ອີງຕາມແຫຼ່ງຂ່າວຈາກເວັບໄຊ ຂອງ ສສ ຫວຽດນາມ (https://vnexpress.net/evn-mua-them-dien-tu-lao-4202494.html) ໃນທາມກາງການຈັດກອງປະຊຸມ ຄັ້ງທີ 43 ຂອງຄະນະກໍມະການຮ່ວມມືທະວິພາຄີລະຫວ່າງລັດຖະບານແຫ່ງ ສປປ ລາວ  ແລະ ລັດຖະບານແຫ່ງ ສສ ຫວຽນດນາມ ປະຈໍາປີ 2021, ໃນລະຫວ່າງວັນທີ 5-6 ທັນວາ 2020, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

ພາບປະກອບ

          ກຸ່ມບໍລິສັດພະລັງງານໄຟຟ້າ ສສ ຫວຽດນາມ ໄດ້ເຊັນ 3 ບົດບັນທຶກຊື້ພະລັງງານໄຟຟ້າກັບ ບັນດາບໍລິສັດລົງທຶນດ້ານພະລັງງານໄຟຟ້າຈາກ ສປປ ລາວ ເຊິ່ງປະກອບມີ ບົດບັນທຶກພັດທະນາໂຄງການໄຟຟ້ານໍ້າຕົກນໍ້າເຢືອງ, ໄຟຟ້ານໍ້າຕົກ ນໍ້າເນີນ 1 ແລະ ນໍ້າເນີນ 3 ແລະ ໂຮງງານໄຟຟ້າຖ່ານຫິນນໍ້າເປີນ ເພື່ອຕອບສະໜອງຄວາມຕ້ອງການພະລັງງານໄຟຟ້າ ຂອງ ສສ ຫວຽດນາມ ຫຼັງປີ 2024.

          ການພັດທະນາໂຄງການພະລັງໄຟຟ້ານໍ້າຕົກນໍ້າເຢືອງ ມີກໍາລັງການຜະລິດ 84 MW ແລະ ໂຄງການໂຮງງນໄຟຟ້າຖ່ານຫີນ ມີກໍາລັງການຜະລິດ 300 MW ເປັນໂຄງການຂອງບໍລິສັດພົງຊັບທະວີ ມີແຜນຂາຍໄຟຟ້າ ໃຫ້ ກຸ່ມບໍລິສັດພະລັງງານໄຟຟ້າ ສສ ຫວຽດນາມ ໃນປີ 2024 ແລະ 2025. ສໍາລັບໂຄງການໄຟຟ້ານໍາຕົ້ກນໍ້າເນີນ 1 ແລະ 3 ແມ່ນບໍລິສັດ ຄົງຊັບພັດທະນາພະລັງງານ (Kong sup Hydro Development Company) ມີກໍາລັງການຜະລິດ 124MW ຄາດກະເນຈະສົ່ງໄຟຟ້າໃຫ້ ສສ ຫວຽດນາມໃນລະຫວ່າງປີ 2024-2025.

ພາບປະກອບ

          ອີງຕາມການຄາດຄະເນຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ໃຫ້ຮູ້ວ່າ ການຜະລິດພະລັງງານໄຟຟ້າພາຍໃນປະເທດ ແມ່ນຍັງບໍ່ພຽງພໍກັບຄວາມຕ້ອງການພະລັງງານໄຟຟ້າເຊີ່ງມີອັດຕາເພີ່ມຂື້ນ ໃນປີ 2021 ຈໍານວນ 3,7 ຕື້ kwh, ປີ 2022 ແມ່ນ 10 ຕື້ kwh, ປີ 2023 ແມ່ນ 15 ຕື້ kwh ແຕ່ຄວາມຕ້ອງການດັ່ງກ່າວຈະມີທ່າອ່ຽງຫຼຸດລົງ ໃນປີ 2024-2025 ຄື 7 ຕື້ kwh ແລະ 3,5 ຕື້ kwh

          ໃນວັນທີ 4 ມັງກອນ 2020 ທີ່ຜ່ານມາ ກຸ່ມບໍລິສັດພະລັງງານໄຟຟ້າ ສສ ຫວຽດນາມ ໄດ້ເຊັນ 5 ບົດບັນທຶກຊື້ໄຟຟ້າ ກັບສອງບໍລິສັດພັດທະນາພະລັງງານໄຟຟ້າ ຢູ່ ສປປ ລາວ ຈໍານວນ 1,5 ຕື້ kwh ໃນນັ້ນແຕ່ປີ 2022 ແຕ່ລະປີຈະຊື້ໄຟຟ້າກັບກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ ໃນໂຄງການເຂື່ອນ ນໍ້າຊັນ 3A  ແລະ ນໍ້າຊັນ 3B ຈໍານວນ 596 ລ້ານ kwh. ສໍາລັບກຸ່ມບໍລິສັດຈະເລີນເຊກອງ ຈໍາກັດຜູ້ດຽວ ຈະເລີ້ມຂາຍໄຟຟ້າ ໃນປີ 2022 ເຊັນດຽວກັນ ໃນໂຄງການເຂື່ອນໄຟຟ້າ ນໍ້າ Emoun ແລະ ນໍ້າຄົງ 3 ລວມທັງໝົດ 632 ລ້ານ kwh, ສະເພາະ ເຂື່ອນໄຟຟ້າ ນໍ້າຄົງ 2 ແມ່ນຈະເລີ້ມຂາຍໄຟຟ້າໃນປີ 2021 ຈໍານວນ 263 ຕື້ kwh.

ພາບປະກອບ

          ອີງຕາມແຫຼ່ງຂ່າວໜັງສືພີມ ວຽງຈັນທາມສ ໃນວັນທີ 10 ທັນວາ 2020 ໄດ້ໃຫ້ຮູ້ວ່າ ໃນປະຈຸບັນ ສປປ ລາວ ມີ 78 ໂຮງງານພະລັງງນໍ້າ ທີ່ມີກໍາລັງແຮງໃນການຜະລິດ 9,972 MW ເຊິ່ງພຽງພໍໃນການນໍາໃຊ້ກະແສໄຟຟ້າພາຍໃນປະເທດ ແລະ ຍັງສາມາດສົ່ງອອກໄປຂາຍໃຫ້ກັບບັນດາປະເທດເພື່ອນບ້ານ ໂດຍສະເພາະ ແມ່ນ ໄທ, ສສ ຫວຽດນາມ,​ ກໍາປູເຈຍ,​ ສ ມຽນມາ. ນອກຈາກນັ້ນຍັງມີ ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ, ມີ 4 ໂຄງການຜະລິດທາງຊີວະພາບ ແລະ 6 ໂຮງງານພະລັງງານແສງອາທິດ.

         

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.