ສາທະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການຕ່າງປະເທດ
ຄະນະສະເພາະເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19
ເລກທີ 2857/ຕປທ.ສພກ
ນະຄອນຫຼວງວຽງຈັນ, ວັນທີ 16 ທັນວາ 2020

ຄຳແນະນຳ

ກ່ຽວກັບຂັ້ນຕອນລະອຽດໃນການປະກອບເອກະສານຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ

  • ອິງຕາມຂໍ້ຕົກລົົງ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັບເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ສະບັບທີ 09/ນຍ, ລົງວັນທີ 03 ກຸມພາ 2020;
  • ອິງຕາມແຈ້ງການ ວ່າດ້ວຍທິດຊີ້ນຳເພີ່ມເຕີມກ່ຽວກັບການປະຕິບັດບັນດາມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ສະບັບເລກທີ 1291/ຫສນຍ, ລົງວັນທີ 26 ພະຈິກ 2020;

   ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂອງກະຊວງການຕ່າງປະເທດ ຂໍຖືເປັນກຽດເເຈ້ງມາຍັງທ່ານ ຊາບວ່າ: ປະຈຸບັນ ລັດຖະບານ ແຫ່ງ ສປປ ລາວ  ຍັງສືບຕໍ່ປິດດ່ານຊາຍແດນທາງບົກ ແລະ ທາງອາກາດ ໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນ ແລະ ການສະກັດກັ້ນການລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ໂຈະການອອກວິຊາ ສຳລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນ.

ໃນກໍລະນີທີ່ມີຄວາມຈຳເປັນ ແລະ ຮິບດ່ວນ, ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງຈະເດີນທາງເຂົ້າ ສປປ ລາວ ຈາກປະເທດຕົ້ນທາງ ແລະ ຜ່ານປະເທດ ທີ່ບໍ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການ ດັ່ງລຸ່ມນີ້:

I. ການສະເໜີຂໍອະນຸຍາດເຂົ້າ ສປປ ລາວ:

  1. ກ່ອນຈະເດີນທາງເຂົ້າ ສປປ ລາວ
  2. 1 ກະຊວງ ແລະ ອົງການທຽບທົ່າ ທີ່ມີຄວາມຈໍາເປັນອັນຮິບດ່ວນຮັບເອົາຊ່ຽວຊານ, ວິຊາການ, ອາສາສະໝັກ ແລະ ນັກສືກສາຕ່າງປະເທດ ໃຫ້ສະເໜີເປັນລາຍລັກອັກສອນເຖີງ ຄະນະສະເພາະກິດກະຊວງການຕ່າງປະເທດ ໂດຍຜ່ານຂະແໜງການທີ່ກ່ຽວຂ້ອງ ເພື່ອພິຈາລະນາອະນຸມັດ (ສະຖານທີປະຈໍາການ ຢູ່ກົມ ກົງສຸນ, ກະຊວງການຕ່າງປະເທດ);
  3. 2 ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຄວາມຈໍາເປັນຈະເອົານັກລົງທືນ ແລະ ນັກທຸລະກິດ ເຂົ້າ ສປປ ລາວ ເພື່ອດຳເນີນການສືກສາການລົງທືນ, ເຊັນສັນຍາ ຫຼື ເຊັນບົດບັນທືກຄວາມເຂົ້າໃຈ (MOU) ຕ້ອງດໍາເນີນຕາມຂັ້ນຕອນຂອງຂະເເໜງການທີ່ກ່ຽວຂ້ອງ. ກ່ອນຈະສະເໜີເປັນລາຍລັກອັກສອນເຖີງ ຄະນະສະເພາະກິດກະຊວງການຕ່າງປະເທດ, ເອກະສານປະກອບມີ:

1) ໃບອະນຸຍາດລົງທືນພາຍໃນ ແລະ ຕ່າງປະເທດ;

2) ໃບທະບຽບວິສາຫະກິດ;

3) ໃບຍັ້ງຢືນການມອບພັນທະອາກອນປະຈໍາປີ,

4) ໃບສະເໜີຂອງກົມສົ່ງເສີມການລົງທືນ, ກະຊວງແຜນການ ແລະ ການລົງທືນ ຫຼື ພະແນກແຜນການ ແລະ ການລົງທືນ ຂອງແຂວງ/ນະຄອນຫຼວງ ເຖີງກົມກົງສຸນ, ກະຊວງການຕ່າງປະເທດເພື່ອຂໍວິຊາ ເຂົ້າ ສປປ ລາວ ໂດຍຜ່ານກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ;

