ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ຫ້ອງການກະຊວງ                 ເລກທີ 1573/ຫກງ
ນະຄອນຫຼວງວຽງຈັນ, ວັນທີ 05 ສິງຫາ 2020

ແຈ້ງການ

ເຖິງ: ກົມພາສີ, ກອງຄຸ້ມຄອງພາສີ V, ດ່ານພາສີສາກົນຂົວມິດຕະພາບ 1, ລັດວິສາຫະກິດບໍລິການສິນຄ້າຜ່ານແດນ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ, ບັນດາບໍລິສັດນຳເຂົ້າສິນຄ້າປະເພດ ທົ່ວໄປ ແລະ ນຳ້ມັນເຊື້ອໄຟ.

ເລື່ອງ: ການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າສູ່ການຄຸ້ມຄອງ ການນຳເຂົ້າສິນຄ້າປະເພດທົ່ວໄປ ແລະ ນຳ້ມັນເຊື້ອໄຟ ຢູ່ດ່ານພາສີສາກົນຂົວມິດຕະພາບ 1.

  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ, ສະບັບເລກທີ 5050/ກງ, ລົງວັນທີ 24 ທັນວາ 2019, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງການເງິນ;
  • ອີງຕາມ ບົດແນະນຳຂອງກະຊວງການເງິນ, ສະບັບເລກທີ 4217/ກງ, ລົງວັນທີ 28 ທັນວາ 2018, ວ່າດ້ວຍການນຳ ໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ, ສະບັບເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019, ວ່າດ້ວຍການ ອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;
  • ອີງຕາມ ການເຫັນດີຂອງຄະນະນຳກະຊວງການເງິນ, ຄັ້ງວັນທີ 03 ສິງຫາ 2020 ຕໍ່ກັບໜັງສືລາຍງານຂອງກົມພາສີ ສະບັບເລກທີ 03411/ກພສ, ລົງວັນທີ 29 ກໍລະກົດ 2020.

ຫົວໜ້າຫ້ອງການກະຊວງ ແຈ້ງການ:

1.  ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window “LNSW”) ເຂົ້າໃນການຄຸ້ມ ຄອງການນຳເຂົ້າ ສິນຄ້າປະເພດທົ່ວໄປ ແລະ ນ້ຳມັນເຊື້ອໄຟ; ໂດຍໃຫ້ນຳໃຊ້ລະບົບດັ່ງກ່າວເຂົ້າໃນ ການຄຸ້ມຄອງຢູ່ດ່ານພາສີສາກົນຂົວມິດຕະພາບ 1. ພາຍຫຼັງມີການສຳເລັດການຈັດຕັ້ງປະຕິບັດແລ້ວ ຈຶ່ງໃຫ້ສຶບຕໍ່ ຜັນຂະຫຍາຍການນຳໃຊ້ລະບົບໄປສູ່ບັນດາດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ.

2.  ໃຫ້ບັນດາຜູ້ປະກອບການນຳເຂົ້າ ສິນຄ້າປະເພດທົ່ວໄປ ແລະ ນຳ້ມັນເຊື້ອໄຟ ຊຳລະຄ່າພາສິ, ອາກອນ ແລະ ພັນທະອື່ນໆ ພ້ອມທັງຄ່າທຳນຽມ, ຄ່າບໍລິການຕ່າງໆ ຂອງຂະແໜງການກ່ຽວຂ້ອງ ແບບລວມສູນ ຜ່ານໜ່ວຍ ບໍລິການ ຫຼື ລະບົບເອເລັກໂຕຣນິກ ຂອງທະນາຄານການຄ້າຕ່າງປະເທດລາວ ແລະ ທະນາຄານພັດທະນາລາວ ເຊັ່ນ: ລະບົບ Smart tax, i-Banking, BCEL One, LDB Trust, LDB Corporate Banking, ເງິນສົດ ເງິນໂອນ ແລະ ເງິນແຊັກ ຕາມລະບຽບການທີ່ກ່ຽວຂ້ອງ.

