ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມປ່າໄມ້           ເລກທີ 2522/ກມປ
ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2016

ແຈ້ງການ

ເຖີງ:   ທ່ານ ຫົວໜ້າຂະແໜງປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ.

ເລື່ອງ:   ການເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງຢູ່ພາຍໃນ ແລະ ການສົ່ງອອກຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ອອກຕ່າງປະເທດ.

  • ອີງຕາມ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພືດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.
  • ອີງຕາມ ມະຕິຕົກລົງ ກອງປະຊຸມຄະນະລັດຖະບານຮ່ວມກັບເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງ ສະບັບເລກທີ 06/ລບ, ລົງວັນທີ 13 ກໍລະກົດ 2016.
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 1887/ກປ, ລົງວັນທີ 09/08/2012 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມປ່າໄມ້.
  • ອີງຕາມ ແຈ້ງການ ຂອງກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບ ການອະນຸຍາດ ໃຫ້ເຄື່ອນຍ້າຍໄມ້ ຢູ່ໃນປະເທດ ສະບັບເລກທີ 0073/ກປ, ລົງວັນທີ 03 ພະຈິກ 2016.

      ເພື່ອປະຕິບັດຕາມ ແຈ້ງການ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0073/ກປ, ລົງວັນທີ  03 ພະຈິກ 2016 ໃຫ້ມີຄວາມເປັນເອກະພາບກັນ, ກົມປ່າໄມ້ ຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ການເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງ ໃນຂອບເຂດທົ່ວປະເທດ ຕາມຄໍາສັ່ງ, ແຈ້ງການ ແລະ ທິດຊີ້ນໍາ ຂອງລັດຖະບານ ໃນໄລຍະໃໝ່ ແມ່ນໃຫ້ຂະແໜງປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ເອົາໃຈໃສ່ຈັດຕັ້ງປະຕິບັດດັ່ງລຸ່ມນີ້:

  1. ການອອກໃບອະນຸຍາດເຄື່ອນຍ້າຍໄມ້ທ່ອນ, ໄມ້ເລື່ອຍ, ໄມ້ຕັບ, ໄມ້ເຄີ່ງສໍາເລັດຮູບຢູ່ພາຍໃນປະເທດ ແມ່ນໃຫ້ເລີ້ມແຕ່ວັນທີ 01 ພະຈິກ 2016 ເປັນຕົ້ນໄປ ໂດຍໃຫ້ນໍາໃຊ້ໃບອະນຸຍາດເຄື່ອນຍ້າຍທີ່ກົມປ່າໄມ້ສົ່ງໃຫ້, ບໍ່ອະນຸຍາດໃຫ້ຈັດພີມ ຫຼື ນໍາໃຊ້ໃບອະນຸຍາດຂອງຕົນເອງຢ່າ່ງເດັດຂາດ, ກ່ອນຈະອອກໃບອະນຸຍາດເຄື່ອນຍ້າຍແຕ່ລະຄັ້ງ ໃຫ້ກວດຄືນແຫ່ຼງທີ່ມາຂອງໄມ້ດັ່ງກ່າວເປັນຕົ້ນແມ່ນ: ໃບອະນຸຍາດຂຸດຄົ້ນໄມ້, ສັນຍາຊື້-ຂາຍໄມ້ ແລະ ການປະຕິບັດພັນທະອາກອນຕ່າງໆຕາມລະບຽບຫຼັກການໃຫ້ລະອຽດຈະແຈ້ງ, ຖ້າເຫັນວ່າຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບຫຼັກການ ແລ້ວຈື່ງໃຫ້ອອກໃບອະນຸຍາດເຄື່ອນຍ້າຍ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ. ໃນກໍ່ລະນີຫາກພົບວ່າ: ໄມ້ດັ່ງກ່າວ ຫາກບໍ່ມີບັນຊີຢັ້ງຢືນທີ່ຖືກຕ້ອງ ຈາກຂະແໜງປ່າໄມ້ ຫຼື ບໍ່ສາມາດຢັ້ງຢືນ ແຫຼ່ງທີ່ມາຢ່າງຖືກຕ້ອງ, ບໍ່ມີສັນຍາຊື້-ຂາຍ ແລະ ບໍ່ໄດ້ປະຕີບັດພັນທະອາກອນຕ່າງໆຢ່າງຄົບຖ້ວນ, ແມ່ນຫ້າມອອກໃບອະນຸຍາດເຄື່ອນຍ້າຍຢ່າງເດັດຂາດ ແລະ ພ້ອມດຽວກັນກໍ່ໃຫ້ສົມທົບກອງກວດກາປ່າໄມ້ ຢືດໄມ້ມາເປັນຂອງລັດ ແລະ ດໍາເນີນຄະດີຕໍ່ເຈົ້າຂອງໄມ້ຕາມກົດໝາຍຢ່າງເຂັ້ມງວດແລ້ວຂື້ນບັນຊີໄມ້ຢືດ ສົ່ງໃຫ້ຂະແໜງການກ່ຽວຂ້ອງປະມູນຂາຍ, ຫຼັງຈາກນັ້ນ ຈື່ງອອກໃບອະນຸຍາດເຄື່ອນຍ້າຍໄມ້ ໃຫ້ຜູ້ຊະນະການປະມູນ ຕາມລະບຽບຫຼັກການ.
