ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ    ເລກທີ 1571/ກວຕ
ນະຄອນຫຼວງວຽງຈັນ, ວັນທີ 27/11/2020

ຂໍ້ຕົກລົງ

ວ່າດ້ວຍການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ

  • ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ (ສະບັບປັບປຸງ) ສະບັບເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014;
  • ອີງຕາມ ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມີຖຸນາ 2010;
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 314/ນຍ, ລົງວັນທີ່ 29 ກັນຍາ 2017;
  • ອີງຕາມ ໜັງສືສະເໜີຂອງ ກົມມາດຕະຖານ ແລະ ວັດແທກ ສະບັບເລກທີ 2098/ກວຕ.ກມວ, ລົງວັນທີ 5 ຕຸລາ 2020. 

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ 

ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ຂອງອຸປະກອນພິເສດ ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຂໍອະນຸຍາດໃນການຜະລິດ, ນໍາເຂົ້າ, ນໍາໃຊ້ ແລະ ດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ຢູ່ ສປປ ລາວ ບົນພື້ນຖານຄວາມຖືກຕ້ອງຕາມລະບຽບ, ຫຼັກການ, ກົດໝາຍ ແລະ ມາດຕະຖານແຫ່ງຊາດ ໂດຍສອດຄ່ອງ ກັບລະບຽບການຂອງພາກພື້ນ ແລະ ສາກົນ ແນໃສ່ໃນການຕິດຕາມ, ຊຸກຍູ້, ສົ່ງເສີມ ໃຫ້ອຸປະກອນພິເສດມີ ຄຸນນະພາບ ເພື່ອຮັບປະກັນຄວາມປອດໄພຕໍ່ຜູ້ຊົມໃຊ້, ປົກປັກຮັກສາຊິວິດ, ຊັບສິນ, ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ -ສັງຄົມແຫ່ງຊາດ. 

ມາດຕາ 2 ການຄຸ້ມຄອງ ຄຸນະພາບ ແລະ ຄວາມປອດໄພອຸປະກອນພິເສດ

ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄຟ ອຸປະກອນພິເສດ ແມ່ນ ການຈັດຕັ້ງປະຕິບັດໃນການ ຕິດຕາມ, ກວດກາ, ກວດສອບການຜະລິດ, ນໍາເຂົ້າ, ນໍາໃຊ້ ແລະ ການອອກໃບຢັ້ງຢືນຄຸນນະພາບ, ໃບອະນຸ ຍາດດໍາເນີນການຕິດຕັ້ງ, ປັບແກ້, ສ້ອມແປງອຸປະກອນພິເສດ ໃຫ້ປະຕິບັດຕາມຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອໃຫ້ມີຄວາມປອດໄພໃນການນໍາໃຊ້. 

ມາດຕາ 3 ການອະທິບາຍຄໍາສັບ 

ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້: 

1. ອຸປະກອນພິເສດ ໝາຍເຖິງ ອຸປະກອນທີ່ມີຄວາມສ່ຽງອາດກໍ່ໃຫ້ເກີດຄວາມບໍ່ປອດໄພ ທີ່ເປັນອັນຕະລາຍຕໍ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ເປັນຕົ້ນ ໝໍ້ຕົ້ມ, ອຸປະກອນບັນຈຸແຮງດັນ, ທໍ່ສົ່ງແຮງດັນ, ລິບ, ກົນຈັກເຄນຍົກ, ສະລິງຂົນສົ່ງ, ເຄື່ອງຫຼີ້ນສວນສະໜຸກຂະໜາດໃຫຍ່, ພາຫະນະຂັບເຄື່ອນໃນພື້ນທີ່ສະເພາະ, ຖັງບັນຈຸສານເຄມີອັນຕະລາຍ; 

2. ໃບຢັ້ງຢືນຄຸນນະພາບ ໝາຍເຖິງ ເອກະສານຮັບຮູ້ເປັນທາງການທີ່ຢັ້ງຢືນຄຸນນະພາບອຸປະກອນພິເສດ ທີ່ໄດ້ຜ່ານການກວດກາ ຕາມລະບຽບການເຕັກນິກ, ມາດຕະຖານແຫ່ງຊາດ ທີ່ອົງການຄຸ້ມຄອງຄວາມປອດໄພ ອຸປະກອນພິເສດ ເປັນຜູ້ອອກໃຫ້; 

3. ໃບອະນຸຍາດການຕິດຕັ້ງ, ປັບແກ້ ແລະ ສ້ອມແປງອຸປະກອນພິເສດ ໝາຍເຖິງ ໃບອະນຸຍາດທີ່ ອົງການຄຸ້ມຄອງຄວາມປອດໄພອຸປະກອນພິເສດ ອອກໃຫ້ແກ່ຜູ້ໃຫ້ການບໍລິການຕິດຕັ້ງ, ປັບແກ້ ແລະ ສ້ອມແປງອຸປະກອນພິເສດ; 

4. ຜູ້ນໍາໃຊ້ອຸປະກອນພິເສດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ນໍາໃຊ້ອຸປະກອນພິເສດໃນການດໍາເນີນທຸລະກິດ ຫຼື ບໍ່ແມ່ນທຸລະກິດ; 

5. ການປັບແກ້ ໝາຍເຖິງ ການປ່ຽນແປງໂຄງສ້າງ, ການທົດແທນລະບົບ ແລະ ການເພີ່ມປະສິດທິພາບ ອຸປະກອນພິເສດ; 

6. ການສ້ອມແປງ ໝາຍເຖິງ ການປ່ຽນແທນຊິ້ນສ່ວນ ຫຼື ສ້ອມແປງຄືນອຸປະກອນໃດໜຶ່ງທີ່ເຊື່ອມຄຸນນະພາບ ເພື່ອໃຫ້ນໍາໃຊ້ໄດ້ເປັນປົກກະຕິ; 

7. ສະລິງຂົນສົ່ງ ໝາຍເຖິງ ສາຍທີ່ຜະລິດດ້ວຍໂລຫະຫຼາຍເສັ້ນຝັນກ້ຽວກັນ ໃຊ້ເປັນສາຍເຊືອກປະກອບໃນລະບົບເຄື່ອງຈັກ, ກົນໄກ ແລະ ສິ່ງອໍານວຍຄວາມສະດວກອື່ນເພື່ອດຶງ, ລາກໃນການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິ່ງຂອງຕ່າງໆ; 

8. ເຄື່ອງໝາຍການນໍາໃຊ້ ໝາຍເຖິງ ເຄື່ອງໝາຍທີ່ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດອອກໃຫ້ ເພື່ອໃຊ້ຕິດ, ຫ້ອຍ ຫຼື ປະກອບໃສ່ອຸປະກອນພິເສດ ທີ່ໄດ້ຜ່ານການກວດສອບໄດ້ ມາດຕະຖານ; 

9. ຄະນະກໍາມະການ ໝາຍເຖິງ ຄະນະກໍາມະການເຕັກນິກແຫ່ງຊາດ; 

10. ໜ່ວຍງານກວດກາ, ກວດສອບ ໝາຍເຖິງ ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ. 

