ໃນວັນທີ 14 ຕຸລາ 2020 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ໃນນາມຫ້ອງການປະຈໍາກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ໄດ້ຈັດກອງປະຊຸມ ເພື່ອ “ປຶກສາຫາລື ກ່ຽວກັບ ບັນຫາກວດກາ ແລະ ໜີບກົ່ວຜະລິດຕະພັນໄມ້ ແລະ ຜະລິດຕະພັນແຮ່ທາດ ສົ່ງອອກໄປຕ່າງປະເທດ ຕາມຄໍາສັ່ງເລກທີ 12/ນຍ”. ໂດຍການເປັນປະທານ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ພ້ອມດ້ວຍຜູ້ເຂົ້າຮ່ວມຈາກ ຂະແໜງການກ່ຽວຂ້ອງ ຄື: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຂະແໜງ ການເງິນ, ກະສິກຳ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່, ອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທຸລະກິດ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ກໍ່ໄດ້ເຂົ້າຮ່ວມ.

       ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລືກັບ ບັນດາຂະແໜງການພາກລັດທີ່ກ່ຽວຂ້ອງ ໃນການຜັນຂະຫຍາຍຈັດຕັ້ງປະຕິບັດຕາມ ຄໍາສັ່ງ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍ ການອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ. ເພື່ອເປັນເອກະພາບ ກ່ຽວກັບ ກົນໄກໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມການສົ່ງອອກຜະລິດຕະພັນໄມ້ ແລະ ຜະລິດຕະພັນແຮ່ທາດ ໃຫ້ມີຄວາມຮັດກຸມ ພ້ອມດຽວກັນກໍ່ເພື່ອ ອໍານວຍຄວາມສະດວກ, ຫຼຸດຜ່ອນຂັ້ນຂອດ, ເວລາ, ເອກະສານ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ແລະ ຊໍ້າຊ້ອນກັນ.

       ເນື່ອງຈາກໃນໄລຍະຜ່ານມາ ໄດ້ມີປາກົດການຫຍໍ້ທໍ້ ເຊັ່ນ: ການຊຸກເຊື່ອງ, ການລັກລອບອື່ນໆ ກ່ຽວກັບ ໄມ້ຈາກທຳມະຊາດ ເພື່ອສົ່ງອອກໄປຕ່າງປະເທດ ທີ່ເຈົ້າໜ້າທີ່ກວດກາຍັງພົບເຫັນຢູ່ບາງດ່ານ, ສະນັ້ນ ຈຶ່ງມີແຈ້ງການ ຈາກ ຫສນຍ ສະເໜີໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ຄົ້ນຄ້ວາ ແລະ ປຶກສາຫາລື ກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງບາງເນື້ອໃນຂອງ ຄໍາສັ່ງເລກທີ 12/ນຍ ໂດຍສະເພາະ ບັນຫາທີ່ຕິດພັນກັບ ການໜີບກົ່ວ ແລະ ແກະກົ່ວ ຕູ້ສິນຄ້າ ທີ່ບັນຈຸຜະລິດຕະພັນໄມ້ ສົ່ງອອກ ເພື່ອຈຳກັດການລັກລອບ, ການຊຸກເຊື່ອງໄມ້ທ່ອນ ຂອງທຸລະກິດທີ່ມັກສວຍໃຊ້ຊ່ອງວ່າງເພື່ອຫາຜົນປະໂຫຍດສ່ວນຕົວ.

       ກອງປະຊຸມເຫັນວ່າ ບັນຫາດັ່ງກ່າວ ແມ່ນຈະໄດ້ມີການຄົ້ນຄວ້າຢ່າງລະອຽດຕື່ມໃນລະດັບວິຊາການ ໂດຍມີທິດຊີ້ນຳຈາກຂັ້ນເທິງ ເປັນຜູ້ຕັດສິນບັນຫາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.