5) ໜັງສືສະເໜີເຖີງ ຄະນະສະເພາະກິດກະຊວງການຕ່າງປະເທດ ຕ້ອງລະບຸລາຍລະອຽດກ່ຽວກັບ:

- ລາຍຊື່ ແລະ ນາມສະກຸນ, ເລກໜັງສືຜ່ານແດນ ແລະ ເບີໂທລະສັບຕິດຕໍ່;

- ຄາດຄະເນວັນເວລາເດີນທາງ;

- ດ່ານທີ່ຈະເດີນທາງເຂົ້າ;

- ພາຫະນະໃນການເດີນທາງ/ຖ້ຽວບີນ;

- ລາຍລະອຽດແຜນການເດີນທາງ (ປະເທດຕົ້ນທາງ ແລະ ປະເທດທີ່ຈະເດີນທາງຜ່ານ);

- ເຫດຜົນຄວາມຈໍາເປັນຮິບດ່ວນທາງເຂົ້າ ສປປ ລາວ;

- ສະຖານທີ່ຈະເຂົ້າຈຳກັດບໍລິເວນ.

6) ໃບຢັ້ງຢືນການຈອງໂຮງແຮມ ທີ່ຄະນະສະເພາະກິດສູນກາງ ແລະ ທ້ອງຖີ່ນ ກຳນົດໄວ້;

   1.3. ບໍລິສັດ ຫຼື ເຈົ້າຂອງໂຄງການຢູ່ ສປປ ລາວ ທີ່ມີຄວາມຈຳເປັນອັນຮິບດ່ວນນຳເຂົ້າແຮງງານ  ແລະ ວິຊາການຕ່າງປະເທດ ເພື່ອຮັບໃຊ້ບັນດາກິດຈະການ ແລະ ໂຄງການ, ຕ້ອງດຳເນີນຕາມຂັ້ນຕອນຂະແໜງການທີກ່ຽວຂ້ອງ ກ່ອນຈະສະເໜີເປັນລາຍລັກອັກສອນເຖີງ ຄະນະສະເພາະກິດ ກະຊວງການຕ່າງປະເທດ ເອກະສານປະກອບມີ:

1) ໃບອະນຸຍາດລົງທືນ ສປປ ລາວ;

2) ໃບທະບຽນວິສາຫະກິດ;

3) ໃບຢັ້ງຢືນການມອບພັນທະອາກອນປະຈໍາປີ;

4) ໃບອະນຸຍາດໂກຕານຳໃຊ້ແຮງງານຕ່າງປະເທດ ຈາກກະຊວງແຮງງານ ແລະ ສະຫວັດດິີການສັງຄົມ;

5) ໃບອະນຸຍາດນຳເຂົ້າແຮງງານຕ່າງປະເທດ ຈາກພະແນກແຮງງານນະຄອນຫຼວງ/ແຂວງ;

6) ໃບສະເໜີຜູ້ປະກອບການ ເຖີງກົມກົງສຸນ, ກະຊວງການຕ່າງປະເທດ ເພື່ອຂໍວິຊາເຂົ້າ ສປປ ລາວ ໂດຍຜ່່ານກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ;

7) ໜັງສືສະເໜີເຖີງ ຄະນະສະເພາະກິດກະຊວງການຕ່າງປະເທດ ຕ້ອງລະບຸລາຍລະອຽດກ່ຽວກັບ:

  • ລາຍຊື່ ແລະ ນາມສະກຸນ, ເລກໜັງສືຜ່ານແດນ ແລະ ເບີໂທລະສັບຕິດຕໍ່;
  • ຄາດຄະເນວັນເວລາການເດີນທາງ;
  • ດ່ານທີ່ຈະເດີນທາງເຂົ້າ;
  • ພະຫະນະໃນການເດີ່ນທາງ/ຖ້ຽວບີນ;
  • ລາຍລະອຽດແຜນການເດີນທາງ (ປະເທດຕົ້ນທາງ ແລະ ປະເທດທີ່ຈະເດີນທາງຜ່ານ);
  • ເຫດຜົນຄວາມຈຳເປັນຮີບດ່ວນຂອງການເດີນທາງເຂົ້າ ສປປ ລາວ;
  • ສະຖານທີ່ຈະເຂົ້າຈຳກັດບໍລິເວນ.

