ອີງຕາມບົດແນະນໍາ ກ່ຽວກັບການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫຼືອຢາງປລາສະຕິກ, ເລກທີ 0682/ອຄ.ກອຫ, ລົງວັນທີ 17 ກໍລະກົດ 2020. ການຂໍອະນຸຍາດນໍາເຂົ້າສິ່ງເສດເຫຼືອຢາງປລາສະຕິກໃຫ້ຢື່ນໜັງສືສະເໜີຂໍນໍາເຂົ້າເປັນແຕ່ລະກໍລະນີ ເຖິງກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ລາຍລະອຽດຄວນປະກອບເອກະສານດັ່ງນີ້:

ພາບປະກອບ
  1. ແຜນການເຄື່ອນໄຫວປະຈໍາປີ;
  2. ໃບສັ່ງຊື້ສິນຄ້າ,
  3. ໃບສະເໜີລາຄາ,
  4. ໃບຢັ້ງຢືນຄວາມສະອາດຂອງສິ່ງເສດເຫຼືອຢາງປລາສະຕິກຈາກເຈົ້າໜ້າທີ່ພາກລັດ ຫຼື ອົງກອນໃດໜຶ່ງທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ;
  5. ຮູບຖ່າຍສິ່ງເສດເຫຼືອຢາງປລາສະຕິກທີ່ຈະນໍາເຂົ້າ;
  6. ໃບມອບສິດຜູ້ມາພົວພັນເອກະສານ;
  7. ສໍາເນົາທະບຽນວິສາຫະກິດ;
  8. ສໍາເນົາໃບຢັ້ງຢືນດ້ານສິ່ງແວດລ້ອມໂຮງງານ;
  9. ສໍາເນົາໃບຢັ້ງຢືນດໍາເນີນກິດຈະການໂຮງງານ;
  10.  ສໍາເນົາໃບມອບພັນທະພາສີ, ອາກອນ ແລະ ພັນທະອື່ນໆ.
ພາບປະກອບ

 

      ສິ່ງທີ່ເອົາໃຈໃສ່ກ່ຽວກັບໃບຢັ້ງຢືນການນໍາເຂົ້າສິ່ງເສດເຫຼືອຢາງປລາສະຕິກ:

  • ການນໍາເຂົ້າວັດຖຸດິບສິ່ງເສດເຫຼືອຢາງປລາສະຕິກ ໃຫ້ນໍາເຂົ້າຜ່ານດ່ານສາກົນ ທີ່ໃກ້ໂຮງງານ;
  • ການພິຈາລະນາອອກໃບຢັ້ງຢືນການນໍາເຂົ້າ ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ ພິຈາລະນາຕາມແຜນການນໍາເຂົ້າປະຈໍາປີ ທີ່ໄດ້ຜ່ານການຢັ້ງຢືນແລ້ວເປັນແຕ່ລະຄັ້ງ ໂດຍອີງໃສ່ຄວາມສາມາດຜະລິດຕົວຈີງຂອງໂຮງງານ;
  • ໃບຢັ້ງຢືນການນໍາເຂົ້າມີອາຍຸການນໍາໃຊ້ໄດ້ພາຍໃນ 180 ວັນ ນັບແຕ່ມື້ອອກໃບຢັ້ງຢືນ. ໃບຢັ້ງຢືນການນໍາເຂົ້າສາມາດຕໍ່ໄດ້ໜຶ່ງຄັ້ງແຕ່ບໍ່ເກີນ 90 ວັນ.
  • ໃຫ້ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງສິ່ງເສດເຫຼືອຢາງປລາສະຕິກ ຍື່ນໃບຢັ້ງຢືນການນໍາເຂົ້າ ຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນ ເພື່ອຕິດຕາມ ແລະ ກວດກາ ການນໍາເຂົ້າຕົວຈີງ.

 

ລາຍລະອຽດຕິດຕໍ່ພົວພັນ:​ ກົມອຸດສາຫະກໍາ ແລະ ຫັດຖະກໍາ,​ ກະຊວງອຸດສາຫະກໍາ ແລະ ການຄ້າ. ເບີໂທ (856) 21 451 930

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.