ຫ້ອງວ່າການສຳນັກງານຍາຍົກລັດຖະມົນຕີ ໄດ້ມີແຈ້ງການ ກ່ຽວກັບມາດຕະການຜ່ອນຜັນ ໃນໄລຍະການລະບາດຂອງ ພະຍາດໂຄວິດ-19. ເຊິ່ງໄດ້ມີການແຈ້ງເປີດດ່ານຊົ່ວຄາວໃນບາງແຂວງ ທີ່ມີຄວາມຈໍາເປັນ ແລະ ສໍາຄັນຕໍ່ການພັດທະນາ ດັ່ງຕໍ່ໄປນີ້:

1. ແຈ້ງການ ກ່ຽວກັບ ການອະນຸຍາດໃຫ້ເປີດດ່ານທ້ອງຖີ່ນປາງໄຮ, ເມືອງສີງ, ແຂວງຫຼວງນໍ້າທາ ເພື່ອຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ແລະ ເພື່ອມາຮັບໃຊ້ ແລະ ຂົນສົ່ງອ້ອຍອອກໄປ ສປ ຈີນ ຂອງແຂວງຫຼວງນໍ້າທາ, ເລກທີ 1131/ຫສນຍ, ລົງວັນທີ 15 ຕຸລາ 2020. ເຊິ່ງມີບາງເນື້ອໃນຫລັກຂອງແຈ້ງການດັ່ງນີ້:

  • ເຫັນດີອະນຸມັດ ໃຫ້ເປີດດ່ານທ້ອງຖີ່ນປາງໄຮ, ແຂວງຫຼວງນໍ້າທາ ສໍາລັບຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ທີ່ມີຄວາມຈໍາເປັນ ນັບແຕ່ວັນທີ 01 ພະຈິກ ຫາວັນທີ 30 ມິຖຸນາ 2021 ຕາມການສະເໜີ ແຕ່ໃຫ້ປະຕິບັດຕາມລະບຽບການຂົນສົ່ງສິນຄ້າເຂົ້າ-ອອກ ທີ່ສອງຝ່າຍໄດ້ຕົກລົງ ແລະ ປະຕິບັດຜ່ານມາ ໃນໄລຍະທີ່ປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດ COVID-19;
  • ເຫັນດີອະນຸມັດໃຫ້ບໍລິສັດ ຍິງເມົາ ສົ່ງເສີມປູກອ້ອຍ ຂາອອກ-ຂາເຂົ້າ ຈໍາກັດ ນໍາເຂົ້າແຮງງານ ຈໍານວນ 148 ຄົນ (ພະນັກງານຄຸ້ມຄອງ ແລະ ບໍລິຫານໂຄງການຈາກ ສປ ຈີນ 17 ຄົນ ແລະ ຄົນຂັບລົດ 131 ຄົນ) ແລະ ລົດຮັບໃຊ້ ຈໍານວນ 136 ຄັນ (ລົດຮັບໃຊ້ບໍລິຫານ 5 ຄັນ ແລະ ລົດບັນທຸກອ້ອຍ 131 ຄັນ) ເຂົ້າມາ ສປປ ລາວ ຕາມລະບຽບການຂອງຂະແໜງການກ່ຽວຂ້ອງ ໂດຍຜ່ານດ່ານທ້ອງຖິ່ນປາງໄຮ, ເມືອງສິງ, ແຂວງຫຼວງນໍ້າທາ ເພື່ອກະກຽມສົ່ງອ້ອຍອອກໄປ ສປ ຈີນ, ແຕ່ໃນການປະຕິບັດຕົວຈີງ ໃຫ້ບໍລິສັດສ້າງແຜນສົ່ງອອກສິນຄ້າດັ່ງກ່າວໃຫ້ລະອຽດ.
ພາບປະກອບ

 

