ໃນວັນທີ 27 ກຸມພາ 2020 ທີ່ ສຳນັກງານໃຫຍ່ຂອງ ບໍລິສັດ ສະຕາຟິນເທັກ ໄດ້ຈັດພິທີເຊັນສັນຍາ ການບໍລິການແບບ E-Commerce ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ. ເຊິ່ງຕາງໜ້າຈາກສອງຝ່າຍໄດ້ໃຫ້ກຽດຂື້ນເປັນປະທານເຊັນໂດຍ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການໃຫຍ່ ທຄຕລ ແລະ ທ່ານ ລິວ ມິງ ຮ່າ ຜູ້ອໍານວຍການບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ພ້ອມດ້ວຍແຂກທີ່ມີກຽດທີ່ຖືກເຊີນເຂົ້າຮ່ວມເພື່ອເປັນສັກຂີພິຍານໂດຍ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ, ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ບໍລິຫານທັງສອງຝ່າຍ ແລະ ບັນດາສື່ມວນຊົນ.

       ການບໍລິການດ້ານ “BCEL E-Commerce” ແມ່ນການຊຳລະສະສາງຄ່າສິນຄ້າ ແລະ ບໍລິການທີ່ສັ່ງຊື້ຜ່ານເວັບໄຊທ໌ ຂອງບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ເຊິ່ງຈະຊ່ວຍສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າຂອງ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ໃນການຊໍາລະຜ່ານອອນລາຍ ເຊັ່ນ: ການຈ່າຍຄ່າໂທລະສັບ, ຈ່າຍຄ່າ Internet ແລະ ຊື້ສິນຄ້າອື່ນທີ່ຫຼາກຫຼາຍຕ່າງໆ ຮ່ວມມີ ໂທລະສັບ ແລະ ເຄື່ອງໄຟຟ້າ ທີ່ຂາຍໜ້າເວັບໄຊ໌ຂອງ ບໍລິສັດດັ່ງກ່າວ.  ວິທີການຊໍາລະສະສາງແມ່ນສາມາດຈ່າຍຜ່ານທາງລະບົບອອນລາຍ ບໍ່ວ່າຈະຢູ່ແຫ່ງຫົນໃດຂອງໂລກທັງພາຍໃນ ແລະ ຕ່າງປະເທດກໍ່ສາມາດສັ່ງຊື້ສິນຄ້ານໍາ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ໄດ້ຕະຫຼອດ 24 ຊົ່ວໂມງ ໂດຍສາມາດຊຳລະຜ່ານບັດ VISA, MasterCard, JCB, UnionPay, AliPay, WeChatPay ແລະ UPI QR.

       ທຄຕລ ເປັນ​ທະ​ນາ​ຄານ​ທຳ​ອິດ ໃນ ສ​ປ​ປ ລາວ ທີ່ ໃຫ້​ບໍ​ລິ​ການ E-Commerce ​ເຊິ່ງ​ໄດ້​ເລີ່ມ​ໃຫ້​ບໍ​ລິ​ການມາ​ຕັ້ງ​ແຕ່​ປີ 2013, ຮອດ​ປະ​ຈຸ​ບັນ​ມີ 24 ບໍ​ລິ​ສັດ ​ທີ່​ໄດ້​ເຊັນ​ສັນ​ຍາ​ນຳ​ໃຊ້​ລະ​ບົບ​ການ​ຊໍ​າລະ​ຜ່ານ BCEL E-Commerce. ບໍ​ລິ​ສັດສະ​ຕາ​ຟິນ​ເທັກ ກໍ​ເປັນ​ອີກ​ໜື່ງ​ບໍ​ລິ​ສັດ ທີ່​ເຫັນ​ໄດ້​ເຖິ​ງປະ​ໂຫຍດ​ຈາກ​ການ​ໃຊ້​ລະ​ບົບ​ການ​ຊຳ​ລະ​ອອນ​ລາຍນີ້ ແລະ ເຊື່ອໝັ້ນວ່າ BCEL E-Commerce ຈະສາມາດສົ່ງເສີມທຸລະກິດ, ຊ່ວຍຂະຫຍາຍຕະຫຼາດ ຂອງບໍ​ລິ​ສັດສະ​ຕາ​ຟິນ​ເທັກໄດ້ກວ້າງຂວາງຂື້ນຕື່ມ. ການບໍລິການດ້ານ “E-Commerce” ແມ່ນມີສ່ວນຊ່ວຍໃຫ້ເສດຖະກິດໃນການຂະຫຍາຍຕົວຂຶ້ນເລື້ອຍໆ ຄ່ຽງຄູ່ກັບການພັດທະນາທີ່ຫັນປ່ຽນສູ່ຍຸກ ດີຈິຕໍ້ ທີ່ມີຄວາມສະດວກ, ວ່ອງໄວ ແລະ ໄດ້ມາດຕະຖານສາກົນ ຕາມທິດທາງແຜນການຂອງລັດຖະບານ ທີ່ວາງອອກ.

 

       ແຫຼ່ງຂໍ້ມູນ:  ທຄຕລ https://www.bcel.com.la/bcel/bcel-news-details.html?fid=567&fType=bcel-news&type=news&lang=la

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.