ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງຄຳສັ່ງ 12/ນຍ, ລົງວັນທີ 16 ຕຸລາ 2019 ໂດຍແນ່ໃສ່ອໍານວຍຄວາມສະດວກທາງດ້ານການຄ້າ, ຫຼຸດຜ່ອນສິ່ງກີດຂວາງທາງດ້ານເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ໃນການເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ພ້ອມທັງຮັບປະກັນການສະກັດກັ້ນການຄ້າຂາຍເຖື່ອນ ແລະ ການເກັບຄ່າພັນທະຕ່າງໆ ເຂົ້າງົບປະມານແຫ່ງລັດ ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

          ໃນຕອນເຊົ້າ ວັນທີ 27 ສິງຫາ 2020 ທີ່ ໂຮງແຮມ ລາວພລາຊາ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ GIZ ໄດ້ຈັດກອງປະຊຸມເປັນຄັ້ງທຳອິດຂຶ້ນ ເພື່ອປຶກສາຫາລືໃນການສ້າງ “ຮ່າງ ຄໍາສັ່ງແນະນໍາວ່າດ້ວຍການເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ພາຍໃນປະເທດ. ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ມີຜູ້ເຂົ້າຮ່ວມທີ່ຕາງໜ້າຈາກ ບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ກົມນິຕິກຳ (ຫສນຍ), ກົມພາສີ, ກົມຕຳຫຼວດເສດຖະກິດ, ກົມປ່າໄມ້, ກົມອາຫານ ແລະ ຢາ, ກົມຂົນສົ່ງ, ກົມລ້ຽງສັດ ແລະ ການປະມົງ ແລະ ກົມກ່ຽວຂ້ອງອື່ນທີ່ເປັນສະມາຊິກ ກຄອຄ ຈໍານວນ 41 ທ່ານ.

          ຮ່າງຄໍາສັ່ງແນະນໍາສະບັບນີ້ແມ່ນໄດ້ຕິດພັນກັບ ຫຼາຍຂະແໜງການທັງສູນກາງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດ ທີ່ຕິດພັນກັບການອອກເອກະສານເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງພາຍໃນປະເທດ ລະຫວ່າງ ເມືອງ ຫາ ເມືອງ, ແຂວງ ຫາ ແຂວງ.

          ໂດຍພື້ນຖານ, ກອງປະຊຸມເຫັນດີຕໍ່ກັບແນວຄວາມຄິດຂອງການຮ່າງຄໍາສັ່ງແນະນໍາດັ່ງກ່າວ ທີ່ມີຈຸດປະສົງເພື່ອຫຼຸດຜ່ອນບັນດາຂັ້ນຂອດ, ເອກະສານ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ໃນການເຄື່ອນຍ້າຍສິນຄ້າພາຍໃນ ຂອງປະຊາຊົນ ແລະ ທຸລະກິດ. ລາຍລະອຽດຂອງກອງປະຊຸມ ສາມາດສະຫຼຸບໄດ້ດັ່ງນີ້:

1. ການເຄື່ອນຍ້າຍສິນຄ້າ ພາຍໃນປະເທດ ແມ່ນຈະອີງໃສ່ປະເພດສິນຄ້າ ເຊັ່ນ:

  • ສິນຄ້າທີ່ຢູ່ໃນປະເພດໄມ້ຈາກທໍາມະຊາດ, ໄມ້ຈາກສວນປູກ, ເຄື່ອງປ່າຂອງດົງ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ແລະ ເຄື່ອງປ່າຂອງດົງທີ່ເປັນຢາ ຂອງຂະແໜງສາທາລະນະສຸກ ສະເໜີໃຫ້ປະຕິບັດຕາມ ກົດໝາຍ ວ່າດ້ວຍປ່າໄມ້ ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;
  • ສິນຄ້າປະເພດສັດທີ່ມີຊີວິດ ແລະ ຜະລິດຕະພັນ ກ່ຽວກັບ ສັດ ສະເໜີໃຫ້ມີການອອກໃບຢັ້ງຢືນກວດກາດ້ານສຸຂະພາບສັດ (ສໍາລັບສັດທີ່ມີຊີວິດ) ແລະ ການອອກໃບຢັ້ງຢືນສຸຂານາໄມ (ສໍາລັບຜະລິດຕະພັນ ກ່ຽວກັບສັດ);
  • ສິນຄ້າປະເພດ ເຂົ້າ, ກາເຟ, ມັນຕົ້ນ, ສາລີ, ຢາງພາລາ, ໝາກໄມ້, ພືດຜັກ  ອື່ນໆ ແມ່ນສາມາດເຄື່ອນຍ້າຍໄດ້ ແລະ ຈະຍົກເລີກທຸກຂັ້ນຕອນຂອງການ ອອກໃບອະນຸຍາດ ຫຼື ໃບຢັ້ງຢືນການເຄື່ອນຍ້າຍ.

2. ການຕັ້ງຈຸດກວດກາຕາມເສັ້ນທາງ ພາຍໃນປະເທດ

  • ຂະແໜງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈະປັບປຸງນິຕິກໍາ ກ່ຽວກັບການບໍລິການ ຂອງສະຖານີຕິດຊັ່ງນໍ້າໜັກ ແລະ ມາດຕະການຕໍ່ຜູ້ລະເມີດ ໃຫ້ສອດຄ່ອງກັບສະພາບການ ແຕ່ລະໄລຍະ. ສໍາລັບວຽກງານການກວດການໍ້າໜັກ ແລະ ຂະໜາດຂອງລົດບັນທຸກ, ກົມຂົນສົ່ງ ຈະນໍາໄປຄົ້ນຄວ້າ ແລະ ຮຽບຮຽງໃໝ່ ແລ້ວຈະສົ່ງໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ພາຍຫຼັງ;
  • ການຕັ້ງຈຸດກວດກາສະເພາະກິດຊົ່ວຄາວ ຂອງຂະແໜງການອື່ນ ນອກຈາກຕໍາຫຼວດ, ຍທຂ ແລະ ພາສີ   ສະເໜີໃຫ້ປັບປຸງຄືນໃໝ່ ເພື່ອຫຼຸດຜ່ອນການຕັ້ງຈຸດກວດກາຕາມເສັ້ນທາງ.

          ພາຍຫຼັງ ກອງປະຊຸມປຶກສາຫາລືຄັ້ງນີ້, ກອງເລຂາ ຄອຄ ຈະໄດ້ສົ່ງຮ່າງສະບັບປັບປຸງ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມປະກອບຄຳເຫັນເພ່ີ່ມເຕີມ ແລະ ຜ່ານການເຫັນດີຈາກຄະນະນຳຂອງບັນດາຂະແໜງການ ກ່ອນສົ່ງໃຫ້ ກອງເລຂາ ຄອຄ ເພື່ອປັບປຸງ ແລະ ດຳເນີນການໃນຂັ້ນຕອນຕໍ່ໄປ ໂດຍ ກອງເລຂາ ຄອຄ ຈະໄດ້ ນຳເອົາຮ່າງຄຳແນະນຳ ສະບັບດັ່ງກ່າວ ເພື່ອປຶກສາຫາລື ກັບຂັ້ນທ້ອງຖິ່ນ ໃນຂັ້ນຕອນຕໍ່ໄປ. ສຳລັບຄາດໝາຍຂອງການສ້າງນິຕິກຳ ສະບັບດັ່ງກ່າວ ຄາດວ່າຈະໃຫ້ສຳເລັດ ໃນທ້າຍປີ 2020 ນີ້.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.