ມາດຕາ 4 ຫຼັກການພື້ນຖານວຽກງານການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ

ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້: 

1. ຮັບປະກັນຄວາມປອດໄພຕໍ່ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ; 

2. ຮັບປະກັນການເປີດກວ້າງ, ຄວາມຍຸຕິທໍາ, ສະເໝີພາບ ແລະ ໂປ່ງໃສ, ສາມາດກວດສອບໄດ້ ຫຼືກເວັ້ນການຈໍາແນກ, ສ້າງອຸປະສັກກີດຂວາງຕໍ່ທຸລະກິດ; 

3. ສອດຄ່ອງຕາມລະບຽບການເຕັກນິກ, ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ; 

4. ຮັບປະກັນໃຫ້ຜູ້ຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາຫນ່າຍ ແລະ ບໍລິການ ໃຫ້ເປັນໄປຕາມຫຼັກການ ແລະ ຂັ້ນຕອນການກວດກາຄຸນນະພາບ ແລະ ຄວາມປອດໄພ ຂອງອຸປະກອນພິເສດ. 

ມາດຕາ 5 ຂອບເຂດການນໍາໃຊ້ 

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວທຸລະກິດ ແລະ ນໍາໃຊ້ ອຸປະກອນພິເສດຢູ່ ສປປ ລາວ, 

ໝວດທີ 2

ປະເພດ, ສະຫຼາກ ແລະ ເຄື່ອງໝາຍ ແລະ ການກວດກາ ຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ

ມາດຕາ 6 ປະເພດ ອຸປະກອນພິເສດ 

ອຸປະກອນພິເສດທີ່ຄຸ້ມຄອງ ມີ 9 ປະເພດ ດັ່ງນີ້:

1. ກົນຈັກເຄນຍົກ (Lifting Appliances);

2. ລິບ, ຂັ້ນໄດເລື່ອນ, ທາງຍ່າງເລື່ອນ (Lift, Escalators and moving walks);

3. ພາຫະນະຂັບເຄື່ອນໃຊ້ໃນພື້ນທີ່ສະເພາະ (Motor Vehicles in Defined Fields);

4. ຖິງບັນຈຸແຮງດັນ (Pressure Vessel);

5. ທໍ່ສົ່ງແຮງດັນ (Pressure Pipe);

6. ໝໍ້ຕົ້ມ (Boiler);

7. ສະລິງຂົນສົ່ງ (ropeway);

8. ເຄື່ອງຫຼີ້ນສວນສະໜຸກ (Amusement facilities);

9. ຖັງບັນຈຸສານເຄມີອັນຕະລາຍ (Hazardous chemicals tanks). 

ບັນຊີລາຍຊື່ອຸປະກອນພິເສດແຕ່ລະປະເພດ ແມ່ນກໍານົດໃນເອກະສານຊ້ອນທ້າຍ. 

ມາດຕາ 7 ສະຫຼາກ ແລະ ເຄື່ອງໝາຍ ອຸປະກອນພິເສດ 

ສະຫຼາກ ແລະ ເຄື່ອງໝາຍທີ່ແນະນໍາການນໍາໃຊ້ ແລະ ສິ່ງຄວນລະວັງ ກ່ຽວຂ້ອງກັບອຸປະກອນພິເສດ ຕ້ອງຕິດໃສ່ດ້ານນອກ ບ່ອນທີ່ເຫັນໄດ້ງ່າຍ ແລະ ຈະແຈ້ງດີ, ຊຶ່ງເນື້ອໃນຂອງສະຫຼາກ ແລະ ເຄື່ອງໝາຍ ຕ້ອງ ເປັນພາສາລາວ, ສໍາລັບສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ ເນື້ອໃນທີ່ເປັນພາສາລາວຕ້ອງສອດຄ່ອງກັບພາສາຕ່າງປະເທດ. 

ມາດຕາ 8 ການກວດກາຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ 

ການກວດກາອຸປະກອນພິເສດ ມີ 4 ຂັ້ນຕອນ ດັ່ງນີ້:

1. ການນໍາເຂົ້າ ແລະ ການຜະລິດ 

- ກ່ອນການນໍາເຂົ້າ ຕ້ອງໄດ້ຂໍອະນຸຍາດ ເພື່ອຢັ້ງຢືນຄວາມສອດຄ່ອງ ທາງດ້ານເອກະສານທີ່ກ່ຽວຂ້ອງທາງດ້ານຄຸນນະພາບຂອງອຸປະກອນພິເສດ ຈາກອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ; 

- ການຜະລິດ, ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພອຸປະກອນພິເສດ ອະນຸຍາດໃຫ້ ຫົວໜ່ວຍການຜະລິດທີ່ໄດ້ຂຶ້ນທະບຽນ ແລະ ອະນຸຍາດຈາກຂະແໜງການກ່ຽວຂ້ອງ ດໍາເນີນການຜະລິດອຸປະກອນພິເສດ. 

2. ການຕິດຕັ້ງ, ປັບແກ້ ເເລະ ສ້ອມແປງ 

ກ່ອນ ແລະ ຫຼັງການດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ຕ້ອງໄດ້ນໍາສະເໜີ ແລະ ລາຍງານເຖິງ ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພອຸປະກອນພິເສດ. 

3. ການນໍາໃຊ້ ແລະ ບໍລິການຕາມປົກກະຕິ 

ອຸປະກອນພິເສດ ທີ່ຕິດຕັ້ງ ແລະ ປັບແກ້ ທີ່ຜ່ານການນໍາໃຊ້ ແລະ ບໍລິການມີກໍານົດເວລາໃນການກວດກາຕາມປົກກະຕິ 01 ຄັ້ງ ຕໍ່ ປີ. 

4. ການກວດກາແບບກະທັນຫັນ 

ການກວດກາແບບກະທັນຫັນ ຕາມການຮ້ອງຮຽນ ຫຼື ຮ້ອງຟ້ອງ ແມ່ນບໍ່ມີການກໍານົດເວລາໄວ້ກ່ອນ ແລະ ຈະໄດ້ດໍາເນີນການກວດກາ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ. 

ໝວດທີ 3

ການຢັ້ງຢືນຄຸນນະພາບ, ຄ່າທໍານຽມ ແລະ ຄ່າບໍລິການ

ມາດຕາ 9 ການຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຜະລິດ, ນໍາເຂົ້າ, ດໍາເນີນການຕິດຕັ້ງ, ບັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ທີ່ໄດ້ກໍານົດໄວ້ໃນມາດຕາ 6 ຂໍ້ຕົກລົງສະບັບນີ້ ຕ້ອງໄດ້ກວດກາເພື່ອຢັ້ງຢືນຄຸນນະພາບ ຈາກອົງການຄຸ້ມຄອງທີ່ກ່ຽວຂ້ອງ ເພື່ອເປັນຂໍ້ມູນ, ຫຼັກຖານ ອ້າງອີງກ່ຽວກັບຄຸນນະພາບ ອຸປະກອນພິເສດ. 

ການດໍາເນີນການກວດກາ ທຸກຄັ້ງທີ່ເຈົ້າໜ້າທີ່ລົງກວດກາ ຕ້ອງມີແຈ້ງການ ຫຼື ຂໍ້ຕົກລົງ ທີ່ອອກໃຫ້ ໂດຍອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນບິເສດ. 

ມາດຕາ 10 ເອກະສານການຂໍຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍການຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ຕ້ອງໄດ້ສະເໜີຕໍ່ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ຊຶ່ງປະກອບມີເອກະສານ ດັ່ງນີ້: 

1. ໃບສະເໜີ;

2. ສໍາເນົາເອກະສານ ການປະກອບການທຸລະກິດ;

3. ສໍາເນົາເອກະສານ ການນໍາເຂົ້າອຸປະກອນພິເສດ; 

4. ໃບຢັ້ງຢືນຄຸນນະພາບຈາກຕົ້ນທາງ ສໍາລັບອຸປະກອນພິເສດ ທີ່ນໍາເຂົ້າຈາກຕ່າງປະເທດ (ບໍ່ເກີນ ຫົກ ເດືອນ ນັບແຕ່ມື້ອອກໃບຢັ້ງຢືນ). 

ມາດຕາ 11 ການອອກໃບຢັ້ງຢືນຄຸນນະພາບ 

ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ຕ້ອງກໍານົດເວລາ ແລະ ແຕ່ງຕັ້ງ ຄະນະກໍາມະການ ລົງກວດກາ, ກວດສອບ ພາຍໃນເວລາ ສາມວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ຖືກຕ້ອງ ແລະ ຄົບຖ້ວນ. 

ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ຕ້ອງອອກໃບຢັ້ງຢືນຄຸນນະພາບ ແລະ ເຄື່ອງໝາຍການນໍາໃຊ້ອຸປະກອນພິເສດ ຢ່າງຊ້າບໍ່ໃຫ້ເກີນ ຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບຜົນການກວດກາ, ກວດສອບ ຄຸນນະພາບ ທີ່ສອດຄ່ອງແລ້ວ.

ມາດຕາ 12 ເອກະສານຂໍໃບອະນຸຍາດດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ 

ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຈຸດປະສົງຂໍອະນຸຍາດໃນການດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ຕ້ອງໄດ້ສະເໜີຂໍອະນຸຍາດຈາກອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນເສດ, ຊຶ່ງປະກອບມີ ເອກະສານ ດັ່ງນີ້: 

1. ໃບສະເໜີຂໍອະນຸຍາດດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ;

2. ໂຄງຮ່າງການຈັດຕັ້ງຂອງວິສາຫະກິດ;

3. ສໍາເນົາໃບທະບຽນວິສາຫະກິດ;

4. ສໍາເນົາບັດປະກັນສັງຄົມ ຂອງພະນັກງານ ໃນວິສາຫະກິດ; 

5. ໃບຢັ້ງຢືນ ຫຼື ໃບປະກາດສະນີຍະບັດ ວິຊາສະເພາະຂອງວິຊາການ ໃນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງກ່ຽວກັບອຸປະກອນພິເສດທີ່ກ່ຽວຂ້ອງ; 

6. ກົດລະບຽບການຄຸ້ມຄອງຄວາມປອດໄພໃນການຈັດຕັ້ງປະຕິບັດວຽກງານ. 

ມາດຕາ 13 ການອອກໃບອະນຸຍາດດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ 

ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ຕ້ອງກໍານົດເວລາ ແລະ ເເຕ່ງຕັ້ງ ຄະນະກໍາມະການ ລົງກວດກາ, ກວດສອບ ທີ່ຕັ້ງ ແລະ ສໍານັກງານ ພາຍໃນເວລາ ສາມວັນ ລັດຖະການ ນັບ ແຕ່ວັນໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ. 

ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ຕ້ອງອອກໃບອະນຸຍາດດໍາເນີນ ການຕິດຕັ້ງ, ບັບເເກ້ ແລະ ສ້ອມແປງ ອຸປະກອນພິເສດ ຢ່າງຊ້າບໍ່ໃຫ້ເກີນ ຫ້າວັນ ລັດຖະການ ນັບແຕ່ວັນໄດ້ ຮັບຜົນການກວດກາ, ກວດສອບ ຄຸນນະພາບ ທີ່ສອດຄ່ອງແລ້ວ. 