  2. ສໍາລັບການເຄື່ອນຍ້າຍໄມ້ ຜະລິດຕະພັນໄມ້ສໍາເລັດຮູບຢູ່ພາຍໃນປະເທດ ແມ່ນໃຫ້ສົມທົບ ກັບ ຂະແໜງການກ່ຽວຂ້ອງ ກວດກາແຫຼ່ງທີ່ມາຂອງໄມ້ ທີ່ເອົາມາປຸງແຕ່ງ ຢ່າງລະອຽດ, ຖ້າເຫ້ນວ່າຖືກຕ້ອງ ແລະ ຄົບຖ້ວນແມ່ນມອບໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າເປັນຜູ້ອະນຸຍາດເຄື່ອນຍ້າຍ, ໃນກໍລະນີ ທີ່ກວດພົບວ່າບໍ່ມີແຫຼ່ງທີ່ມາຢ່າງຖືກຕ້ອງ ແມ່ນໃຫ້ຂຶ້ນບັນຊີຜະລິດຕະພັນ ດັ່ງກ່າວ ສົ່ງມອບໃຫ້ກອງກວດກາປ່າໄມ້ ເພື່ອດໍາເນີນການສືບສວນຕາມກົດໝາຍ.
  3. ການເຄືອນຍ້າຍໄມ້ທ່ອນຈາກສະໜາມ I ຫາ ສະໜາມ II ແມ່ນອະນຸຍາດໃຫ້ເຄື່ອນຍ້າຍສະເພາະແຕ່ໄມ້ທີ່ລັດຖະບານອະນຸຍາດໃຫ້ຂຸດຄົ້ນ ຢູ່ໃນເຂດກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ທີ່ລັດຖະບານໄດ້ອອກອະນຸຍາດໃຫ້ກໍ່ສ້າງແລ້ວເທົ່ານັ້ນ (ເຊັ່ນ: ອ່າງເກັບນໍ້າຂອງໂຄງການກໍ່ສ້າງເຄື່ອນໄຟຟ້າ, ແລວທາງ, ແລວສາຍໄຟຟ້າ, ອ່າງເກັບນໍ້າຊົນລະປະທານ, ເຂດຍົກຍ້າຍຈັດສັນພູມລໍາເນົາໃໝ່ ແລະ ເຂດອື່ນໆ...) ແລະ ເຂດໂຄງການຂຸດຄົ້ນເອົາແຮ່ທາດຕ່າງໆ ທີ່ລັດຖະບານອະນຸມັດໃຫ້ຂຸດຄົ້ນ ໂດຍໃຫ້ຈັດຕັ້ງປະຕິບັດຮອດວັນທີ 31 ພຶດສະພາ ຂອງທຸກໆປີ ແລ້ວໃຫ້ຢຸດເຊົາ ແລະ ຮັບປະກັນບໍ່ໃຫ້ມີໄມ້ຕົກຄ້າງ ຢູ່ໃນ ສະໜາມ I ຢ່າງເດັດຂາດ. ໃນກໍລະນີຫາກມີການຂຸດຄົ້ນໄມ້ກາຍຂອບເຂດທີ່ອະນຸຍາດ, ຂຸດຄົ້ນໄມ້ຢູ່ນອກຂອບເຂດບໍ່ຖືກຕາມເປົ້າໝາຍທີ່ອະນະຍາດໃຫ້ຂຸດຄົ້ນ ຫຼື ຫາກພົບວ່າມີການລັກລອບຂຸດຄົ້ນ ໃນເຂດອື່ນໆ ມາສວມໃສ່ ແມ່ນໃຫ້ສົມທົບກັບກອງກວດກາປ່າໄມ້ ຢືດໄມ້ມາເປັນຂອງລັດ ແລ້ວດໍາເນີນ ການສອບສວນ ແລະ ດໍາເນີນຄະດີຕໍ່ ຜູ້ກະທໍາຜິດຕາມກົດໝາຍຢ່າງເຂັ້ມງວດ ແລ້ວຂຶ້ນບັນຊີໄມ້ຢືດ ສົ່ງໃຫ້ຂະແໜງການກ່ຽວຂ້ອງປະມູນຂາຍ, ຫຼັງຈາກນັ້ນ ຈື່ງອອກອະນຸຍາດເຄື່ອນຍ້າຍ ໃຫ້ຜູ້ຊະນະການປະມູນຕາມການສະເໜີ.
