ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ
ສັນ​ຕິ​ພາບ ເອ​ກະ​ລາດ ປະ​ຊາ​ທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

ກະຊວງການເງິນ     ເລກທີ: 3143/ກງ
ນະຄອນຫຼວງວຽງ​ຈັນ, ວັນ​ທີ: 26 ພະຈິກ 2020

ຄໍາແນະນໍາ

ວ່າດ້ວຍການຈັດຕັ້ງປະຕິບັດ ລະບົບຜ່ານແດນພາສີອາຊຽນ ASEAN CUSTOMS TRANSIT SYSTEM (ACTS)

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;
  • ອີງຕາມ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ 08/05/2017 ວ່າດ້ວຍການຈັດຕັ້ງ ແລະ  ການເຄື່ອນໄຫວ ກະຊວງການເງິນ;
  • ອີງ​ຕາມ ຂໍ້ຕົກລົງການອໍານວຍຄວາມສະດວກສິນຄ້າຜ່ານແດນອາຊຽນ (ASEAN Framework Agreement On The Facilitation Of Goods In Transit / AFAFGIT) ສະບັບລົງວັນທີ 16 ທັນວາ 1998;
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງການເງິນ ສະບັບ ເລກທີ 1234/ກງ,  ລົງວັນທີ 14 ພຶດສະພາ 2020ວ່າດ້ວຍການອະນຸມັດ ນຳໃຊ້ລະບົບຜ່ານແດນພາສີອາ ຊຽນ (ACTS).
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 1235/ກງ ລົງວັນທີ 14 ພຶດສະພາ 2020 ວ່າ ດ້ວຍການ ອະນຸມັດ ນໍາໃຊ້ແບບພິມ ໃບແຈ້ງພາສີສິນຄ້າຜ່ານແດນ Transit Accompanying Document (TAD).

ລັດຖະມົນຕີ ອອກຄໍາແນະນໍາ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

   ຄໍາແນະນໍາສະບັບນີ້ໄດ້  ກຳນົດບັນດາຫຼັກການ, ລະບຽບການ, ວິທີການແຈ້ງພາສີ, ການກວດກາ ແລະ ຄວບຄຸມ ລະບົບສິນຄ້າຜ່ານແດນພາສີອາຊຽນ ເພື່ອໃຫ້ສອດຄ່ອງຕາມຂໍ້ຕົກລົງການອໍານວຍຄວາມສະດວກສິນຄ້າຜ່ານແດນອາຊຽນ, ກົດໝາຍ ແລະ ລະບຽບການທີກ່ຽວຂ້ອງ.

ມາດຕາ 2 ຫຼັກການ

   ລັດຖະການພາສີ ນຳໃຊ້ລະບົບຜ່ານແດນພາສີອາຊຽນ  ເຂົ້າໃນການຄຸ້ມຄອງ ແລະ ອຳນວຍຄວາມສະດວກສິນຄ້າຜ່ານແດນພາຍໃນປະເທດສະມາຊິກອາຊຽນ ເພື່ອຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍໃນການດຳເນີນຂັ້ນຕອນການແຈ້ງພາສີ, ການນຳໃຊ້ເຈ້ຍ, ແລກປ່ຽນລະບົບຂໍ້ມູນສິນຄ້າຜ່ານແດນອາຊຽນ ທາງອີເລັກໂຕຣນິກ, ເພີ່ມທະວີຄວາມຖືກຕ້ອງ, ຮັບປະກັນຄວາມໂປ່ງໄສ, ວ່ອງໄວຍົກສູງປະສິດທິພາບ ແລະ ປະສິດທິຜົນ.

  • ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງທັງ ພາຍໃນ ແລະ ສາກົນ ໃນການຈັດຕັ້ງປະຕິບັດລະບົບຜ່ານແດນພາສີອາຊຽນ ຕາມຫຼັກການ ຂອງ ບັນດາອະນຸສັນຍາໃນ ຂໍ້ຕົກລົງການອໍານວຍຄວາມສະດວກສິນຄ້າຜ່ານແດນອາຊຽນ ເປັນຕົ້ນ: ອະນຸສັນຍາ 1  ວ່າດ້ວຍ ການກໍານົດເສັ້ນທາງຂົນສົ່ງ ແລະ ໂຄງລ່າງພື້ນຖານ, ອະນຸສັນຍາ 2 ວ່າດ້ວຍ ການກໍານົດດ່ານ, ອະນຸສັນຍາ 3 ວ່າດ້ວຍ ການກຳນົດປະເພດ ແລະ ຈຳນວນພາຫະນະ, ອະນຸສັນຍາ 4 ວ່າດ້ວຍ ການກຳນົດມາດຕະຖານເຕັກນິກພາຫະນະຂົນສົ່ງ, ອະນຸສັນຍາ 5 ວ່າດ້ວຍ ການກໍານົດລະບອບປະກັນໄພພາຫະນະຂົນສົ່ງອາຊຽນ, ອະນຸສັນຍາ 6 ວ່າດ້ວຍ ການຄ່ຽນຖ່າຍສິນຄ້າ ຢູ່ດ່ານຊາຍແດນຕາມສະຖານີລົດໄຟ, ອະນຸສັນຍາ 7 ວ່າດ້ວຍ ລະບົບຜ່ານແດນພາສີອາຊຽນ ພ້ອມເອກະສານຊ້ອນທ້າຍດ້ານເຕັກນິກ, ອະນຸສັນຍາ 8 ວ່າດ້ວຍ ມາດຕະການສຸຂະອະນາໄມ, ກັກກັນພືດ, ສັດ ແລະ ອະນຸສັນຍາ 9 ວ່າດ້ວຍ ມາດຕະການສິນຄ້າອັນຕະລາຍ.

ມາດຕາ 3 ການອະທິບາຍຄຳສັບ

   ຄຳສັບທີ່ນຳໃຊ້ໃນຄຳແນະນຳສະບັບນີ້ມີຄວາມໝາຍ ດັ່ງນີ້:

  1. ລະບົບຜ່ານແດນພາສີອາຊຽນ (ACTS): ແມ່ນລະບົບການຂົນສົ່ງສິນຄ້າຜ່ານແດນ ພາຍໃຕ້ການຄຸ້ມຄອງຂອງລັດຖະການພາສີ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍສິນຄ້າ ທີ່ຜ່ານອານາເຂດຂອງປະເທດ ໜຶ່ງ ຫຼື ຫຼາຍປະເທດ ຂອງປະເທດພາຄີໃນອານຸສັນຍາ 7 ຂອງອາຊຽນ.
  2. ການດຳເນີນການຜ່ານແດນ ໝາຍເຖິງ ການຂົນສົ່ງສິນຄ້າຜ່ານແດນ ຈາກດ່ານພາສີຂອງປະເທດຕົ້ນທາງ ເຖິງ ດ່ານພາສີຂອງປະເທດປາຍທາງ ພາຍໃຕ້ລະບຽບການ ACTS.
  3. ລະບຽບການ ACTS ໝາຍ​ເຖິງ​ລະບຽບການ, ວິທີການ ແລະ ຂັ້ນຕອນການຄຸ້ມຄອງການ​ຂົນ​ສົ່ງສິນຄ້າ​ຜ່ານແດນ​ພາຍ​ໃຕ້ ລະບຽບການ ACTS.
  4. ເຈົ້າໜ້າທີ່ ຜູ້ທີ່ມີສິດໃນການຄຸ້ມຄອງລະບົບ ACTS ໝາຍເຖິງເຈົ້າໜ້າທີ່ພາສີ ຫຼື ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ທີ່ມີຄວາມຮັບຜິດຊອບ ຕາມລະບຽບການທີ່ໄດ້ກຳນົດໄວ້.
  5. ລັດຖະການພາສີ ໝາຍເຖິງການຈັດຕັ້ງພາສີຂອງປະເທດພາຄີ.
  1. ຫ້ອງການພາສີຕົ້ນທາງ ໝາຍເຖິງ ດ່ານພາສີຂອງປະເທດຕົ້ນທາງ ທີ່ການຂົນສົ່ງສິນຄ້າຜ່ານແດນຈຸດເລີ່ມຕົ້ນທາງ.
  2. ຫ້ອງການພາສີປາຍທາງ ໝາຍເຖິງ ດ່ານພາສີຂອງປະເທດປາຍທາງ ທີ່ການຂົນສົ່ງສິນຄ້າຜ່ານແດນຈຸດປາຍທາງ.
  3. ຫ້ອງການພາສີຂອງການຜ່ານແດນ ໝາຍເຖິງ ດ່ານພາສີຂອງປະເທດຜ່ານແດນ ທີ່ຄຸ້ມຄອງການຂົນສົ່ງສິນຄ້າຜ່ານແດນຂອງປະເທດນັ້ນ.
  4. ການປະກອບໃບແຈ້ງພາສີສຳລັບການຂົນສົ່ງສິນຄ້າຜ່ານແດນ ໝາຍເຖິງການດຳເນີນການແຈ້ງພາສີ ຕໍ່ຫ້ອງການພາສີຕົ້ນທາງ ເພື່ອດຳເນີນການຂົນສົ່ງສິນຄ້າຜ່ານແດນ ພາຍໃຕ້ລະບຽບການຂອງ ACTS.
  5. ໃບແຈ້ງພາສີສໍາລັບການຂົນສົ່ງຜ່ານແດນ Transit Accompanying Document (TAD) ໝາຍເຖິງ ແບບພີມໃບແຈ້ງການພາສີເອກະພາບສໍາລັບແຈ້ງຂໍ້ມູນສິນຄ້າເຄື່ອງຂອງໃນລະບົບສິນຄ້າຜ່າແດນອາຊຽນ
  1. ສາຍລັອກສິນຄ້າ ໝາຍເຖິງ ສາຍລັອກຕູ້ສິນຄ້າຂອງພາສີ ທີ່ ນໍາໃຊ້ສໍາລັບຄວບຄຸມ ພາຫະນະຂົນສົ່ງ, ຕູ້ບັນທຸກສິນຄ້າ, ເຄື່ອງຂອງຜ່ານແດນ ເພື່ອຕິດຕາມການເຄື່ອນຍ້າຍ ຈາກດ່ານພາສີຕົ້ນທາງ ໄປຫາ ດ່ານພາສີປາຍທາງ.
  2. ໜີ້ຕໍ່ລັດຖະການພາສີ ໝາຍເຖິງຄ່າພາສີ ແລະ ພັນທະອື່ນ ທີ່ອາດຈະເກີດຂຶ້ນກັບສິນຄ້າທີ່ຖືກຂົນສົ່ງພາຍໃຕ້ລະບຽບການ ACTS.
  3. ຜູ້ຄໍ້າປະກັນ ໝາຍ​ເຖິງ​ບຸກຄົນ ຫຼື ນິຕິບຸກຄົນ ​ທີສາມ ທີ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນທີ່ມີຜົນສັກສິດຕໍ່ໜ້າກົດໝາຍ, ມີໜ້າທີ່ຮັບຜິດຊອບກ່ຽວກັບໜີ້ຕໍ່ລັດຖະການພາສີ ຂອງປະເທດຕົ້ນທາງ, ປະເທດຜ່ານແດນ ແລະ ປະເທດປາຍທາງ ທີ່ເກິດຂຶ້ນໃນລະຫວ່າງການຂົນສົ່ງສິນຄ້າຜ່ານແດນ ຕາມການຮ້ອງຂໍຂອງຜູ້ທີ່ເປັນເຈົ້າຂອງສິນຄ້າ.
  4. ຜູ້ຄໍ້າປະກັນ ຢູ່ ສປປ ລາວ ໝາຍເຖິງ ທະນາຄານທຸລະກິດ ທີ່່ເຄື່ອນໄຫວຕາມກົດໝາຍຂອງ ສປປລາວ ເຊິ່ງສາມາດອອກການຄໍ້າປະກັນເປັນລາຍລັກອັກສອນ ກັບ ກົມພາສີ ຂອງ ສປປ ລາວ ສຳລັບສິນຄ້າຜ່ານແດນທີ່ມີຕົ້ນທາງຈາກ ສປປ ລາວ ເພື່ອຄຳ້ປະກັນໜີ້ຕໍ່ລັດຖະການພາສີ ທີ່ອາດຈະເກີດຂື້ນ ຢູ່ປະເທດຕົ້ນທາງ, ປະເທດຜ່ານແດນ ແລະ ປະເທດປາຍທາງ ຕາມລະບຽບການ ACTS.
  5. ລະບົບຂໍ້ມູນຂ່າວສານ ໝາຍເຖິງການນຳໃຊ້ຂໍ້ມູນທາງເອເລັກໂຕນິກທີ່ຈຳເປັນໃນການດຳເນີນການຄຸ້ມຄອງ ແລະ ແລກປ່ຽນຂໍ້ມູນລະຫວ່າງ ເຈົ້າໜ້າທີ່ ຜູ້ທີ່ມີສິດໃນການຄຸ້ມຄອງລະບົບ ACTS.
  6. ຜູ້ປະກອບການ ທີ່ໄດ້ຮັບອະນຸຍາດ ໝາຍເຖິງ  ນິຕິບຸກຄົນ ຫຼື ຜູ້ຕາງໜ້າ ທີ່ໄດ້ຮັບອະນຸຍາດ ທີ່ມີສິດໃນການດຳເນີນການຂົນສົ່ງຜ່ານແດນຕາມ ລະບຽບການ ACTS.
  1. ຜູ້ປະກອບການຜ່ານແດນມາດຕະຖານ ເອທີທີ Authorized Transit Trader (ATT) ໝາຍເຖິງ ຜູ້ປະກອບການດີເດັ່ນ ໃນການ ບໍລິການຂົນສົ່ງຜ່ານແດນ, ປະກອບສ່ວນພັນທະໃຫ້ລັດ ແລະ ຈັດຕັ້ງປະຕິບັດ ກົດໝາຍ ຢ່າງຖືກຕ້ອງ.
  2. ຄວາມຜິດປົກກະຕິໃນລະຫວ່າງການຂົນສົ່ງສິນຄ້າຜ່ານແດນ ໝາຍເຖິງກໍລະນີທີ່ສິນຄ້າຜ່ານແດນ ມີການສູນເສຍ, ຂາດຫາຍ, ເພີ່ມເຕີມ, ປ່ຽນແປງສະພາບ, ເປ່ເພ ແລະ ອື່ນໆ ທີ່ມີຜົນກະທົບຕໍ່ການປະຕິບັດລະບຽບການ ACTS.
  3. ການສິ້ນສຸດການຂົນສົ່ງສິນຄ້າຜ່ານແດນ ໝາຍເຖິງພາຫະນະຂົນສົ່ງ ແລະ ສິນຄ້າສົ່ງໄປເຖິງ ແລະ ແຈ້ງ ຕໍ່ດ່ານພາສີປາຍທາງ ໂດຍບໍ່ມີການປ່ຽນແປງຄຸນລັກສະນະຂອງ ສິນຄ້າ ແລະ ສາຍລັອກຕູ້ສິນຄ້າ ເຊິ່ງຢູ່ໃນສະພາບປົກກະຕິ ແລະ ຖືກຕ້ອງ.

ມາດຕາ 4 ຂອບເຂດການນຳໃຊ້

   ຄໍາແນະນໍາ ສະບັບນີ້ ນໍາໃຊ້ ສະພາະ ການເຄື່ອນຍ້າຍສິນຄ້າຜ່ານແດນ ທີ່ ນອນໃນ ຫຼັກການ ແລະ ສອດ ຄ່ອງ ຕາມລະບົບ ACTS ເທ່ົານັ້ນ, ສິນຄ້າຜ່ານແດນ ທີ່ບໍ່ສອດຄ່ອງກັບຄຳແນະນຳສະບັບນີ້ ຕ້ອງໄດ້ປະຕິບັດຕາມລະບຽບການ ສະເພາະ.