ກໍລະນີເງື່ອນໄຂບໍ່ທັນຄົບຖ້ວນ ເຈົ້າໜ້າທີ່ຕ້ອງສ້າງບົດບັນທຶກ ແລະ ແນະນໍາວິທີການປັບປຸງແກ້ໄຂ ແລະ ພະນັກງານຮັບຜິດຊອບຈະລົງກວດກາ, ກວດສອບ ເມື່ອເງື່ອນໄຂສອດຄ່ອງແລ້ວ ຈິ່ງພິຈາລະນາອອກໃບ ອະນຸຍາດດໍາເນີນການຕິດຕັ້ງ, ປັບແກ້ ແລະ ອ້ອມເເປງ ອຸປະກອນພິເສດ. 

ມາດຕາ 14 ຄ່າທໍານຽມ ແລະ ຄ່າບໍລິການ 

ການຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ຕ້ອງໄດ້ຈ່າຍຄ່າທໍານຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ. 

ໝວດທີ 4

ສິດ ແລະ ພັນທະ

ມາດຕາ 15 ສິດຂອງໜ່ວຍງານກວດກາ, ກວດສອບ ຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ 

ໜ່ວຍງານກວດກາ, ກວດສອບ ຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ມີສິດ ດັ່ງນີ້: 

1. ຕິດຕໍ່, ພົວພັນ, ປະສານງານກັບເຈົ້າຂອງກິດຈະການ ໃນການກວດກາຄວາມປອດໄພອຸປະກອນພິເສດ; 

2. ກວດສອບຄຸນນະພາບອຸປະກອນພິເສດ ໃຫ້ສອດຄ່ອງຕາມລະບຽບເຕັກນິກ ແລະ ຄວາມປອດໄພຂອງ ອຸປະກອນພິເສດ; 

3. ເກັບຕົວຢ່າງ ແລະ ດໍາເນີນການກວດກາ ຄວາມປອດໄພອຸປະກອນພິເສດ ໃຫ້ສອດຄ່ອງຕາມລະບຽບການທີ່ກໍານົດໄວ້; 

4. ພາຍຫຼັງການກວດກາ, ກວດສອບ, ທົດສອບ ຖ້າເຫັນວ່າບໍ່ສອດຄ່ອງຕາມລະບຽບການກໍານົດໄວ້ ຕ້ອງເຮັດບົດບັນທຶກເພື່ອນໍາໄປພິຈາລະນາ, ປັບປຸງແກ້ໄຂ; 

5. ໄດ້ຮັບການຢັ້ງຢືນຈາກອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄຟ ອຸປະກອນພິເສດ;

6. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 16 ພັນທະຂອງໜ່ວຍງານກວດກາ, ກວດສອບຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ 

ໜ່ວຍງານກວດກາ, ກວດສອບ ຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ມີພັນທະ ດັ່ງນີ້: 

1. ສ້າງຄວາມອາດສາມາດໃນການກວດກາ ແລະ ກວດສອບ ເພື່ອສະເໜີຂໍການຮັບຮອງລະບົບມາດຕະຖານພາກພື້ນ ແລະ ສາກົນ ທີ່ກ່ຽວຂ້ອງ; 

2. ກໍານົດເວລາໃນການຈັດຕັ້ງປະຕິບັດການກວດກາ, ກວດສອບ, ທົດສອບຄວາມປອດໄພ ອຸປະກອນພິເສດ (ນອກຈາກການກວດກາເເບບກະທັນຫັນ); 

3. ໃຫ້ຄໍາແນະນໍາຜູ້ນໍາໃຊ້ອຸປະກອນພິເສດ ກ່ຽວກັບການຂໍເອກະສານກວດກາ ຄວາມປອດໄພອຸປະກອນພິເສດ; 

4. ຮັບຜິດຊອບຕໍ່ຂໍ້ມູນ ແລະ ຜົນການກວດສອບອຸປະກອນພິເສດ ໃຫ້ຖືກຕ້ອງຕາມຕົວຈິງ; 

5. ອອກໃບລາຍງານຜົນການກວດສອບຄຸນນະພາບ ແລະ ຄວາມປອດໄພອຸປະກອນພິເສດ ໃຫ້ສອດຄ່ອງຕາມຄວາມເປັນຈິງ ແລະ ພ້ອມທັງຕິດເຄື່ອງໝາຍການນໍາໃຊ້; 

6. ລາຍງານຜົນການກວດສອບຄຸນນະພາບອຸປະກອນພິເສດ ໃຫ້ພາກສ່ວນກ່ຽວຂ້ອງ ແລະ ຂັ້ນເທິງ;

7. ສ້າງຄູ່ມືການກວດສອບອຸປະກອນພິເສດແຕ່ລະປະເພດ;

8. ສ້າງໜ່ວຍງານຄຸ້ມຄອງການກູ້ໄພກໍລະນີສຸກເສີນ;

9. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 17 ສິດຂອງຜູ້ນໍາໃຊ້ອຸປະກອນພິເສດ 

ຜູ້ນໍາໃຊ້ອຸປະກອນພິເສດ ມີສິດ ດັ່ງນີ້: 

1. ເລືອກໃຊ້ການບໍລິການ ກວດສອບຄຸນນະພາບອຸປະກອນພິເສດ ທີ່ໄດ້ຮັບການຢັ້ງຢືນຈາກອົງການ ຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ; 

2. ຮ້ອງຮຽນຕໍ່ພາກສ່ວນທີ່ກ່ຽວຂ້ອງ ເມື່ອເຫັນວ່າຜູ້ດໍາເນີນການກວດກາຄຸນນະພາບ ອອກໃບລາຍງານ ຜົນການກວດກາ ແລະ ໃບຢັ້ງຢືນຄຸນນະພາບອຸປະກອນພິເສດ ບໍ່ຖືກຕ້ອງ ແລະ ບໍ່ມີຄວາມຍຸຕິທໍາ; 

3. ສະເໜີອົງການຄຸ້ມຄອງທີ່ກ່ຽວຂ້ອງລົງກວດກາ ຖ້າເຫັນວ່າຄຸນນະພາບຂອງອຸປະກອນພິເສດ ຜິດປົກກະຕິ; 

4. ເຄື່ອນໄຫວ ທຸລະກິດ, ການບໍລິການ ແລະ ການນໍາໃຊ້ ກ່ຽວກັບອຸປະກອນພິເສດ;

5. ນໍາໃຊ້ໃບຢັ້ງຢືນທີ່ຕົນໄດ້ຮັບອະນຸຍາດຕາມລະບຽບການ; 