  4. ການເຄື່ອນຍ້າຍຜະລິດຕະພັນໄມ້ອອກຕ່າງປະເທດ ໃຫ້ນໍາໃຊ້ໃບແບບຟອມຢັ້ງຢືນຜະລິດຕະພັນໄມ້  (ຂຶ້ນລົດ) ເພື່ອສົ່ງອອກ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແລະ ພະແນກການເງິນ ຕາມທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ກໍານົດ, ບໍ່ອະນຸຍາດໃຫ້ອອກໃບອະນຸຍາດເຄື່ອນຍ້າຍໄມ້ ເປັນອັນສະເພາະ ຄືທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ, ທັງນີ້ກໍ່ເພື່ອຄວາມເປັນເອກະພາບ ທັງເປັນການອໍານວຍຄວາມສະດວກ ແລະ ຫຼຸດຂັ້ນຂອດການປະກອບເອກະສານຂອງຜູ້ປະກອບການ, ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ ຕ້ອງໄດ້ເຂັ້ມງວດ ສົມທົບກັບພາກສ່ວນກ່ຽວຂ້ອງກວດກາຄືນແຫຼ່ງທີ່ມາເປັນຕົ້ນແມ່ນ: ໃບອະນະຍາດຂຸດຄົ້ນໄມ້ ແລະ ສັນຍາຊື້-ຂາຍໄມ້, ການປະຕີບັດພັນທະອາກອນຕ່າງໆ ແລະ ຕ້ອງແມ່ນ ຜະລິດຕະພັນໄມ້ ເພື່ອສົ່ງອອກ ຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1833/ອຄ, ລົງວັນທີ 03 ຕຸລາ 2016 ແລະ ຄໍາແນະນໍາ ຂອງກົມອຸດສາຫະກໍາ ແລະ ຫັດຖະກໍາ ສະບັບເລກທີ 1009/ກອຫ.ມຖ, ລົງວັນທີ 18 ຕຸລາ 2016, ຖ້າເຫັນວ່າຖືກຕ້ອງຄົບຖ້ວນ ແລະ ເປັນເອກະພາບກັນທັງ 3 ພາກສ່ວນແລ້ວຈື່ງພ້ອມກັນອອກໃບຢັ້ງຢືນຜະລິດຕະພັນໄມ້ (ຂຶ້ນລົດ) ເພື່ອສົ່ງອອກ ໃຫ້ພາກສ່ວນກ່ຽວຂ້ອງຕາມການສະເໜີ.
  5. ເຄື່ອງປ່າຂອງດົງ ຊະນິດທີ່ເປັນອາຫານ, ເກີດຕາມລະດູການ ແລະ ຊົມໃຊ້ຊິວິດປະຈໍາວັນ ຂອງ ປະຊາຊົນແມ່ນໃຫ້ຂຸດຄົ້ນ ແລະ ສົ່ງອອກໄດ້ ເປັນຕົ້ນ: ເຫັດ, ດ້ວງແມ້, ນໍ້າເຜີ້ງ, ໝາກກໍ່, ດອກແຂມ, ໝໍ່ໄມ້, ໃບຊາ, ຄັ່ງ, ຂີ້ຊີ, ຍານ, ໝາກຈອງບານ ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ນໍາສະເໜີ ພະແນກກະສິກໍາ ແລະ ປ່າໄມ້ ເປັນຜູ້ພິຈາລະນາ.
