ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ໄປສະນິ,  ໂທລະຄົມມະນາຄົມ ແລະ ການສື່ສານ   ເລກທີ 1831/ປທສ
ນະຄອນຫຼວງວຽງຈັນ, ວັນທີ່ 11 ກັນຍາ 2020

ຂໍ້ຕົກລົງ
ວ່າດ້ວຍ ການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ສຳລັບເຄື່ອງບິນບໍ່ມີຄົນຂັບ

  • ອີງຕາມ ກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ 17/ ສພຊ, ລົງວັນທີ 05 ພຶດສະພາ 2017;
  • ອີງຕາມ ດຳລັດ ຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ສະບັບເລກທີ 22/ນຍ, ລົງວັນທີ 16 ມັງກອນ 2017;
  • ອີງຕາມ ດຳລັດ ຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ແຜນຜັງແຫ່ງຊາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ່ 226/ນຍ, ລົງວັນທີ່ 11 ເມສາ 2020. 

ລັດຖະມົນຕີ ອອກຂໍ້ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ

     ຂໍ້ຕົກລົງສະບັບນີ້  ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຢັ້ງຢືນຄື້ນຄວາມຖີ່     ສຳລັບ ເຄື່ອງບິນບໍ່ມີຄົນຂັບ ເພື່ອໃຫ້ມີຄວາມເປັນເອກກະພາບກັນໃນທົ່ວປະເທດ, ມີປະສິດທີພາບ ແລະ ປະສິດທີຜົນສູງສຸດ ແນໃສ່ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອນສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ມາດຕາ 2  ເຄື່ອງບິນບໍ່ມີຄົນຂັບ

     ເຄື່ອງບິນບໍ່ມີຄົນຂັບ ແມ່ນອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ທີ່ບິນເທິງອາກາດ ແລະ ບໍ່ມີຄົນຂັບ ໂດຍມີຜູ້ຄວບຄຸມດ້ວຍລະບົບຄວນຄຸມການບິນຢູ່ພາຍນອກເຄື່ອງບິນ ຊື່ງສະຫະພາບໂທລະຄົມມະນາຄົມສາກົມ (ITU) ເອີ້ນວ່າ Unmanned Aircraft System (UAS) ຫຼື ທົ່ວໄປເອີ້ນວ່າ ໂດຮນ (Drone).

ມາດຕາ 3   ການອະະທິບາຍຄຳສັບ

    ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ສະຫະພາບໂທລະຄົມມະນາຄົມສາກົນ (International telecommunication Union – ITU) ໝາຍເຖີງອົງການສາກົມທີ່່ຮັບຜິດຊອບວຽກງານສົນທີສັນຍາລະຫວ່າງປະເທດໃນການຄຸ້ມຄອງ ແລະ ວາງມາດຕະຖານດ້ານໄອຊີທີ;
  2. ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ໝາຍເຖີງ ອຸປະກອນທີ່ນຳໃຊ້ໃນການຮັບ, ການສົ່ງ ຫຼື ທັງຮັບທັງສົ່ງ
  3. ຂໍ້ມູນຂ່າວສານ, ຕົວໜັງ​​​​ສື, ສຽງ ແລະ ຮູບພາບ ດ້ວຍການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ.

ມາດຕາ 4    ຂອບເຂດການນໍາໃຊ້

   ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນຳໃຊ້ເຄື່ອງບິນບໍ່ມີຄົນຂັບ ຢູ່ ສປປ ລາວ.