6. ໂຄສະນາ ກ່ຽວກັບຄຸນນະພາບ, ຄວາມປອດໄພ ແລະ ການບໍລິການ ຂອງອຸປະກອນພິເສດ ທີ່ໄດ້ຮັບການຢັ້ງຢືນ; 

7. ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບ ການກວດກາຄຸນນະພາບອຸປະກອນພິເສດ;

8. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 18 ພັນທະຂອງຜູ້ນໍາໃຊ້ອຸປະກອນພິເສດ 

ຜູ້ນໍາໃຊ້ອຸປະກອນພິເສດ ມີພັນທະ ດັ່ງນີ້:

1. ນໍາໃຊ້ອຸປະກອນພິເສດ ໃຫ້ຖືກຕ້ອງຕາມຫຼັກການ, ເຕັກນິກວິຊາສະເພາະ; 

2. ນໍາໃຊ້ອຸປະກອນພິເສດທີ່ໄດ້ຮັບອະນຸຍາດຜະລິດ ທີ່ໄດ້ຜ່ານການກວດກາຄຸນນະພາບ ຈາກອົງການ ຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ; 

3. ກ່ອນການນໍາເຂົ້າອຸປະກອນພິເສດ ຕ້ອງໄດ້ຂໍອະນຸຍາດ ເພື່ອຢັ້ງຢືນຄວາມສອດຄ່ອງທາງດ້ານເອກະສານທີ່ກ່ຽວຂ້ອງ ທາງດ້ານຄຸນນະພາບ ນໍາອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ; 

4. ກ່ອນການນໍາໃຊ້ອຸປະກອນພິເສດ ສາມສິບວັນ ຈະຕ້ອງສະເໜີຂໍການກວດກາຄຸນນະພາບ ແລະ ນໍາໃຊ້ ນໍາອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ເພື່ອອອກໃບຢັ້ງຢືນຄຸນນະພາບ; 

5. ອຸປະກອນພິເສດທີ່ໄດ້ອອກໃບຢັ້ງຢືນຄຸນນະພາບແລ້ວ ໃນເມື່ອມີການຕິດຕັ້ງ, ປັບເເກ້ເພີ່ມ ຕ້ອງໄດ້ ນໍາສະເໜີຂໍການກວດກາຄຸນນະພາບ ແລະ ຄວາມປອດໄພ ຈາກອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ຈຶ່ງສາມາດສືບຕໍ່ນໍາໃຊ້ໄດ້; 

6. ໃບຢັ້ງຢືນຄຸນນະພາບ ແລະ ເຄື່ອງໝາຍການນໍາໃຊ້ ທີ່ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມ ປອດໄພ ອຸປະກອນພິເສດ ອອກໃຫ້ ຕ້ອງຕິດ ຫຼື ສະແດງໄວ້ເທິງອຸປະກອນພິເສດບ່ອນທີ່ໂດດເດັ່ນ ແລະ ເບິ່ງເຫັນໄດ້ງ່າຍ; 

7. ອຸປະກອນພິເສດທີ່ບໍ່ໄດ້ຮັບການກວດສອບ ຫຼື ກວດສອບບໍ່ຜ່ານ ແມ່ນບໍ່ໃຫ້ສືບຕໍ່ນໍາໃຊ້; 

8. ກ່ອນໃບຢັ້ງຢືນຄຸນນະພາບອຸປະກອນພິເສດ ຈະສິ້ນສຸດກໍານົດ ໜຶ່ງເດືອນ ຜູ້ດໍາເນີນທຸລະກິດ ຫຼື ເຈົ້າຂອງອຸປະກອນພິເສດ ຕ້ອງໄດ້ນໍາສະເໜີ ເພື່ອຂໍຕໍ່ໃບຢັ້ງຢືນຄຸນນະພາບ ນໍາອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ; 

9. ສໍາລັບຜູ້ນຳໃຊ້ ຕ້ອງມີກົດລະບຽບຄວາມປອດໄພໃນການຈັດຕັ້ງປະຕິບັດ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພໃນການນໍາໃຊ້ ອຸປະກອນພິເສດ; 

10. ສໍາລັບຜູ້ນໍາໃຊ້ອຸປະກອນພິເສດ ຕ້ອງມີໜ່ວຍງານ ເກັບຮັກສາເອກະສານເຕັກນິກຄວາມປອດໄພ ຊຶ່ງ ມີເນື້ອໃນ ດັ່ງນີ້: 

  • ເອກະສານການອອກແບບ, ໃບຢັ້ງຢືນຮັບຮອງຄຸນະພາບຜະລິດຕະພັນ, ຄູ່ມືຕິດຕັ້ງ, ນໍາໃຊ້ ແລະ ສ້ອມແປງບໍາລຸງຮັກສາ, ໃບຢັ້ງຢືນຕິດຕາມການກວດກາ ແລະ ເອກະສານເຕັກນິກອື່ນທີ່ກ່ຽວຂ້ອງ; 
  • ບົດບັນທຶກການກວດກາປະຈໍາ ແລະ ການກວດກາເອງ ຂອງອຸປະກອນພິເສດ;
  • ບົດບັນທຶກສະພາບການໃຊ້ງານປະຈໍາວັນຂອງອຸປະກອນພິເສດ;
  • ບົດບັນທຶກການບໍາລຸງຮັກສາອຸປະກອນພິເສດ ແລະ ອຸປະກອນເຄື່ອງມືເສີມ; 
  • ບົດບັນທຶກອຸປະຕິເຫດການໃຊ້ງານ ແລະ ການຜິດປົກກະຕິຂອງອຸປະກອນພິເສດ.

