ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການນຳເຂົ້າ ແລະ ສົ່ງອອກ        ເລກທີ 3320/ກຂອ.ບຂອ
ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ  2020

ຄໍາແນະນໍາ

 

ເຖິງ : -  ທ່ານ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ.

     - ບັນດາ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ.

ເລື່ອງ :  ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ).

  • ອີງຕາມ ແຈ້ງການ ຂອງ ຫ້ອງການ, ກະຊວງການເງິນ, ເລກທີ 1573/ຫກງ, ລົງວັນທີ 05 ສິງຫາ 2020 ກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (Lao National Single Window) ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າທົ່ວໄປ ແລະ ນໍ້າມັນເຊື້ອໄຟ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1.
  • ອີງຕາມ ແຈ້ງການ ຂອງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ເລກທີ 2687ກຂອ.ບຂອ, ລົງວັນທີ 01 ກັນຍາ 2020 ກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (Lao National Single Window) ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າທົ່ວໄປ ແລະ ນໍ້າມັນເຊື້ອໄຟ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1.
  • ອີງຕາມ ກອງປະຊຸມປຶກສາຫາລືກ່ຽວກັບ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ, ຄັ້ງວັນທີ 16 ຕຸລາ 2020.

    ເພື່ອຮັບປະກັນການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ໃນການອອກອະນຸຍາດປະເພດນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ ໃນໄລຍະ 2 ເດືອນຂ້າມຜ່ານທ້າຍປີ 2020 ໃຫ້ມີຄວາມເປັນເອກະພາບ ແລະ ໄດ້ຮັບຄວາມສະດວກໃນການນໍາໃຊ້ລະບົບ (LNSW) ແລະ ຮັບປະກັນການຄຸ້ມຄອງການນໍາເຂົ້າສິນຄ້າດັ່ງກ່າວ,      ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ຈຶ່ງອອກ ຄໍາແນະນໍາ ມາຍັງ ທ່ານ ເພື່ອປະຕິບັດດັ່ງນີ້:

  1. ໃຫ້ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ປະເພດນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ ສົມທົບກັບເຈົ້າໜ້າທີ່ພາສີປະຈໍາດ່ານພາສີສາກົນຂົວມິດຕະພາບ1 (ນະຄອນຫຼວງວຽງຈັນ) ເພື່ອຢັ້ງຢືນຕົວເລກທີ່ຍັງເຫຼືອຈາກຈໍານວນ ທີ່ໄດ້ຮັບອະນຸຍາດຈາກກົມການນໍາເຂົ້າ ແລະ ສົ່ງອອກ. ຫຼັງຈາກນັ້ນ, ນໍາເອົາຕົວເລກດັ່ງກ່າວ ສະໜອງໃຫ້ ບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈໍາກັດ ປ້ອນເຂົ້າໃສ່ໃນລະບົບແຈ້ງພາສີປະຕູດຽວ (LNSW).
  2. ສໍາລັບ ການນໍາເຂົ້າເພີ່ມເຕີມ ນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ ໃນໄລຍະ 2 ເດືອນທ້າຍ ປີ 2020 ແລະ ສົກປີ 2021 ແມ່ນໃຫ້ສະເໜີຜ່ານລະບົບ (LNSW) ໄດ້ເລີຍຕາມ ແຈ້ງການ ເລກທີ 2687ກຂອ.ບຂອ, ລົງວັນທີ 01 ກັນຍາ 2020.

ດັ່ງ​ນັ້ນ, ຈຶ່ງແຈ້ງມາຍັງ​ ທ່ານ ​ເພື່ອ​ຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.

ຮອງຫົວໜ້າກົມ

ນ. ມະນີວອນ ວົງໄຊ

 

# ຫົວຂໍ້ ດາວໂຫຼດ
1 Guideline on managing import fuel, lubricant and cooking gas through the Lao National Single Window at the Lao-Thai International Friendship Bridge 1 Checkpoint (Vientiane Capital, No. 3320/DIMEX.MOIC, dated 30 October 2020. PDF
2 ຄໍາແນະນໍາ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ), ເລກທີ 3320/ກຂອ.ບຂອ, ລົງວັນທີ 30 ຕຸລາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.