ອີງຕາມ ແຈ້ງການ ເລກທີ TAI-00809, ລົງວັນທີ 18 ກັນຍາ 2020 ຂອງສະຖານທູດ ແມັກຊີໂກ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ ໃຫ້ຮູ້ວ່າ: ປະເທດແມັກຊີໂກ ຢຸດເຊົານໍາເຂົ້າໝູ ແລະ ຜະລິດຕະພັນໝູ ຈາກ 57 ປະເທດ ໃນນັ້ນ ມີ ສປປ ລາວ. ເຊິ່ງລາຍລະອຽດຂອງ 57 ປະເທດ ປະກອບມີດັ່ງນີ້:

ພາບປະກອບຈາກອີນເຕີເນັດ
  • ປະເທດເບວຢຽມ, ເບນິນ, ບູນກາເຣຍ, ເບີກີນາຟາໂຊ, ບູຣູນດີ, ກໍາປູເຈຍ, ເຄເມຣູນ, ແຄບເວີເດ, ອາເມລິກາກາງ, ເຊດ, ຈີນ, ຄົງໂກ, ເຊັກ, ແອັດສໂຕເນຍ, ກໍາເບຍ, ເຢຍລະມັນ, ການາ, ກລີກສ, ກິນເນບິດສໂຊ, ຮົງກົງ, ຮົງກາລີ, ອີນເດຍ, ອີນໂດເນເຊຍ, ອີຕາລີ, ຝັ່ງທະເລໄອໂວຣີ, ເຄັນຍາ, ລາວ, ລັດເວຍ, ລິດທູອາເນຍ, ມາດາກັດສກາ, ມາລາວີ, ມູນດາວາ, ມົງໂກເລຍ, ໂມສໍາບິກ, ມຽນມ້າ, ນາມິເບຍ, ໄນຈີເຣຍ, ເກົາຫຼີເໜືອ, ປາປົວນິວກີເນຍ, ຟີລິບປີນສ, ໂປໂລຍ, ໂຣມາເນຍ, ລັດເຊຍ, ອາວັນດາ, ເຊເນໂກ, ເຊີເບຍ, ເຊຍຣາເລວັນ, ສະໂລວາເກຍ, ອາເມລິກາໃຕ້, ເກົາຫຼີໃຕ້, ທານຊາເນຍ, ຕິໂມແລັດສເຕ, ໂຕໂກ, ຍູເຄລນ, ຫວຽດນາມ, ສອມເບຍ ແລະ ສີມບາເວ.

          ຖ້າບຸກຄົນໃດທີ່ ໄດ້ໄປສວນສັດ ຫຼື ຟາມລ້ຽງໝູ ໃນຊ່ວງໄລຍະ 15 ວັນ ທີ່ມີຈຸດປະສົງຈະເດີນທາງເຂົ້າ ຫຼື ຜ່ານ ປະເທດ ແມັກຊີໂກ ແມ່ນຕ້ອງແຈ້ງໃຫ້ເຈົ້າໜ້າທີ່ກັກກັນຮັບຊາບ.

          ສໍາລັບຂໍ້ມູນເພີ່ມເຕີບ ກ່ຽວກັບຜະລິດຕະພັນທີ່ ສາມາດ ແລະ ບໍ່ສາມາດ ນໍາເຂົ້າປະເທດແມັກຊີໂກ ແມ່ນທ່ານສາມາດ ກົດທີ່ນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.