11.ເມື່ອອຸປະກອນພິເສດເກີດມີການເປ່ເພ, ເສຍຫາຍ ຕ້ອງແຈ້ງໃຫ້ຜູ້ບໍລິການໃນການຕິດຕັ້ງ, ປັບເເກ້, ສ້ອມແປງ; 

12. ກໍລະນີເກີດອຸປະຕິເຫດຕ້ອງແຈ້ງ ອົງການຄຸ້ມຄອງຄວາມປອດໄພ ແລະ ຜູ້ບໍລິການຕິດຕັ້ງ, ປັບແກ້ ແລະ ສ້ອມແປງອຸປະກອນພິເສດໃຫ້ທັນເວລາ; 

13. ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກແກ່ເຈົ້າໜ້າທີ່ ຫຼື ພະນັກງານທີ່ກ່ຽວຂ້ອງ ໃນການ ລົງກວດກາຄຸນນະພາບ; 

14. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 19 ສິດຂອງຜູ້ດໍາເນີນ ການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ 

ຜູ້ດໍາເນີນ ການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ມີສິດ ດັ່ງນີ້: 

1. ດໍາເນີນການບໍລິການຕິດຕັ້ງ, ປັບແກ້ ແລະ ສ້ອມແປງອຸປະກອນພິເສດ ໃຫ້ຖືກຕ້ອງຕາມຫຼັກການ, ເຕັກນິກວິຊາສະເພາະ; 

2. ສະເໜີອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄຟ ອຸປະກອນພິເສດ ລົງກວດກາການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ; 

3. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 20 ພັນທະຂອງຜູ້ດໍາເນີນ ການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ 

ຜູ້ດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ມີພັນທະ ດັ່ງນີ້: 

1. ຂໍອະນຸຍາດໃນການດໍາເນີນ ການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ຈາກອົງການ ຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ທີ່ກ່ຽວຂ້ອງ; 

2. ກ່ອນການດໍາເນີນການຕິດຕັ້ງ, ປັບເເກ້ ແລະ ສ້ອມແປງ ອຸປະກອນພິເສດ ຕ້ອງນໍາສະເໜີຕໍ່ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄຟ ອຸປະກອນພິເສດ ເພື່ອລົງຕິດຕາມຂະບວນການດໍາເນີນງານ ແລະພາຍຫຼັງການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ກໍຕ້ອງໄດ້ສະເໜີອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພອຸປະກອນພິເສດ ເພື່ອອອກໃບຢັ້ງຢືນຄຸນນະພາບອຸປະກອນພິເສດ; 

3. ສ້າງໜ່ວຍງານຮັບຜິດຊອບກູ້ໄພໃນກໍລະນີສຸກເສີນ; 

4. ຮັບປະກັນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ໃຫ້ມີຄຸນະພາບ ແລະ ມີຄວາມ ປອດໄພ; 

5. ໃນເມື່ອໄດ້ຮັບແຈ້ງການ ຫຼື ເກີດມີອຸບັດຕິເຫດຈາກອຸປະກອນພິເສດ ໜ່ວຍງານຮັບຜິດຊອບກູ້ໄພຂອງ ຫົວໜ່ວຍກິດຈະການ ຕ້ອງປະຕິບັດໜ້າທີ່ໃຫ້ທັນເວລາ ພ້ອມນັ້ນກໍ່ຕ້ອງໄດ້ແຈ້ງໃຫ້ອົງການຄຸ້ມຄອງ ຄຸນະພາບ ແລະ ຄວາມປອດໄພອຸປະກອນພິເສດທັນທີ; 

6. ໃຫ້ຄວາມຮ່ວມມື ກັບເຈົ້າໜ້າທີ່ ໃນການກວດກາຄຸນນະພາບ ແລະ ແກ້ໄຂອຸບັດຕິເຫດ; 

7. ຮັບຜິດຊອບຕໍ່ການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ທີ່ສ້າງຜົນເສຍຫາຍໃຫ້ແກ່ຜູ້ອື່ນ, ສິ່ງແວດ ລ້ອມ ແລະ ສັງຄົມ. 

ມາດຕາ 21 ສິດຂອງຜູ້ຊົມໃຊ້ອຸປະກອນພິເສດ 

ຜູ້ຊົມໃຊ້ອຸປະກອນພິເສດ ມີ ສິດ ດັ່ງນີ້: 

1. ຮ້ອງຮຽນຕໍ່ພາກສ່ວນທີ່ກ່ຽວຂ້ອງເມື່ອເຫັນວ່າການນໍາໃຊ້ອຸປະກອນພິເສດທີ່ມີຄວາມສ່ຽງ, ການບໍລິການບໍ່ໄດ້ຮັບຄວາມເປັນທໍາ ຫຼື ມີການໂຄສະນາເກີນຄວາມເປັນຈິງ; 

2. ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບຄຸນນະພາບ ແລະ ການບໍລິການອຸປະກອນພິເສດ;

3. ເລືອກໃຊ້ຜະລິດຕະພັນ ແລະ ການບໍລິການ ອຸປະກອນພິເສດທີ່ໄດ້ຮັບການຢັ້ງຢືນຄຸນນະພາບ;

4. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 22 ພັນທະຜູ້ຊົມໃຊ້ອຸປະກອນພິເສດ 

ຜູ້ຊົມໃຊ້ອຸປະກອນພິເສດ ມີສິດ ດັ່ງນີ້:

1. ນໍາໃຊ້ອຸປະກອນພິເສດ ທີ່ໄດ້ຮັບການຢັ້ງຢືນຄຸນນະພາບຈາກພາກສ່ວນກ່ຽວຂ້ອງ;

2. ນໍາໃຊ້ອຸປະກອນພິເສດ ແລະ ການບໍລິການ ໂດຍປະຕິບັດຕາມຄໍາແນະນໍາ ຂອງຜູ້ໃຫ້ການບໍລິການ;

3. ປະຕິບັດພັນທະອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ໝວດທີ 5

ການຄຸ້ມຄອງວຽກງານຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ

ມາດຕາ 23 ອົງການຄຸ້ມຄອງວຽກງານຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ 

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຄຸ້ມຄອງວຽກງານຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ໂດຍມອບໃຫ້ກົມມາດຕະຖານ ແລະ ວັດແທກ ເປັນຜູ້ຮັບຜິດຊອບ ແລະ ເປັນເຈົ້າການປະສານສົມທົບກັບ ຂະເເຫນງການອື່ນທີ່ກ່ຽວຂ້ອງ ຕາມພາລະບົດບາດ. 

