ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ     ເລກທີ: 1573/ກວຕ
ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2020

ຂໍ້ຕົກລົງ

ວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ

  • ອີງຕາມ ກົດໝາຍ ວ່າດ້ວຍມາດຕະຖານ (ສະບັບປັບປຸງ) ສະບັບເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014;
  • ອີງຕາມ ກົດໝາຍ ວ່າດ້ວຍໄຟຟ້າ (ສະບັບປັບປຸງ) ສະບັບເລກທີ 03/ສພຊ, ລົງວັນທີ 20 ທັນວາ 2011;
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງວິທະຍາສາດ ແລະ  ເຕັກໂນໂລຊີ ສະບັບເລກທີ 314/ນຍ, ລົງວັນທີ 29 ກັນຍາ 2017;
  • ອີງຕາມ ຂໍ້ສັນຍາການຮັບຮູ້ຊຶ່ງກັນ ແລະ ກັນ (MRA) ຂົງເຂດການຢັ້ງຢືນ ແລະ ການທົດສອບຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຂອງລັດຖະມົນຕີເສດຖະກິດອາຊຽນ, ລົງວັນທີ 05 ເມສາ 2002;
  • ອີງຕາມ ໜັງສືສະເໜີຂອງກົມມາດຕະຖານ ແລະ ວັດແທກ ສະບັບເລກທີ 2063/ກວຕ.ກມວ, ລົງວັນທີ 24 ກັນຍາ 2020.

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ 

ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ ຄວາມປອດໄພຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຢູ່ ສປປ ລາວ ເພື່ອໃຫ້ຖືກຕ້ອງຕາມກົດໝາຍ, ມາດຕະຖານແຫ່ງຊາດ, ຫຼັກການ ແລະ ລະບຽບການເຕັກນິກ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ ແນໃສ່ຕອບສະໜອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ມີຄຸນນະພາບ ຮັບປະກັນຄວາມປອດໄພຕໍ່ຜູ້ຊົມໃຊ້, ປົກປັກຮັກສາ ຊີວິດ, ຊັບສິນ ແລະ ຊັບສົມບັດລວມຂອງຊາດ. 

ມາດຕາ 2 ການຄຸ້ມຄອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ 

ການຄຸ້ມຄອງອຸປະກອນເຄື່ອງໃຊ້ໄຟ ແລະ ເອເລັກໂຕຣນິກ ແມ່ນການຕິດຕາມ, ກວດກາເອກະສານທາງດ້ານເຕັກນິກ, ວິຊາການ, ໃນການກວດສອບ ແລະ ທົດສອບ ເພື່ອໃຫ້ອຸປະກອນເຄື່ອງໃຊ້ໄຟຟ້າ ເເລະ ເອເລັກໂຕຣນິກ ມີປະສິດທິພາບ, ຄຸນນະພາບ, ປອດໄພໃນການນໍາໃຊ້ ແລະ ສອດຄ່ອງກັບມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ໂດຍໄດ້ກໍານົດເອົາສະເພາະ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ນໍາໃຊ້ໄຟຟ້າກະເເສສະຫຼັບ ແຮງດັນແຕ່ 50 ໂວນ (V) ຫາ 1000 ໂວນ (V) ຫຼື ນໍາໃຊ້ ໄຟຟ້າກະແສກົງ ແຮງດັນ ແຕ່ 75 ໂວນ (V) ຫາ 1500 ໂວນ (V). 

ມາດຕາ 3 ການອະທິບາຍຄໍາສັບ 

ຄໍາສັບຕ່າງໆ ທີ່ນໍາໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ໝາຍເຖິງ ຜະລິດຕະພັນສໍາເລັດຮູບ ທີ່ນໍາໃຊ້ກະແສໄຟຟ້າສະຫຼັບ ແລະ ກະແສໄຟຟ້າກົງເປັນພະລັງງານ; 

2. ຜູ້ດໍາເນີນທຸລະກິດກ່ຽວກັບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຂຶ້ນທະບຽນວິສາຫະກິດ, ໄດ້ຮັບອະນຸຍາດດໍາເນີນທຸລະກິດຈາກຂະແໜງການທີ່ກ່ຽວຂ້ອງ ແລະ ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ; 

3. ຜູ້ຊົມໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາໃຊ້ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຈາກຜູ້ດໍາເນີນທຸລະກິດ; 

