ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ຫ້ອງການ       ເລກທີ 1807/ຫອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 20 ຕຸ​ລາ 2020

ແຈ້ງການ

ເຖິງ:  -  ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ;
  -  ຜູ້ປະກອບການສົ່ງອອກທີ່ນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ຂອບສັນຍາການຄ້າດ້ານ ສິນຄ້າອາຊຽນ (Form D).

ເລື່ອງ:   ການຈັດຕັ້ງປະຕິບັດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າສະ​ບັບ​ປັບ​ປຸງ​ໃໝ່ ພາຍໃຕ້ສັນຍາການຄ້າດ້ານສິນຄ້າຂອງອາຊຽນ.

  -  ອີງ​ຕາມ ​ແຈ້ງ​ການ​ຂອງ ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ ການ​ຮັບ​ຮອງ​ເອົາ​ອາ​ນຸ​ສັນ​ຍາ ສະ​ບັບ​ທີ 01 ເພື່ອ​ປັບ​ປຸງ​ສັນ​ຍາ​ການ​ຄ້າ​ສິນ​ຄ້າ​ອາ​ຊຽນ (First Protocol to amend the ASEAN Trade in Goods Agreement) ສະ​ບັບ​ເລກ​ທີ 451/ຫ​ສນຍ, ລົງ​ວັນ​ທີ 03 ເມ​ສາ 2020;

  -  ອີງຕາມ ຜົນ​ກອງປະ​ຊຸມ​ທາງ​​ໄກ​ຂອງ​ລັດ​ຖະ​ມົນຕີ​ເສດ​ຖະ​ກິດອາ​ຊຽນ ​ຄັ້ງ​ທີ 52 ແລະ ກອງ​ປະ​ຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງ​ທີ 34 ​ຈັດ​ຂຶ້ນ​ໃນວັນ​ທີ 25 ສິງ​ຫາ 2020.

      ຫ້ອງ​ການ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຂໍ​ຖື​ເປັນ​ກຽດ​ແຈ້ງ​ມາ​ຍັງ ທ່ານ ຊາບ​ວ່າ ນັບຕັ້ງແຕ່ວັນທີ  21 ທັນວາ 2020 ເປັນຕົ້ນໄປ ແມ່ນ​ເລີ່ມ​ນຳ​ໃຊ້​ແບບ​ພິມ (Form D) ສະ​ບັບ​ປັບ​ປຸງ​ໃໝ່ພຽງ​ຢ່າງ​ດຽວ ພາຍ​ໃຕ້ສັນຍາການຄ້າດ້ານສິນຄ້າຂອງອາຊຽນ ຊຶ່ງ​ມີ​ການ​ປັບ​ປຸງ​ບາງ​ເນື້ອ​ໃນ​ດ້ານຫຼັງ​ແບບ​ພິມ (ໄດ້​ຄັດ​ຕິດ​ Form D ສະ​ບັບ​ປະ​ຈຸ​ບັນ ແລະ ສະ​ບັບ​ປັບ​ປຸງ​ໃໝ່​ມາ​ພ້ອມ​ນີ້) ດັ່ງ​ລາຍ​ລະ​ອຽດ​ລຸ່ມ​ນີ້:

  • ສຳ​ລັບ Form D ສະ​ບັບ​ປັບ​ປຸງ​ໃໝ່ ໄດ້ເພີ່ມຂໍ້​ທີ 10 ເຂົ້າ​ຕື່ມ ໂດຍ​ມີ​ຄຳ​ເວົ້າ​ທີ່​ວ່າ “FOB Value: This is applicable for goods exported from and imported by Kingdom of Cambodia, Republic of Indonesia and Lao People’s Democratic Republic and where the Regional Value Content (RVC) criteria is applied, by providing the FOB Value of the goods in Box 9”  ໝາຍ​ຄວາມ​ວ່າ ເວ​ລາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ການ​ສົ່ງ​ອອກ ແລະ ນຳ​ເຂົ້າ​ສິນ​ຄ້າ ​ໄປ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ສາ​ທາ​ລະ​ນະ​ລັດ ອິນ​ໂດ​ເນ​ເຊຍ ແລະ ສາ​ທາ​ລະ​ນະ​ລັດ​ ປະ​ຊາທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ​ທີ່​ນຳ​ໃຊ້​ກົດ​ການ​ສ້າງ​ມູນ​ຄ່າ​ເພີ່ມພາຍ​ໃນ​ກຸ່ມ​ອາ​ຊຽນ​ບໍ່ຫຼຸດ 40% (RVC 40%) ແມ່ນ​ຕ້ອງ​ລະ​ບຸ​ລາ​ຄາ FOB ຂອງ​ສິນ​ຄ້າ​ໃສ່​ໃນ​ຫ້ອງ​ທີ 9 ຂອງ Form D.
  • ຂໍ້​ທີ 11 ໃນ ​Form D ສະ​ບັບ​ປະ​ຈຸ​ບັນ​ແມ່ນ ຖືກ​ຍ້າຍ​ມາ​ເປັນຂໍ້ 12 ໃນ Form D ສະ​ບັບ​ປັບ​ປຸງ​ໃໝ່ ໂດຍປ່ຽນ​ຈາກ​ຄຳ​ເວົ້າ​ທີ່​ວ່າ “BACK-TO-BACK CERTIFICATE OF ORIGIN: In case of Back-to-Back CO, in accordance with Rule 11 (Back-to-Back CO) of Annex 8 of the ATIGA, the  Back-to-Back CO box should be ticked (√)” ມາ​ເປັນ “BACK-TO-BACK CERTIFICATE OF ORIGIN: In case of Back-to-Back CO, in accordance with Rule 11 (Back-to-Back CO) of Annex 8 of the ATIGA, the Back-to-Back CO box should be ticked () and the reference number and the date of issuance of the origin CO (Form D) shall be indicated in Box 7” ໝາຍ​ຄວາມ​ວ່າ ໃນ​ເວ​ລາ​​ຈັດ​ຕັ້ງ​ປະ​ຕິ​ບັດການ​ສົ່ງ​ອອກ​ແບບ​ຕໍ່​ເນື່ອງ ໂດຍ​ປະ​ຕິ​ບັດ​ຕາມລະ​ບຽບ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ ພາຍ​ໃຕ້​ສັນ​ຍາ​ການ​ຄ້າ​ດ້​ານ​ສິນ​ຄ້າ​ຂອງ​ອາ​ຊຽນ ​ທີ່​ລະ​ບຸ​ໄວ້​ໃນ​ລະ​ບ​ຽບ​​ທີ 11 ​ໃນ​ເອ​ກະ​ສານ​ຄັດ​ຕິດ​ທີ 8 ​ຕ້ອງ​ໄດ້​ໃສ່​ເຄື່ອງ​ໝາຍຕິກ (√) ໃສ່​ຫ້ອງສົ່ງ​ອອກ​ແບບ​ຕໍ່​ເນື່ອງ (Back-to-Back CO) ພ້ອ​ມ​ທັງ​ລະ​ບຸ​ເລກ​ທີ​ ແລະ ​ວັນ​ທີ​ອອກ Form D ຕົ້ນ​ສະ​ບັບ ລົງ​ໃນ​ຫ້ອງ​ທີ 7 ຂອງ Form D ທີ່​ອອກ​ໃໝ່.

ໝາຍ​ເຫດ: ສຳ​ລັບ​ການ​ສັ່ງ​ພິມ Form D ໃນ​ໄລ​ຍະ​ນີ້​ບໍ່​ຄວນ​ສັ່ງ​ເປັ​ນ​ຈຳ​ນວນຫຼ​າຍ ເພື່ອຫຼີກ​ລ້ຽງ​ການ​ນຳ​ໃຊ້​ບໍ່​ໝົດ​ເຮັດ​ໃຫ້​ສີ້ນ​ເປືອງງົບ​ປະ​ມານ​ໂດຍ​ບໍ່​ຈຳ​ເປັນ.

ຂໍ້ມູນເພີ່ມເຕີມສາມາດເຂົ້າເບິ່ງໄດ້ທີ່ເວັບໄຊສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ: www.laotradeportal.gov.la  ຫຼື ສາມາດຕິດຕໍ່ພົວພັນ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ໂທ: +856 21 450 255, ອີເມວ: [email protected].

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ກະ​ກຽມ​ຈັດ​ຕັ້ງ​ປະ​ຕິ​ບັດຕາມ​ເນື້ອ​ໃນ​ຂ້າງ​ເທິງ​ໃຫ້​ໄດ້​ຮັບຜົນ​ດີ.

 ຫົວໜ້າຫ້ອງການ
ນ. ບານສະຕິ ເທບພະວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on the last updated Certificate of Origin under the ASEAN Commodity Trade Agreement, No. 1807/CO.DIMEX, dated 20 October 2020. PDF
2 ແຈ້ງການ ຈັດຕັ້ງປະຕິບັດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າສະບັບປັບປຸງໃໝ່ ພາຍໃຕ້ສັນຍາການຄ້າດ້ານສິນຄ້າຂອງອາຊຽນ, ເລກທີ 1807/ຫອຄ.ກຂອ, 20 ຕຸລາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.