  6. ຊະນິດເຄື່ອງປ່າຂອງດົງ ທີ່ໃຫ້ສົ່ງອອກໄດ້ ແມ່ນຊະນິດທີ່ບໍ່ສາມາດປຸງແຕ່ງໄດ້ຢູ່ພາຍໃນ ແລະ ຊະນິດ ທີ່ບໍ່ນອນໃນບັນຊີໝວດທີ I ແລະ ໝວດທີ II ຂອງດໍາລັດ 155/ນຍ, ລົງວັນທີ 30 ກັນ​ຍາ 2003, ວ່າດ້ວຍຊັບພະຍາກອນທໍາມະຊາດ ທີ່ເປັນຢາ, ແຕ່ຕ້ອງມີແຜນການ ແລະ ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນ ແລະ ສົ່ງອອກຈາກລັດຖະບານເປັນແຕ່ລະປີ.
  7. ເຄື່ອງປ່າຂອງດົງ ທີ່ສາມາດປຸງແຕ່ງຢູ່ພາຍໃນໄດ້ ແມ່ນສົ່ງເສີມໃຫ້ມີການປຸງແຕ່ງ ແລະ ຫ້າມສົ່ງອອກເປັນວັດຖຸດິບ ເຊັ່ນ: ໝາກຕາວ, ຫວາຍ, ເຄືອແຫມ, ດອກເຜີ້ງ ແລະ ຊະນິດເຄື່ອງປ່າຂອງດົງ ທີ່ເປັນອາຫານ ແລະ ພືດເປັນຢາ ຕາມທີ່ໄດ້ກໍານົດໄວ້ ໃນໝວດທີ I ແລະ ໝວດທີ II ຂອງດໍາລັດ 155/ນຍ, ລົງວັນທີ 30 ກັນ​ຍາ 2003, ແຕ່ຕ້ອງໄດ້ຮັບອະນຸມັດຕົວເລກແຜນການຂຸດຄົ້ນ ຫຼື ເກັບກູ້ ເປັນແຕ່ລະປີຈາກລັດຖະບານ.
  8. ສຳລັບຖ່ານດໍາ ທຸກຊະນິດ ແມ່ນຫ້າມສົ່ງອອກ ເພາະບໍ່ທັນມີການຈັດສັນ, ຄຸ້ມຄອງວັດຖຸດິບ, ການຜະລິດຍັງກະແຈກກະຈາຍ ແລະ ຍັງບໍ່ທັນມີການຈັດຕັ້ງການຜະລິດ ຫຼື ຫົວໜ່ວຍທຸລະກິດການຜະລິດ ທີ່ຖືກຕ້ອງຕາມລະບຽບຫຼັກການເທື່ອ. ເພື່ອແກ້ໄຂບັນຫາດັ່ງກ່າວ ໃຫ້ຂະແໜງປ່າໄມ້ ປະສານສົມທົບ ກັບ​  ຂະແໜງການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງທ້ອງຖີ່ນກວດກາ, ເກັບກໍາຂໍ້ມູນຈໍານວນເຕົາເຜົາຖ່ານໃນແຕ່ລະເຂດ ແລະ ປັບປຸງຄືນລະບົບການຜະລິດຖ່ານດຳ ຂອງ ຜູ້ປະກອບການ ແລະ ປະຊາຊົນ ລວມທັງແຫຼ່ງທີ່ມາ ຂອງວັດຖຸດິບ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.
