ເພື່ອເປັນການຫຼຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ, ແນ່ໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ໃຫ້ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກຄໍາສັ່ງ ວ່າດ້ວຍການລົບລ້າງການອອກໃບອະນຸຍາດນໍາເຂົ້າລົດແທຣັກເຕີ, ເລກທີ 0807/ອຄ.ກຂອ, ລົງວັນທີ 02 ກັນຍາ 2020, ທຸກປະເພດທີ່ນອນຢູ່ໃນໝວດລະຫັດພາສີ 8701 ຂອງປື້ມສາລະບານອັດຕາພາສີ ຂອງ ສປປ ລາວ.

          ການນຳເຂົ້າລົດແທຣັກເຕີຊະນິດທີ່ຄົນຂັບຕ້ອງຍ່າງນຳຫຼັງ (ລົດໄຖນາເດີນຕາມ) ແບບຄົບຊຸດ ເພື່ອຮັບໃຊ້ການຜະລິດກະສິກໍາຂອງຊາວກະສິກອນ ຫຼື ກຸ່ມການຜະລິດ ຫຼື ສະຫະກອນ ແມ່ນສາມາດນຳເຂົ້າ, ແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ໄດ້ເລີຍ. ສຳລັບການນໍາເຂົ້າລົດແທຣັກເຕີແລ່ນຢູ່ເທິງຖະໜົນສຳລັບແກ່ລົດເຄິ່ງລົດພ່ວງ ແບບຄົບຊຸດ ແມ່ນໃຫ້ນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ.

         

ພາບປະກອບ

          ການນຳເຂົ້າລົດແທຣັກເຕີທີ່ບໍ່ມີລັກສະນະການຄ້າ ເພື່ອມາຮັບໃຊ້ການຜະລິດຂອງຊາວກະສິກອນ ແມ່ນສາ ມາດນຳເຂົ້າໄດ້ ຈຳນວນ 01 ຄັນ ຕໍ່ 01 ຄອບຄົວ. ສ່ວນການນຳເຂົ້າເພື່ອມາຮັບໃຊ້ພາຍໃນ ກຸ່ມການຜະລິດ ຫຼື ສະຫະ ກອນ ແມ່ນໃຫ້ສະເໜີຫາ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນ ເປັນຜູ້ພິຈາລະນາຈຳນວນຂອງລົດແທຣັກເຕີທີ່ນຳເຂົ້າເພື່ອໃຫ້ແທດເໝາະກັບເນື້ອທີ່ການຜະລິດຕົວຈິງ.

          ຜູ້ທີ່ນຳເຂົ້າລົດແທຣັກເຕີ, ອາໄຫຼ່ ແລະ ອຸປະກອນຂອງລົດແທຣັກເຕີ ເພື່ອຈຳໜ່າຍ ຕ້ອງມີໃບທະບຽນວິສາ ຫະກິດ ແລະ ໃບອະນຸຍາດດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທຣັກເຕີ, ອາໄຫຼ່ ແລະ ອຸປະກອນ ຂອງລົດແທຣັກເຕີ. ພ້ອມນີ້, ກໍຕ້ອງມີການບໍລິການຫຼັງການຂາຍ ແລະ ການນຳເຂົ້າແຕ່ລະຄັ້ງ ຕ້ອງນຳເຂົ້າຜ່ານດ່ານ ສາກົນເທົ່ານັ້ນ.

         

ພາບປະກອບ

          ການອອກໃບອະນຸຍາດດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທຣັກເຕີ, ອາໄຫຼ່ ແລະ ອຸປະກອນຂອງ ລົດແທຣັກເຕີ ແມ່ນມອບໃຫ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໂດຍແມ່ນຂະແໜງ ການນຳເຂົ້າ ແລະ ສົ່ງອອກ ເປັນເຈົ້າການຈັດຕັ້ງປະຕິບັດຕາມລະບຽບກົດໝາຍ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.