ມາດຕາ 5 ຜູ້ປະກອບການຜ່ານແດນ ຂອງ ສປປ ລາວ

   ຜູ້ປະກອບການຜ່ານແດນ ຂອງ ສປປ ລາວ ມີເງື່ອນໄຂ ແລະ ມາດຕະຖານ ດັ່ງນີ້:

  1. ມີໃບທະບຽນວິສະຫະກິດ ໃບອະນຸຍາດດຳເນີນທຸລະກິດທີ່ອອກໂດຍຂະແໜງຂົນສົ່ງ ແລະ ຂອງຂະແໜງ ອຸດສາຫະກຳ ແລະ ການຄ້າ;
  2. ເປັນບໍລິສັດທີ່ເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະ ມີໃບຢັ້ງຢືນການມອບພັນທະອາກອນປະຈຳປີ;
  3. ມີຖານະການເງິນ ເພື່ອສາມາດ ຄຳ້ປະກັນໜີ້ຕໍ່ລັດຖະການພາສີ ຕາມກົດໝາຍພາສີ;
  4. ຕ້ອງບໍ່ຖືກດຳເນີນຄະດີທາງພາສີ ແລະ/ຫຼື ບໍ່ຖືກລົງໂທດໃນການກະທຳຜິດທາງພາສີ ເປັນເວລາ 3 ປີ;
  5. ຕ້ອງມີພາຫະນະຂົນສົ່ງຜ່ານແດນທີ່ຖືກຮັບຮອງຈາກຂະແໜງການກ່ຽວຂ້ອງ ແລະ ສອດຄ່ອງກັບ ອານຸສັນຍາ 3 (ໃນບັນຊີ 500 ຄັນ) ແລະ ອານຸສັນຍາ 4 (ສະພາບເຕັກນິກ) ຕາມຂໍ້ຕົກລົງການອໍານວຍຄວາມສະດວກສິນຄ້າຜ່ານແດນອາຊຽນ.
  6. ຕ້ອງປະຕິບັດຕາມເງື່ອນໄຂຂອງອາຊຽນຕາມແຕ່ລະໄລຍະ.

ມາດຕາ 6 ພັນທະ ແລະ ສິດຂອງ ຜູ້ປະກອບການຜ່ານແດນ

   ຜູ້ປະກອບການຜ່ານແດນມີ ພັນທະ ແລະ ສິດ ດັ່ງນີ້:

  • ປະຕິບັດຕາມລະບຽບການ ແລະ ຂັ້ນຕອນການ ຜ່ານແດນອາຊຽນ ຕາມຄໍາແນະນໍາສະບັບນີ້;
  • ດຳເນີນການແຈ້ງພາສີຜ່ານແດນ ແລະ ການກວດປ່ອຍສິນຄ້າ ຢູ່ບັນດາດ່ານພາສີສາກົນ ບ່ອນນຳເຂົ້າ ແລະ ດ່ານພາສີສາກົນ ບ່ອນສົ່ງອອກ ຂອງ ສປປ ລາວ ຕາມທີ່ລະບຽບການໄດ້ກຳນົດໄວ້;
  • ປະກອບເອກະສານ ແລະ ຂໍ້ມູນອື່ນໆ ກ່ຽວກັບສິນຄ້າຜ່ານແດນ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍພາສີ;
  • ຕ້ອງມີການຄໍາ້ປະກັນຈາກ ຜູ້ຄໍ້າປະກັນ (ທະນາຄານ);
  • ຊຳລະຄ່າທຳນຽມ ແລະ ຄ່າບໍລິການ ຕາມລະບຽບການຂອງ ສປປ ລາວ
  • ໃນກໍລະນີມີການລະເມີດລະບຽບການຜ່ານແດນ, ຜູ້ປະກອບການ ຕ້ອງໄດ້ຊໍາລະຄ່າພາສີ ແລະ ຄ່າປັບໄໝ ຢ່າງຄົບຖ້ວນ ຕາມກົດໝາຍ, ຖ້າຫາກ ຜູ້ປະກອບການ ຫຼີກລ້ຽງ, ບໍ່ປະຕິບັດຕາມສັນຍາ ຜູ້ຄຳ້ປະກັນຕ້ອງໄດ້ຊໍາລະຄ່າພາສີ ແລະ ຄ່າປັບໄໝ ຢ່າງຄົບຖ້ວນ ຕາມກົດໝາຍ;
  • ການຜ່ານແດນ ຕ້ອງນໍາໃຊ້ເສັ້ນທາງສະເພາະ ແລະ ດ່ານພາສີສາກົນເປົ້າໝາຍ ທີ່ກຳນົດໃນອະນຸສັນຍາ 1 ແລະ 2 ຂອງ ຂໍ້ຕົກລົງການອໍານວຍຄວາມສະດວກສິນຄ້າຜ່ານແດນອາຊຽນ.
  • ຕ້ອງໄດ້ຮັບເງິນຄໍ້າປະກັນຄືນຈາກຜູ້ຄໍ້າປະກັນ ພາຍຫຼັງທີ່ລັດຖະການພາສີກ່ຽວຂ້ອງ ຢັ້ງຢືນວ່າ ການຂົນສົ່ງຜ່ານແດນໄດ້ສິ້ນສຸດລົງ.

ມາດຕາ 7 ພັນທະ ແລະ ສິດ ຂອງ ຜູ້ຄໍ້າປະກັນ

   ຜູ້ຄໍ້າປະກັນ ມີພັນທະ ແລະ ສິດ ດັ່ງນີ້:

  • ຕ້ອງມີການຄຳ້ປະກັນຂອງທະນາຄານ ຕາມແບບຟອມເອກະພາບອາຊຽນ (ASEAN CUSTOMS TRANSIT SYSTEM GUARANTEE DOCUMENT) ໃຫ້ແກ່ການຂົນສົ່ງສິນຄ້າຜ່ານແດນຕາມ ລະບຽບການຜ່ານແດນພາສີອາຊຽນ ACTS.
  • ກໍລະນີລະເມີດລະບຽບການຂົນສົ່ງຜ່ານແດນຢູ່ປະເທດໃດໜຶ່ງ ແລະ ລັດຖະການພາສີຂອງປະເທດດັ່ງກ່າວ ສົ່ງໜັງສືຮຽກເກັບໜີ້ ຕໍ່ຜູ້ຄຳ້ປະກັນ ຢ່າງເປັນທາງການ, ຜູ້ຄໍ້າປະກັນ  ຕ້ອງຊໍາລະໜີ້ ຕາມຈຳນວນເງິນ ຄ່າພາສີ-ອາກອນ ແລະ ປັບໄໝ ທີ່ຜູ້ປະກອບການຕ້ອງຊຳລະ ຢ່າງຖືກຕ້ອງ ຄົບຖ້ວນ ຕາມກົດໝາຍ ແລະ ລະບຽບການ ຂອງປະເທດນັ້ນ.
  • ຜູ້ຄໍ້າປະກັນ (ທະນາຄານ) ກ່ອນ ຫຼື ຫຼັງ ການຊຳລະໜີ້ຄ່າພາສີ-ອາກອນ ແລະ ປັບໄໝ ຕ້ອງແຈ້ງຕໍ່ ລັດຖະການພາສີທີ່ກ່ຽວຂ້ອງຢ່າງເປັນທາງການ.
  • ຕ້ອງສົ່ງເງິນຄໍ້າປະກັນຄືນໃຫ້ຜູ້ປະກອບການ ພາຍຫຼັງທີ່ລັດຖະການພາສີກ່ຽວຂ້ອງ ຢັ້ງຢືນວ່າ ການຂົນສົ່ງຜ່ານແດນໄດ້ສິ້ນສຸດລົງ.

