ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການຄ້າພາຍໃນ     ເລກທີ: 0685/ກຄພນ.ຄສລ
ນະຄອນຫຼວງວຽງຈັນ, ວັນທີ 2 ກັນຍາ 2020

ເຖິງ: ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ.

ເລື່ອງ: ແຈ້ງລາຍຊື່ບໍລິສັດ ນ້ຳມັນເຊື້ອໄຟ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ຕາມດຳລັດ 331/ນຍ.

  • ອີງຕາມ ດຳລັດວ່າດ້ວຍ ທຸລະກິດນ້ຳມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017;
  • ອີງຕາມ ຄຳແນະນຳສະບັບເລກທີ 0521/ອຄ.ກຄພນ, ລົງວັນທີ 2 ພຶດສະພາ 2018.

     ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງລາຍຊື່ ບໍລິສັດນ້ຳມັນເຊື້ອໄຟ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ຕາມດຳລັດ 331/ນຍ, ຊື່ງມີລາຍຊື່ດັ່ງລຸ່ມນີ້:

1. ບໍລິສັດ ນໍາເຂົ້າ-ສົ່ງອອກ ນໍ້າມັນເຊື້ອໄຟ:

  1. ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0051/ກຄພນ.ຄສລ, ລົງວັນທີ 29 ພຶດສະພາ 2019.
  2. ບໍລິສັດ ປີໂຕເທຣດ ພູມ່າ ເອເນີຈີ ນຳເຂົ້າ ແລະ ສົ່ງອອກ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດສະບັບເລກທີ 1323/ກຄພນ.ຄສລ, ລົງວັນທີ 16 ຕຸລາ 2018.
  3. ບໍລິສັດ ທີທີພາວເວີໂຕໂທ່ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0009/ກຄພນ.ຄສລ, ລົງວັນທີ 9 ພຶດສະພາ 2019.
  4. ບໍລິສັດ ນ້ຳມັນເຊື້ອໄຟ ດາລາຈະເລີນ ນຳເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0029/ກຄພນ.ຄສລ, ລົງວັນທີ 9 ພຶດສະພາ 2019.
  5. ບໍລິສັດ ເອເນໂກ້ໄດນາມິກ ມະຫາຊົນ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0040/ກຄພນ.ຄສລ, ລົງວັນທີ 29 ພຶດສະພາ 2019.
  6. ບໍລິສັດ ເປໂຕຣ ຫວຽດນາມ ອອຍ ລາວ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0038/ກຄພນ.ຄສລ, ລົງວັນທີ 25 ສິງຫາ 2020.
  7. ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0056/ກຄພນ.ຄສລ, ລົງວັນທີ 31 ພຶດສະພາ 2019.
  8. ບໍລິສັດ ເປໂທຣລີແມ໋ກ ລາວ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0054/ກຄພນ.ຄສລ, ລົງວັນທີ 31 ພຶດສະພາ 2019.
  9. ບໍລິສັດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟເອເຊຍ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0068/ກຄພນ.ຄສລ, ລົງວັນທີ 04 ມີຖຸນາ 2019.
  10. ບໍລິສັດ ສົມວັນຈະເລີນ ເປໂຕຣລ໌ຽມ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0015/ກຄພນ.ຄສລ, ລົງວັນທີ 12 ມີຖຸນາ 2020.
  11. ບໍລິສັດ ພັນທະມິດລາວ ປີໂຕຣລ໌ຽມ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0026/ກຄພນ.ຄສລ, ລົງວັນທີ 13 ກໍລະກົດ 2020.

2. ບໍລິສັດ ຈຳໜ່າຍນ້ຳມັນເຊື້ອໄຟ ພາຍໃນປະເທດ.

