ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

                                                                        ກະຊວງກະສິກຳ ແລະ ປ່າໄມ້                                                                         

ເລກທີ 0278/ກປ

ນະຄອນຫຼວງວຽງຈັນ, ວັນທີ 19 FEB 2020

 

ຄຳແນະນຳ

ກ່ຽວກັບ ການສ້າງຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະສະເພາະກິດ

ກວດກາ ແລະ ນຳໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ

ກ່ຽວກັບ ຢາປາບສັດຕູພືດ

 

  • ອີງຕາມ ດຳລັດຂອງລັດຖະບານ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ;
  • ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້;
  • ອີງຕາມ ໜັງສືສະເໜີ ຂອງກົມປູກຝັງ ເລກທີ 2281/ກປຝ, ລົງວັນທີ 09 ຕຸລາ 2019;
  • ອີງຕາມ ການຄົ້ນຄວ້າ ແລະ ສະເໜີ ຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 620/ກບນ, ລົງວັນທີ 17 ຕຸລາ 2019.

 

ພາຍຫຼັງ ດຳລັດ ວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ໃນທ້າຍປີ 2017 ເປັນຕົ້ນມາ, ເຖິງແມ່ນວ່າ ຂະແໜງການປູກຝັງ ແຕ່ສູນກາງຮອດທ້ອງຖິ່ນໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ ແຕ່ຂັ້ນສູນກາງລົງສູ່ທ້ອງຖິ່ນກໍຕາມ, ແຕ່ຍັງເຫັນວ່າຢູ່ຫຼາຍທ້ອງຖິ່ນ ຍັງມີການລັກລອບນຳເຂົ້າ, ຈຳໜ່າຍ ຫຼື ນຳໃຊ້ຢາປາບສັດຕູພືດ ໂດຍສະເພາະຍັງມີການຈັດຈຳໜ່າຍຢາປາບສັດຕູພືດ ທີ່ນອນຢູ່ໃນບັນຊີປະເພດຫ້າມນຳໃຊ້, ຢາປາບສັດຕູພືດບໍ່ໄດ້ຂຶ້ນທະບຽນ, ບໍ່ຕິດສະຫຼາກເປັນພາສາລາວ ແລະ ຈຳໜ່າຍຢາປາບສັດຕູພືດ ປັນເປກັບເຄື່ອງອຸປະໂພກ ແລະ ບໍລິໂພກ, ຊຶ່ງເປັນອັນຕະລາຍຕໍ່ສຸຂະພາບຜູ້ຈຳໜ່າຍ,  ຜູ້ນໍາໃຊ້, ສິ່ງແວດລ້ອມ ແລະ ມີ ການກະທໍາຜິດຊໍ້າຄືນຫຼາຍຄັ້ງ, ຊຶ່ງມີລັກສະນະຮຸນແຮງ ເຮັດໃຫ້ບາງແຂວງ ແລະ ເມືອງ ໄດ້ສ້າງຄະນະສະເພາະກິດແຕ່ລະຂັ້ນຂື້ນ ໂດຍປະກອບມີຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອກວດກາແກ້ໄຂປະກົດ ການຫຍໍ້ທໍ້ດັ່ງກ່າວ ກ່ຽວກັບ ຢາປາບສັດຕູພືດ, ແຕ່ການເຄື່ອນໄຫວຂອງຄະນະສະເພາະກິດດັ່ງກ່າວເຫັນວ່າຍັງບໍ່ທັນມີຄວາມເປັນເອກະພາບກັນ ລະຫວ່າງແຂວງ ແລະ ເມືອງ, ຍັງມີລັກສະນະຊ້ຳຊ້ອນກັບວຽກງານ ກວດກາຢາປາບສັດຕູພືດແບບປົກກະຕິ.

ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຈໍາເປັນໃນການສ້າງຕັ້ງຄະນະສະເພາະກິດ ເພື່ອໃຫ້ມີກວດກາບັງຄັບ ໃຊ້ລະບຽບກົດໝາຍ ກ່ຽວກັບຢາປາບສັດຕູພືດ ໃຫ້ເຂັ້ມງວດຂື້ນກວ່າເກົ່າ ແລະ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍສະເພາະມາດຕະການຕໍ່ຜູ້ລະເມີດທີ່ມີລັກສະນະຮ້າຍແຮງ ຊຶ່ງດໍາລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ແລະ ກົດໝາຍທີ່ກ່ຽວຂ້ອງ ໄດ້ກໍານົດໃຫ້ແກ້ໄຂດ້ວຍມາດຕະການປັບໃໝ ຫຼື ລົງໂທດທາງອາຍາ.

