາ ແລະ ແຈ້ງຕອບຜົນການສະເໜີຂໍອະນຸຍາດດໍາເນີນ ທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ພາຍໃນກໍານົດເວລາ 30 ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບສໍານວນຄໍາຮ້ອງຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນໄປ.

   ການຕໍ່ໃບອະນຸຍາດດໍາເນີນທຸລະກິດ, ການປ່ຽນແປງທຶນຈົດທະບຽນ, ການດັດແກ້ຂໍ້ມູນໃນໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ຈະຄົ້ນຄ້ວາພິຈາລະນາ ແລະ ແຈ້ງຕອບຜົນການຄົ້ນຄ້ວາຢ່າງເປັນລາຍລັກອັກສອນພາຍໃນກໍານົດເວລາ 15 ວັນລັດຖະການ ນັບແຕ່ວັນໄດ້ຮັບສໍານວນຄໍາຮ້ອງຄົບຖ້ວນ ແລະ ຖືກຕ້ອງ ເປັນຕົ້ນໄປ.

  ນອກຈາກເອກະສານທີ່ໄດ້ກໍານົດໄວ້ໃນມາດຕາ 7-10 ຂອງຂໍ້ຕົກລົງສະບັບນີ້ ເຫັນວ່າຂໍ້ມູນທີ່ໄດ້ມາຍັງບໍ່ພຽງພໍໃນການຄົ້ນຄ້ວາພິຈາລະນາ, ທະນາຄານແຫ່ງ ສປປ ລາວ ສາມາດຮຽກເອົາເອກະສານອື່ນທີ່ກ່ຽວຂ້ອງ.

   ທະນາຄານແຫ່ງ ສປປ ລາວ ຈະແຈ້ງຕອບປະຕິເສດ ການສະເໜີຂໍອະນຸຍາດ, ການຕໍ່ໃບອະນຸຍາດ, ການປ່ຽນແປງທຶນຈົດທະບຽນ, ການດັດແກ້ຂໍ້ມູນໃນໃບອະນຸຍາດດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ທີ່ບໍ່ຄົບຕາມເງື່ອນໄຂ ຫຼື ປະກອບເອກະສານບໍ່ຄົບຖ້ວນຕາມທີ່ກໍານົດໄວ້ໃນມາດຕາ 7-10 ຂອງຂໍ້ຕົກລົງສະບັບນີ້ ຢ່າງເປັນລາຍລັກອັກສອນ ແລະ ສົ່ງເອກະສານທີ່ໄດ້ປະກອບທັງໝົດ ຄືນໃຫ້ຜູ້ສະເໜີ. ຜູ້ສະເໜີທີ່ຖືກປະຕິເສດສາມາດຍື່ນສໍານວນຄໍາຮ້ອງ ແລະ ປະກອບເອກະສານຄືນໃໝ່ ພ້ອມທັງຊີ້ແຈງເຫດຜົນ ເຖິງທະນາຄານແຫ່ງ ສປປ ລາວ ເພື່ອຄົ້ນຄ້ວາພິຈາລະນາຄືນບົນພື້ນຖານເງື່ອນໄຂ ແລະ ການປະກອບເອກະສານທີ່ກໍານົດໄວ້.

   ຜູ້ສະເໜີຂໍອະນຸຍາດ ແລະ ຜູ້ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ຕ້ອງເສຍຄ່າຄົ້ນຄ້ວາເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ຈໍານວນ 200.000 ກີບ ຕໍ່ຊຸດ;
  2. ການອອກໃບອະນຸຍາດດໍາເນີນທຸລະກິດໃໝ່ ຈໍານວນ 0,01% (ສູນຈຸດສູນໜຶ່ງສ່ວນຮ້ອຍ) ຂອງທຶນຈົດທະບຽນ, ແຕ່ສູງສຸດ ບໍ່ເກີນ 5.000.000 ກີບ (ຫ້າລ້ານກີບ);
  3. ຕໍ່ໃບອະນຸຍາດດໍາເນີນທຸລະກິດປະຈໍາປີ ຈໍານວນ 2.000.000 ກີບ;
  4. ການປ່ຽນແປງທຶນຈົດທະບຽນ ແລະ ດັດແກ້ຂໍ້ມູນໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ຈໍານວນ 300.000 ກີບ.

