ໃນລະຫວ່າງວັນທີ 24 ຫາ 25 ພະຈິກ 2020 ທີ່ ນະຄອນປາກເຊ, ແຂວງຈຳປາສັກ. ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດ “ຝຶກອົບຮົມ ກ່ຽວກັບ ການນໍາໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງລະບົບເອເລັກໂຕຣນິກ (e-CO), ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ແລະ e-Form D”. ໂດຍການເປັນປະທານຂອງ ທ່ານ ວິໄລສອນ ແກ້ວລາສີ ຮອງຫົວໜ້າພະແນກ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ຫົວໜ່ວຍທຸລະກິດ.

       ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອສົ່ງເສີມການຂື້ນທະບຽນແຫຼ່ງກໍາເນີດສິນຄ້າໃຫ້ມີຄວາມກະທັດຮັດ ແລະ ທັນສະໄໝຕາມຍຸກເຕັກໂນໂລຍີ. ດັ່ງນັ້ນ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າຈຶ່ງໄດ້ຈັດ ຝຶກອົບຮົມ ກ່ຽວກັບ ການນໍາໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງລະບົບເອເລັກໂຕຣນິກ (e-CO), ການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ດ້ວຍ​ຕົນ​ເອງ​​ ແລະ e-Form D ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ. ເພື່ອໃຫ້ຜູ້ຮັບຜິດຊອບວຽກງານການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃຫ້ສາມາດນຳໃຊ້ລະບົບ e-CO ສຳລັບພາກລັດ ແລະ ພາກທຸລະກິດ ສະເພາະໃນຂອບເຂດຂອງແຂວງ ຈໍາປາສັກ ໃຫ້ມີຄວາມພ້ອມໃນການເລີ້ມຈັດຕັ້ງປະຕິບັດຕົວຈິງ ນັບແຕ່ວັນທີ 01 ທັນວາ 2020 ເປັນຕົ້ນໄປ. ພ້ອມດຽວກັນນັ້ນ, ກໍ່ໄດ້ເຜີຍແຜ່ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ແລະ ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນທາງເອເລັກໂຕຣນິກ (e-Form D).

         ເຊິ່ງວ່າ, ສຳລັບພາກລັດ ແມ່ນໄດ້ຮຽນຮູ້ຂັ້ນຕອນຂອງລະບົບ e-CO ເຊັ່ນ ການເຂົ້າກວດຟອມ, ຂັ້ນຕອນໃນການອະນຸມັດ (ເລີ່ມແຕ່ຜູ້ກວດຕົວຈິງ, ຜູ້ອະນຸມັດທີ 01, ຈ່າຍເງິນ ແລະ ຂັ້ນຕອນລົງລາຍເຊັນ) ແລະ ພິມຟອມຜ່ານລະບົບ. ສ່ວນ ພາກທຸລະກິດ ແມ່ນໄດ້ຮຽນຮູ້ວິທີການລົງທະບຽນນຳໃຊ້ລະບົບ e-CO, ການເຂົ້ານຳໃຊ້ລະບົບ, ວິທີຕື່ມຂໍ້ມູນລົງໃນແຕ່ລະແບບຟອມ, ການອັບໂຫຼດຂໍ້ມູນໃນການຂໍຟອມ ແລະ ການຕິດຕາມການເຄື່ອນໄຫວຂອງຟອມທີ່ທ່ານສົ່ງເຂົ້າໃນລະບົບ.  

        ໃນການຈັດຕັ້ງປະຕິບັດດັ່ງກ່າວນີ້ ແມ່ນຈະຊ່ວຍປະຢັດດ້ານເວລາ ແລະ ຄ່າໃຊ້ຈ່າຍໃຫ້ແກ່ຜູ້ປະກອບການ ໃຫ້ມີຄວາມສະດວກຫຼາຍຂື້ນ. ລະບົບ e-CO ນີ້ຈະກາຍມາເປັນຖານຂໍ້ມູນທີ່ມີຄວາມລະອຽດ ແລະ ປອດໄພທີ່ສຸດສຳລັບທຸກພາກສ່ວນ ເພາະຂໍ້ມູນທີ່ຢູ່ໃນລະບົບບໍ່ມີທາງສູນຫາຍ ແລະ ຜູ້ທີ່ມີສິດກໍ່ຄື ຜູ້ປະກອບການ ແລະ ເຈົ້າໜ້າທີ່ ກໍ່ສາມາດເຂົ້າໄປກວດສອບ ລາຍລະອຽດໄດ້ທຸກເວລາທີ່ຕ້ອງການ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.