ໝວດທີ 2

ການກໍານົດ, ຄຸ້ມຄອງ ແລະ ນໍາໃຊ້ລະບົບຜ່ານແດນພາສີອາຊຽນ (ACTS)

ມາດຕາ 8 ດ່ານນໍາເຂົ້າ-ສົ່ງອອກ

   ດ່ານພາສີສາກົນເປົ້າໝາຍ ທີ່ຈັດຕັ້ງປະຕິບັດລະບົບຜ່ານແດນພາສີອາຊຽນ (ACTS) ປະກອບມີ:

  1. ດ່ານພາສີສາກົນຂົວມິດຕະພາບ I, ນະຄອນຫຼວງວຽງຈັນ;
  2. ດ່ານພາສີສາກົນນໍ້າພາວ, ແຂວງ ບໍລິຄຳໄຊ;
  3. ດ່ານພາສີສາກົນຂົວມິດຕະພາບ II, ແຂວງ ສະຫວັນນະເຂດ;
  4. ດ່ານພາສີສາກົນແດນສະຫວັນ, ແຂວງ ສະຫວັນນະເຂດ;
  5. ດ່ານພາສີສາກົນໜອງນົກຂຽນ, ແຂວງ ຈຳປາສັກ.
  6. ດ່ານພາສີສາກົນຂົວມິດຕະພາບ IV, ແຂວງ ບໍ່ແກ້ວ;

   ບັນດາດ່ານພາສີສາກົນທີ່ຈະຈັດຕັ້ງປະຕິບັດລະບົບຜ່ານແດນ ໃນຕໍ່ໜ້າອາດສາມາດເພີ່ມ ຫຼື ຫຼຸດຈຳນວນດ່ານ ຕາມເງື່ອນໄຂ ແລະ ການຕົກລົງຂອງພາສີອາຊຽນ.

ມາດຕາ 9 ການລົງທະບຽນຂອງຜູ້ປະກອບການ

   ຜູ້ປະກອບການທີ່ໄດ້ຜ່ານການປະເມີນ ແລະ ໄດ້ ຮັບອະນຸຍາດ ຂົນສົ່ງຜ່ານແດນ ຈະຕ້ອງ ຖືກລົງທະ ບຽນ ແລະ ບັນທຶກລົງໃນ ລະບົບ ACTS (Trader Registration) ເພື່ອ ໃຫ້ຜູ້ປະກອບການສາມາດເຂົ້ານໍາໃຊ້ ລະບົບ ເພື່ອແຈ້ງພາສີສິນຄ້າຜ່ານແດນ.

ມາດຕາ 10 ແບບພີມ ໃບແຈ້ງ ພາສີສໍາລັບການຂົນສົ່ງຜ່ານແດນ(Transit Accompanying Document / TAD)

   ແບບພິມໃບແຈ້ງພາສີສໍາລັບການຂົນສົ່ງຜ່ານແດນ (Transit Accompanying Document / TAD) ປະກອບມີ 43 ຫ້ອງສໍາລັບບັນທຶກຂໍ້ມູນສິນຄ້າ ໃນລະບົບACTS  ຊຶ່ງຖືກຮັບຮອງ ແລະ ນໍາໃຊ້ເປັນເອກະພາບໃນບັນດາປະເທດອາຊຽນ.

  •  (TAD) ໄດ້ກໍານົດໃນ ລະບົບ ACTS ສໍາລັບບັນທຶກຂໍ້ມູນສິນຄ້າ ທີ່ຖືກຮັບຮອງ ດ້ວຍລະບົບດັ່ງກ່າວ ແລະ ຕ້ອງພິມອອກຈາກລະບົບ ເພື່ອເປັນເອກະສານກໍາກັບການເຄື່ອນຍ້າຍສໍາລັບລົດບັນທຸກສິນຄ້າຜ່ານແດນອາຊຽນ.

ມາດຕາ 11 ການແລກປ່ຽນຂໍ້ມູນຂ່າວສານ ຜ່ານລະບົບ ACTS

   ການແລກປ່ຽນຂໍ້ມູນຂ່າວສານ ຜ່ານລະບົບ ACTS ຕ້ອງເປັນຂໍ້ມູນທີ່​ຖືກຮັບຮອງ ແລະ ບັນທຶກລົງໃນລະບົບແລ້ວ ແລະ ສາມາດເຊື່ອມຕໍ່ ແບບທັນເວລາ (Real Time) ລະຫວ່າງ ລັດຖະການພາສີຂອງປະເທດຕົ້ນທາງ, ປະເທດຜ່ານແດນ ແລະ ປະເທດປາຍທາງ.

ໝວດທີ 3

ການຄໍ້າປະກັນສິນຄ້າຜ່ານແດນ

ມາດຕາ 12 ຮູບແບບ ແລະ ວິທີການຄໍ້າປະກັນສິນຄ້າຜ່ານແດນ

   ການຄໍ້າປະກັນ ສາມາດດໍາເນີນການດ້ວຍ ສອງ ຮູບແບບຄື: ແບບຖ້ຽວດຽວ ແລະ ແບບຫຼາຍຖ້ຽວ, ສ່ວນວິທີການຄຳ້ປະກັນ ແມ່ນປະຕິບັດຕາມ ຫຼັກການຜ່ານແດນພາສີອາຊຽນ ACTS, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 13 ການຄໍ້າປະກັນແບບຖ້ຽວດຽວ

   ການຄ້ຳປະກັນແບບຖ້ຽວດຽວ ແມ່ນການຄໍ້າປະກັນເປັນຖ້ຽວ ເທົ່າກັບຄ່າພາສີ-ອາກອນ ຂອງສິນຄ້າຜ່ານແດນອາຊຽນ. ພາຍຫຼັງສຳເລັດການຜ່ານແດນ ຖືວ່າ ການຄ້ຳປະກັນແບບຖ້ຽວດຽວ ສິ້ນສຸດລົງ. ຫຼັງຈາກນັ້ນ, ລັດຖະການພາສີປະເທດຕົ້ນທາງ ຕ້ອງແຈ້ງໃຫ້ຜູ້ຄ້ຳປະກັນຮັບຊາບຢ່າງເປັນທາງການ.

ມາດຕາ 14 ການຄໍ້າປະກັນແບບຫຼາຍຖ້ຽວ

   ການຄ້ຳປະກັນແບບຫຼາຍຖ້ຽວ ແມ່ນການຄໍ້າປະກັນຫຼາຍຄັ້ງ ໃນວົງເງິນຄໍ້າປະກັນຕ້ອງບໍ່ໃຫ້ຫຼຸດ ຄ່າພາສີ-ອາກອນ ທີ່ດຳເນີນການຂົນສົ່ງຜ່ານແດນໃນແຕ່ລະຖ້ຽວ ແລະ ມີອາຍຸຄ້ຳປະກັນສູງສຸດບໍ່ເກີນ 01 ປີ ໂດຍອີງໃສ່ການອະນຸຍາດຂອງລັດຖະການພາສີປະເທດຕົ້ນທາງ. ພາຍຫຼັງສຳເລັດການຜ່ານແດນ ຖືວ່າ ການຄ້ຳປະກັນແບບຫຼາຍຖ້ຽວ ສິ້ນສຸດລົງ. ຫຼັງຈາກນັ້ນ, ລັດຖະການພາສີປະເທດຕົ້ນທາງ ຕ້ອງແຈ້ງໃຫ້ຜູ້ຄ້ຳປະກັນຮັບຊາບຢ່າງເປັນທາງການ.

ໝວດທີ 4

ສິນຄ້າປະເພດ ຄວບຄຸມ, ເກືອດຫ້າມ ແລະ ສະຫງວນ

ມາດຕາ 15 ສິນຄ້າ, ເຄື່ອງຂອງ ປະເພດຄວບຄຸມໃນການຂົນສົ່ງຜ່ານແດນ

   ສິນຄ້າ, ເຄື່ອງຂອງປະເພດຄວບຄຸມ ແມ່ນສິນຄ້າ ທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ ດ້ວຍເຫດຜົນດ້ານ ຄວາມປອດໄພຂອງສັງຄົມ, ຄວາມໝັ້ນຄົງຂອງຊາດ, ສຸຂານາໄມ ແລະ ເຫດຜົນອື່ນໆ ຊຶ່ງການຜ່ານແດນ ເຄື່ອງຂອງປະເພດຄວບຄຸມ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ຫຼື ຂະແໜງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ເຊັ່ນ: ພືດ ແລະ ສັດມີຊີວິດ, ທາດເຄມີ, ທາດລະເບີດ, ອຸປະກອນສຳລັບການພະນັນ ແລະ ອື່ນໆ.