ມາດຕາ 12 ການໂຈະ ແລະ ການຖອນໃບອະນຸຍາດດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ

    ຜູ້ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ສາມາດສະເໜີຂໍໂຈະການດໍາເນີນທຸລະກິດຊົ່ວຄາວພາຍໃນກໍານົດ 90 ວັນ ໂດຍຕ້ອງມີເຫດຜົນຢັ້ງຢືນຄວາມຈໍາເປັນໃນການໂຈະ ແລະ ຖ້າເກີນກໍານົດເວລາດັ່ງກ່າວຫາກບໍ່ມີການສືບຕໍ່ດໍາເນີນທຸລະກິດ ແມ່ນຈະຖືກຖອນໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ.

    ທະນາຄານແຫ່ງ ສປປ ລາວ ຈະຖອນໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ໃນກໍລະນີດັ່ງນີ້:

  1. ບໍ່ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ເປັນເວລາ 90 ວັນ ຕິດຕໍ່ກັນ ໂດຍບໍ່ມີເຫດຜົນ ຫຼື ບໍ່ແຈ້ງໃຫ້ທະນາຄານແຫ່ງ ສປປ ລາວ ຮັບຊາບ;
  2. ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ໝົດອາຍຸເກີນ 90 ວັນ;
  3. ຖືກປະຕິບັດມາດຕະການປັບໃໝແລ້ວ ແຕ່ຍັງສືບຕໍ່ລະເມີດຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  4. ບໍລິສັດເຄື່ອນໄຫວຂາດທຶນ ຢ່າງຕໍ່ເນື່ອງ 3 ປີ ແລະ ບໍ່ສາມາດແກ້ໄຂໄດ້;
  5. ມີຄໍາຕັດສິນຈາກສານປະຊາຊົນ ໃຫ້ລົ້ມລະລາຍ;
  6. ຜູ້ດໍາເນີນທຸລະກິດຂໍຍຸບເລີກດ້ວຍຄວາມສະໝັກໃຈ.

ໝວດທີ 3

ການນໍາເຂົ້າ-ສົ່ງອອກ ແລະ ການຊື້-ຂາຍ ຄໍາ

ມາດຕາ 13 ການນໍາເຂົ້າ-ສົ່ງອອກ ຄໍາ

  ການນໍາເຂົ້າ ຫຼື ສົ່ງອອກ ຄໍາ ຕົວຈີງ, ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດ ຕ້ອງສະແດງເອກະສານ ໃບອະນຸຍາດ ແລະ ເອກະສານທີ່ກ່ຽວຂ້ອງ ໃຫ້ແກ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນ ເພື່ອດໍາເນີນການນໍາເຂົ້າ ຫຼື ສົ່ງອອກ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 14 ການຊື້-ຂາຍ ຄໍາ

  • ການຊື້-ຂາຍ ເປັນຮູບແບບຄໍາ ທັງຂາຍຍົກ ຫຼື ຂາຍຍ່ອຍ ຢູ່ພາຍໃນ ແລະ ຕ່າງປະເທດ;
  • ການຊື້-ຂາຍ ຄໍາ ຢູ່ພາຍໃນ ສປປ ລາວ ຕ້ອງຊໍາລະເປັນເງິນກີບ ແລະ ຕ້ອງມີໃບຮັບເງິນໃນແຕ່ລະຄັ້ງທີ່ມີການຊື້-ຂາຍ;
  • ການສັ່ງຊື້-ຂາຍ ຄໍາ ກັບຕ່າງປະເທດ ຕ້ອງສໍາເນົາໃບແຈ້ງລາຄາສິນຄ້າໃນແຕ່ລະຄັ້ງທີ່ມີການຊື້-ຂາຍ;
  • ການຊື້-ຂາຍ ຄໍາ ຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອງຊໍາລະຜ່ານລະບົບທະນາຄານ;
  • ການຊື້-ຂາຍ ຄໍາ ແຕ່ລະຄັ້ງ ຕ້ອງເກັບໃບແຈ້ງລາຄາ ແລະ ໃບຮັບເງິນທຸກຄັ້ງ ເພື່ອເປັນເອກະສານຢັ້ງຢືນການລົງບັນຊີ.