 

ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາແນະນໍາ:

 

  1. ຈຸດປະສົງ ແລະ ລະດັບຄາດໝາຍ

ເພື່ອແນະນໍາການຈັດຕັ້ງປະຕິບັດ ມາດຕາ 58 ວ່າດ້ວຍອົງການກວດກາຢາປາບສັດຕູພືດ ຂອງ ດໍາລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 ແລະ ມາດຕາ 48 ວ່າດ້ວຍການແກ້ໄຂຜົນການກວດກາຂອງ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການດໍາເນີນທຸລະກິດຢາປາບ ສັດຕູພືດ ເລກທີ 0238/ກປ, ລົງວັນທີ 14 ກຸມພາ 2019 ໂດຍສະເພາະທີ່ຕັ້ງ, ພາລະບົດບາດ, ຫນ້າທີ່ ແລະ ຂອບເຂດຄວາມຮັບຜິດຊອບ ລວມທັງວິທີການ, ຂັ້ນຕອນການສ້າງຕັ້ງຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບຢາປາບສັດຕູພືດ ແລະ ກົນໄກການປະສານງານ ລະຫວ່າງ ຂະແໜງການກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດ, ຈະແຈ້ງ ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບຜົນດີ.

 

  1. ເນື້ອໃນ

           2.1 ທີ່ຕັ້ງ, ພາລະບົດບາດ, ຂອບເຂດ ແລະ ຄວາມຮັບຜິດຊອບ ຂອງຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບຢາປາບສັດຕູພືດ

ຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບ ຢາປາບສັດຕູພືດ ແມ່ນການຈັດຕັ້ງທີ່ບໍ່ປະຈໍາການ, ຊຶ່ງໄດ້ຮັບການແຕ່ງຕັ້ງ ຈາກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຫຼື ເຈົ້າເມືອງ ຕາມການແບ່ງຂັ້ນຄຸ້ມຄອງ, ມີພາລະບົດບາດໃນການບັງຄັບໃຊ້ມາດຕະການຕໍ່ຜູ້ລະເມີດລະບຽບ ກົດໝາຍ ກ່ຽວກັບ ຢາປາບສັດຕູພືດ ທີ່ບໍ່ຊໍ້າຊ້ອນກັບ ສິດ ແລະ ຫນ້າທີ່ ຂອງເຈົ້າຫນ້າທີ່ກວດກາ ຢາປາບສັດຕູພືດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 62 ຂອງດໍາລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ນຍ, ລົງວັນທີ 24 ສິງຫາ 2017 ໂດຍມີຂອບເຂດ ແລະ ຄວາມຮັບຜິດຊອບສະເພາະຂອງຕົນ ດັ່ງນີ້:

  • ດໍາເນີນທຸລະກິດຢາປາບສັດຕູພືດ ໂດຍບໍ່ໄດ້ຮັບອະນຸຍາດ;
  • ລັກລອບນໍາເຂົ້າຢາປາບສັດຕູພືດ;
  • ການລະເມີດອື່ນ ຕາມການສະເຫນີ ຂອງອົງການຄຸ້ມຄອງວຽກງານຢາປາບສັດຕູພືດ.

 

          2.2 ໂຄງປະກອບການຈັດຕັ້ງ ຂອງຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບຢາປາບສັດຕູພືດ

ຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບ ຢາປາບສັດຕູພືດ ໄດ້ຮັບການສ້າງຕັ້ງຢູ່ຂັ້ນສູນກາງ, ແຂວງ ແລະ ເມືອງ ດັ່ງນີ້:

          2.2.1 ຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍກ່ຽວກັບ ຢາປາບສັດຕູພືດ ຂັ້ນສູນກາງ ໄດ້ຮັບການແຕ່ງຕັ້ງຈາກລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕາມການສະເຫນີຂອງກົມປູກຝັງ ຊຶ່ງປະກອບດ້ວຍຜູ້ຕາງຫນ້າຈາກພາກສ່ວນກ່ຽວຂ້ອງ ຄື:

 

  • ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້                                     ເປັນຫົວຫນ້າ;
  • ກົມກວດກາ, ກະຊວງກະສິກໍາ ແລະ ປ່າໄມ້                                   ເປັນຮອງ;
  • ກົມກ່ຽວຂ້ອງ, ກະຊວງປ້ອງກັນຄວາມສະຫງົບ                               ເປັນຄະນະ;
  • ກົມກ່ຽວຂ້ອງ, ກະຊວງອຸດສາຫະກໍາ ແລະ ການຄ້າ                           ເປັນຄະນະ;
  • ກົມກ່ຽວຂ້ອງ ຂອງຂະແໜງການອື່ນ                                          ເປັນຄະນະ;
  • ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງທີ່ກ່ຽວຂ້ອງ                         ເປັນຄະນະ.