ມາດຕາ 24 ສິດ ຂອງອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ 

ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ມີສິດ ດັ່ງນີ້: 

1. ຄຸ້ມຄອງລະບົບການກວດກາຄຸນນະພາບ, ໃຫ້ສອດຄ່ອງຕາມມາດຕະຖານ, ລະບຽບການເຕັກນິກ ຂໍ້ກໍານົດຂອງພາກພື້ນ ແລະ ສາກົນ ທີ່ກໍານົດໄວ້; 

2. ຄຸ້ມຄອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີສ່ວນກ່ຽວຂ້ອງໃນການຜະລິດ, ນໍາເຂົ້າ, ນໍາໃຊ້, ຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ; 

3. ຕິດຕາມການຈັດຕັ້ງປະຕິບັດຂອງໜ່ວຍງານກວດກາ, ກວດສອບຄວາມປອດໄພ ອຸປະກອນພິເສດ; 

4. ໂຈະ, ຖອນ ໃບຢັ້ງຢືນຄຸນນະພາບ ແລະ ໃບອະນຸຍາດດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ທີ່ບໍ່ສອດຄ່ອງຕາມມາດຕະຖານ, ລະບຽບການເຕັກນິກ ຂໍ້ກໍານົດຂອງພາກພື້ນ ແລະ ສາກົນ ທີ່ກໍານົດໄວ້; 

5. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 25 ໜ້າທີ່ ຂອງອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ 

ອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ມີໜ້າທີ່ ດັ່ງນີ້: 

1. ປະສານສົມທົບພາກສ່ວນກ່ຽວຂ້ອງ ໃນວຽກງານກວດກາຄຸນນະພາບ ແລະ ຄວາມປອດໄພອຸປະກອນພິເສດ ໃຫ້ສອດຄ່ອງຕາມລະບຽບການ, ມາດຕະຖານເເຫ່ງຊາດ, ພາກພື້ນ ແລະ ສາກົນ; 

2. ເກັບຮັກສາ ແລະ ສະໜອງຂໍ້ມູນຕ່າງໆໃຫ້ພາກສ່ວນກ່ຽວຂ້ອງ ແລະ ຂັ້ນເທິງ ກ່ຽວກັບວຽກງານ ການກວດກາຄຸນນະພາບ ແລະ ຄວາມປອດໄພອຸປະກອນພິເສດ; 

3. ອອກໃບອະນຸຍາດໃນການດໍາເນີນການຕິດຕັ້ງ, ປັບແກ້, ສ້ອມແປງ ແລະ ໃບຢັ້ງຢືນຄຸນນະພາບ ຂອງອຸປະກອນພິເສດ; 

4. ໂຄສະນາ, ເຜີຍແຜ່ຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ທີ່ໄດ້ຜ່ານການກວດກາ ແລ້ວ ໃຫ້ແກ່ສັງຄົມຮັບຮູ້ ໂດຍຜ່ານສີ່ໂຄສະນາຕ່າງໆ; 

5. ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ໝວດທີ 6

ຂໍ້ຫ້າມ

ມາດຕາ 26 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ ຫຼື ພະນັກງານກວດກາຄຸນນະພາບ 

ຫ້າມເຈົ້າໜ້າທີ່ ຫຼື ພະນັກງານ ກວດກາຄຸນນະພາບ ມີພຶດຕິກໍາ ດັ່ງນີ້:

1. ປະຕິບັດໜ້າທີ່ໃນການລົງກວດກາ ໂດຍບໍ່ໄດ້ຮັບການແຕ່ງຕັ້ງ;

2. ປະຕິບັດໜ້າທີ່ ເກີນຂອບເຂດທີ່ລະບຽບການກໍານົດໄວ້ ແລະ ຂາດຄວາມຮັບຜິດຊອບຕໍ່ວຽກງານ;

3. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາ, ລໍາອຽງຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;

4. ຮັບສິນບົນ ແລະ ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ; 

5. ມີພຶດຕິກໍາທີ່ລະເມີດລະບຽບກົດໝາຍ, ຂໍ້ກໍານົດເຕັກນິກຄວາມປອດໄພ ຫຼື ມີຄວາມສ່ຽງອຸບັດຕິເຫດ ແຕ່ບໍ່ແກ້ໄຂ; 

6. ເວລາເກີດອຸບັດຕິເຫດຮ້າຍເເຮງ ບໍ່ລາຍງານທັນທີ ຫຼື ໄດ້ລາຍງານ ແລະ ໄດ້ຮັບການຊີ້ນໍາຈາກອົງການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດແລ້ວ ແຕ່ບໍ່ແກ້ໄຂທັນທີ; 

7. ກີດຂວາງການກູ້ໄພ ເເລະ ການສືບສວນ, ສອບສວນອຸປະຕິເຫດ;

8. ລາຍງານຊ້າ, ລາຍງານຂ້າມ, ລາຍງານບໍ່ເປັນຈິງ ຫຼື ລາຍງານປິດບັງອຸປະຕິເຫດ; 

9. ເປີດເຜີຍຄວາມລັບທາງທຸລະກິດທີ່ຮູ້ໃນລະຫວ່າງການກວດກາ, ກວດສອບ, ທົດສອບຄຸນນະພາບ ເວັ້ນເສຍແຕ່ໄດ້ມີການຕົກລົງກັນຂອງສອງຝ່າຍ ຫຼື ກົດໝາຍໄດ້ກໍານົດໄວ້; 

10. ເປີດເຜີຍຂໍ້ມູນທາງເຕັກນິກ ກ່ອນໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ;

11. ແກ່ຍາວເວລາ ແລະ ຖ່ວງດຶງເອກະສານການກວດກາຄຸນນະພາບ; 

12. ປະຕິບັດການກວດສອບຄຸນນະພາບ ທີ່ບໍ່ສອດຄ່ອງຕາມລະບຽບການ, ມາດຕະຖານເເຫ່ງຊາດ, ພາກພື້ນ ແລະ ສາກົນ; 

13. ປອມແປງຂໍ້ມູນ ແລະ ໃບລາຍງານຜົນການກວດສອບຄຸນນະພາບ; 

14. ມີພຶດຕິກໍາອື່ນ ທີ່ເປັນການລະເມີດຕໍ່ລະບຽບກົດໝາຍ. 