  9. ສຳ​ລັບຖ່ານຂາວ ທີ່ຜະລິດຈາກໄມ້ຕີ້ວ ແມ່ນສາມາດສົ່ງອອກໄດ້, ແຕ່ຕ້ອງໄດ້ຮັບອະນຸຍາດຕົວເລກແຜນການຂຸດຄົ້ນຈາກລັດຖະບານ, ພ້ອມດຽວກັນຜູ້ປະກອບການ ຫຼື ບໍລິສັດທີ່ດໍາເນີນທຸລະກິດຜະລິດ ແລະ ສົ່ງອອກຖ່ານຂາວ ຕ້ອງໄດ້ຮັບອະນຸຍາດສ້າງຕັ້ງ ແລະ ລົງທະບຽນຖືກ​ຕ້ອງຕາມ​ລະ​ບຽບ​ກົດ​ໝາຍ ແລະ ຕ້ອງ​ມີ​ແຜນ​ການ​ຊຸກ​ຍູ້ສົ່ງ​ເສີມ​ປະ​ຊາ​ຊົນ​ປູກ ແລະ ຟື້ນ​ຟູ​ໄມ້​ຕີ້ວ. ສຳ​ລັບ​ໄມ້​ຕີ້ວທີ່​ນຳ​ມາ​ຜະ​ລິດ​ຖ່ານ​ຂາວ ທີ່​ມາ​ຈາກ​ແຫຼ່ງ​ທີ່​ຖືກ​ຕ້ອງ ແລະ ໄດ້​ຮັບ​ອະ​ນຸ​ມັດ​ໂກ​ຕາ​ຈາກ​ລັດ​ຖະ​ບານ ແມ່ນ​ສາ​ມາດ​ຂຸດ​ຄົ້ນ ແລະ ເຄື່ອນ​ຍ້າຍ​ໄດ້​ຕະ​ຫຼອດ​ປີ, ເພາະ​ການ​ຜະ​ລິດ​ຖ່ານ​ຂາວ​ແມ່ນ​ຕ້ອງ​ການ​ໄມ້​ຕີ້ວ​ດິບ​ມາ​ຜະ​ລິດ.
  10.  ໃຫ້ຂະແໜງປ່າໄມ້ແຂວງ, ນະຄອນຫຼວງຂຸ້ນຂ້ຽວສໍາຫຼວດ, ເກັບກໍາຂໍ້ມູນ ແລະ ຂຶ້ນທະບຽນສວນປູກໄມ້ຕີ້ວ ຂອງ ປະຊາຊົນ ລວມທັງ ໄມ້ຕີ້ວທີ່ປະຊາຊົນຟື້ນຟູ ໃນທີ່ດິນທີ່ເປັນກໍາມະສິດຂອງຕົນເອງ ທີ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອເປັນຂໍ້ມູນ ໃນການ ສະເໜີ ລັດຖະບານ ພິຈາລະນາ ອອກອະນຸຍາດ ແຜນການຂຸດຄົ້ນ ປະຈໍາປີ.
  11. ໄມ້ເກດສະໜາ, ໄມ້ວິກ ແລະ ໄມ້ກະຖິນນະລົງ ຈາກສວນປູກທີ່ສັບເປັນປ່ຽງນ້ອຍ ຫຼື ບົດເປັນຝຸ່ນ, ໄມ້ເລື່ອຍເປັນແຜ່ນ ແລະ ໄມ້ກົມ ທີ່ມີໜ້າຕ້າງ ບໍ່ເກີນ 12 ຊັງຕີແມັດ ແມ່ນ​​ສາມາດສົ່ງອອກໄດ້.
  12. ໄມ້​ປູກ​ທີ່​ເປັນ​ຊະ​ນິດ​ໄມ້​ພື້ນ​ເມືອງ​ອື່ນໆ (ເຊັ່ນ: ໄມ້​ດູ່, ໄມ້​ດູ່​ລາຍ, ໄມ້​ແຕ້​ຂ່າ, ລວມ​ທັງ​ໄມ້​ສັກ ...) ແມ່ນ​ໃຫ້​ປຸງ​ແຕ່ງ​ເປັນ​ຜະ​ລິດ​ຕະ​ພັນ​ໄມ້​ສຳ​ເລັດ​ຮູບ ຈຶ່ງ​ອະ​ນຸ​ມັດ​ໃຫ້​ສົ່ງ​ອອກ​ໄດ້.
  13. ໄມ້​ປ່ອງ ແມ່ນ​ໃຫ້​ສົ່ງ​ອອກ​ໄດ້, ແຕ່​ໃຫ້ປຸງ​ແຕ່ງ​ເປັນ​ຜ​ະ​ລິດ​ຕະ​ພັນ​ເຄິ່ງ​ສຳ​ເລັດ​ຮູບ ແລະ ສຳ​ເລັດ​ຮູບຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ບັນ​ຊີຜະ​ລິດ​ຕະ​ພັນ​ ທີ່​ອະ​ນຸ​ຍາດ​ສົ່ງ​ອອກ ຂອງ ​ກະ​ຊວງອຸດ​ສາ​ຫະ​ກຳ ແລະ ການ​ຄ້າ.