        2.2.2 ຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍກ່ຽວກັບ ຢາປາບສັດຕູພືດ ຂັ້ນແຂວງ ໄດ້ຮັບການແຕ່ງຕັ້ງຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຕາມການສະເຫນີຂອງພະແນກກະສິກໍາ ແລະ ປ່າໄມ້ ຊຶ່ງປະກອບດ້ວຍຜູ້ ຕາງຫນ້າຈາກພາກສ່ວນກ່ຽວຂ້ອງ ຄື:

  • ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ                                     ເປັນຫົວຫນ້າ;
  • ຂະແໜງປູກຝັງແຂວງ ແລະ ນະຄອນຫຼວງ                                    ເປັນຮອງ;
  • ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ                               ເປັນຄະນະ;
  •  ພະແນກອຸດສາຫະກໍາ ແລະ ການຄ້າ ຂັ້ນແຂວງ                               ເປັນຄະນະ;
  • ພະແນກການອື່ນທີ່ກ່ຽວຂ້ອງ ຂັ້ນແຂວງ                                       ເປັນຄະນະ;
  • ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທີ່ກ່ຽວຂ້ອງ                             ເປັນຄະນະ.

 

        2.2.3 ຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບ ຢາປາບສັດຕູພືດ ຂັ້ນເມືອງ ໄດ້ຮັບການແຕ່ງຕັ້ງຈາກເຈົ້າເມືອງ ຕາມການສະເຫນີຂອງຫ້ອງການກະສິກໍາ ແລະ ປ່າໄມ້ ຊຶ່ງປະກອບດ້ວຍ ຜູ້ຕາງຫນ້າຈາກພາກສ່ວນ ກ່ຽວຂ້ອງ ຄື:

 

  • ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ                                          ເປັນຫົວຫນ້າ;
  • ຫນ່ວຍງານປູກຝັງແຂວງ ແລະ ນະຄອນຫຼວງ                                   ເປັນຮອງ;
  • ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ                                  ເປັນຄະນະ;
  • ຫ້ອງການອຸດສາຫະກໍາ ແລະ ການຄ້າ ຂັ້ນເມືອງ                                 ເປັນຄະນະ;
  • ຂະແໜງການອື່ນທີ່ກ່ຽວຂ້ອງ ຂັ້ນເມືອງ                                         ເປັນຄະນະ;

 

2.3 ສິດ ແລະ ຫນ້າທີ່ ຂອງຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດ ລະບຽບກົດໝາຍ ກ່ຽວກັບຢາປາບສັດຕູພືດ

ຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບ ຢາປາບສັດຕູພືດ ມີສິດ ແລະ ຫນ້າທີ່ ຕົ້ນຕໍ ດັ່ງນີ້:

  • ຄົ້ນຄ້ວາ ແລະ ແກ້ໄຂ ຄໍາສະເຫນີຕາມບົດລາຍງານຜົນການກວດກາ ຂອງເຈົ້າຫນ້າທີ່ກວດກາ ຢາປາບສັດຕູພືດ;
  • ກວດກາສະຖານທີ່ປະກອບການຢາປາບສັດຕູພືດ ເປັນຕົ້ນ ສະຖານທີ່ຜະລິດ, ສາງເກັບມ້ຽນ, ຮ້ານຈໍາຫນ່າຍ ແລະ ສະຖານທີ່ນໍາໃຊ້ຢາປາບສັດຕູພືດ;
  • ຄົ້ນຄວ້າ ແລະ ສະເຫນີອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ເພື່ອອອກຄໍາສັ່ງ ຍຶດ ຫຼື ອາຍັດ, ບໍາບັດ, ກໍາຈັດ, ສົ່ງກັບຄືນ ຢາປາບສັດຕູພືດ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບຢາປາບສັດຕູພືດ;
  • ຄົ້ນຄວ້າ ແລະ ກໍານົດອັດຕາການປັບໃໝ ທີ່ເໜາະສົມກັບການລະເມີດ ຕາມທີ່ໄດ້ກໍານົດ ໄວ້ໃນມາດຕາ 69 ຂອງດໍາລັດ ວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ນຍ, ລົງວັນທີ 24 ສິງຫາ 2017, ກົດໝາຍ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ;
  • ສະເຫນີອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ນໍາໃຊ້ມາດຕະການປັບໃໝ, ໂຈະ ຫຼື ຖອນໃບອະນຸຍາດດໍາເນີນທຸລະກິດຢາປາບສັດຕູພືດ ແລະ ດໍາເນີນຄະດີຕາມກົດໝາຍ;
  • ລາຍງານຄວາມຄືບຫນ້າ ຂອງການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ຊາບ.

