ໃນລະຫວ່າງວັນທີ 03 ຫາ 04 ທັນວາ 2020 ທີ່ ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ. ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດ “ຝຶກອົບຮົມ ກ່ຽວກັບ ການນໍາໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງລະບົບເອເລັກໂຕຣນິກ (e-CO), ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ແລະ e-Form D”. ໂດຍການເປັນປະທານຂອງ ທ່ານ ໂພສີສ້ອຍ ກຸທິລາດ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ.

            ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອສົ່ງເສີມການນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ມີຄວາມກະທັດຮັດ ແລະ ທັນສະໄໝຕາມຍຸກເຕັກໂນໂລຊີ ກໍ່ຄືການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງລະບົບເອເລັກໂຕຣນິກ (e-CO), ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ແລະ e-Form D ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ. ເພື່ອໃຫ້ມີຄວາມພ້ອມໃນການເລີ້ມຈັດຕັ້ງປະຕິບັດຕົວຈິງ ຂອງຜູ້ຮັບຜິດຊອບວຽກງານດັ່ງກ່າວ ໃຫ້ສາມາດນຳໃຊ້ລະບົບ e-CO ສຳລັບພາກລັດ ແລະ ພາກທຸລະກິດ ໃນຂອບເຂດແຂວງຂອງຕົນ ນັບແຕ່ວັນທີ 01 ມັງກອນ 2021 ເປັນຕົ້ນໄປ.

            ຊຶ່ງວ່າ, ພາກລັດ ແມ່ນໄດ້ຮັບການເພີ້ມທັກສະໃນການເຮັດຂັ້ນຕອນຂອງລະບົບ e-CO, ຂັ້ນຕອນໃນການອະນຸມັດ  ແລະ ພິມຟອມຜ່ານລະບົບ. ສໍາລັບ ພາກທຸລະກິດ ແມ່ນໄດ້ລົງເລິກຕື່ມໃນການລົງທະບຽນນຳໃຊ້ລະບົບ e-CO, ການເຂົ້ານຳໃຊ້ລະບົບ, ວິທີຕື່ມຂໍ້ມູນລົງໃນແຕ່ລະແບບຟອມ, ການອັບໂຫຼດຂໍ້ມູນໃນການຂໍຟອມ ແລະ ການຕິດຕາມການເຄື່ອນໄຫວຂອງຟອມທີ່ຜູ້ຕື່ມຂໍ້ມູນສົ່ງເຂົ້າໃນລະບົບ.

            ກົມ ຂອ ໄດ້ເລີ້ມຈັດຕັ້ງປະຕິບັດການສ້າງຂີດຄວາມອາດສາມາດໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງໃນການນໍາໃຊ້ ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທາງເອເລັກໂຕຣນິກ ຫຼື e-CO ແລະ ຄາດໝາຍສູ້ຊົນໃຫ້ສໍາເລັດໃນຂອບເຂດທົ່ວປະເທດພາຍໃນປີ 2021 ທີ່ຈະມາເຖິງນີ້. ເຊິ່ງໃນເດືອນ ກັນຍາ 2020 ຜ່ານມາ ກໍ່ໄດ້ເລີ້ມຕົ້ນຈັດຊຸດຝຶກອົບຮົມໃຫ້  ເຂດນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດນໍາໃຊ້ລະບົບດັ່ງກ່າວ ນັບແຕ່ວັນທີ 01 ຕຸລາ 2020 ເປັນຕົ້ນມາ ແລະ ເດືອນພະຈິກນີ້ ກໍ່ໄດ້ຈັດຊຸດຝຶກອົບຮົມໃຫ້ ແຂວງຈໍາປາສັກ ແລະ ຈະໄດ້ເລີ້ມຈັດຕັ້ງປະຕິບັດຕົວຈິງໃນ ວັນທີ 01 ທັນວາ 2020.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.