8) ໃບຢັ້ງຢືນການຈອງສະຖານທີ່ຈຳກັດບໍລິເວນ: ໂຮງແຮມ ຫຼື ສະຖານທີ່ສະເພາະ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດສູນກາງ ແລະ ທ້ອງຖີ່ນ.

   1.4 ສຳລັບພົນລະເມືອງລາວ ທີ່ມີຈຸດປະສົງຢາກເດີນທາງກັບ ສປປ ລາວ ໃຫ້ລົງທະບຽນຢູ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດທີ່ຕົນເອງອາໃສຢູ່ ໂດຍແຈ້ງຂໍ້ມູນລະອຽດຂອງບຸກຄົນ, ຊື່ ແລະ ເບີໂທລະສັບຜູ້ຕິດຕໍ່ປະສານງານຢູ່ ສປປ ລາວ, ສາເຫດການຕົກຄ້າງ, ຄາດຄະເນວັນເວລາເດີນທາງ, ພາຫະນະໃນການເດີນທາງ, ດ່ານທີ່ຈະເດີນທາງເຂົ້າ,ສະຖານທີ່ຈະເຂົ້າຈຳກັດບໍລິເວນ (ໂຮງແຮມ ຫຼື ສຸນຈຳກັດບໍລິເວນ ຕາມການກຳນົດຂອງຄະນະສະເພາະກິດສູນກາງ ແລະ ທ້ອງຖີ່ນ) ເພື່ອຄະນະສະເພາະກິດ ຄົ້ນຄວ້າພິຈາລະນາຊອກຫາຊ່ອງທາງໃນການອຳນວຍຄວາມສະດວກໃນການເດີນທາງກັບ ສປປ ລາວ;

   1.5 ສໍານັກງານຜູ້ຕາງໜ້າການທູດ, ອົງການຈັດຕັ້ງສາກົນຕ່າງໆ ທີ່ມີຄວາມຈໍາເປັນອັນຮິບດ່ວນຮັບເອົານັກການທູດ ແລະ ພະນັກງານ ເຂົ້າມາປະຕິບັດໜ້າທີ່ທັງໄລຍະສັ້ນ ແລະ ໄລຍະຍາວ ຢູ່ ສປປ ລາວ ໃຫ້ສະເໜີເປັນລາຍລັກອັກສອນ ເຖີງກົມກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ໂດຍລະບຸລາຍລະອຽດ ເຊັ່ນ: ຊື່ ແລະ ນາມສະກຸນ, ຄາດຄະເນວັນເວລາການເດີນທາງ, ພາຫະນະໃນການເດີນທາງ, ດ່ານທີ່ຈະເດີນທາງເຂົ້າ, ທີ່ຢູ່ຈະເຂົ້າຈຳກັດບໍລິເວນ ແລະ ປະເທດທີ່ຈະເດີນທາງຜ່ານ, ຫຼັງຈາກນັ້ນ ກົມກົງສູນ, ກະຊວງການຕ່າງປະເທດ ຈະພິຈາລະນາໄປຕາມລະບຽບການ ແລະ ຂັ້ນຕອນພາຍໃນ ຂອງ ສປປ ລາວ;

   1.6 ທຸກການສະເໜີເຂົ້າ ສປປ ລາວ ຕ້ອງສົ່ງ ເຖີງຄະນະສະເພາະກິດກະຊວງການຕ່າງປະເທດ ລ່ວງໜ້າຢ່າງໜ້ອຍ 7 ວັນລັດຖະການ ກ່ອນຈະເດີນທາງເຂົ້າ ສປປ ລາວ.

  1. ​​​​​​ພາຍຫຼັງໄດ້ຮັບອະນຸຍາດຈາກ ຄະນະສະເພາະກິດກະຊວງການຕ່າງປະເທດ ໃຫ້ເຂົ້າ ສປປ ລາວ ແລ້ວຕ້ອງປະຕິບັດດັ່ງນີ້:

     2.1 ບຸນຄົນທີ່ມີວີຊາ ທີ່ຍັງມີອາຍຸນໍາໃຊ້ ແມ່ນສາມາດເດີນທາງເຂົ້າ ສປປ ລາວໄດ້ (ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດກະຊວງການຕ່າງປະເທດກ່ອນ);

      2.2 ສຳລັບບຸກຄົນທີ່ຍັງບໍ່ທັນມີວິຊາເຂົ້າ ສປປ ລາວ, ພາຍຫຼັງທີ່ໄດ້ຮັບອະນຸຍາດປະເພດວິຊາຈາກກົມກົງສຸນ, ກະຊວງການຕ່າງປະເທດ ຈື່ງສາມາດຍື່ນຂໍວິຊາສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດຕົ້ນທາງ.