ມາດຕາ 15 ການຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ຄໍາ

  ຜູ້ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ທີ່ມີຈຸດປະສົງນໍາເຂົ້າ ຫຼື ສົ່ງອອກ ຄໍາ ຕ້ອງສະເໜີຂໍອະນຸຍາດນໍາ ກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ທຸກຄັ້ງ ໂດຍຕ້ອງປະກອບສໍານວນເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງ ຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ຄໍາ ຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ;
  2. ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ປະຈໍາປີ;
  3. ໃບທະບຽນວິສາຫະກິດ;
  4. ໃບສັ່ງຊື້ສິນຄ້າ ຫຼື ໃບແຈ້ງລາຄາສິນຄ້າ (Invoice);
  5. ໃບຫຸ້ມຫໍ່ສິນຄ້າ (Packing).

ມາດຕາ 16 ການພິຈາລະນາ

    ທະນາຄານແຫ່ງ ສປປ ລາວ ຈະຄົ້ນຄ້ວາພິຈາລະນາອອກໃບອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ຄໍາ ພາຍໃນກໍານົດເວລາ 3 ວັນລັດຖະການ ນັບແຕ່ວັນໄດ້ຮັບສໍານວນຄໍາຮ້ອງຄົບຖ້ວນ ແລະ ຖືກຕ້ອງ ເປັນຕົ້ນໄປ.

    ໃບອະນຸຍາດນໍາເຂົ້າ-ສົ່ງອອກ ຄໍາ ມີຜົນນໍາໃຊ້ໄດ້ໃນໄລຍະເວລາ 7 ວັນ ນັບແຕ່ວັນໄດ້ຮັບອະນຸຍາດນໍາເຂົ້າ-ສົ່ງອອກ ຄໍາ ຈາກທະນາຄານແຫ່ງ ສປປ ລາວ ເປັນຕົ້ນໄປ. ໃນກໍລະນີທີ່ບໍ່ໄດ້ນໍາເຂົ້າ ຫຼື ສົ່ງອອກຕາມກໍານົດເວລາດັ່ງກ່າວ ບໍລິສັດຕ້ອງແຈ້ງໃຫ້ ກົມນະໂຍບາຍເງິນຕາ ຊາບ ແລະ ຕ້ອງສະເໜີຂໍຕໍ່ເວລາຕາມລະບຽບການ.

    ຜູ້ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ຕ້ອງເສຍຄ່າຄົ້ນຄ້ວາເອກະສານ ໃນການອອກໃບອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ຄໍາ ຈໍານວນ 50.000 ກີບ ຕໍ່ຄັ້ງ.

ໝວດທີ 4

ສິດ ແລະ ໜ້າທີ ຂອງຜູ້ດໍາເນີີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ

ມາດຕາ 17 ສິດຂອງຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ

  ຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ມີສິດ ດັ່ງນີ້:

  1. ນໍາເຂົ້າ ຄໍາບໍລິສຸດ ທີ່ໄດ້ມາດຕະຖານ 99,99% ຈາກຕ່າງປະເທດ;
  2. ສົ່ງອອກ ຄໍາບໍລິສຸດ ທີ່ໄດ້ມາດຕະຖານ 99,99% ໄປຂາຍຢູ່ຕ່າງປະເທດ;
  3. ຊື້-ຂາຍ ຄໍາ ຢູ່ພາຍໃນປະເທດ ຂາຍຍົກ-ຂາຍຍ່ອຍ ເປັນເງິນກີບ ທັງເງິນສົດ ແລະ ເງິນໂອນ;
  4. ເປີດບັນຊີເງິນຝາກນໍາທະນາຄານທຸລະກິິດ ຢູ່ ສປປ ລາວ ເພື່ອຮອງຮັບການດໍາເນີນທຸລະກິດ;
  5. ປະຕິບັດຕາມຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການອື່ນ ຢ່າງເຂັ້ມງວດ.

