ອີງຕາມແຫຼ່ງຂ່າວຈາກເວັບໄຊກົມອາຫານ ແລະ ຢາ,​ ກະຊວງສາທາລະນະສຸກ (http://www.fdd.gov.la) ໃຫ້ຮູ້ວ່າ  ໃນວັນທີ 23 ຕຸລາ 2020 ຜ່ານມາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດທີ່ເປັນຢາຂຶ້ນ ທີ່ໂຮງແຮມວຽງຈັນພຣາຊາ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,  ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ເຂົ້າຮ່ວມທີ່ຕາງໜ້າຈາກຂະແໜງການກ່ຽວຂ້ອງລວມທັງໝົດ 31 ທ່ານ.

        ຈຸດປະສົງກອງປະຊຸມ ແມ່ນປຶກສາຫາລື ແລະ ຄົ້ນຄ້ວາຊອກຫາກົນໄກການປະສານງານລະຫວ່າງຂະແໜງ ການທີ່ກ່ຽວຂ້ອງ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດທີ່ເປັນຢາ, ທົບທວນຄືນບັນດາລະບຽບການ, ແຈ້ງການ ແລະ ນິຕິກຳ, ການກຳນົດບັນຊີລາຍການລະຫວ່າງຊັບພະຍາກອນທຳມະຊາດທີ່ເປັນຢາ ແລະ ບັນຊີເຄື່ອງປ່າຂອງດົງ, ການອອກອະນຸຍາດຂຸດຄົ້ນ, ການອອກອະນຸຍາດສ້າງຕັ້ງໂຮງງານ ຫຼື ຫ້ອງປຸງແຕ່ງ, ການນຳເຂົ້າ ແລະ ນຳໃຊ້ເຄມີທີ່ບໍ່ໄດ້ຮັບອະນຸຍາດ ທີ່ເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ.

      ພາຍຫຼັງແຕ່ລະຂະແໜງການໄດ້ປຶກສາຫາລືແລ້ວ ເຫັນດີເປັນເອກະພາບກັນວ່າ: ຄວນ​ປັບ​ປຸງ​ກົນ​ໄກ​ການ​ປະ​ສານ​ງານ​ໃຫ້​​ໄປ​ລວງ​ດຽວ​ກັນໂດຍ​ປະ​ຕິ​ບັດ​ຕາມ​ນິ​ຕິ​ກຳ, ​ຫຼີກ​ເວັ້ນ​ການ​​ຊ້ຳຊ້ອນ​ກັນ ໂດຍ​ສະ​ເພາະ​ແມ່ນ​ບັນ​ຊີລາຍ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ແລະ ເຄື່ອງ​ປ່າ​ຂອງ​ດົງ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ຈະ​ແຕ່ງ​ຕັ້ງຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ເຊິ່ງຄະ​ນະ​ດັ່ງ​ກ່າວ ​ມີ​ໜ້າ​ທີ່​ເບິ່ງ​ຄືນ​ບັນ​ດາ​ນິ​ຕິ​ກຳ, ກົນ​​ໄກ​ການປະ​ສານ​ງານ ແລະ ລົງ​ເລິກ​ເບິ່ງ​ຄືນ​ບັນ​ດາ​ໂຮງ​ງານ, ຫ້ອງ​ປຸງ​ແຕ່ງ​ທີ່ບໍ່​ໄດ້​ມາດ​ຕະ​ຖານ ແລະ ການຈັດຕັ້ງປະຕິບັດຜ່ານມາ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ປັບ​ປຸງ​ນິ​ຕິ​ກຳ ແລະ ສະ​ເໜີ​ໃຫ້​ກົມ​ອາ​ຫານ ແລະ ຢາ, ກົມ​ປ່າ​ໄມ້, ກົມ​ອຸດ​ສາ​ຫະ​ກຳ ແລະ ຫັດຖະກໍາ, ກົມ​ທະ​ບຽນ ແລະ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ​ຄົ້ນ​ຄ້​ວາ​ດ້ານ​ວິ​ຊາ​ການ​ກ່ອນ ຈິ່ງ​ສະ​ເໜີ​ຕໍ່​ທິດທາງແກ້ໄຂທີ່ຈະມີກອງ​ປະ​ຊຸມເຖິງທ່ານ ​ນາ​ຍົກ-ຮອງ​ນາ​ຍົກ ​ກ່ຽວ​ກັບ​ບັນ​ຫາ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ເພື່ອ​ຂໍ​ທິດ​ຊີ້​ນຳ. 

        ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້ກ່າວແນະນໍາເພີ່ມເຕີບໃນທີ່ປະຊຸມ ກ່ຽວກັບຫຼາຍໆ ບັນຫາທີ່ຕິດພັນກັນຄື: ການ​ປູກ, ການ​ລ້ຽງ, ເກັບ​ກູ້, ​ຜະ​ລິດ, ຈຳ​ໜ່າຍ . . . ເຊິ່ງຜ່ານມາຈົນເຖິງປະຈຸບັນ ແມ່ນ​ມີ​ນິ​ຕິ​ກຳ​ຫຼາຍ​ສະ​ບັບທີ່ທັບຊ້ອນກັນດ້ານເນື້ອໃນ ຈົນເປັນເຫດໃຫ້ ​ການຈັດຕັ້ງ​ປະ​ຕິ​ບັດ​ຍັງ​ມີຄວາມສັບສົນ. ສະ​ນັ້ນ, ຈຶ່ງຮຽກຮ້ອງໃຫ້ແຕ່ຂະແໜງການເຮັດວຽກຮ່ວມກັນຢ່າງຈິງຈັງ ເອົາໃຈໃສ່ປັບປຸງຈຸດໃດ ທີ່ຍັງມີຄໍາເຫັນຕ່າງກັນ ກະໃຫ້ຮ່ວມກັນແກ້ໄຂ ໃຫ້ແບ່ງຂອບເຂດຮັບຜິດຊອບຊັດເຈນ ເພື່ອອໍານວຍຄວາມສະດວກໃຫ້ຜູ້ດໍາເນີນທຸລະກິດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.