ໝວດທີ 2

ປະເພດເຄື່ອງບິນບໍ່ມີຄົນຂັບ, ການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ, ການຂໍອະນຸຍາດນໍາເຂົ້າ ແລະ ນໍາໃຊ້ເຄື່ອງບິນບໍ່ມີຄົນຂັບ

ມາດຕາ 5  ປະເພດເຄື່ອງບິນບໍ່ມີຄົນຂັບ

   ເຄື່ອງບິນບໍ່ມີຄົນຂັບ ໄດ້ແບ່ງອອກເປັນ 2 ປະເພດ ດັ່ງນີ້:

  1. ເຄື່ອງບິນບໍ່ມີຄົນຂັບທີ່ມີນໍ້າຫນັກນ້ອຍກວ່າ ຫຼື ເທົ່າກັບ 200 ກຣາມ ຊຶ່ງໃຊ້ເປັນຂອງຫຼິ້ນທົ່ວໄປ;
  2. ເຄື່ອງບິນບໍ່ມີຄົນຂັບທີ່ມີນ້ໍາຫນັກເກີນ 200 ກຣາມ ທີ່ນໍາໃຊ້ເພື່ອຖ່າຍຮູບພາບ, ວີດີໂອ, ຫຼິ້ນເປັນການ ບັນເທີງ, ກິລາ ແລະ ອື່ນໆ.

ມາດຕາ 6 ການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ

   ເຄື່ອງບິນບໍ່ມີຄົນຂັບ ທີ່ມີນໍ້າໜັກເກີນ 200 ກຣາມ ຕ້ອງໄດ້ຮັບການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ຈາກ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຕ້ອງນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ທີ່ມີຄວາມ ແຮງຂອງກໍາລັງສົ່ງ ດັ່ງຕາຕະລາງລຸ່ມນີ້:

ລຳດັບ

ຄື້ນຄວາມຖີ່ວິທະຍຸສື່ສານ

( MHz )

ຄວາມແຮງຂອງກຳລັງສົ່ງສູງສຸດ

mW (E.I.R.P)

1

2400 – 2500

100

2

5725 – 5875

100

 

ມາດຕາ 7  ການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ເພື່ອຈຸດປະສົງວຽກງານສະເພາະ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ຕ້ອງການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ນອກຈາກທີ່ລະບຸໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ສໍາລັບເຄື່ອງບິນບໍ່ມີຄົນຂັບ ເພື່ອຈຸດປະສົງວຽກງານສະເພາະ ໃດຫນຶ່ງ ຕ້ອງໄດ້ຮັບການອະນຸຍາດນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ຈາກກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 8  ຂັ້ນຕອນການຂໍຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ສໍາລັບເຄື່ອງບິນບໍ່ມີຄົນຂັບ

     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຂໍການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ສໍາລັບເຄື່ອງບິນບໍ່ມີຄົນຂັບ ຕ້ອງຍື່ນຄໍາຮ້ອງຕໍ່ ກົມຄື້ນຄວາມຖີ່ ຫຼື ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫຼວງ.

ເອກະສານປະກອບມີ ດັ່ງນີ້:

  1. ໃບສະເໜີ ຂອງຜູ້ຂໍອະນຸຍາດ;
  2. ຟອມແຈ້ງຂໍ້ມູນ (ດັ່ງ ເອກະສານຄັດຕິດ 1);
  3.  ສໍາເນົາບັດປະຈໍາຕົວ ຫຼື ສໍາເນົາຫນັງສືຜ່ານແດນ (ສໍາລັບຄົນຕ່າງປະເທດ);
  4. ສໍາເນົາຂໍ້ຕົກລົງ ຫຼື ໜັງສືຢັ້ງຢືນ ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ (ສໍາລັບອົງການຈັດຕັ້ງ);
  5.  ສໍາເນົາທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ (ສໍາລັບບໍລິສັດ/ລັດວິສາຫະກິດ);
  6. ເອກະສານຂໍ້ມູນເຕັກນິກ ຂອງເຄື່ອງບິນບໍ່ມີຄົນຂັບ (Technical specification).