ມາດຕາ 18 ໜ້າທີ່ຂອງຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ

    ຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ມີໜ້າທີ່ ດັ່ງນີ້:

  1. ຂໍອະນຸຍາດນໍາເຂົ້າ-ສົ່ງອອກ ຄໍາ ນໍາທະນາຄານແຫ່ງ ສປປ ລາວ ທຸກຄັ້ງທີ່ມີການນໍາເຂົ້າ-ສົ່ງອອກ;
  2. ຕໍ່ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ປະຈໍາປີ;
  3. ຕິດລາຄາ ແລະ ຮັບຊໍາລະຄ່າສີນຄ້າ ເປັນເງິນກີບຢູ່ພາຍໃນ ສປປ ລາວ;
  4. ຕິດປ້າຍບໍລິສັດຕາມລະບຽບການທີ່ຂະແໜງການກ່ຽວຂ້ອງໄດ້ກໍານົດໄວ້;
  5. ຕິດໃບອະນຸຍາດດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ຂອງຕົນໄວ້ບ່ອນທີ່ເປີດເຜີຍ ແລະ ເຫັນໄດ້ງ່າຍ;
  6. ເປີດບັນຊີເງິນຝາກ ທັງເປັນເງິນກີບ ແລະ ເງິນຕາຕ່າງປະເທດໄວ້ນໍາທະນາຄານທຸລະກິດ ຢູ່ ສປປ ລາວ ເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດຂອງຕົນ;
  7. ປະຕິບັດພັນທະພາສີ-ອາກອນ ຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ;
  8. ປະຕິບັດໜ້າທີ່ອື່ນຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

ໝວດທີ 5

ການບັນຊີ, ການກວດກາ ແລະ ການລາຍງານ

ມາດຕາ 19 ລະບົບການບັນຊີ

   ບໍລິສັດນໍາເຂົ້າ-ສົ່ງອອກ ຄໍາ ຕ້ອງປະຕິບັດລະບົບການບັນຊີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ເພື່ອຕິດຕາມການດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ.

ມາດຕາ 20 ການຄຸ້ມຄອງ ແລະ ການກວດກາ

    ທະນາຄານແຫ່ງ ສປປ ລາວ ເປັນຜູ້ຄຸ້ມຄອງ, ຕິດຕາມ, ກວດກາການເຄຶ່ອນໄຫວ ແລະ ການຈັດຕັ້ງປະຕິບັດລະບຽບການ  ຂອງບໍລິສັດນໍາເຂົ້າ-ສົ່ງອອກ ຄໍາ ເປັນປະຈໍາເດືອນ, ໄຕມາດ, ປີ ແລະ ເມື່ອເຫັນວ່າມີຄວາມຈໍາເປັນ.

ມາດຕາ 21 ການລາຍງານ

   ບໍລິສັດນໍາເຂົ້າ-ສົ່ງອອກ ຄໍາ ຕ້ອງປະຕິບັດການລາຍງານ ໃຫ້ທະນາຄານແຫ່ງ ສປປ ລາວ ດັ່ງນີ້:

  1. ປະຕິບັດລະບອບລາຍງານດ້ານການບັນຊີ-ການເງິນ ຕາມລະບຽບການບັນຊີຂອງກະຊວງການເງິນກໍານົດໄວ້ຢ່າງເຂັ້ມງວດ;
  2. ຕ້ອງລາຍງານການນໍາເຂົ້າ ຫຼື ສົ່ງອອກ ຄໍາ ໃຫ້ທະນາຄານແຫ່ງ ສປປ ລາວ ຊາບ ພາຍໃນກໍານົດເວລາ 3 ວັນ ພາຍຫຼັງທີ່ມີການນໍາເຂົ້າ ຫຼື ສົ່ງອອກ ຄໍາ ຕົວຈີງ.

ໝວດທີ 6

ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 22 ຂໍ້ຫ້າມ

   ຫ້າມຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ມີພຶດຕິກໍາ ດັ່ງນີ້:

  1. ນໍາເຂົ້າ-ສົ່ງອອກ ຄໍາ ໂດຍບໍ່ໄດ້ຮັບອະນຸຍາດ;
  2. ເປີດບັນຊີເງິນຝາກ ກັບທະນາຄານທຸລະກິດຢູ່ຕ່າງປະເທດ;
  3. ໃຫ້ບໍລິການ ແລະ/ຫຼື ເປັນທີ່ປຶກສາການຊື້-ຂາຍ ດັດສະນີຄໍາ ຢູ່ຕະຫຼາດສາກົນ;
  4. ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ໝົດອາຍຸເກີນ 30 ວັນ;
  5. ມອບໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ຂອງຕົນໃຫ້ບຸກຄົນອື່ນນໍາໃຊ້ ເພື່ຶອຈຸດປະສົງໃດກໍ່ຕາມ;
  6. ປ່ຽນສະຖານທີ່ຕັ້ງບໍລີສັດໂດຍບໍ່ໄດ້ຮັບອະນຸຍາດ;
  7. ຂັດຂວາງ ບໍ່ອໍານວຍຄວາມສະດວກ ຫຼື ບໍ່ໃຫ້ຄວາມຮ່ວມມືໃນການປະຕິບັດງານຂອງເຈົ້າໜ້າທີ;
  8. ມີການເຄື່ອນໄຫວອື່ນ ທີ່ເປັນການລະເມີດຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ 23 ມາດຕະການສຶກສາອົບຮົມ

  ຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ທີ່ລະເມີດມາດຕາ 22 ຂອງຂໍ້ຕົກລົງສະບັບນີ້ ເປັນຄັ້ງທໍາອິດຈະຖືກປະຕິບັດມາດຕະການສຶກສາອົບຮົມ, ກ່າວເຕືອນ ຈາກທະນາຄານແຫ່ງ ສປປ ລາວ ພ້ອມທັງ ເຮັດບົດບັນທຶກເປັນລາຍລັກອັກສອນ.

ມາດຕາ 24 ມາດຕະການປັບໃໝ

  ຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ທີ່ໄດ້ຖືກປະຕິບັດມາດຕະການສຶກສາອົບຮົມແລ້ວ ແຕ່ຍັງສືບຕໍ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການປັບໃໝ ຕາມແຕ່ລະກໍລະນີ ດັ່ງນີ້:

  1. ນໍາເຂົ້າ-ສົ່ງອອກ ຄໍາ ແຕ່ລະຄັ້ງ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;
  2. ເປີດບັນຊີເງິນຝາກຢູ່ຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທະນາຄານແຫ່ງ ສປປ ລາວ ຈະຖືກປັບໃໝ ຊາວລ້ານ (20.000.000) ກີບ;
  3. ໃຫ້ບໍລິການ ຫຼື ເປັນທີ່ປຶກສາການຊື້-ຂາຍ ດັດສະນີຄໍາ ຢູ່ຕະຫຼາດສາກົນໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ສາມສິບລ້ານ (30.000.000) ກີບ, ໃນກໍລະນີີທີ່ຜູ້ດໍາເນີນທຸລະກິດໃຫ້ ທັງບໍລິການ ແລະ ເປັນທີ່ປຶກສາ ຊື້-ຂາຍ ດັດສະນີຄໍາ ຈະຖືກປັບໃໝ ຫ້າສິບລ້ານ (50.000.000) ກີບ;
  4. ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ໝົດອາຍຸເກີນ 60 ວັນ ຈະຖືກປັບໃໝ ສິບລ້ານ (10.000.000) ກີບ ຕໍ່ຄັ້ງ;
  5. ມອບໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ຂອງຕົນໃຫ້ບຸກຄົນອື່ນນໍາໃຊ້ ເພື່ອຈຸດປະສົງໃດກໍ່ຕາມ ຈະຖືກປັບໃໝ ຊາວລ້ານ (20.000.000) ກີບ ຕໍ່ຄັ້ງ;
  6. ປ່ຽນສະຖານທີ່ຕັ້ງບໍລິສັດໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ສິບລ້ານ (10.000.000) ກີບ ຕໍ່ຄັ້ງ.

ໝວດທີ 7

ບົດບັນຍັດສຸດທ້າຍ

ມາດຕາ 25 ການຈັດຕັ້ງປະຕິບັດ

  ກົມນະໂຍບາຍເງິນຕາ ປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖີ່ນທີ່ກ່ຽວຂ້ອງ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນ.

  ຜູ້ທີ່ສະເໜີຂໍອະນຸຍາດ ແລະ ຜູ້ທີ່ໄດ້ຮັບອະນຸຍາດ ດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ມີໜ້າທີ່ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 26 ຜົນສັກສິດ

   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນ ລະບຽບການສ້າງຕັ້ງ ແລະ ຄຸ້ມຄອງບໍລິສັດນໍາເຂົ້າ-ສົ່ງອອກ ວັດຖຸມີຄ່າ ສະບັບເລກທີ 01/ທຫລ, ລົງວັນທີ 15 ພຶດສະພາ 2007.

