ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ແຂວງບໍລິຄໍາໄຊ
ພະແນກອຸດສາຫະກໍາ ແລະ ການຄ້າ        ເລກທີ 1478/ພອຄ
ບໍລິຄໍາໄຊ, ວັນທີ 27 ສິງຫາ 2020

ແຈ້ງການ

ເຖີງ:  - ທ່ານ ຫົວໜ້າພະແນກກະສິກໍາ - ປ່າໄມ້ແຂວງ

     - ທ່ານ ຫົວໜ້າພະແນກການເງິນແຂວງ

     - ທ່ານ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ

     - ບັນດາຫົວໜ່ວຍດໍາເນີນທຸລະກິດໄມ້

ລື່ອງ: ກ່ຽວກັບການແຕ່ງຕັ້ງພະນັກງານລົງກວດກາ ແລະ ຢັ້ງຢືນຜະລິດຕະພັນໄມ້ຂື້ນລົດ ເພື່ອສົ່ງອອກໄປຕ່າງປະເທດຂອງແຕ່ລະຂະແໜງການ.

    - ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019, ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ ການນໍາເຂົ້າ - ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ       ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ.

    - ອີງຕາມ ແຈ້ງການ ຂອງຫ້ອງວ່າການແຂວງ ສະບັບ ເລກທີ 715/ຫວຂ.ບຊ, ລົງວັນທີ 29 ກໍລະກົດ 2020.

      ພະແນກອຸດສະຫາກໍາ ແລະ ການຄ້າແຂວງບໍລິຄໍາໄຊ ຂໍຖືເປັນກຽດແຈ້ງການມາຍັງທ່ານຊາບ: ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍ່ຄືການຈັດຕັ້ງປະຕິບັດຕາມ ແຜນອໍານວຍຄວາມສະດວກທາງດ້ານການຄ້າແຂວງບໍລິຄໍາໄຊ, ເປັນຕົ້ນ ແມ່ນການກວດກາ ແລະ ຢັ້ງຢືນຜະລິດຕະພັນໄມ້ເພື່ອສົ່ງອອກ ຄືດັ່ງນີ້:

    1. ການຢັ້ງຢືນຜະລິດຕະພັນໄມ້ຂື້ນລົດ ເພື່ອສົ່ງອອກໄປຕ່າງປະເທດ ແມ່ນຈັດຕັ້ງປະຕິບັດຕາມຄໍາສັ່ງແນະນໍາ ຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 2143/ອຄ.ກຂອ, ລົງວັນທີ 25 ພະຈິກ 2016 ວ່າດ້ວຍຂັ້ນຕອນການຢັ້ງຢືນ ຜະລິດຕະພັນໄມ້ຂື້ນລົດ ເພື່ອສົ່ງອອກຕ່າງປະເທດ.

    2. ຄະນະກໍາມະການທີ່ຖືກແຕ່ງຕັ້ງຈາກຂະແໜງການທີ່ກ່ຽວຂ້ອງເພື່ອລົງກວດກາ, ຢັ້ງຢືນ, ໜີບກົວລົດສີນຄ້າ ແລະ ເຊັນບົດບັນທຶກຮ່ວມກັນ ໃຫ້ປະກອບມີຜູ້ຕາງໜ້າພາກສ່ວນລະ 01 ທ່ານເທົ່ານັ້ນ.

ດັ່ງນັ່ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ການຮ່ວມມືຕາມເຫັນສົມຄວນດ້ວຍ.

ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ

ໄກສອນ ຈັນສີນາ

 

# ຫົວຂໍ້ ດາວໂຫຼດ
1 Bolikhamxay Province has a Notification on the Authorized Officers of relevant sectors to inspect and certify timber products for export from Lao PDR, No. 1478/ICD, dated 27 August 2020. PDF
2 ແຂວງ ບໍລິຄໍາໄຊ ອອກແຈ້ງການ ກ່ຽວກັບການແຕ່ງຕັ້ງພະນັກງານລົງກວດກາ ແລະ ຢັ້ງຢືນຜະລິດຕະພັນໄມ້ຂື້ນລົດ ເພື່ອສົ່ງອອກໄປຕ່າງປະເທດຂອງແຕ່ລະຂະແໜງ, ເລກທີ 1478/ພອຄ, ລົງວັນທີ 27 ສິງຫາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.