4. ເຈົ້າໜ້າທີ່ ໝາຍເຖິງ ຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກອົງການຄຸ້ມຄອງ ຫຼື ຂະແໜງການຂອງລັດທີ່ກ່ຽວຂ້ອງ ໃນການຄຸ້ມຄອງ, ກວດກາຄຸນນະພາບ ຫຼື ກວດກາຄວາມປອດໄພຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

5. MRA (Mutual Recognition Arrangement) ໝາຍເຖິງ ການເຊັນສັນຍາຮັບຮູ້ເຊິ່ງກັນ ແລະ ກັນ. 

ມາດຕາ 4 ຫຼັກການພື້ນຖານໃນການຄຸ້ມຄອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ 

ການຄຸ້ມຄອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້: 

1. ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ໃນການກວດກາຄຸນນະພາບຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

2. ຮັບປະກັນຄວາມປອດໄພຕໍ່ຊີວິດ, ຊັບສິນ, ສະພາບແວດລ້ອມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ; 

3. ຮັບປະກັນການເປີດກວ້າງ, ຄວາມຍຸຕິທໍາ, ສະເໝີພາບ ແລະ ໂປ່ງໃສ, ສາມາດກວດສອບໄດ້, ຫຼືກ ເວັ້ນການຈໍາແນກ, ສ້າງອຸປະສັກກີດຂວາງຕໍ່ທຸລະກິດ; 

4. ຮັບປະກັນໃຫ້ຜູ້ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ໃຫ້ເປັນໄປຕາມຫຼັກການ ແລະ ຂັ້ນຕອນ ການກວດກາຄຸນນະພາບຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ. 

ມາດຕາ 5 ຂອບເຂດການນໍາໃຊ້ 

ຂໍ້ຕົກລົງສະບັບນີ້ ນໍາໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາໃຊ້ ແລະ ດໍາເນີນການຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຢູ່ ສປປ ລາວ ຍົກເວັ້ນອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທາງການແພດ ແລະ ໂທລະຄົມມະນາຄົມ. 

ໝວດທີ 2
ບັນຊີລາຍຊື່
, ກາໝາຍຄຸນນະພາບ, ສະຫຼາກ, ເຄື່ອງໝາຍ ແລະ ການກວດກາ

ມາດຕາ 6 ບັນຊີລາຍຊື່ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ 

ຈໍານວນລາຍການອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ນໍາໃຊ້ໃນຄົວເຮືອນ ທີ່ມີການຄຸ້ມຄອງ ແມ່ນອີງຕາມຈໍານວນລາຍການທີ່ສັງຄົມ ແລະ ທຸລະກິດເຄີຍນໍາໃຊ້ເປັນປະຈໍາ ແລະ ສອດຄ່ອງກັບລະບຽບການຄຸ້ມຄອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກຂອງອາຊຽນ, ໂດຍຈະມີການປ່ຽນແປງໄປຕາມການພັດທະນາ ຂອງເສດຖະກິດ ແລະ ສັງຄົມ ໃນແຕ່ລະໄລຍະ. 

ບັນຊີລາຍຊື່ອຸປະກອນໄຟຟ້າທີ່ມີຄວາມສ່ຽງແມ່ນກໍານົດໃນເອກະສານຊ້ອນທ້າຍ. 

ມາດຕາ 7 ກາໝາຍຄຸນນະພາບ 

ກາໝາຍຄຸນນະພາບ ແມ່ນກາໝາຍທີ່ຢັ້ງຢືນວ່າອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ໄດ້ຜ່ານ ການກວດສອບ ເເລະ ຢັ້ງຢືນຄຸນນະພາບ ຈາກອົງການຄຸ້ມຄອງຄວາມປອດໄພອຸປະກອນ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ, ກາໝາຍຄຸນນະພາບ ເປັນຮູບວົງມົນທີ່ມີລັກສະນະ ດັ່ງນີ້: 

- ຂອບສີຟ້າມີຊື່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ດ້ານເທິງ ແລະ ກົມມາດຕະຖານ ແລະ ວັດແທກ ຢູ່ດ້ານລຸ່ມ; 

- ດ້ານໃນຂອງກາໝາຍມີຕົວອັນສອນສາກົນ ໂຕຄິວ (ສີແດງ, ສີເຫຼືອງ ແລະ ສີຂຽວ) ດ້ານລຸ່ມ ຂອງໂຕຄິວຂຽນຄໍາວ່າ Quality Certification ແລະ ການລະບຸຈໍານວນຕົວເລກລໍາດັບ. 