ມາດຕາ 9  ເງື່ອນໄຂພິຈາລະນາການຂໍຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ສໍາລັບເຄື່ອງບິນບໍ່ມີຄົນຂັບ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຂໍການຢັ້ງຢືນຄື້ນຄວາມ ຖີ່ ວິທະຍຸສື່ສານ ສໍາລັບເຄື່ອງບິນບໍ່ມີຄົນຂັບ ຕ້ອງປະຕິບັດ ດັ່ງນີ້:

  1. ນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ຕາມທີ່ໄດ້ລະບຸໄວ້ໃນມາດຕາ 6 ແລະ ມາດຕາ 7 ຂອງຂໍ້ຕົກລົງສະບັບນີ້;
  2. ຮັບປະກັນການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ ບໍ່ໃຫ້ມີການລົບກວນ, ສ້າງຄວາມເສຍຫາຍ ຕໍ່ຜົນປະໂຫຍດ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
  3. ໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກໃຫ້ພະນັກງານ, ເຈົ້າໜ້າທີ່ ທີກ່ຽວຂ້ອງເພື່ອຊອກຫາແຫຼ່ງທີ່ມາ ຂອງຄື້ນຄວາມຖີ່ວິທະຍຸສື່ສານລົບກວນ ແລະ ແກ້ໄຂໃຫ້ທັນເວລາ;
  4. ເສຍພັນທະ, ຄ່າທໍານຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  5. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງ.

ມາດຕາ10 ການຂໍອະນຸຍາດນໍາເຂົ້າ ແລະ ນໍາໃຊ້ເຄື່ອງບິນບໍ່ມີຄົນຂັບ

     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ຕ້ອງການນໍາເຂົ້າ ແລະ ນໍາໃຊ້ເຄື່ອງບິນບໍ່ມີ ຄົນຂັບ ທີ່ມີນໍ້າຫນັກເກີນ 200 ກຣາມ ຕ້ອງຂໍອະນຸຍາດຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນອື່ນ ທີ່ ກ່ຽວຂ້ອງ.

ໝວດທີ 3

ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 11   ຂໍ້ຫ້າມ

     ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ມີພຶດຕິກໍາ ດັ່ງນີ້:

  1. ນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ສໍາລັບເຄື່ອງບິນບໍ່ມີຄົນຂັບ ທີ່ມີນໍ້າໜັກເກີນ 200 ກຣາມ ໂດຍບໍ່ໄດ້ຮັບອະນຸຍາດ;
  2. ນໍາໃຊ້ເຄື່ອງບິນບໍ່ມີຄົນຂັບ ທີ່ມີນໍ້າໜັກເກີນ 200 ກຣາມ ທີ່ບໍ່ຖືກຕ້ອງຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນໃບຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ແລະ ໃບອະນຸຍາດນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ເຂົ້າໃນຈຸດປະສົງອື່ນທີ່ບໍ່ຖືກຕ້ອງຕາມການອະນຸຍາດ;
  3. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫມາຍ ແລະ ລະບຽບການ.

ມາດຕາ 12 ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດຂໍ້ຕົກລົງສະບັບນີ້ ເປັນຄັ້ງທໍາອິດ ທີ່ບໍ່ເປັນອັນຕະລາຍ ຫຼື ຮ້າຍແຮງໂດຍບໍ່ເຈດຕະນາ ແລະ ກໍ່ຄວາມເສຍຫາຍທີ່ມີມຸນຄ່າຕໍ່າ ຈະຖືກກ່າວເຕືອນພ້ອມທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ ແລະ ສຶກສາອົບຮົມ.

ມາດຕາ 13  ມາດຕະການຕໍ່ຜູ້ລະເມີດ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ ລວມທັງໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາຕາມແຕ່ລະກໍລະນີ ເບົາ ຫຼື ໜັກ.

ມາດຕາ 14  ມາດຕະການປັບໃຫມ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປັບໃໝຕາມກົດຫມາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ໃນກໍລະນີ ດັ່ງນີ້:

  1. ນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ສໍາລັບເຄື່ອງບິນບໍ່ມີຄົນຂັບ ທີ່ມີນໍ້າໜັກເກີນ 200 ກຣາມ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 50.000 ກີບ ຄຸນໃຫ້ຄວາມກວ້າງຂອງຄື້ນຄວາມຖີ່ວິທະຍຸສື່ສານ ທີ່ນໍາໃຊ້;
  2.  ນໍາໃຊ້ເຄື່ອງບິນບໍ່ມີຄົນຂັບ ທີ່ມີນໍ້າໜັກເກີນ 200 ກຣາມ ທີ່ບໍ່ຖືກຕ້ອງຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນໃບຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ແລະ ໃບອະນຸຍາດນໍາໃຊ້ຄື້ນຄວາມຖີວິທະຍຸສື່ສານ ຈະຖືກປັບໃໝ 25.000 ກີບ ຄຸນໃຫ້ຄວາມກວ້າງຂອງຄື້ນຄວາມຖີ່ວິທະຍຸສື່ສານ ທີ່ນໍາໃຊ້.