3.  ໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຈັດເກັບຄ່າບໍລິການນຳໃຊ້ລະບົບດັ່ງກ່າວ ໃນອັດຕາ 120,000 (ໜຶ່ງແສນຊາວພັນ) ກີບ ຕໍ່ການແຈ້ງນຳເຂົ້າສິນຄ້າ 1 ຄັ້ງ ຕາມທີ່ກຳນົດໄວ້ໃນສັນຍາສຳປະທານໂຄງການ ຊຶ່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທຳນຽມ ແລະ ຄ່າບໍລິການທີ່ກ່ຽວຂ້ອງ.

4.  ການຈັດຕັ້ງປະຕິບັດໃນໄລຍະທຳອິດ ເລີ່ມແຕ່ວັນທີ 10 ສິງຫາ 2020 ເປັນຕົ້ນໄປ ໂດຍກຳນົດເອົາບໍລິສັດເປົ້າໝາຍ ຈຳນວນ 40 ບໍລິສັດ ທີ່ໄດ້ຜ່ານການລົງທະບຽນ ແລະ ຜ່ານການຝຶກອົບຮົມແລ້ວ (ລາຍລະອຽດມີບັນຊີລາຍຊື່ ບໍລິສັດຂັດຕິດມາພ້ອມນີ້) ເພື່ອເລີ່ມນຳໃຊ້ລະບົບຕົວຈິງ ໃນໄລຍະໃດໜື່ງ.

5.  ສຳລັບຜູ້ປະກອບການ ທີ່ບໍ່ທັນໄດ້ລົງທະບຽນນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ແມ່ນໃຫ້ຂຸ້ນຂ້ຽວດຳເນີນ ຂັ້ນຕອນລົງທະບຽນ, ອອກລະຫັດຜູ້ນຳໃຊ້ ກ່ອນວັນທີ 14 ກັນຍາ 2020. ຈາກນັ້ນນັບແຕ່ວັນທີ 14 ກັນຍາ 2020 ເປັນຕົ້ນໄປ ທູກການນຳເຂົ້າສິນຄ້າທົ່ວໄປ ແລະ ນຳ້ມັນເຊື້ອໄຟ ຜ່ານດ່ານພາສີສາກົນຂົວມິດຕະພາບ 1, ຕ້ອງດຳເນີນການແຈ້ງພາສີເປັນລາຍ ລະອຽດ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ ທັງໝົດ.

6.  ມອບໃຫ້ກົມພາສີ, ກອງຄຸ້ມຄອງພາສີ V, ດ່ານພາສີສາກົນຂົວມິດຕະພາບ 1, ລັດວິສາຫະກິດບໍລິການສິນຄ້າຜ່ານ ແດນ, ທະນາຄານການຕ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ, ບັນດາບໍລິສັດນຳເຂົ້າສິນຄ້າ ປະເພດ ທົ່ວໄປ ແລະ ນຳ້ມັນເຊື້ອໄຟ, ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ ນຳໃຊ້ລະບົບແຈ້ງ ພາສີປະຕູດຽວແຫ່ງຊາດ ໃຫ້ສຳເລັດຕາມລະດັບຄາດໝາຍ.

7.  ໃນການຈັດຕັ້ງປະຕິບັດຕົວຈິງຖ້າພົບຂໍ້ຫຍຸ້ງຍາກ ໃຫ້ລາຍງານກົມພາສີ, ເພື່ອມີວິທີການແກ້ໄຂໃຫ້ທັນສະພາບການ. ແຈ້ງການສະບັບນີ້, ມີຜົນສັກສິດນຳໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຫົວໜ້າຫ້ອງການກະຊວງ

ສົມບູນ ອິນທະປັນຍາ


ທີ່ຈະນຳໃຊ້ລະບົບ LNSW

ລຳດັບ

ລາຍຊື່ບໍລິສັດ

1.

ເອັກຊິມ ຈຳກັດ

2.

ລາວບໍລິການສິນຄ້າຜ່ານແດນ

3.

ສະກາວີ-ລາວ ຈຳກັດ

4.

ໂຮຢາລາວ ຈຳກັດ

5.

ສຸວັນນີໂຮມເຊັນເຕີມະຫາຊົນ

6.