2. ແຈ້ງການ ກ່ຽວກັບ ທິດຊີ້ນໍາຕໍ່ການອະນຸມັດໃຫ້ເປີດດ່ານປະເພນີທ່າສະອາດ ຢູ່ເມືອງປາກກະດິງ, ແຂວງບໍລິຄໍາໄຊ ຊົ່ວຄາວໃຫ້ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ເພື່ອນໍາເຂົ້າວັດສະດຸອຸປະກອນທີ່ຈໍາເປັນ ແລະ ຮີບດ່ວນທີ່ສຸດ ໃນການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າເທີນ 1, ສະບັບເລກທີ 1107/ຫສນຍ, ລົງວັນທີ 14 ຕຸລາ 2020. ເຊິ່ງມີບາງເນື້ອໃນຫລັກຂອງແຈ້ງການດັ່ງນີ້:

  • ເຫັນດີອະນຸມັດໃຫ້ເປີດດ່ານປະເພນີທ່າສະອາດ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ ຊົ່ວຄາວ ເພື່ອຮັບໃຊ້ໃຫ້ແກ່ການນໍາເຂົ້າວັດສະດຸອຸປະກອນທີ່ຈໍາເປັນ ແລະ ຮີບດ່ວນທີ່ສຸດ ຂອງບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ສະເພາະຈໍານວນ 4 ລາຍການ ເຊິ່ງມີນໍ້າໜັກລວມ 134 ໂຕນ-191,60 ໂຕນ ຕໍ່ລາຍການ ຕາມອີນວອຍເລກທີ INV-NT1-HIN-110, INV-NT1-HIN-111, INV-NT1-HAV-034a ແລະ INV-NT1-HAV-034b. ພາຍຫຼັງຂົນເຄື່ອງສໍາເລັດແລ້ວ ໃຫ້ປິດດ່ານດັ່ງກ່າວຄືນ.
ພາບປະກອບ

 

3. ແຈ້ງການ ກ່ຽວກັບ ການອະນຸມັດໃຫ້ເປີດດ່ານບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດ ຂອງບໍລິສັດ ເພັດທອງຄໍາ ບໍ່ແຮ່ ຈໍາກັດ, ເລກທີ 1071/ຫສນຍ, ລົງວັນທີ 05 ຕຸລາ 2020. ເຊິ່ງມີບາງເນື້ອໃນຫລັກຂອງແຈ້ງການດັ່ງນີ້:

  • ເຫັນດີອະນຸມັດໃຫ້ເປີດດ່ານບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດ ຂອງບໍລິສັດ ເພັດທອງຄໍາ ບໍ່ແຮ່ ຈໍາກັດ ແຕ່ຕ້ອງໄດ້ມີການຄຸ້ມຄອງຕິດຕາມການສົ່ງອອກໃຫ້ຮັດກຸມ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຊ່ອງວ່າງສວຍໂອກາດຢ່າງເດັດຂາດ.
ພາບປະກອບ

 

4. ແຈ້ງການ ກ່ຽວກັບ ການອະນຸມັດໃຫ້ເປີດດ່ານປະເພນີ ໜອງມ້າ, ເມືອງບົວລະພາ, ແຂວງຄໍາມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ ແຮ່ບາລິດສໍາເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈໍາກັດຜູ້ດຽວ, ເລກທີ 1064/ຫສນຍ, ລົງວັນທີ 02 ຕຸລາ 2020. ເຊິ່ງມີບາງເນື້ອໃນຫລັກຂອງແຈ້ງການດັ່ງນີ້:

  • ເຫັນດີອະນຸມັດໃຫ້ເປີດດ່ານປະເພນີ ໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດສໍາເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈໍາກັດຜູ້ດຽວ ແຕ່ຕ້ອງໄດ້ມີການຄຸ້ມຄອງຕິດຕາມການສົ່ງອອກໃຫ້ຮັດກຸມ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຊ່ອງວ່າງສວຍໂອກາດຢ່າງເດັດຂາດ.

 

ທ່ານສາມາດຮັບຂ່າວສານຂໍ້ມູນກ່ຽວກັບມາດຕະການ ແລະ ແຈ້ງການ ທີ່ກ່ຽວຂ້ອງກັບ ພະຍາດໂຄວິດ-19 ເພີ່ມເຕີບໄດ້ ທີ່ນີ້.

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.