ມາດຕາ 27 ຂໍ້ຫ້າມສໍາລັບ ຜູ້ນໍາໃຊ້ ແລະ ຜູ້ໃຫ້ການບໍລິການ 

ຫ້າມ ຜູ້ນໍາໃຊ້ ແລະ ຜູ້ໃຫ້ບໍລິການ ອຸປະກອນພິເສດ ມີພຶດຕິກໍາ ດັ່ງນີ້: 

1. ນໍາໃຊ້ອຸປະກອນພິເສດທີ່ລັດຖະບານຂອງປະເທດຜູ້ຜະລິດ ໄດ້ຫ້າມຜະລິດ, ຍົກເລີກໃຫ້ນໍາໃຊ້ແລ້ວ ຫຼື ເຊື່ອມຄຸນນະພາບແລ້ວ; 

2. ນໍາໃຊ້ອຸປະກອນພິເສດ ທີ່ບໍ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນຄຸນນະພາບ ຈາກອົງການຄຸ້ມຄອງ ຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ; 

3. ດັດເເປງອຸປະກອນພິເສດ ພາຍຫຼັງມີການກວດສອບຢັ້ງຢືນຄຸນນະພາບແລ້ວ;

4. ນໍາໃຊ້ອຸປະກອນພິເສດ ທີ່ລັດຖະບານກໍານົດໃຫ້ໝົດອາຍຸການນໍາໃຊ້ ແລະ ເຊື່ອມຄຸນນະພາບແລ້ວ; 

5. ກີດຂວາງການປະຕິບັດງານຂອງເຈົ້າໜ້າທີ່ ທີ່ລົງກວດກາຄຸນນະພາບ ແລະ ບໍ່ໃຫ້ການຮ່ວມມືໃນການສືບສວນ, ສອບສວນອຸປະຕິເຫດ; 

6. ໃຫ້ສິນບົນ ແລະ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ ຫຼື ພະນັກງານກວດກາຄຸນນະພາບ, ປອມແປງເອກະສານ ແລະ ໃບຢັ້ງຢືນຕ່າງໆກ່ຽວກັບອຸປະກອນພິເສດ; 

7. ປອມແປງເອກະສານ, ລາຍເຊັນ, ຕາປະທັບ ແລະ ຂໍ້ມູນຂ່າວສານບໍ່ຖືກກັບຄວາມເປັນຈິງ;

8. ສ້າງມົນລະພິດຕໍ່ສະພາບແວດລ້ອມ ແລະ ສັງຄົມ; 

9. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 28 ຂໍ້ຫ້າມສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ 

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້: 

1. ສວຍໃຊ້ການເຄື່ອນໄຫວ ວຽກງານການກວດກາຄຸນນະພາບອຸປະກອນພິເສດ ເພື່ອສ້າງອຸປະສັກກີດຂວາງ ແລະ ແຊກເເຊງການເຮັດວຽກຂອງເຈົ້າໜ້າທີ່; 

2. ຊ່ວຍເຫຼືອ, ປົກປ້ອງຜູ້ລະເມີດຂໍ້ຕົກລົງສະບັບນີ້;

3. ປິດບັງ, ເຊື່ອງອໍາ ການກະທໍາທີ່ເປັນການລະເມີດລະບຽບກົດໝາຍ;

4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ. 

ໝວດທີ 7

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 29 ນະໂຍບາຍຕໍ່ຜູ້ມີຜົນງານ 

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດລະບຽບກົດໝາຍ ທີ່ກ່ຽວຂ້ອງກັບການຄຸ້ມຄອງຄຸນນະພາບ ອຸປະກອນພິເສດ ຫຼື ຂໍ້ຕົກລົງສະບັບນີ້ຈະໄດ້ຮັບການຍ້ອງຍໍ ຫຼື ໄດ້ຮັບການປະຕິບັດນະໂຍບາຍຕາມລະບຽບກົດໝາຍ. 

ມາດຕາ 30 ມາດຕະການຕໍ່ຜູ້ລະເມີດອື່ນໆ 

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໄໝ, ປະຕິບັດວິໄນ, ໃຊ້ແທນຄ່າເສຍທາງແພ່ງ ຫຼື ດໍາເນີນຄະດີຕາມກົດໝາຍ ແລ້ວແຕ່ລະກໍລະນີເບົາ ຫຼື ໜັກ ຕາມລະບຽບກົດໝາຍ. 

ໝວດທີ 8

ບົດບັນຍັດສຸດທ້າຍ

ມາດຕາ 31 ການຈັດຕັ້ງປະຕິບັດ 

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ ກົມມາດຕະຖານ ແລະ ວັດແທກ ສົມທົບກັບຂະແໜງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນ. 

ມາດຕາ 32 ຜົນສັກສິດ 

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ໄດ້ລົງຈົດໝາຍເຫັດທາງລັດຖະການ ສິບຫ້າ ວັນ. 

ຂໍ້ກໍານົດ ແລະ ຂໍ້ຕົກລົງໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄໍາ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 Decision on quality management and safety of special equipment, No.1571/DSM.MOST, dated 27 November 2020 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ເລກທີ 1571/ກວຕ, ລົງວັນທີ 27 ພະຈິກ 2020. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການກວດກາອຸປະກອນພິເສດນໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ອຸປະກອນພິເສດທີ່ນໍາເຂົ້າ ຕ້ອງໄດ້ຮັບການກວດກາ ໂດຍກົມມາດຕະຖານ ແລະ ວັດແທກ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ເລກທີ 1571/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
2 ຮຽກຮ້ອງໃຫ້ມີການຕິດສະຫຼາກ ອຸປະກອນພິເສດນໍາເຂົ້າ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ອຸປະກອນພິເສດທີ່ນໍາເຂົ້າ ຕ້ອງໄດ້ຕິດສະຫຼາກເປັນພາສາລາວ ຕາມທີ່ກົມມາດຕະຖານ ແລະ ວັດແທກ ກໍານົດ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ເລກທີ 1571/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
3 ຮຽກຮ້ອງໃຫ້ມີການຢັ້ງຢືນ ອຸປະກອນພິເສດນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ອຸປະກອນພິເສດທີ່ນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ໂດຍກົມມາດຕະຖານ ແລະ ວັດແທກ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ເລກທີ 1571/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
4 ຮຽກຮ້ອງໃຫ້ມີການຢັ້ງຢືນ ອຸປະກອນພິເສດ ຈາກປະເທດຜູ້ສົ່ງອອກ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ອຸປະກອນພິເສດທີ່ນໍາເຂົ້າ ຕ້ອງໄດ້ມີໃບຢັ້ງຢືນຈາກປະເທດຜູ້ສົ່ງອອກ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ເລກທີ 1571/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.