ກາໝາຍຄຸນນະພາບມີ 3 ປະເພດ ຄື: 

1. ກາໝາຍຄຸນນະພາບທີ່ມີຄວາມສ່ຽງສູງ ແມ່ນ ກາໝາຍຄຸນນະພາບ ທີ່ມີລັກສະນະເປັນຮູບໂຕ Q. ເປັນສີແດງ;

2. ກາໝາຍຄຸນນະພາບທີ່ມີຄວາມສ່ຽງປານກາງ ແມ່ນ ກາໝາຍຄຸນນະພາບ ທີ່ມີລັກສະນະເປັນຮູບ ໂຕ Q ເປັນສີເຫຼືອງ; 

3. ກາໝາຍຄຸນນະພາບທີ່ມີຄວາມສ່ຽງຕໍ່າ ແມ່ນ ກາໝາຍຄຸນນະພາບ ທີ່ມີລັກສະນະເປັນຮູບໂຕ Q ເປັນສີຂຽວ. 

ມາດຕາ 8 ສະຫຼາກ ແລະ ເຄື່ອງໝາຍ 

ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ແຕ່ລະອັນ ຫຼື ແຕ່ລະກີບ, ຫໍ່ ທີ່ບັນຈຸຕ້ອງຕິດສະຫຼາກ ແລະ ເຄື່ອງໝາຍໃສ່ດ້ານນອກ ບ່ອນທີ່ເຫັນໄດ້ງ່າຍ ແລະ ຈະແຈ້ງດີ ຊຶ່ງເນື້ອໃນຂອງສະຫຼາກ ແລະ ເຄື່ອງໝາຍ ຕ້ອງເປັນພາສາລາວ, ສໍາລັບສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ ເນື້ອໃນທີ່ເປັນພາສາລາວຕ້ອງສອດຄ່ອງກັບພາສາຕ່າງປະເທດ. 

ມາດຕາ 9 ການກວດກາຄຸນນະພາບ 

ການກວດກາຄຸນນະພາບຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ມີ 03 ຮູບແບບ ດັ່ງນີ້: 

1. ກວດກາຄຸນນະພາບ ກອນການນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

2. ກວດກາຄຸນນະພາບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ຈໍາໜ່າຍຕາມທ້ອງຕະຫຼາດ ຕາມແຜນປົກກະຕິແມ່ນ ຫົກເດືອນ ຕໍ່ຄັ້ງ; 

3. ກວດກາຄຸນນະພາບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ແບບກະທັນຫັນ (ຕາມການຮ້ອງຮຽນ ແລະ ຮ້ອງຟ້ອງ) ແມ່ນຈະໄດ້ທໍາການກວດກາ ຊຶ່ງບໍ່ໄດ້ ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. 

ໝວດທີ 3
ການຢັ້ງຢືນຄຸນນະພາບ
, ຄ່າທໍານຽມ ແລະ ຄ່າບໍລິການ

ມາດຕາ 10 ການຂໍຢັ້ງຢືນຄຸນນະພາບ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງເພື່ອຂໍການຢັ້ງຢືນຄຸນນະພາບອຸປະກອນເຄື່ອງໃຊ້ ໄຟຟ້າ ແລະ ເອເລັກໂຕຣນິກ ແມ່ນໃຫ້ຍື່ນໜັງສືສະເໜີ ແລະ ປະກອບເອກະສານ ສະເໜີຕໍ່ອົງການຄຸ້ມຄອງ ຄວາມປອດໄພອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຊຶ່ງປະກອບມີເອກະສານ ດັ່ງນີ້: 

1. ໃບສະເໜີ ຈາກຜູ້ດໍາເນີນທຸລະກິດ;

2. ສໍາເນົາເອກະສານ ການປະກອບການທຸລະກິດ;

3. ສໍາເນົາເອກະສານ ການຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ;

4. ໃບລາຍງານຜົນການທົດສອບຈາກຫ້ອງທົດລອງ; 

5. ໃບຢັ້ງຢືນຄຸນນະພາບຈາກຕົ້ນທາງ ສໍາລັບອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກທໍ່ນໍ້າ ເຂົ້າ (ບໍ່ໃຫ້ເກີນ ຫົກເດືອນ ນັບແຕ່ມື້ອອກໃບຢັ້ງຢືນ). 