II. ການສະເໜີຂໍອະນຸຍາດອອກ ສປປ ລາວ:

  1. ສຳລັບພົນລະເມືອງລາວ ທີ່ມີຄວາມຈຳເປັນຮິບດ່ວນເດີນທາງໄປຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດຈາກອົງການຈັດຕັ້ງທີ່ຕົນສັງກັດ ແລ້ວສະເໜີໄປຍັງຄະນະສະເພາະກິດກະຊວງການຕ່າງປະເທດ ເພື່ອອຳນວຍຄວາມສະດວກໃນການເດີນທາງ ແຕ່ຕ້ອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງປະເທດປາຍທາງ;
  2. ສຳລັບພົນລະເມືອງລາວ ແລະ ຄົນຕ່າງປະເທດ ທີ່ເຈັບໜັກ ແລະ ຜູ້ທີ່ໄດ້ມີການປີ່ນປົວເປັນປະຈຳ (ພະຍາດຮ້າຍແຮງທີ່ບໍ່ສາມາດປີ່ນປົວຢູ່ ສປປ ລາວ) ທີ່ມີຄວາມຈຳເປັນຮິບດ່ວນຕ້ອງໄດ້ເດີນທາງໄປປີ່ນປົວຢູ່ຕ່າງປະເທດ ຕ້ອງມີໃບນຳສົ່ງຈາກໂຮງໝໍລັດ ຫຼື ມີໃບນັດຈາກໂຮງໝໍປາຍທາງ ແລະ ຕ້ອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງປະເທດປາຍທາງ;
  3. ສຳລັບພົນລະເມືອງຕ່າງປະເທດ ທີ່ມີຈຸດປະສົງເດີນທາງອອກຈາກ ສປປ ລາວ ຕ້ອງສະເໜີຜ່ານສະຖານເອກອັກຄະລັດຖະທູດຂອງປະເທດຕົນ ແລະ ຕ້ອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງປະເທດປາຍທາງ; ສະຖານເອກອັກຄະລັດຖະທູດທີ່ກ່ຽວຂ້ອງ ຕ້ອງເຮັດໜັງສືສະເໜີມາຍັງກະຊວງການຕ່າງປະເທດ ພ້ອມແຈ້ງລາຍຊື່, ເລກທີໜັງສືຜ່ານແດນ, ຄາດຄະເນວັນເວລາເດີນທາງ, ດ່ານທີ່ຈະເດີນທາງອອກ, ພາຫະນະໃນການເດີນທາງ ເພື່ອພິຈາລະນາອຳນວຍຄວາມສະດວກ.

    ໝາຍເຫດ:

  1. ຄຳແນະນຳລະອຽດກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນການເດີນທາງເຂົ້າ-ອອກ ສປປ ລາວ ໃຫ້ປະຕິບັດຕາມ ຄຳແນະນຳຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ( COVID-19) ໃນແຕ່ລະໄລຍະຢ່າງເຂັ້ມງວດ.
  2. ຄຳແນະນຳສະບັບນີ້ ໃຊ້ປ່ຽນແທ້ຄຳແນະນຳ ສະບັບເລກທີ່ 1861/ຕປທ.ສພກ ລົງວັນທີ 31 ກໍລະກົດ 2020 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີຄໍາແນະນໍາສະບັບໃໝ່ມາປ່ຽນແທນ.

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຢ່າງເຂັ້ມງວດດ້ວຍ.

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19

ຮອງລັດຖະມົນຕີ

ທອງສະຫວັນ ພົມວິຫານ

 

# ຫົວຂໍ້ ດາວໂຫຼດ
1 Instructions on how to apply for an entry-exit permit to Lao PDR, No. 2857/MOFA.NOC-19, dated 16 December 2020 PDF
2 ຄໍາແນະນໍາ ກ່ຽວກັບຂັ້ນຕອນລະອຽດໃນການປະກອບເອກະສານຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ, ເລກທີ 2857/ຕປທ.ສພຫ, ລົງວັນທີ 16 ທັນວາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.