  14. ການ​ອອກໃບອະນຸຍາດຂຸດຄົ້ນ ຫຼື ເກັບກູ້​ເຄື່ອງ​ປ່າ​ຂອງ​ດົງ ແລະ ໃບອະນຸຍາດເຄື່ອນຍ້າຍເຄື່ອງປ່າຂອງດົງຢູ່​ພາຍ​ໃນ ແລະ​ ສົ່ງ​ອອກ​ຕ່າງ​ປະ​ເທດ ໃຫ້ນຳ​ໃຊ້ແບບຟອມທີ່​ກົມ​ປ່າ​ໄມ້​ສົ່ງ​ໃຫ້,  ບໍ່​ອະ​ນຸ​ຍາດ​ໃຫ້ຈັດ​​ພີມ ຫຼື ​ນຳ​ໃຊ້ ແບບຟອມ ຂອງຕົນ​ເອງຢ່າງ​ເດັ​ດຂາດ.
  15. ການ​ອອກ​ໃບ​ອະ​ນຸ​ຍາດ​ເຄື່ອນ​ຍ້າຍ​ໄມ້ ແລະ ເຄື່ອງ​ປ່າ​ຂອງ​ດົງຢູ່ພາຍ​ໃນແມ່ນເດັດ​ຂາດ ບໍ່​ໃຫ້​​ອອກໃບ​ອະ​ນຸ​ຍາດ ໄວ້​​ລ່ວງ​ໜ້າ​ບາດ​ດຽວ​ ທີ່​ເປັນ​ຈຳ​ນວນຫຼາຍ, ໃຫ້​ອອກ​ໃບອະ​ນຸ​ຍາດ​ສະ​ເພາະ​ແຕ່ ​ຈຳ​ນວນ​ທີ່​ຈະ​ເຄື່ອນຍ້າຍ​​ຕົວ​ຈິງ ແລະ ໄດ້​ຜ່ານ​ການກວດ​ກາ​ແລ້ວ​ເທົ່າ​ນັ້ນ,  ໃນ​ໃບ​ອະ​ນຸ​ຍາດ​ເຄື່ອນ​ຍ້າຍ​ ຕ້ອງ​ໄດ້​ລະ​ບຸ​ລະ​ອຽດ​ ກ່ຽວ​ກັບ ​ໃບ​ອະ​ນຸ​ຍາດ​ຂຸດ​ຄົ້ນ ຫຼື​ ໃບ​ອະ​ນຸ​ຍາດ​ເກັບ​ກູ້​, ຈຸດທີ່​ຈະ​ເຄື່ອນ​ຍ້າຍອອກ (ບ້ານ/ໂຮງ​ງານ, ເມືອງ​  ແລະ ແຂວງ), ຈຸດ​ປາຍ​ທາງ​ທີ່​ຈະ​ເອົາ​ໄມ້ ແລະ ເຄື່ອງ​ປ່າ​ຂອງ​ດົງ​ລົງ (ບ້ານ/ໂຮງ​ງານ, ເມືອງ​  ແລະ ແຂວງ), ​ຊະ​ນິດຈຳ​ນວນ ແລະ  ບໍ​ລິມ​າດ ຫຼື ນ້ຳໜັກ.ໃບ​ອະ​ນຸ​ຍາດ​ເຄື່ອນ​ຍ້າຍໃຫ້ນ​ຳໃ​ຊ້​ໄດ້​ພຽງ​ແຕ່​ເ​ທື່ອ​ດຽວ ຫຼື ສຳ​ລັບ​ການ​ເຄື່ອນ​ຍ້າຍ​ພຽງ​ແຕ່ຖ້ຽວ​ດຽວ​ເທົ່າ​ນັ້ນ.