ມາດຕາ 11 ຂັ້ນຕອນການກວດກາຄຸນນະພາບ 

ການກວດກາ, ກວດສອບ ແລະ ຢັ້ງຢືນຄວາມປອດໄພ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກ ໂຕຣນິກ ທີ່ໄດ້ກໍານົດໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ຈະໄດ້ປະຕິບັດຕາມຂັ້ນຕອນ ດັ່ງນີ້: 

1. ເກັບຕົວຢ່າງຜະລິດຕະພັນມາທົດສອບ ເພື່ອໃຫ້ສອດຄ່ອງກັບມາດຕະຖານແຫ່ງຊາດ;

2. ໃນກໍລະນີທີ່ບໍ່ມີມາດຕະຖານແຫ່ງຊາດ ສາມາດນໍາໃຊ້ມາດຕະຖານພາກພື້ນ ແລະ ສາກົນ; 

3. ໃນກໍລະນີທີ່ມີໃບຢັ້ງຢືນ ຫຼື ໃບຜົນການທົດລອງ ສົ່ງອອກໃຫ້ໂດຍໜ່ວຍງານຫ້ອງທົດລອງ ທີ່ໄດ້ຮັບການຮັບຮອງຈາກກົມມາດຕະຖານ ແລະ ວັດແທກ, ໃບຢັ້ງຢືນຜົນທົດລອງແມ່ນຈະຖືກຍອມຮັບໂດຍຜ່ານ ການກວດຄືນ ເພື່ອໃຫ້ສອດຄ່ອງຕາມມາດຕະຖານແຫ່ງຊາດພາກພື້ນ ແລະ ສາກົນ; 

4. ໃນກໍລະນີອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ໄດ້ຮັບການຢັ້ງຢືນຈາກຫ້ອງທົດລອງ ທີ່ ສປປ ລາວ ເຊັນສັນຍາຮັບຮູ້ເຊິ່ງກັນ ແລະ ກັນ (MRA) ຈາກອົງການຄຸ້ມຄອງຄວາມປອດໄພຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຈະກວດສອບຄວາມສອດຄ່ອງທາງດ້ານເອກະສານ, ຕິດກາໝາຍ ຄຸນນະພາບ ແລະ ບໍ່ໄດ້ເກັບຕົວຢ່າງມາກວດສອບຄຸນນະພາບຄືນ; 

5. ໃນກໍລະນີໃບຢັ້ງຢືນທີ່ອອກໃຫ້ ໂດຍໜ່ວຍງານຢັ້ງຢືນ ຫຼື ໜ່ວຍງານກວດສອບຈາກຕ່າງປະເທດ ທີ່ ສປປ ລາວ ບໍ່ໄດ້ເຊັນສັນຍາຮັບຮູ້ເຊິ່ງກັນ ແລະ ກັນ (MRA) ຈໍາເປັນຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນຄຸນນະພາບ ຈາກອົງການຄຸ້ມຄອງຄວາມປອດໄພຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕນິກ. 

ມາດຕາ 12 ການອອກໃບຢັ້ງຢືນຄຸນນະພາບ 

ພາຍຫຼັງເອກະສານຖືກຕ້ອງ, ຄົບຖ້ວນ, ໄດ້ຜ່ານການກວດສອບ, ທົດສອບ ແລະ ກວດກາຄຸນນະພາບ ທີ່ສອດຄ່ອງຕາມມາດຕະຖານເເຫ່ງຊາດ, ພາກພື້ນ ແລະ ສາກົນແລ້ວ ຕ້ອງອອກໃບຢັ້ງຢືນຄຸນນະພາບອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຢ່າງຊ້າບໍ່ໃຫ້ເກີນ ສາມວັນ ລັດຖະການ ຫຼັງຈາກທີ່ໄດ້ຮັບຜົນການ ກວດສອບ ພ້ອມທັງຕິດກາໝາຍຄຸນນະພາບ. 

ໃບຢັ້ງຢືນຄຸນນະພາບອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕນິກ ແມ່ນເອກະສານສໍາຄັນທາງດ້ານກົດໝາຍ ແລະ ໄດ້ກໍານົດໃຊ້ໄດ້ຄັ້ງດຽວຕໍ່ໜຶ່ງຜະລິດຕະພັນ. 

ມາດຕາ 13 ຄ່າທໍານຽມ ແລະ ຄ່າບໍລິການ 

ການຢັ້ງຢືນຄຸນນະພາບອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຕ້ອງໄດ້ຈ່າຍຄ່າທໍານຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນ ເເຕ່ລະໄລຍະ. 