2.4 ກໍານົດເວລາໃນການກວດກາ

ກໍານົດເວລາໃນການກວດກາ ແລະ ແກ້ໄຂບັນຫາ ຂອງຄະນະສະເພາະກິດກວດກາ ແລະ ນໍາໃຊ້ມາດຕະການຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບຢາປາບສັດຕູພືດແຕ່ລະຂັ້ນມີດັ່ງນີ້:

  • ຂັ້ນສູນກາງ ແມ່ນ ຫົກສິບ ວັນ ນັບແຕ່ວັນດໍາເນີນການກວດກາເປັນຕົ້ນໄປ, ໃນກໍລະນີທີ່ມີຄວາມຫຍຸ້ງຍາກສັບສົນ ສາມາດຕໍ່ເວລາໄດ້ຕື່ມອີກ ສາມສິບ ວັນ;
  •  ຂັ້ນແຂວງ ແມ່ນ ສາມສິບ ວັນ ນັບແຕ່ວັນດໍາເນີນການກວດກາເປັນຕົ້ນໄປ, ກໍລະນີທີ່ມີຄວາມຫຍຸ້ງຍາກສັບສົນ ຫຼື ຢູ່ເຂດຫ່າງໄກສອກຫຼີກ ສາມາດດໍາເນີນຕໍ່ໄປໄດ້ຕື່ມອີກ ສາມສິບ ວັນ;
  • ຂັ້ນເມືອງ ແມ່ນ ສິບຫ້າ ວັນ ນັບແຕ່ວັນດໍາເນີນການກວດກາເປັນຕົ້ນໄປ, ກໍລະນີທີ່ມີຄວາມ ຫຍຸ້ງຍາກສັບສົນ ຫຼື ຢູ່ເຂດຫ່າງໄກສອກຫຼີກ ສາມາດດໍາເນີນຕໍ່ໄປໄດ້ຕື່ມອີກສິບຫ້າ ວັນ.

2.5  ການປະສານງານ

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ ການລະເມີດລະບຽບກົດໝາຍ ກ່ຽວກັບ ຢາປາບສັດຕູພືດ ໃຫ້ມີຈຸດປະສານງານວຽກງານ ດັ່ງກ່າວ ດັ່ງນີ້:

  • ຂັ້ນສູນກາງ ແມ່ນ ກົມປູກຝັງ ໂດຍແມ່ນພະແນກລະບຽບການ;
  • ຂັ້ນແຂວງ ແມ່ນຂະແໜງປູກຝັງ ແຂວງ ແລະ ນະຄອນຫຼວງ;
  • ຂັ້ນເມືອງ ແມ່ນ ຫນ່ວຍງານປູກຝັງ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ.

 

III. ວິທີການຈັດຕັ້ງປະຕິບັດ

  1. ມອບໃຫ້ ກົມປູກຝັງ ສ້າງຄູ່ມືວິຊາການລະອຽດ ແລະ ເປັນເຈົ້າການ ຈັດຕັ້ງເຜີຍແຜ່, ເຊື່ອມຊືມ, ແນະນໍາ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ໃຫ້ໄດ້ຮັບຜົນດີ ພ້ອມທັງສະຫຼຸບລາຍງານ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນແຕ່ລະໄລຍະ;
  2.  ການເຄື່ອນໄຫວວຽກງານ ຂອງຄະນະສະເພາະກິດແຕ່ລະຂັ້ນ ແມ່ນນໍາໃຊ້ງົບປະມານ ຂອງອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ຕາມທີ່ກໍານົດໄວ້ໃນມາດຕາ 63 ຂອງດໍາລັດ ວ່າດ້ວຍ ການ ຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ນຍ, ລົງວັນທີ 24 ສິງຫາ 2017 ໂດຍແມ່ນຂະແໜງການ ກະສິກໍາ ແລະ ປ່າໄມ້ ເປັນຜູ້ຂຶ້ນແຜນງົບປະມານສະເພາະຂອງຕົນ ສະເຫນີຕາມລະບົບສາຍຕັ້ງ ແລະ ປະຕິບັດໃຫ້ສອດຄ່ອງ ກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ;
  3. ໃນການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ຫາກພົບຄວາມຫຍຸ້ງຍາກໃຫ້ຮີບຮ້ອນລາຍງານກະຊວງກະສິກໍາ ແລະ ປ່າໄມ້ ຕາມຂັ້ນຕອນ ເພື່ອມີມາດຕະການ ແລະ ວິທີການແກ້ໄຂຢ່າງທັນການ;
  4.  ຄໍາແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ລົງລາຍເຊັນເປັນຕົ້ນໄປ

 

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້

ປອ. ລຽນ ທີແກ້ວ

 

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາກ່ຽວກັບ ການສ້າງຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະສະເພາະກິດ ກວດກາ ແລະ ນໍາໃຊ້ມາດຕະການຕໍ່ການລະເມີດລະບຽບກົດໝາຍ ກ່ຽວກັບ ຢາປາບສັດຕູພືດ, ເລກທີ 0278/ກປ, ລົງວັນທີ 19 ກຸມພາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.