  16. ໃຫ້​ເປັນ​ເຈົ້າ​ການກວດ​ນັບ​ໄມ້ ແລະ ເຄື່ອງ​ປ່າ​ຂອງ​ດົງ ຂື້ນ​ລົດ​ແຕ່​ລະຄັນ ພ້ອມ​ທັງ​​ເຮັດບົດ​ບັນ​ທຶກ ລະ​ອຽດ​ຈະ​ແຈ້ງກັບ​ເຈົ້າຂອງ​ລົດ ແລະ ເຈົ້າ​ຂອງ​ໄມ້ ຫຼື ເຈົ້າ​ຂອງເຄື່ອງ​ປ່າ​ຂອງ​ດົງ, ທັງ​ນີ້ກໍ່​ເພື່ອຫຼີກ​ເວັ້ນ ​ບໍ່​ໃຫ້​ມີ​ການ​ສວຍ​ໂອ​ກາດ​ໃນ​ເວ​ລາ​ເຄື່ອນ​ຍ້າຍ​ຕົວ​ຈິງ.
  17. ໃບ​ອະ​ນຸ​ຍາດ​ເຄື່ອນ​ຍ້າຍ​ໄມ້ ແລະ ເຄື່ອງ​ປ່າ​ຂອງ​ດົງ ແລະ ບົດ​ບັນ​ທຶກ​ການເອົາ​ໄມ້​ ແລະ ເຄື່ອງ​ປ່າ​ຂອງ​ດົງຂື້ນ​​ລົດ​ແຕ່​ລະ​ຄັນ ໃຫ້​ສຳ​ເນົາ​ສົ່ງ​ໃຫ້ກອງກວດ​ກາ​ປ່າ​ໄມ້​ແຂວງ ແນວ​ລະ 1 ສະ​ບັບ​ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຊ່ວຍ​​ຕິດ​ຕາມກວດ​ກາ​ການ​ເຄື່ອນ​ຍ້າຍ​ຕົວ​ຈິງ.
  18.  ສໍາລັບ ການອະນຸຍາດຂຸດຄົ້ນໄມ້ ທີ່ລັດຖະບານອະນຸມັດແມ່ນໃຫ້ນໍາໃຊ້ແບບຟອມ ຫຼື ໃບອະນຸຍາດຂຸດຄົ້ນທີ່ກົມປ່າໄມ້ສົ່ງໃຫ້, ບໍ່ອະນຸຍາດໃຫ້ຈັດພິມນໍາໃຊ້ເອງຢ່າງເດັດຂາດ. ພ້ອມດ່ຽວກັນກໍ່ໃຫ້ລະບຸແຈ້ງສະຖານທີ່ຂຸດຄົ້ນຕາມເຂດທີ່ລັດຖະບານອະນຸຍາດໃຫ້ຂຸດຄົ້ນ, ໂດຍໃຫ້ສໍາຫຼວດຄວາມອາດສາມາດຂຸດຄົ້ນຕົວຈິງໃນແຕ່ລະປີ ແລະ ຮັບປະກັນບໍ່ໃຫ້ມີໄມ້ຄ້າງຕົກສະໜາມ I ຢ່າງເດັດຂາດ, ໝາຍວ່າບໍ່ອອກອະນຸຍາດຂຸດຄົ້ນເປັນຈໍານວນຫຼາຍ. ແຕ່ລະປິກ່ອນຈະປິດປ່າ, ຕ້ອງສາມາດຂົນສົ່ງ ໄມ້ອອກຈາກສະໜາມ I ມາໄວ້ຢູ່ ສະໜາມ II ໃຫ້ສໍາເລັດເພື່ອຂຶ້ນບັນຊີ ມອບໃຫ້ຂະແໜງ ອຸດສາຫະກໍາ ແລະ ການຄ້າປະມູນຂາຍ ຕາມລະບຽບຫຼັກການ

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

 ຫົວໜ້າກົມປ່າໄມ້

ຊູຊາດ ໄຊຍະກຸມມານ

 

# ຫົວຂໍ້ ດາວໂຫຼດ
1 Notification on the movement of timber and non-timber forest products and export timber and non-timber forest products, No. 2522/DOF, dated 11 November 2016. PDF
2 ແຈ້ງການ ກ່ຽວກັບ ການເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງຢູ່ພາຍໃນ ແລະ ການສົ່ງອອກຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ອອກຕ່າງປະເທດ, ເລກທີ 2522/ກປມ, ລົງວັນທີ 11 ພະຈິກ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.