ໝວດທີ 4
ສິດ
ແລະ ພັນທະ

ມາດຕາ 14 ສິດຂອງຜູ້ດໍາເນີນທຸລະກິດ 

ຜູ້ດໍາເນີນທຸລະກິດອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ມີສິດດັ່ງນີ້: 

1. ບໍລິການ, ໂຄສະນາເຜີຍແຜ່ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ພາຍຫຼັງໄດ້ຮັບການ ຢັ້ງຍືນ ແລະ ຕິດກາໝາຍຄຸນນະພາບ; 

2. ນໍາໃຊ້ບໍລິການຫ້ອງທົດລອງ ທີ່ໄດ້ຮັບການຢັ້ງຢືນ ຈາກກົມມາດຕະຖານ ແລະ ວັດແທກ; 

3. ຮ້ອງຂໍຄວາມເປັນທໍາ ຕໍ່ອົງການຄຸ້ມຄອງທີ່ກ່ຽວຂ້ອງ ຫາກເຫັນວ່າການກວດກາ, ກວດສອບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ນັ້ນບໍ່ໄດ້ຮັບຄວາມເປັນທໍາ; 

4. ສະເໜີໃຫ້ອົງການຄຸ້ມຄອງທີ່ກ່ຽວຂ້ອງ ລົງກວດກາຄືນ ຖ້າເຫັນວ່າຄຸນນະພາບອຸປະກອນເຄື່ອງໃຊ້ ໄຟຟ້າ ແລະ ເອເລັກໂຕຣນິກຜິດປົກກະຕິ ບໍ່ມີຄວາມປອດໄພ; 

5. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 15 ພັນທະຜູ້ດໍາເນີນທຸລະກິດ 

ຜູ້ດໍາເນີນທຸລະກິດອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ມີພັນທະ ດັ່ງນີ້: 

1. ກ່ອນການນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຢູ່ ສປປ ລາວ ຕ້ອງໄດ້ຮັບການກວດສອບ, ທົດສອບ, ຢັ້ງຢືນ ແລະ ຕິດກາໝາຍຄຸນນະພາບ ຈາກ ອົງການຄຸ້ມຄອງຄວາມປອດໄພເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

2. ປັບປຸງຄຸນນະພາບການຜະລິດ, ການບໍລິການຂອງຕົນ ຕາມການແນະນໍາຂອງອົງການຄຸ້ມຄອງ ຄວາມປອດໄພເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

3. ຮັບຜິດຊອບທຸກຜົນເສຍຫາຍທີ່ເກີດຂຶ້ນຍ້ອນ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຕາມທີ່ໄດ້ກໍານົດໄວ້ໃນບັນຊີຄຸ້ມຄອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ບໍ່ໄດ້ມາດຕະຖານ, ບໍ່ໄດ້ຮັບການຢັ້ງຢືນ ແລະ ຕິດກາໝາຍຄຸນນະພາບ ຈາກອົງການຄຸ້ມຄອງຄວາມປອດໄພເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້; 

4. ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກແກ່ພະນັກງານທີ່ກ່ຽວຂ້ອງ ໃນການລົງກວດກາຄຸນນະພາບອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກໃນແຕ່ລະຄັ້ງ; 

5. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 16 ສິດຂອງຜູ້ຊົມໃຊ້ 

ຜູ້ຊົມໃຊ້ ມີສິດ ດັ່ງນີ້: 

1. ເລືອກໃຊ້ຜະລິດຕະພັນ ແລະ ການບໍລິການ ກ່ຽວກັບອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຕາມຄວາມຕ້ອງການ; 

2. ຮ້ອງຮຽນຕໍ່ພາກສ່ວນທີ່ກ່ຽວຂ້ອງເມື່ອເຫັນວ່າ ການນໍາໃຊ້ຜະລິດຕະພັນ ແລະ ການບໍລິການທີ່ບໍ່ໄດ້ຮັບຄວາມເປັນທໍາ ຫຼື ມີການໂຄສະນາເກີນຄວາມເປັນຈິງ; 

3. ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ເມື່ອເຫັນວ່າຜູ້ດໍາເນີນທຸລະກິດ ອຸປະກອນເຄື່ອງໄຟຟ້າ ແລະ ເອເລັກໂຕຣນິກ ສ້າງຜົນກະທົບຕໍ່ສະພາບແວດລ້ອມ ແລະ ສັງຄົມ; 

4. ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບ ຄຸນນະພາບ ແລະ ການບໍລິການອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

5. ແຈ້ງພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການລະເມີດມາດຕະຖານ ແລະ ລະບຽບການເຕັກນິກ ຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

6. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 17 ພັນທະຂອງຜູ້ຊົມໃຊ້ 

ຜູ້ຊົມໃຊ້ມີ ພັນທະ ດັ່ງນີ້: 

1. ນໍາໃຊ້ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ໄດ້ຮັບການຢັ້ງຢືນຄຸນນະພາບຈາກພາກສວນທີ່ກ່ຽວຂ້ອງ; 

2. ນໍາໃຊ້ຜະລິດຕະພັນ ແລະ ການບໍລິການໂດຍປະຕິບັດຕາມຄໍາແນະນໍາ ຂອງຜູ້ໃຫ້ການບໍລິການ;

3. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ໝວດທີ 5
ການຄຸ້ມຄອງຄວາມປອດໄພອຸປະກອນເຄື່ອງໃຊ້ໄຟຟ້າ
ແລະ ເອເລັກໂຕຣນິກ

ມາດຕາ 18 ອົງການຄຸ້ມຄອງຄວາມປອດໄພອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຄຸ້ມຄອງວຽກງານຄວາມປອດໄພອຸປະກອນເຄື່ອງໃຊ້ ໄຟຟ້າ ແລະ ເອເລັກໂຕຣນິກ ໂດຍມອບໃຫ້ກົມມາດຕະຖານ ແລະ ວັດແທກ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນຫຼວງ ຕາມການມອບໝາຍ ຫຼື ຕາມການແບ່ງຂັ້ນຄຸ້ມຄອງ. 

ມາດຕາ 19 ສິດຂອງອົງການຄຸ້ມຄອງຄວາມປອດໄພອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ

ອົງການຄຸ້ມຄອງຄວາມປອດໄພອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ມີສິດ ດັ່ງນີ້: 

1. ກວດສອບ, ທົດສອບຄຸນນະພາບສິນຄ້າ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ກໍານົດໄວ້ໃນ ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້; 

2. ຄຸ້ມຄອງລະບົບການກວດກາຄຸນນະພາບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ໃຫ້ ສອດຄ່ອງຕາມມາດຕະຖານ ເເຫ່ງຊາດ, ພາກພື້ນ ແລະ ສາກົນ ທີ່ກໍານົດໄວ້; 

3. ເກັບຕົວຢ່າງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ນໍາສົ່ງຫ້ອງທົດລອງ ເພື່ອກວດສອບ, ທົດສອບຄຸນນະພາບ; 

4. ເຮັດບົດບັນທຶກ, ເພື່ອຕັກເຕືອນ, ປັບໃໝ ແລະ ຍຶດ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກທີ່ເຫັນວ່າການກວດກາຄຸນນະພາບ ບໍ່ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ; 

5. ສັ່ງໂຈະ, ຖອນ ແລະ ຍົກເລີກໃບຢັ້ງຢືນຄຸນນະພາບ ໃນການນໍາເຂົ້າ, ຜະລິດ ແລະ ຈໍາໜ່າຍ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ເຫັນວ່າບໍ່ສອດຄ່ອງຕາມມາດຕະຖານພາກພື້ນ ແລະ ສາກົນ; 

6. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 20 ໜ້າທີ່ ຂອງອົງການຄຸ້ມຄອງຄວາມປອດໄພອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ

ອົງການຄຸ້ມຄອງຄວາມປອດໄພອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ມີໜ້າທີ່ ດັ່ງນີ້: 

1. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກວດກາຄຸນນະພາບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກໃຫ້ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ; 

2. ກໍານົດເວລາໃນການຈັດຕັ້ງປະຕິບັດ ການກວດກາຄຸນນະພາບ ອຸປະກອນເຄື່ອງໃຊ້ໄຟຟ້າ ເເລະ ເອເລັກໂຕຣນິກ ຢ່າງຈະແຈ້ງໃຫ້ແກ່ຜູ້ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ (ນອກຈາກການກວດກາເເບບກະທັນຫັນ); 

3. ແນະນໍາຜູ້ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣ ນິກ ກ່ຽວກັບຂັ້ນຕອນການແຈ້ງເອກະສານຂໍອະນຸຍາດ ໃນການກວດກາຄຸນນະພາບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

4. ເກັບຮັກສາ ແລະ ສະໜອງຂໍ້ມູນຕ່າງໆໃຫ້ພາກສ່ວນກ່ຽວຂ້ອງ ກ່ຽວກັບວຽກງານການກວດກາຄຸນນະພາບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