   ການຂົນສົ່ງຜ່ານແດນສິນຄ້າປະເພດຄວບຄຸມ ຕ້ອງໄດ້ຂໍອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້ (ບັນຊີຊ້ອນທ້າຍສິນຄ້າປະເພດຄວບຄຸມ).

ມາດຕາ 16 ສິນຄ້າ, ເຄື່ອງຂອງປະເພດ ເກືອດຫ້າມໃນການຂົນສົ່ງຜ່ານແດນ

   ສິນຄ້າ, ເຄື່ອງຂອງປະເພດ ເກືອດຫ້າມໃນການຂົນສົ່ງຜ່ານແດນ ແມ່ນສິນຄ້າ,ເຄື່ອງຂອງທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເຊັ່ນ: ອາວຸດເສິກ, ຢາເສບຕິດ, ວັດຖຸອອກລິດຕໍໍ່ຈິດປະສາດ, ສານເຄມີອັນຕະລາຍ, ສິນຄ້າລະເມີດຊັບສິນທາງປັນຍາ, ບັນຊີລາຍການພືດ ແລະ ສັດໃກ້ສູນພັນຕາມສົນທິສັນຍາ CITES, ສິ່ງເສດເຫຼືອທາງດ້ານອຸດສາຫະກຳ ແລະ ອື່ນໆ ແມ່ນບໍ່ອານຸຍາດໃຫ້ດຳເນີນການຂົນສົ່ງຜ່ານແດນ (ບັນຊີຊ້ອນທ້າຍສິນຄ້າປະເພດເກືອດຫ້າມ).

ມາດຕາ 17 ລາຍການສິນຄ້າປະເພດ ສະຫງວນຊົ່ວຄາວ

   ສິນຄ້າ, ເຄື່ອງຂອງ ປະເພດສະຫງວນຊົ່ວຄາວ ທີ່ບໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງຜ່ານແດນ ປະກອບມີສິນຄ້າ, ເຄື່ອງຂອງ ທີ່ມີຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ສຸຂານາໄມພືດ ແລະ ສັດ, ການຮັກສາສິ່ງແວດລ້ອມ ຊຶ່ງປະກອບມີ: ຢາສູບທຸກປະເພດ, ເຄື່ອງດື່ມທີ່ມີທາດເຫຼົ້າ, ເບຍ, ພາຫະນະທຸກປະເພດ, ນໍ້າມັນເຊື້ອໄຟ, ອາຍແກັສ, ເຄື່ອງດື່ມຊູກໍາລັງ, ສັດມີຊີວິດ ແລະ ໝາກໄມ້ສົດ (ບັນຊີຊ້ອນທ້າຍສິນຄ້າປະເພດສະຫງວນຊົ່ວຄາວ). ກະຊວງການເງິນຈະມີການທົບທວນ, ປັບປຸງ ແລະ ປະກາດໃຊ້ ເປັນແຕ່ລະໄລຍະ.

ໝວດທີ 5

ການຄວບຄຸມສິນຄ້າຜ່ານແດນ

ມາດຕາ 18 ຂັ້ນຕອນການແຈ້ງພາສີຜ່ານແດນ ສຳລັບ ສປປ ລາວ ເປັນປະເທດຕົ້ນທາງ

   ຂັ້ນຕອນການແຈ້ງສິນຄ້າຜ່ານແດນ ສຳລັບ ສປປ ລາວ ເປັນປະເທດຕົ້ນທາງ ປະກອບມີ 3 ຂັ້ນຕອນ ຄື:

  1. ຜູ້ປະກອບການທີ່ໄດ້ຮັບອະນຸຍາດ ຕ້ອງໄດ້ດຳເນີນການແຈ້ງພາສີເປັນລາຍລະອຽດ ສຳລັບສິນຄ້າຂາອອກ ຕາມກົດໝາຍຂອງ ສປປ ລາວ. ຫຼັງຈາກນັ້ນ ໃຫ້ປະກອບຂໍ້ມູນສິນຄ້າຜ່ານແດນລົງໃນລະບົບອີ ACTS ຫຼັງຈາກນັ້ນແມ່ນ ພິມໃບແຈ້ງພາສີຜ່ານແດນ (TAD) ອອກຈາກລະບົບ ອີເລັກໂຕຣນິກ ແລ້ວຍື່ນ  ພ້ອມເອກະສານປະກອບ ຍື່ນຕໍ່ເຈົ້າໜ້າທີ່ພາສີ ທີ່ດ່ານພາສີສາກົນ ບ່ອນສິນຄ້າສົ່ງອອກ.
  2. ເຈົ້າໜ້າທີ່ພາສີ ທີ່ດ່ານພາສີສາກົນ ບ່ອນສິນຄ້າສົ່ງອອກ ໃຫ້ດຳເນີນການກວດກາ ແລະ ເຊັນຢັ້ງຢືນລົງໃນໃບ TAD ພ້ອມທັງຮັດສາຍລັອກສິນຄ້າ ໃສ່ຕູ້ສິນຄ້າຜ່ານແດນ ແລ້ວ ບັນທຶກຂໍ້ມູນ ການຂົນສົ່ງດັ່ງກ່າວລົງໃນລະບົບ ACTS ເພື່ອສົ່ງຂໍ້ມູນໃຫ້ບັນດາດ່ານພາສີຂອງປະເທດຜ່ານແດນ ແລະ ປະເທດປາຍທາງ.
  3. ກວດປ່ອຍສິນຄ້າຜ່ານແດນອາຊຽນ ສົ່ງອອກຕາມລະບຽບການ.

ມາດຕາ 19 ຂັ້ນຕອນການແຈ້ງພາສີຜ່ານແດນ ສຳລັບ ສປປ ລາວ ເປັນປະເທດຜ່ານແດນ

   ຂັ້ນຕອນການແຈ້ງພາສີຜ່ານແດນ ສຳລັບ ສປປ ລາວ ເປັນປະເທດທາງຜ່ານ ຢູ່ ດ່ານພາສີສາກົນຂາເຂົ້າ ແລະ ດ່ານພາສີສາກົນຂາອອກ ຕາມທີ່ກຳນົດໄວ້ໃນມາດຕາ 8 ຂອງຄຳແນະນຳສະບັບນີ້ ປະກອບມີ 2 ຂັ້ນຕອນ ຄື:

   ດ່ານພາສີສາກົນຂາເຂົ້າ: 

  1. ຜູ້ປະກອບການດຳເນີນການແຈ້ງພາສີ
  2. ເຈົ້າໜ້າພາສີປະຈຳດ່ານດຳເນີນການກວດກາ ລົດບັນທຸກສິນຄ້າ, ຕູ້ບັນທຸກສິນຄ້າ, ສາຍລັອກພາສີ ແລະ ຂໍ້ມູນອື່ນໆ ໂດຍສົມທຽບໃສ່ຂໍ້ມູນໃນໃບຂົນສົ່ງສິນຄ້າຜ່ານແດນ (TAD) ທີ່ຕິດມານຳລົດບັນທຸກສິນຄ້າ. ຖ້າຢູ່ໃນສະພາບປົກກະຕິ ໃຫ້ບັນທຶກຂໍ້ມູນ ການຂົນສົ່ງຜ່ານແດນ ແລ້ວສົ່ງຂໍ້ມູນດັ່ງກ່າວໃຫ້ດ່ານພາສີສາກົນຂາອອກຂອງ ສປປລາວ ແລະ ບັນດາດ່ານພາສີຂອງປະເທດຕົ້ນທາງ, ປະເທດຜ່ານແດນ (ຖ້າມີ) ແລະ ປະເທດປາຍທາງ ໂດຍຜ່ານລະບົບ ACTS.
  3. ສຳລັບລົດບັນທຸກສິນຄ້າຜ່ານແດນສາກົນ ທີ່ນໍາເຂົ້າ ຜ່ານດ່ານຂອງ ສປປ ລາວ ຕ້ອງໄດ້ ຊໍາລະຄ່າທຽມນຽມ ຫຼື ຄ່າບໍລິການຕາມລະບຽບການ ແລະ ປະຕິບັດຕາມຂັ້ນຕອນຂອງ ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ແລະ ພາຫະນະຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຣນິກ (ບ 53).

