ນັບຕັ້ງແຕ່ ປີ 1994, ສະມາຄົມກາເຟລາວ ໄດ້ຮັບການສ້າງຕັ້ງຂື້ນ ເພື່ອເຕົ້າໂຮມບັນດາຜູ້ປະກອບການ ທີ່ດໍາເນີນກິດຈະການກ່ຽວກັບກາເຟ ເພື່ອສົ່ງເສີມການຜະລິດເປັນສິນຄ້າ ໃຫ້ມີຄຸນະພາບມາດຕະຖານສາກົນໃນການສົ່ງອອກ. ເຊິ່ງໃນປັດຈຸບັນນີ້, ສະມາຄົມກາເຟລາວ ມີສະມາຊິກທັງໝົດ 65 ຫົວໜ່ວຍທຸລະກິດ, ມີ 4 ກຸ່ມຜູ້ຜະລິດຈາກ 4 ແຂວງ ຄື: ກຸ່ມຜະລິດຈາກ ເມືອງເລົ່າງາມ ແຂວງສາລະວັນ, ກຸ່ມຜະລິດຈາກ ເມືອງທ່າແຕງ ແຂວງເຊກອງ, ກຸ່ມຜະລິດຈາກ ເມືອງຊານໄຊ ແຂວງອັດຕະປື ແລະ ກຸ່ມຜະລິດຈາກ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ປະກອບມີ 6 ສະຫະກອນ.

ພາບປະກອບ

         

       ໃນແຕ່ລະປີ ບັນດາສະມາຊິກສະມາຄົມກາເຟລາວ ສາມາດສົ່ງອອກກາເຟໃນຈໍານວນ 30 ໂຕນ/ປີ ຂື້ນໄປ ເຊິ່ງໃນໄລຍະເຄິ່ງປີຂອງປີ 2020 ແມ່ນສາມາດສົ່ງອອກກາເຟລາວ ໃນຈໍານວນປະມານ 22.280 ກວ່າໂຕນ ແລະ ລວມເປັນມູນຄ່າເກືອບ 40 ລ້ານໂດລາສະຫະລັດ.

ພາບປະກອບ

         

       ອີງຕາມສະຖິຕິການສົ່ງອອກກາເຟລາວ ຂອງກົມການນໍາເຂົ້າ ແລະ ສ່ົງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະຫຼຸບເພີ່ມເຕີບຈໍານວນການສົ່ງອອກ ແລະ ມູນຄ່າລວມທັງໝົດ ທີ່ມີທັງປະເພດ ກາເຟ ທີ່ບໍ່ໄດ້ປຸງແຕ່ງ ແລະ ກາເຟສໍາເລັດຮູບ ນັບແຕ່ປີ 2015 – 2019 ໄດ້ດັ່ງຕາຕະລາງລຸ່ມນີ້:

       ໃນປີ 2019, ບັນດາປະເທດທີ່ ສປປ ລາວ ສົ່ງອອກກາເຟ ທີ່ບໍ່ໄດ້ປຸງແຕ່ງ ຫລາຍສຸດແມ່ນ: ສສ ຫວຽດນາມ ໃນມູນຄ່າປະມານ 35 ລ້ານໂດລາສະຫະລັດ, ໄທ ໃນມູນຄ່າປະມານ 10 ລ້ານໂດລາສະຫະລັດ ແລະ ແບນຊິກ ມີມູນຄ່າປະມານ 5 ລ້ານໂດລາສະຫະລັດ. ນອກຈາກນັ້ນ, ບັນດາປະເທດທີ່ ສປປ ລາວ ສົ່ງອອກກາເຟ ສໍາເລັດຮູບ ຫລາຍສຸດແມ່ນ: ໄທ ໃນມູນຄ່າປະມານ 4 ລ້ານໂດລາສະຫະລັດ, ສປ ຈີນ ມີມູນຄ່າສະເລ່ຍ 5 ແສນ ໂດລາສະຫະລັດ ແລະ ຟີລິບປີນ ມີມູນຄ່າປະມານ 2 ແສນ ໂດລາສະຫະລັດ.

 

       ແຫຼ່ງຂໍ້ມູນ:

  • ໜັງສືພີມ ປະເທດລາວ
  • ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.