5. ລາຍງານກ່ຽວກັບສະພາບການເຄື່ອນໄຫວ ການກວດກາຄຸນນະພາບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຕໍ່ພາກສ່ວນທີ່ກ່ຽວຂ້ອງ ແລະ ຂັ້ນເທິງ; 

6. ອອກໃບຢັ້ງຢືນ ແລະ ຕິດກາໝາຍຄຸນນະພາບ ຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ໄດ້ຜ່ານການກວດກາຖືກຕ້ອງ; 

7. ໂຄສະນາ, ເຜີຍແຜ່ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນຄຸນນະພາບແລ້ວ ໃຫ້ແກ່ສັງຄົມຮັບຮູ້ ຜ່ານສີ່ໂຄສະນາຕ່າງໆ; 

8. ສະໜອງຂໍ້ມູນ, ເຂົ້າຮ່ວມກອງປະຊຸມ ແລະ ການເຄື່ອນໄຫວຕ່າງໆກັບ ພາກພື້ນ ແລະ ສາກົນ;

9. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ໝວດທີ 6
ຂໍ້ຫ້າມ

ມາດຕາ 21 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ 

ຫ້າມຜູ້ດໍາເນີນທຸລະກິດ ມີພຶດຕິກໍາ ດັ່ງນີ້: 

1. ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຢູ່ ສປປ ລາວ ກ່ຽວກັບອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ຢູ່ໃນລາຍການບັນຊີອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ມີການຄຸ້ມຄອງ (ຕາມເອກະສານຊ້ອນທ້າຍ) ບໍ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນຄຸນນະພາບຈາກ ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ຕາມການມອບໝາຍ ຫຼື ຕາມການແບ່ງຂັ້ນຄຸ້ມຄອງ; 

2. ໂຄສະນາ, ເຜີຍແຜ່ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ບໍ່ຖືກຕ້ອງຕາມຄວາມເປັນຈິງ; 

3. ຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ ທີ່ລົງກວດກາ, ໃຫ້ສິນບົນ ແລະ ສົມຮູ້ຮ່ວມຄິດກັບ ເຈົ້າໜ້າທີ່ກວດກາຄຸນນະພາບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

4. ປອມແປງເອກະສານ ແລະ ໃບຢັ້ງຢືນຕ່າງໆທີ່ກ່ຽວຂ້ອງຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອ ເຣັກໂຕຣນິກ. 

ມາດຕາ 22 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ກວດກາຄຸນນະພາບ 

ຫ້າມເຈົ້າໜ້າທີ່ກວດກາຄຸນນະພາບ ມີພຶດຕິກໍາ ດັ່ງນີ້: 

1. ຜູ້ທີ່ບໍ່ໄດ້ຮັບການແຕ່ງຕັ້ງລົງປະຕິບັດໜ້າທີ່ກວດກາຄຸນນະພາບ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ; 

2. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາ, ລໍາອຽງຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;

3. ຮັບສິນບົນ ແລະ ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ;

4. ປອມແປງ, ແກ່ຍາວເວລາ ແລະ ຖ່ວງດຶງເອກະສານການຢັ້ງຢືນຄຸນນະພາບ;

5. ເປີດເຜີຍຂໍ້ມູນທາງດ້ານເຕັກນິກ ກ່ອນໄດ້ຮັບການອະນຸມັດຈາກພາກສ່ວນທີ່ກ່ຽວຂ້ອງ;

6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດຕໍ່ລະບຽບກົດໝາຍ. 

ມາດຕາ 23 ຂໍ້ຫ້າມສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ 

ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ມີພຶດຕິກໍາ ດັ່ງນີ້: 

1. ສວຍໃຊ້ການເຄື່ອນໄຫວວຽກງານ ການກວດກາຄຸນນະພາບອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ເພື່ອສ້າງອຸປະສັກກີດຂວາງ ເເລະ ແຊກແຊງການເຮັດວຽກຂອງເຈົ້າໜ້າທີ່ ທີ່ຮັບຜິດຊອບການກວດກາ, ກວດສອບຄຸນນະພາບຜະລິດຕະພັນເຄື່ອງໃຊ້ ແລະ ອຸປະກອນໄຟຟ້າ-ເອເລັກໂຕຣນິກ; 

2. ໂຄສະນາ, ສົ່ງເສີມອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ບໍ່ໄດ້ຄຸນນະພາບ;

3. ສ້າງມົນລະພິດຕໍ່ສະພາບແວດລ້ອມ ແລະ ສັງຄົມ;

4. ຊ່ວຍເຫຼືອ, ປົກປ້ອງຜູ້ລະເມີດຂໍ້ຕົກລົງສະບັບນີ້;

5. ປິດບັງ, ເຊື່ອງອໍາການກະທໍາທີ່ເປັນການລະເມີດລະບຽບກົດໝາຍ;

6. ມີພຶດຕິກໍາອື່ນ ທີ່ຜິດກັບລະບຽບກົດໝາຍ. 