   ດ່ານພາສີສາກົນຂາອອກ:

  1. ຜູ້ປະກອບການດຳເນີນການແຈ້ງພາສີ
  2. ເຈົ້າໜ້າພາສີປະຈຳດ່ານດຳເນີນການກວດກາ ລົດບັນທຸກສິນຄ້າ, ຕູ້ບັນທຸກສິນຄ້າ, ສາຍກົ່ວໜີບ ແລະ ຂໍ້ມູນອື່ນໆ ໂດຍສົມທຽບໃສ່ຂໍ້ມູນໃນໃບຂົນສົ່ງສິນຄ້າຜ່ານແດນສາກົນ (TAD) ທີ່ຕິດມານຳລົດບັນທຸກສິນຄ້າ. ຖ້າຢູ່ໃນສະພາບປົກກະຕິ ໃຫ້ບັນທຶກຂໍ້ມູນ ການຂົນສົ່ງຜ່ານແດນ ແລ້ວສົ່ງຂໍ້ມູນດັ່ງກ່າວໃຫ້ດ່ານພາສີສາກົນຂາເຂົ້າຂອງ ສປປລາວ ແລະ ບັນດາດ່ານພາສີຂອງປະເທດຕົ້ນທາງ, ປະເທດຜ່ານແດນ (ຖ້າມີ) ແລະ ປະເທດປາຍທາງ ໂດຍຜ່ານລະບົບ ACTS.
  3. ສຳລັບລົດບັນທຸກສິນຄ້າຜ່ານແດນສາກົນ ທີ່ສົ່ງອອກ ຜ່ານດ່ານຂອງ ສປປ ລາວ ຕ້ອງໄດ້ ຊໍາລະຄ່າທຽມນຽມ ຫຼື ຄ່າບໍລິການຕາມລະບຽບການ ແລະ ປະຕິບັດຕາມຂັ້ນຕອນຂອງ ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ແລະ ພາຫະນະຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຣນິກ (ບ 53).

ມາດຕາ 20 ຂັ້ນຕອນການແຈ້ງສິນຄ້າຜ່ານແດນ ສຳລັບ ສປປ ລາວ ເປັນປະເທດປາຍທາງ

   ຂັ້ນຕອນການແຈ້ງສິນຄ້າຜ່ານແດນ ສຳລັບ ສປປ ລາວ ເປັນປະເທດປາຍທາງ ຢູ່ບັນດາດ່ານພາສີສາກົນທີ່ກຳນົດໄວ້ໃນມາດຕາ 8 ຂອງຄຳແນະນຳສະບັບນີ້ ປະກອບມີຂັ້ນຕອນ ຄື:

  1. ເຈົ້າໜ້າພາສີປະຈຳດ່ານພາສີສາກົນຂາເຂົ້າ ຕ້ອງດຳເນີນການກວດກາ ລົດບັນທຸກສິນຄ້າ, ຕູ້ບັນທຸກສິນຄ້າ, ສາຍລັອກພາສີ ແລະ ຂໍ້ມູນອື່ນໆ ໂດຍສົມທຽບໃສ່ຂໍ້ມູນໃນໃບແຈ້ງພາສີ TAD ທີ່ຕິດມານໍາລົດບັນທຸກສິນຄ້າ. ຖ້າຢູ່ໃນສະພາບປົກກະຕິ ໃຫ້ບັນທຶກຂໍ້ມູນ ການຂົນສົ່ງສິນຄ້າຜ່ານແດນສາກົນ ແລ້ວສົ່ງຂໍ້ມູນດັ່ງກ່າວໃຫ້ບັນດາດ່ານພາສີຂອງປະເທດຕົ້ນທາງ ແລະ ປະເທດຜ່ານແດນ ໂດຍຜ່ານລະບົບ ACTS.
  2. ສິນຄ້າ, ເຄື່ອງຂອງດັ່ງກ່າວ ແມ່ນສິ້ນສຸດການຂົນສົ່ງສິນຄ້າຜ່ານແດນສາກົນ ຕາມລະບຽບການອາຊຽນ ຕ້ອງໄດ້ປະຕິບັດການແຈ້ງພາສີເປັນລາຍລະອຽດ ສຳລັບສິນຄ້າຂາເຂົ້າຕາມທີ່ກຳນົດໄວ້ໃນກົດໝາຍຂອງ ສປປ ລາວ.

ມາດຕາ 21 ການກໍານົດໄລຍະເວລາໃນການຂົນສົ່ງຜ່ານແດນ

   ການຂົນສົ່ງຜ່ານແດນສາກົນ ຜ່ານດິນແດນ ສປປ ລາວ ຕ້ອງໄດ້ປະຕິບັດຕາມ ເສັ້ນທາງສະເພາະ ແລະ ໄລຍະເວລາທີ່ລັດຖະການພາສີໄດ້ອະນຸຍາດ ການເຄື່ອນຍ້າຍສິນຄ້າໄປຕາມກໍານົດໝາຍ, ໃຫ້ສອດຄ່ອງ ຕາມລະບຽບການ, ຫຼັກການ ທີ່ ກໍານົດໄວ້ໃນ ລະບົບ ACTS  ແລະ ອານຸສັນຍາ 1 ວ່າດ້ວຍການ ກໍານົດເສັ້ນທາງ.

ມາດຕາ 22 ພາຫະນະຂົນສົ່ງສິນຄ້າຜ່ານແດນ

   ພາຫະນະຂົນສົ່ງສິນຄ້າຜ່ານແດນແຕ່ລະປະເພດມີ ດັ່ງນີ້:

  1. ລົດແບບຕິດຕູ້ (Boxed), ລົດຕູ້ແຊ່ເຢັນ (refrigerated), ລົດບັນທຸກຂອງແຫຼວ ຫຼື ອາຍແກັສ ຫຼື ຊິມັງຜົງ ຫຼື ນໍ້າມັນ (tanker) ແລະ ລົດຂົນຕູ້ສິນຄ້າ (container); ຫຼື
  2. ລົດຫົວລາກ; ຫຼື
  3. ຫາງລາກ.

ມາດຕາ 23 ມາດຖານເຕັກນິກພາຫະນະຂົນສົ່ງສິນຄ້າຜ່ານແດນ

   ມາດຖານເຕັກນິກພາຫະນະຂົນສົ່ງສິນຄ້າຜ່ານແດນຂອງປະເທດສະມາຊິກ ຕ້ອງສອດຄ່ອງກັບ ອານຸສັນຍາ 3 (ໃນບັນຊີ 500 ຄັນ) ແລະ ອານຸສັນຍາ 4 (ສະພາບເຕັກນິກ) ຕາມຂໍ້ຕົກລົງການອໍານວຍຄວາມສະດວກສິນຄ້າຜ່ານແດນອາຊຽນ ຊຶ່ງໄດ້ມີການຢັ້ງຢືນ, ຮັບຮອງຈາກຂະແໜງກ່ຽວຂ້ອງຂອງແຕ່ລະປະເທດສະມາຊິກ ທີ່ໄດ້ລົງຂໍ້ມູນ ໃນລະບົບ ACTS.