ພີເຄອິນເຕີເຝຣດ ລາວ ຈຳກັດ

7.

ລັດວິສາຫະກິດ ໄຟຟ້າລາວ

8.

ດີເຄເອັດສ໌ເຮັດ໌(ລາວ) ຈຳກັດ

9.

ພູສະຫວັນ ຊິບປິ້ງ ຈຳກັດຜູ້ດຽວ

10.

ໂອແອນເຄ ທີ່ປຶກສາແລະບໍລິການ

11.

ຊີເອສຊີ ນະຄອນຫຼວງວຽງຈັນຈຳກັດຜູ້ດຽວ

12.

ເອັດແອວ ຂາອອກ-ຂາເຂົ້າ ຈຳກັດ

13.

ເບຍລາວຈຳກັດ

14.

ໄຊເສດຖາການຄ້າ ຂ-ຂ ຈຳກັດຜູ້ດຽວ

15.

ລັດວິສາຫະກິດ ໄຟຟ້າລາວ

16.

ອາລິນ ພັດທະນາການຄ້າ ຂາອອກ ຂາເຂົ້າ

17.

ຊີເອດສ ທານສະປອດ ຈຳກັດຜູ້ດຽວ

18.

ລາວ-ຊິຊິນ ຈຳກັດ

19.

ດິບວູ ຈຳກັດ

20.

ວຽງຈັນເອັສວີການຄ້າ ແລະ ບໍລິການ ຂ-ຂ

21.

ແອວເອສ໌ການຄ້່າຂາອອກ-ຂາເຂົ້າ ຈຳກັດ

22.

ຂວັນໃຈການຄ້າ ຂອ-ຂຂ ຈຳກັດ

23.

ເບທາໂກ (ລາວ) ຈຳກັດຜູ້ດຽວ

24.

ວຽງທອງການຢາຂາອອກ ຂາເຂົ້າ

25.

ຕັດຫຍິບ ຫວຽດທູ ຈຳກັດຜູ້ດຽວ

26.

ເອັມເອັມຊີ ເອເລັເໂຕຣນິກລາວຈຳກັດ

27.

ບໍລິສັດ ລານທຽນ ຈຳກັດ

28.

ບໍລິສັດ ຮ່ວມພັດທະນາກະສິກຳຂາອອກ-ຂາເຂົ້າ

29.

ບໍລິສັດ ເອັນທີພີ ການຄ້ານຳ້ມັນເຊື້ອໄຟ

30.

ບໍລິສັດ ດີແອວ ຈະເລີນຊັບ ອຸດສາຫະກຳ ການຄ້າ

31.

ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ

32.

ບໍລິສັດ ນະຄອນຫຼວງ ອຸດສາຫະກຳເຫຼັກ ຈຳກັດ

33.

ບໍລິສັດ ຊີພີລາວ ຈຳກັດ

34.

ບໍລິສັດ ເບທາໂກ (ລາວ) ຈຳກັດຜູ້ດຽວ

35.

ບໍລິສັດ ຄວາມຫວັງໃໝ່ລາວ ຈຳກັດ

36.

ໂຮງງານ ນຳ້ມັນພືດແສ່ງສະຫວ່າງ ຈຳກັດ

37.

ບໍລິສັດ ພີພີ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ

38.

ບໍລິສັດ ຢູນິລີເວີ ເຊີວິດສ໌ (ລາວ) ຈຳກັດ

39.

ບໍລິສັດ ໄຊມັງກອນ ຈຳກັດ

 

# ຫົວຂໍ້ ດາວໂຫຼດ
1 Notification on the use of the Lao National Single Window System to manage the import of general goods and fuel at the 1st Lao-Thai Friendship Bridge, No.1573/COF, dated 05 August 2020. PDF
2 ແຈ້ງການ ກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າສູ່ການຄຸ້ມຄອງການນໍາເຂົ້າສິນຄ້າປະເພດທົ່ວໄປ ແລະ ນໍ້າມັນເຊື້ອໄຟ ຢູ່ດ່ານພາສີສາກົນຂົວມິດຕະພາບ 1, ເລກທີ 1573/ຫກງ, ລົງວັນທີ 05 ສິງຫາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.