ໃນວັນທີ 12 ພະຈິກ 2020, ກົມສົ່ງເສີມການລົງທຶນ, ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 02/ນຍ ກ່ຽວກັບການປັບປຸງບັນດາລະບຽບການ, ກົນໄກປະສານງານ ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ  ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊິ່ງໄດ້ຈັດຂື້ນ ທີ່ຫ້ອງປະຊຸມຂອງໂຮງແຮມຈໍາປາສັກແກລນ, ແຂວງຈໍາປາສັກ. ໂດຍການເປັນປະທານ ຂອງ ທ່ານ ປອ ພອນໄຊ ວິໄລສັກ, ຮອງຫົວໜ້າກົມສົ່ງເສີມການລົງທຶນ ພ້ອມດ້ວຍແຂກທີ່ຖືກເຊີນຈາກ ກົມກອງ ແລະ ກະຊວງທີ່ກ່ຽວຂ້ອງ ຈໍານວນ 55 ທ່ານ.

          ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອທົບທວນຄືນ, ສະຫຼຸບ, ຕີລາຄາ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 02/ນຍ ທີ່ແນ່ໃສ່ການຍົກລະດັບສະພາບຄວາມຍາກງ່າຍໃນການດຳເນີນທຸລະກິດ ຢູ່ ສປປ ລາວ ໄປຕາມແລວທາງການພັດທະນາການຈັດອັນດັບການດໍາເນີນທຸລະກິດ ທີ່ທະນາຄານໂລກໄດ້ວ່າງອອກ ໂດຍຕ້ອງສາມາດສູ້ຊົນໃຫ້ມາຢູ່ປະມານອັນດັບທີ່ມີ 2 ຕົວເລກ ຈາກໃນປະຈຸບັນແມ່ນຢູ່ໃນອັນດັບທີ່ 154.

          ຜ່ານການລາຍງານຂອງຂະແໜງການກ່ຽວຂ້ອງ ສາມາດສັງເກດເຫັນວ່າ ຫຼາຍຂະແໜງການກໍ່ໄດ້ເອົາໃຈໃສ່ປັບປຸງບັນດານິຕິກໍາ ຫຼື ຂັ້ນຂອດຕ່າງໆ ຢ່າງຕັ້ງໜ້າ ແຕ່ໂດຍລວມ ພວກເຮົາຕີລາຄາວ່າ ການປັບປຸງຍັງຫລ້າຊ້າ ໂດຍສະເພາະ ແຜນປະຕິບັດງານຂອງບາງຕົວຊີ້ວັດໄດ້ຮັບການຮັບຮອງຊ້າ ແລະ ຍັງມີຫຼາຍບັນຫາທີ່ພວກເຮົາຄວນເລັ່ງແກ້ໄຂ ເພື່ອໃຫ້ບັນລຸເປົ້າໝາຍຂອງລັດຖະບານ.

          ການລະບາດ Covid-19 ກໍ່ເປັນອຸປະສັກໜຶ່ງ ທີ່ເຮັດໃຫ້ມີຫຼາຍກິດຈະກໍາບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນທີ່ວ່າງໄວ້. ເຖິງຢ່າງໃດກະຕາມ ຖ້າຫາກທຸກໆຂະແໜງການພ້ອມພຽງໃຈກັນ ສຶບຕໍ່ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວຕາມແຜນວາງໄວ້ເທື່ອລະກ້າວ ແມ່ນຈະສາມາດປະຕິບັດຄໍາສັ່ງ 02/ນຍ ໃຫ້ບັນລຸຕາມເປົ້າໝາຍຂອງລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດ ເພື່ອເປັນພື້ນຖານ ຫຼື ປັດໃຈກະຕຸ້ນການພັດທະນາເສດຖະກິດ ໂດຍລວມ ກໍ່ຄືການສົ່ງເສີມການລົງທຶນເພື່ອການຜະລິດເປັນສິນຄ້າສົ່ງອອກ ແນ່ໃສ່ເພີ່ມມູນຄ່າການສົ່ງອອກໃຫ້ນັບມື້ນັບສູງຂື້ນ.

         

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.