ໝວດທີ 7
ນະໂຍບາຍຕໍ່ຜູ້ມີຜົນງານ
ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 24 ນະໂຍບາຍຕໍ່ຜູ້ມີຜົນງານ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດລະບຽບກົດໝາຍທີ່ກ່ຽວຂ້ອງ ກັບການຄຸ້ມຄອງຄວາມປອດໄພຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຫຼື ຂໍ້ຕົກລົງສະບັບນີ້ຈະໄດ້ຮັບການຍ້ອງຍໍ ຫຼື ໄດ້ຮັບການປະຕິບັດນະໂຍບາຍອື່ນຕາມລະບຽບກົດໝາຍ. 

ມາດຕາ 25 ມາດຕະການຕໍ່ຜູ້ລະເມີດອື່ນໆ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໃໝ, ປະຕິບັດວິໄນ, ໃຊ້ແທນທາງແພ່ງ ຫຼື ດໍາເນີນຄະດີຕາມກົດໝາຍ ແລ້ວແຕ່ກໍລະນີເບົາ ຫຼື ໜັກ ຕາມ ລະບຽບກົດໝາຍ. 

ໝວດທີ 8
ບົດບັນຍັດສຸດທ້າຍ

ມາດຕາ 26 ການຈັດຕັ້ງປະຕິບັດ 

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ສົມທົບກັບຂະແໜງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ຕາມພາລະບົດບາດຂອງຕົນ. 

ມາດຕາ 27 ຜົນສັກສິດ 

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ. ຂໍ້ຕົກລົງສະບັບນີ້ປ່ຽນແທນຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຄວາມປອດໄພຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຢູ່ ສປປ ລາວ ສະບັບເລກທີ 0058/ກວຕ, ລົງວັນທີ 12 ມັງກອນ 2018. 

ຂໍ້ກໍານົດ ແລະ ຂໍ້ຕົກລົງໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນເເຕ່ຖືກຍົກເລີກ.

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄໍາ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ, ເລກທີ 1573/ກວຕ, ລົງວັນທີ 27 ພະຈິກ 2020. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການກວດກາອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ກ່ອນນໍາເຂົ້າອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຕ້ອງໄດ້ຮັບການກວດກາ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ, ເລກທີ 1573/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
2 ຮຽກຮ້ອງໃຫ້ມີການຢັ້ງຢືນອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນຄຸນນະພາບ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ, ເລກທີ 1573/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
3 ຮຽກຮ້ອງໃຫ້ມີໃບຢັ້ງຢືນຄຸນນະພາບຈາກປະເທດສົ່ງອອກ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກນໍາເຂົ້າ ຕ້ອງໄດ້ມີໃບຢັ້ງຢືນຄຸນນະພາບຈາກປະເທດຕົ້ນທາງ ເພື່ອຍື່ນຕໍ່ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ, ເລກທີ 1573/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
4 ຮຽກຮ້ອງໃຫ້ຕິດສະຫຼາກສິນຄ້າເປັນພາສາລາວ - ອຸປະກອນໄຟຟ້າ ແລະ ເຄື່ອງໃຊ້ອີເລັກໂຕຣນິກ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ອຸປະກອນໄຟຟ້າ ແລະ ເຄື່ອງໃຊ້ອີເລັກໂຕຣນິກ ຕ້ອງໄດ້ຕິດສະຫຼາກເປັນພາສາລາວ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ, ເລກທີ 1573/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
5 ຮຽກຮ້ອງໃຫ້ມີເຄື່ອງໝາຍອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກນໍາເຂົ້າ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຼນິກນໍາເຂົ້າ ຕ້ອງໄດ້ມີເຄື່ອງໝາຍຄຸນນະພາບ ເປັນຮູບວົງມົນທີ່ມີ 03 ລັກສະນະຄື: ກາໝາຍທີ່ມີຄວາມສ່ຽງສູງ, ກາງ ແລະ ຕໍ່າ ຕາມທີ່ກົມມາດຕະຖານ ແລະ ວັດແທກ ໄດ້ກໍານົດໄວ້ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ, ເລກທີ 1573/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.