  1. ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ຈຳໜ່າຍພາຍໃນ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0052/ກຄພນ.ຄສລ, ລົງວັນທີ 29 ພຶດສະພາ 2019.
  2. ບໍລິສັດ ປີໂຕເທຣດ ພູມ່າ ເອເນີຈີ ດີສທະປິວຊັນ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 1322/ກຄພນ.ຄສລ, ລົງວັນທີ 16 ຕຸລາ 2018.
  3. ບໍລິສັດ ທີທີ ພາວເວີ 45 ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0008/ກຄພນ.ຄສລ, ລົງວັນທີ 26 ມີນາ 2019.
  4. ບໍລິສັດ ດາລາຈະເລີນ ສະຕາຣ ອອຍ ລາວ ຈຳກັດຜູ້ດຽວ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0030/ກຄພນ.ຄສລ, ລົງວັນທີ 9 ພຶດສະພາ 2019.
  5. ບໍລິສັດ ດີເອັນເອັມ ດິດທິຣບິວເຕີ ຈຳກັດຜູ້ດຽວ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0041/ກຄພນ.ຄສລ, ລົງວັນທີ 20 ພຶດສະພາ 2019.
  6. ບໍລິສັດ ເປໂຕຣຫວຽດນາມ ອອຍ ຈຳໜ່າຍພາຍໃນ ຈຳກັດຜູ້ດຽວ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0039/ກຄພນ.ຄສລ, ລົງວັນທີ 25 ສິງຫາ 2020.
  7. ບໍລິສັດ ເອັນທີຟີ ຈຳໜ່າຍພາຍໃນ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0057/ກຄພນ.ຄສລ, ລົງວັນທີ 31 ພຶດສະພາ 2019.
  8. ບໍລິສັດ ເປໂທຣລີແມ໋ກ ລາວ ຈຳໜ່າຍພາຍໃນ ຈຳກັດຜູ້ດຽວ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0085/ກຄພນ.ຄສລ, ລົງວັນທີ 31 ພຶດສະພາ 2019.
  9. ບໍລິສັດ ຈຳໜ່າຍນ້ຳມັນເຊື້ອໄຟ ເອເຊຍ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0069/ກຄພນ.ຄສລ, ລົງວັນທີ 4 ມີຖຸນາ 2019.
  10. ບໍລິສັດ ສົມວັນຈະເລີນ ເປໂຕຣລ໌ຽມ ເຈວລີ ຈຳໜ່າຍພາຍໃນ ຈຳກັດຜູ້ດຽວ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0065/ກຄພນ.ຄສລ, ລົງວັນທີ 3 ມີຖຸນາ 2019.
  11. ບໍລິສັດ ພະລັງງານບົວສະຫວັນ ຈຳກັດຜູ້ດຽວ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0085/ກຄພນ.ຄສລ, ລົງວັນທີ 6 ທັນວາ 2019.
  12. ບໍລິສັດ ຟີທີທີ ລາວ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 001/ກຄພນ.ຄສລ, ລົງວັນທີ 6 ມັງກອນ 2020.
  13. ບໍລິສັດ ເປໂຕຣລາວ ການຄ້າ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 003/ກຄພນ.ຄສລ, ລົງວັນທີ 26 ກຸມພາ 2020.
  14. ບໍລິສັດ ໂພແກ້ວ ປີໂຕຣລຽມເທດດິ້ງ ຈຳກັດ ຖືໃບອະນຸຍາດດຳເນີນທຸລະກິດ ສະບັບເລກທີ 0034/ກຄພນ.ຄສລ, ລົງວັນທີ 10 ສິງຫາ 2020.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ເປັນຂໍ້ມູນໃນການຕິດຕາມ.

ຫວົໜ້າກົມ

ວາລະໄຊ ເລັ່ງສະຫວັດ

 

# ຫົວຂໍ້ ດາວໂຫຼດ
1 List of license petrol companies, No. 0685/DOIT.DoPPA, dated 02 September 2020 (based on the Decree 331/PM). PDF
2 ແຈ້ງລາຍຊື່ບໍລິສັດ ນໍ້າມັນເຊື້ອໄຟ ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ຕາມດໍາລັດ 331/ນຍ, ເລກທີ 0685/ກຄພນ.ຄສລ, ລົງວັນທີ 02 ກັນຍາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.