ມາດຕາ 24 ການປ່ຽນພາຫະນະ, ຜູ້ຂັບຂີ່ ແລະ ຄ່ຽນຖ່າຍຕູ້ສິນຄ້າ

   ການປ່ຽນພາຫະນະ, ຜູ້ຂັບຂີ່ ແລະ ຄ່ຽນຖ່າຍຕູ້ສິນຄ້າ ໃນການຂົນສົ່ງສິນຄ້າຜ່ານແດນ ແມ່ນອານຸຍາດໃຫ້ມີການ ປ່ຽນຖ່າຍໄດ້ 01 ຄັ້ງໃນອານາເຂດພາສີຂອງ ສປປ ລາວ, ສຳລັບພາຫະນະຂົນສົ່ງຜ່ານແດນ ຕ້ອງນອນໃນບັນຊີ 500 ຄັນທີ່ລະບຽບການໄດ້ກຳນົດ. ເຈົ້າໜ້າທີ່ພາສີປະຈຳດ່ານ ຕ້ອງໄດ້ ບັນທຶກຂໍ້ມູນການປ່ຽນແປງດັ່ງກ່າວລົງໃນລະບົບ ACTS.

ມາດຕາ 25 ເຫດສຸດວິໃສ

   ໃນການຂົນສົ່ງຜ່ານແດນ ຫາກເກີດອຸປະຕິເຫດ ຫຼື ເຫດສຸດວິໃສ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີບ່ອນໃກ້ທີ່ສຸດ. ຖ້າມີຄວາມຈໍາເປັນໃນການຄ່ຽນຖ່າຍສິນຄ້າໃສ່ຕູ້ບັນທຸກສິນຄ້າ ຫຼື ພາຫະນະຄັນໃໝ່ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ພາສີ. ໃນກໍລະນີສິນຄ້າໄດ້ຮັບຄວາມເສຍຫາຍຈາກອຸປະຕິເຫດ ຊຶ່ງບໍ່ສາມາດເກັບກູ້ຄືນໄດ້ ຫຼື ມີຜົນສະທ້ອນຕໍ່ສິ່ງແວດລ້ອມ ຜູ້ດຳເນີນການຂົນສົ່ງຕ້ອງຮັບຜິດຊອບ ຕໍ່ລະບຽບກົດໝາຍຂອງ ສປປລາວ.

   ສຳລັບສິນຄ້າທີ່ສາມາດເກັບກູ້ຄືນໄດ້ ຜູ້ດຳເນີນການຂົນສົ່ງ ຕ້ອງໄດ້ບັນຈຸໃສ່ຕູ້ສິນຄ້າ ຫຼື ພາຫະນະຂົນສົ່ງຄັນໃໝ່, ໃຫ້ເຈົ້າໜ້າທີ່ພາສີໃສ່ສາຍລັອກພາສີ ພ້ອມທັງເຮັດບົດບັນທຶກ ແຈ້ງລົງໃນລະບົບ ACTS.

ມາດຕາ 26 ລະບົບຂໍ້ມູນຂ່າວສານ ເກີດການຂັດຂ້ອງ

   ກໍລະນີລະບົບຂໍ້ມູນຂ່າວສານ ເກີດການຂັດຂ້ອງ ເປັນຕົ້ນ: ລະບົບ ACTS, ລະບົບສາຍສົ່ງ, ອິນເຕີເນັດ, ລະບົບໄຟຟ້າ ຂັດຂ້ອງ, ຜູ້ຂົນສົ່ງຕ້ອງໄດ້ແຈ້ງໃບແຈ້ງພາສີສິນຄ້າຜ່ານແດນ (TAD) ທີ່ມາກັບລົດຂົນສົ່ງ ໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານ ເພື່ອບັນທຶກຂໍ້ມູນການຂົນສົ່ງ ລົງໃນໃບແຈ້ງພາສີດັ່ງກ່າວ ແລ້ວອະນຸຍາດໃຫ້ພາຫະນະ ແລະ ສິນຄ້າຜ່ານແດນ ຜ່ານອອກດ່ານ. ຫຼັງຈາກລະບົບຂໍ້ມູນຂ່າວສານ ກັບມານຳໃຊ້ໄດ້ປົກກະຕິແລ້ວ ໃຫ້ເຈົ້າໜ້າທີ່ພາສີດຳເນີນການບັນທຶກຂໍ້ມູນດັ່ງກ່າວ ລົງລະບົບໂດຍທັນທີ.

ໝວດທີ 6

ຜູ້ປະກອບການຜ່ານແດນມາດຕະຖານ ATT Authorized Transit Trader (ATT)

ມາດຕາ 27 ເງື່ອນໄຂຂອງຜູ້ປະກອບການຜ່ານແດນມາດຕະຖານ ATT

   ເງື່ອນໄຂຂອງຜູ້ປະກອບການຜ່ານແດນມາດຕະຖານ ATT ມີດັ່ງນີ້:

  • ເປັນຜູ້ປະກອບການ ACTS ທີ່ດີເດັ່ນ;
  • ປະຕິບັດກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ;
  • ບໍ່ມີປະຫວັດການກະທຳຜິດທາງພາສີ ແລະ ອື່ນໆທີ່ກ່ຽວຂ້ອງ;
  • ມີຖານະການເງິນໝັ້ນຄົງ, ດຳເນີນທຸລະກຳທາງການເງິນຜ່ານລະບົບທະນາຄານ.
  • ອື່ນໆ ກໍລະນີມີການກຳນົດ.

ມາດຕາ 28 ການອະນຸມັດ ເປັນຜູ້ປະກອບການຜ່ານແດນມາດຕະຖານ ເອທີທີ

   ກົມພາສີເປັນຜູ້ອະນຸມັດອອກໃບຢັ້ງຢືນຜູ້ປະກອບການຜ່ານແດນມາດຕະຖານ ເອທີທີ ມີອາຍຸການນໍາໃຊ້ສາມປີ ແລະ ຕ້ອງມີການດໍາເນີນການປະເມີນຜົນການເຄື່ອນໄຫວຂອງຜູ້ປະກອບການຜ່ານແດນມາດຕະຖານເອທີທີເປັນແຕ່ລະໄລຍະ ໃນການສືບຕໍ່ ຍົກເລີກໃບຢັ້ງຢືນ ເປັນແຕ່ລະກໍລະນີ ແລະ ແຈ້ງໃຫ້ປະເທດພາຄີຊາບ.

ມາດຕາ 29 ກາໝາຍເອທີທີ

   ກົມພາສີ ເປັນຜູ້ອອກແບບ ແລະ ນໍາໃຊ້ກາໝາຍເອທີທີ (ATT Logo) ທີ່ ສະແດງ ໃຫ້ເຫັນລັກສະນະຊາດ, ຄວາມທັນສະໄໝ, ຄວາມເປັນມາດຕະຖານ ແລະ ການເຊື່ອມໂຍງອາຊຽນ. ຜູ້ປະກອບການຜ່ານແດນມາດຕະຖານ ເອທີທີ ສາມາດນໍາໃຊ້ກາໝາຍດັ່ງກ່າວໃນການໂຄສະນາທຸລະກິດຂອງຕົນ ເຊັ່ນ: ພິມໃສ່ຫົວເອກະສານ, ນາມ ບັດ, ສະຕິກເກີ້, ແຜ່ນພັບ (ໂບຣຊົວ) ແລະ ອື່ນໆ.

ມາດຕາ 30 ສິດທິພິເສດຂອງຜູ້ປະກອບການຜ່ານແດນມາດຕະຖານ ເອທີທີ

   ຜູ້ປະກອບການຜ່ານແດນມາດຕະຖານ ເອທີທີ ຈະໄດ້ຮັບສິດທິພິເສດ ດັ່ງນີ້:

  1. ໄດ້ຮັບພິຈາລະນາຍົກເວັ້ນການວາງເງິນຄ້ຳປະກັນ ແລະ ນໍາໃຊ້ ເອກະສານຄໍ້າປະກັບ ແບບ ຫຼາຍຖ້ຽວ;
  2. ໄດ້ຮັບການຍົກເວັ້ນກວດກາໃບແຈ້ງພາສີ TAD ແລະ ກວດກາສິນຄ້າ, ເວັ້ນເສຍແຕ່ມີຂໍ້ສົງໃສ ຫຼື ລະບົບຄັດຂ້ອງ;
  3. ນຳໃຊ້ສາຍລັອກຕູ້ສິນຄ້າພິເສດຂອງຕົນ ທີ່ຖືກຮັບຮອງໂດຍລັດຖະການພາສີ ເພື່ອ ລັອກຕູ້ສິນຄ້າ ທີ່ ຫ້ອງການພາສີຕົ້ນທາງ ຫຼື ສະຖານທີ່ຂອງຜູ້ປະກອບການ;
  4. ໄດ້ຮັບການບໍລິການນອກໂມງລັດຖະການ ຕາມລະບຽບການ.