ມາດຕາ 15 ມາດຕະການທາງແພ່ງ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ລັດ, ລວມໝູ່ ຫຼື ບຸກຄົນອື່ນ ຕ້ອງໃຊ້ແທນຄ່າເສຍຫາຍ ຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 16 ມາດຕະການທາງອາຍາ

    ບຸກຄົນ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດຕາມກົດໝາຍ ໃນແຕ່ລະກໍລະນີເບົາ ຫຼື ໜັກ.

ໝວດທີ 4

ບົດບັນຍັດສຸດທ້າຍ

ມາດຕາ 17 ການຈັດຕັ້ງປະຕິບັດ

    ມອບໃຫ້ກົມຄື້ນຄວາມຖີ່ ສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 18 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງໃນຈົດໝາຍເຫດທາງ   ລັດຖະການ ສິບຫ້າ ວັນ.

ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງ ວ່າດ້ວຍການນໍາໃຊ້ເຄື່ອງບິນບໍ່ມີຄົນຂັບ ສະບັບເລກທີ 3374/ປທສ, ລົງວັນທີ 14 ພະຈິກ 2017. 

ລັດຖະມົນຕີ

ປອ. ທັນສະໄໝ ກົມມະສິດ

 

# ຫົວຂໍ້ ດາວໂຫຼດ
1 Decision on the Radio Frequency Certificate of Drone, No 1831/MPT, dated 11 September 2020 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ສໍາລັບເຄື່ອງບິນບໍ່ມີຄົນຂັບ, ເລກທີ 1831/ປທສ, ລົງວັນທີ 11 ກັນຍາ 2020 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຂໍອະນຸຍາດນໍາເຂົ້າເຄື່ອງບິນແບບບໍ່ມີຄົນຂັບທີ່ມີນໍ້າໜັກເກີນ 200 ກຣາມ ຕ້ອງໄດ້ຮັບອະນຸມັດ ກະຊວງ ໂຍທາທິການ ແລະ ຂົນສົ່ງ ການນໍາເຂົ້າເຄື່ອງບິນແບບບໍ່ມີຄົນຂັບທີ່ມີນໍ້າໜັກເກີນ 200 ກຣາມ ຕ້ອງໄດ້ຮັບອະນຸຍາດນໍາເຂົ້າ ຈາກ ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍ້ຕົກລົງ ວ່າດ້ວຍ ການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ສໍາລັບເຄື່ອງບິນບໍ່ມີຄົນຂັບ, ເລກທີ 1831/ປທສ, ລົງວັນທີ 11 ກັນຍາ 2020 9999-12-31 ALL
2 ຕ້ອງຂຶ້ນທະບຽນຜູ້ນໍາເຂົ້າເຄື່ອງບິນແບບບໍ່ມີຄົນຂັບທີ່ມີນໍ້າໜັກເກີນ 200 ກຣາມ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຜູ້ນໍາເຂົ້າເຄື່ອງບິນແບບບໍ່ມີຄົນຂັບທີ່ມີນໍ້າໜັກເກີນ 200 ກຣາມ ຕ້ອງໄດ້ຂຶ້ນທະບຽນຜູ້ນໍາເຂົ້າ ຈາກ ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍ້ຕົກລົງ ວ່າດ້ວຍ ການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານ ສໍາລັບເຄື່ອງບິນບໍ່ມີຄົນຂັບ, ເລກທີ 1831/ປທສ, ລົງວັນທີ 11 ກັນຍາ 2020 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.