   ບັນດາຂໍ້ຕົກລົງ ຫຼື ລະບຽບການໃດທີ່ນໍາໃຊ້ໃນເມື່ອກ່ອນ ຫາກຂັດຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ຜູ້ວ່າການທະນາຄານແຫ່ງ ສປປ ລາວ

ສອນໄຊ ສິດພະໄຊ

 

# ຫົວຂໍ້ ດາວໂຫຼດ
1 Decision on a business of import and export gold for international payments, No.461/BOL, dated 03 June 2019 PDF
2 ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການຂໍໃບອະນຸຍາດນໍາເຂົ້າ - ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະສະສາງລະຫວ່າງປະເທດ ຕ້ອງມີໃບອະນຸຍາດ ທະນາຄານແຫ່ງ ສປປ ລາວ ການນໍາເຂົ້າຄໍາ (ສະເພາະຄໍາແທ່ງທີ່ສາກົນຮັບຮູ້ເພື່ອ​ນໍາໃຊ້ໃນການຊຳລະ) ຕ້ອງໄດ້ຮັບອະນຸຍາດນໍາເຂົ້າ ຈາກກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ALL
2 ຮຽກຮ້ອງໃຫ້ມີການຂໍໃບອະນຸຍາດສົ່ງອອກ - ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະສະສາງລະຫວ່າງປະເທດ ຕ້ອງມີໃບອະນຸຍາດ ທະນາຄານແຫ່ງ ສປປ ລາວ ການສົ່ງອອກຄໍາ (ສະເພາະຄໍາທີ່ສາກົນຮັບຮູ້ເພື່ອ​ນຳໃຊ້ໃນການຊຳລະ) ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ALL
3 ຮຽກຮ້ອງໃຫ້ມີໃບອະນຸຍາດ ດໍາເນີນທຸລະກິດນໍາເຂົ້າ ຄໍາ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ທະນາຄານແຫ່ງ ສປປ ລາວ ບໍລິສັດທີ່ມີຈຸດປະສົງສ້າງຕັ້ງທຸລະກິດນຳເຂົ້າຄໍາ ທີ່ສາກົນນຳໃຊ້ເປັນພາຫະນະຊຳລະ ຕ້ອງປະກອບເອກະສານຂໍອະນຸຍາດດໍາເນີນທຸລະກິດກັບກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ. ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ALL
4 ຮຽກຮ້ອງໃຫ້ມີໃບອະນຸຍາດດໍາເນີນທຸລະກິດສົ່ງອອກ ຄໍາ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ທະນາຄານແຫ່ງ ສປປ ລາວ ບໍລິສັດທີ່ມີຈຸດປະສົງສ້າງຕັ້ງທຸລະກິດສົ່ງອອກຄໍາ ທີ່ສາກົນນຳໃຊ້ເປັນພາຫະນະຊຳລະ ຕ້ອງປະກອບເອກະສານຂໍອະນຸຍາດດໍາເນີນທຸລະກິດກັບກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ. ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ALL
5 ຄ່າໃບອະນຸຍາດດໍາເນີນທຸລະກິດສົ່ງອອກ ຄໍາ ພັນທະທີ່ຕ້ອງຈ່າຍ ທະນາຄານແຫ່ງ ສປປ ລາວ ຄ່າໃບອະນຸຍາດດໍາເນີນທຸລະກິດສົ່ງອອກ ຄໍາ 200.000 ກີບ/ຊຸດ ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ALL
6 ຄ່າໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ ຄໍາ ພັນທະທີ່ຕ້ອງຈ່າຍ ທະນາຄານແຫ່ງ ສປປ ລາວ ຄ່າໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ ຄໍາ 200.000 ກີບ/ຊຸດ ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ALL
7 ຄ່າບໍລິການອອກອະນຸຍາດນໍາເຂົ້າ ຄໍາ ພັນທະທີ່ຕ້ອງຈ່າຍ ທະນາຄານແຫ່ງ ສປປ ລາວ ຄ່າບໍລິການອະນຸຍາດນໍາເຂົ້າ ຄໍາ 50.000 ກີບ/ຄັ້ງ ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ALL
8 ຄ່າບໍລິການອອກອະນຸຍາດສົ່ງອອກ ຄໍາ ພັນທະທີ່ຕ້ອງຈ່າຍ ທະນາຄານແຫ່ງ ສປປ ລາວ ຄ່າບໍລິການອະນຸຍາດສົ່ງອອກ ຄໍາ 50.000 ກີບ/ຄັ້ງ ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.