ໃນຕອນບ່າຍຂອງ ວັນທີ 07 ສິງຫາ 2020, ທີ່ຫ້ອງປະຊຸມຊັ້ນ 3 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ແລະ ແຂກທີ່ກ່ຽວຂ້ອງ ຈາກພາກລັດ ແລະ ທຸລະກິດ ຈໍານວນ 26 ທ່ານ. ກອງປະຊຸມແມ່ນມີຈຸດປະສົງເພື່ອຮັບຟັງ ແລະ ຊອກແນວທາງແກ້ໄຂບັນຫາຕ່າງໆ ທີ່ພົບພໍ້ໃນການຂົນສົ່ງສິນຄ້າປະເພດກະສິກໍາ ໄປ ສປ ຈີນ.

          ຜົນຂອງກອງປະຊຸມແມ່ນສະຫລຸບໄດ້ 3 ບັນຫາຫລັກ ແລະ ຕົກລົງເປັນເອກະພາບໃນທີ່ກອງປະຊຸມ ກ່ຽວກັບແນວທາງແກ້ໄຂ ດັ່ງນີ້:

1. ບັນຫາແອອັດຂອງລົດຂົນສົ່ງສິນຄ້າ ແລະ ຄ່າຂົນສົ່ງສູງ ຢູ່ດ່ານບໍ່ເຕັນ-ບໍ່ຫານ ແມ່ນມີທິດທາງແກ້ໄຂຄື:

  • ໃຫ້ທາງລັດຖະບານຝ່າຍ ສປປ ລາວ ເຈລະຈາກັບ ຝ່າຍ ສປ ຈີນ ຮ່ວມມືເປັນເອກະພາບກັນທັງສອງຝ່າຍ ເພື່ອດໍາເນີນການຄວບຄຸມຮ່ວມກັນ (Common Control Area) ໃນການນໍາໃຊ້ລະບົບສາງພັກສິນຄ້າ ທີ່ເອື້ອອໍານວຍຂື້ນ;
  • ກົມຂົນສົ່ງ ແມ່ນກໍາລັງຄົ້ນຄ້ວາສ້າງນິຕິກໍາ ເພື່ອກໍານົດໂຄງປະກອບລາຄາຄ່າຂົນສົ່ງ ເພື່ອບໍ່ໃຫ້ຜູ້ປະກອບການຂົນສົ່ງບາງຄົນ ສວຍໂອກາດຂື້ນລາຄາຂົນສົ່ງສິນຄ້າເກີນເພດານທີ່ກໍານົດໄວ້;
  • ສ້າງເງື່ອນໄຂເປີດກ້ວາງການລົງທຶນດ້ານໂລຈິສຕິກ ໃຫ້ຫຼາຍຂື້ນເພື່ອເປັນທາງເລືອກ ແລະ ສ້າງທ່າແຮງແຂ່ງຂັນດ້ານການບໍລິການຂົນສົ່ງໃຫ້ຫຼາຫຫຼາຍ ເຊິ່ງຈະສົ່ງຜົນໃຫ້ລາຄາຂົນສົ່ງສົມເຫດສົມຜົນ ແລະ ມີຫລາຍທາງເລືອກດ້ານການບໍລິການຂົນສົ່ງ.

2. ບັນຫາການໄດ້ຮັບບູລິມະສິດຂອງບາງບໍລິສັດໃນການສົ່ງອອກສິນຄ້າ ໄປ ສປ ຈີນ ແມ່ນມີທິດທາງແກ້ໄຂຄື:

  • ອີງຕາມແຈ້ງການ ເລກທີ 1393/ຫສນຍ, ລົງວັນທີ 16 ສິງຫາ 2019 ແມ່ນໄດ້ປະກາດເປັນເອກະພາບແລ້ວວ່າ 2 ບໍລິສັດຂົນສົ່ງ LS ແລະ LICD ຈະບໍ່ມີສິດຜູກຂາດໄດໆໃນການໃຫ້ການບໍລິການ ເຊິ່ງຫົວໜ່ວຍທຸລະກິດນໍາເຂົ້າ-ຂົນສົ່ງ ສາມາດແຈ້ງພາສີສິນຄ້າເຂົ້າ-ອອກ ໄດ້ດ້ວຍຕົນເອງ ແລະ ຍັງມີສິດເລືອກໃຊ້ບໍລິການສາງພັກສິນຄ້າ ແລະ ສະຖານທີ່ຄ່ຽນຖ່າຍສິນຄ້າ ຂອງສອງບໍລິສັດໄດ້. ເຊິ່ງທັງສອງບໍລິສັດໄດ້ ສະແດງກະດານລາຄາຄ່າບໍລິການຢ່າງຊັດເຈນ ແລະ ຢູ່ໃນເກນກໍານົດເພື່ອສະແດງເຖິງຄວາມໂປ່ງໃສ ແລະ ປະຕິບັດຕາມລະບຽບກົດໝາຍທີ່ໄດ້ວ່າງອອກ ຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ແລະ ແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1291/ກຄ.ພນ, ລົງວັນທີ 05 ສິງຫາ 2008;
  • ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ແລະ ລັດວິສາຫະກິດສາງທ່ານາແລ້ງ, ກະຊວງການເງິນ ກໍາລັງປັບປຸງ ແຈ້ງການ ເລກທີ 1291/ກຄ.ພນ ໃຫ້ສອດຄ່ອງກັບສະພາບການຕົວຈີງ ແລະ ຈະຊ່ວຍອໍານວຍຄວາມສະດວກຢູ່ສາງໄດ້ຫລາຍຂື້ນ ໂດຍຄາດຄະເນ່ຈະສໍາເລັດພາຍໃນປີ 2020 ນີ້;
  • ບັນຫາການຈ່າຍອາກອນແບບຮັບເໝົາແມ່ນບໍ່ເໝາະສົມ ເຊິ່ງສະແດງໃຫ້ເຫັນໄດ້ວ່າຄັດກັບ ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານສ່ວຍສາອາກອນ. ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ກໍາລັງລໍຖ້າທິດຊີ້ນໍາຈາກຂັ້ນເທິ່ງ.

 

3. ບັນຫາການສົ່ງອອກມັນດ້າງ ແລະ ພືດອື່ນໆ ໄປ ສປ ຈີນ ຂອງຜູ້ລົງທືນ ຢູ່ ແຂວງອຸດົມໄຊ ທີ່ບໍ່ໄດ້ຮັບສິດໃນການສົ່ງອອກສິນຄ້າກະສິກໍາ ໄປ ສປ ຈີນ ໂດຍກົງ ແຕ່ຕ້ອງໄດ້ຜ່ານຫລາຍບໍລິສັດທີ່ໄດ້ຮັບສິດສົ່ງອອກ. ສະນັ້ນ, ບໍລິສັດທີ່ລົງທຶນປູກຕົວຈິງ ຈຶ່ງມີຫຼາຍຂັ້ນຂອດ ແລະ ຄ່າໃຊ້ຈ່າຍສູງໃນການຂົນສົ່ງໄປ ສປ ຈີນ. ເຊິ່ງໃນກອງປະຊຸມໄດ້ມີທິດທາງ ແລະ ແກ້ໄຂ ດັ່ງນີ້:

  • ການຈະໄດ້ຮັບສິດໃນການສົ່ງອອກມັນດ້າງ ໄປ ສປ ຈີນ ຕ້ອງໄດ້ປະຕິບັດຕາມເງື່ອນໄຂ ແລະ ມາດຕະການຂອງອົງການ GACC ຢ່າງເຂັ້ມງວດ. ສະນັ້ນ, ມາດຕະການແກ້ໄຂໃນໄລຍະຜ່ານມາ ແມ່ນໃຫ້ສົ່ງອອກຜ່ານບັນດາບໍລິສັດທີ່ໄດ້ຮັບສິດ ໄປກ່ອນ. ເຖິງຢ່າງໄດກໍ່ຕາມ, ທາງກົມ ຈະສືບຕໍ່ຄົ້ນຄ້ວາ ແລະ ປະເມີນຜົນລະບົບສຸຂານາໄມ ຂອງບັນດາບໍລິສັດສົ່ງອອກທີ່ມີເງື່ອນໄຂສົ່ງອອກພືດຕ່າງໆລວມທັງມັນດ້າງ ແລ້ວແຈ້ງລາຍຊື່ໃຫ້ອົງການ GACC ຂອງ ສປ ຈີນ ຊາບ;
  • ຜູ້ປະກອບການ ຕ້ອງເພີ່ມທະວີສ້າງຄວາມເຂົ້າໃຈບັນດານິຕິກໍາ ແລະ ຄວາມຮູ້ດ້ານວິຊາການ ທີ່ຕິດພັນກັບວຽກງານສຸຂານາໄມພືດ ແລະ ເງື່ອນໄຂຕ່າງໆ ໃນການສົ່ງອອກ ຕາມອານຸສັນຍາທີ່ ສປປ ລາວ ໄດ້ເຊັນລົງນາມຮ່ວມກັບ ສປ ຈີນ;
  • ສໍາລັບການນໍາເຂົ້າມັນດ້າງ ຈາກ ສສ ຫວຽດນາມ ເຂົ້າມາດັດແປງສັນຊາດເປັນລາວ ແລ້ວສົ່ງໄປ ສປ ຈີນ ອາດສາມາດເຮັດໄດ້ ໂດຍການຢັ້ງຢືນສຸຂານາໄມພືດໃນຮູບແບບການນໍາເຂົ້າ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.