ມາດຕາ 31 ຄວາມຮັບຜິດຊອບຂອງຜູ້ປະກອບການຜ່ານແດນມາດຕະຖານເອທີທີ

   ຜູ້ປະກອບການຜ່ານແດນມາດຕະຖານເອທີທີ ມີຄວາມຮັບຜິດຊອບ ດັ່ງນີ້:

  1. ປະຕິບັດຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ;
  2. ສະຫຼຸບລາຍງານການເຄື່ອນໄຫວ ປະຈຳປີໃຫ້ກົມພາສີ ບໍ່ໃຫ້ກາຍວັນທີ 20 ມັງກອນຂອງປີ ຫຼື ຕາມການຮ້ອງຂໍຂອງກົມພາສີ;
  3. ປະຕິບັດເງື່ອນໄຂ ແລະ ມາດຕະຖານຕາມທີ່ໄດ້ກຳນົດໄວ້ ໃນຄໍາແນະນໍາສະບັບນີ້.

ມາດຕາ 32 ການຍົກເລີກສະຖານະຜູ້ປະກອບການຜ່ານແດນມາດຕະຖານເອທີທີ

   ການຍົກເລີກສະຖານະຜູ້ປະກອບການຜ່ານແດນມາດຕະຖານເອທີທີ ມີ ດັ່ງນີ້:

  1. ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  2. ຂໍຖອນສິດອອກຈາກຜູ້ປະກອບການຜ່ານແດນມາດຕະຖານເອທີທີ ດ້ວຍຕົນເອງ;
  3. ບໍ່ສາມາດ ສືບຕໍ່ປະຕິບັດຕາມເງື່ອນໄຂໃດໜຶ່ງ ຕາມທີ່ກໍານົດໄວ້ໃນຄຳແນະນຳສະບັບນີ້.

ມາດຕາ 33 ມາດຕະການຕໍ່ຜູ້ລະເມີດ

   ກໍລະນີ ພົບເຫັນການກະທໍາຜິດຂອງ ຜູ້ປະກອບການຜ່ານແດນມາດຕະຖານ ເອທີທີ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ກົມພາສີ ຈະດຳເນີນມາດຕະການ ຕາມຂັ້ນຕອນ ດັ່ງນີ້:

  • ສຶກສາອົບຮົມ ແລະ ກ່າວເຕືອນ;
  • ໂຈະໃບຢັ້ງຢືນ ເປັນການຊົ່ວຄາວ;
  • ຍົກເລີກໃບຢັ້ງຢືນ.

ໝວດທີ 7

ການກວດກາສິນຄ້າຜ່ານແດນ

ມາດຕາ 34 ການກວດກາສິນຄ້າຜ່ານແດນ

   ກໍລະນີມີຂໍ້ມູນສົງໃສ ຫຼື ແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ ວ່າມີການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຂົນສົ່ງສິນຄ້າຜ່ານແດນ ເຈົ້າໜ້າທີ່ພາສີມີໜ້າທີກວດກາ ດັ່ງນີ້:

  1. ສິນຄ້າທີ່ສະໜອງໃຫ້ແກ່ການກໍ່ການຮ້າຍ;
  2. ສິນຄ້າທີ່ລະເມີດຕໍ່ ສົນທິສັນຍາສາກົນ, ຄວາມປອດໄພຂອງສັງຄົມ, ສຸຂານາໄມ, ສຸຂານາໄມພືດ ແລະ ສັດ, ການຮັກສາສິ່ງແວດລ້ອມ, ຄວາມປອດໄພຂອງສັງຄົມ, ຄວາມໝັ້ນຄົງຂອງຊາດ ຕາມທີ່ກຳນົດໄວ້ໃນມາດຕາ 15 ແລະ 16 ຂອງຄຳແນະນຳສະບັບນີ້;
  3. ພົບເຫັນສາຍລັອກຕູ້ສິນຄ້າ ຜິດປົກກະຕິ ຫຼື ມີການດັດແປງ ຫຼື ເລກໝາຍກຳກັບສາຍລັອກບໍ່ກົງກັນ;
  4. ການແຈ້ງຂໍ້ມູນສິນຄ້າບໍ່ຖຶກຕ້ອງ ເປັນຕົ້ນ ຊະນິດ, ຈຳນວນ, ນຳ້ໜັກ, ແຫຼ່ງກຳເນີດ ແລະ ອື່ນໆ;
  5. ການເຄື່ອນຍ້າຍສິນຄ້າບໍ່ໄປຕາມເສັ້ນທາງ, ກຳນົດເວລາ, ການສັບປ່ຽນພາຫະນະຂົນສົ່ງ ແລະ ຕູ້ບັນຈຸສິນຄ້າໂດຍບໍ່ໄດ້ຮັບອະນຸຍາດ.

ມາດຕາ 35 ມາດຕະການ ຕໍ່ການລະເມີດ ສິນຄ້າຜ່ານແດນ

   ສິນຄ້າຜ່ານແດນທີ່ມີການລະເມີດ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຈະຖືກດໍາເນີນຄະດີ ຕາມກົດໝາຍຂອງ ສປປ ລາວ. ຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບການດຳເນີນຄະດີທາງພາສີ, ທາງແພ່ງ ແລະ ອາຍາ ຕໍ່ສິນຄ້າຜ່ານແດນ ແມ່ນ ຜູ້ຂົນສົ່ງ ຕ້ອງຮັບຜິດຊອບທັງໝົດ.

ໝວດທີ 8

ບົດບັນຍັດສຸດທ້າຍ

ມາດຕາ 36 ການຈັດຕັ້ງປະຕິບັດ

  •  ມອບໃຫ້ກົມພາສີຮັບຜິດຊອບໃນການຄຸ້ມຄອງລະບົບ ACTS, ລົງທະບຽນການນຳໃຊ້ລະບົບ ACTS ແລະ ໃຫ້ການແນະນຳ ແກ່ເຈົ້າໜ້າທີ່ພາສີປະຈຳດ່ານ ແລະ ຜູ້ປະກອບການຜ່ານແດນ ຕາມລະບຽບການໄດ້ກຳນົດໄວ້.
  • ມອບໃຫ້ກົມພາສີ ອອກຄໍາແນະນໍາລະອຽດກ່ຽວກັບ ການຄຸ້ມຄອງລະບົບ, ການລົງທະບຽນນຳໃຊ້ລະບົບ, ການຄັດເລືອກຜູ້ປະກອບການມາດຕະຖານ ເອທີທີ ແລະ ຄູ່ມືການນໍາໃຊ້ລະບົບ ACTS.
  • ມອບໃຫ້ລັດຖະການພາສີແຕ່ລະຂັ້ນ ຈັດຕັ້ງການເຜີຍແຜ່ຄຳແນະນຳສະບັບນີ້ ໃຫ້ແກ່ຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການໃນຂອບເຂດທົ່ວປະເທດ ເພື່ອພ້ອມກັນຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 37 ຜົນສັກສິດ

   ຄຳແນະນຳສະບັບນີ້ມີຜົນສັກສິດນຳໃຊ້ ພາຍຫຼັງ 15 ວັນ ນັບແຕ່ວັນທີ່ພິມລົງໃນຈົດໝາຍເຫດທາງລັດຖະການເປັນຕົ້ນໄປ.

 

ລັດຖະມົນຕີ

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Guideline on the ASEAN Customs Transit System (ACTS), No. 3143/MOF, dated 26 November 2020. PDF
2 ຄໍາແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດ ລະບົບຜ່ານແດນພາສີອາຊຽນ, ເລກທີ 3143/ກງ, ລົງວັນທີ 26 ພະຈິກ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.