ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ

ເລກທີ 1206/ອຄ.ກຂອ

ນະຄອນຫຼວງວຽງຈັນ

ວັນທີ 25 ທັນວາ 2020       

 

ຂໍ້ຕົກລົງ

ວ່າດ້ວຍ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ

  • ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
  • ອີງຕາມ ດໍາລັດວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010;
  • ອີງຕາມ ໜັງສືສະເໜີຂອງ ກົມການນໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 3523/ກຂອ.ຄຄ, ລົງວັນທີ 18 ພະຈິກ 2020.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

  ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ ແລະ ລະບຽບການ ກ່ຽວກັບ ການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ເພື່ອອຳນວຍຄວາມສະດວກໃຫ້ຜູ້ສົ່ງອອກສິນຄ້າ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ອາຊຽນ.

ມາດຕາ 2 ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ

  ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແມ່ນການດໍາເນີນຂັ້ນຕອນຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຂອງຜູ້ສົ່ງອອກສິນຄ້າ ໂດຍນຳໃຊ້ໃບແຈ້ງລາຍລະອຽດແຫຼ່ງກໍາເນີດສິນຄ້າ ໃນການສົ່ງອອກແຕ່ລະຄັ້ງຕາມລະບຽບແຫຼ່ງກໍາເນີດສິນຄ້າ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ.

ມາດຕາ 3  ການອະທິບາຍຄໍາສັບ

  ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ຜູ້ສົ່ງອອກ ໝາຍເຖິງ ໂຮງງານຜະລິດ ແລະ ບໍລິສັດນໍາເຂົ້າ-ສົ່ງອອກ ທີ່ມີສິດສົ່ງອອກສິນຄ້າ;
  2. ຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Certified Exporter: CE) ໝາຍ​ເຖິງ ຜູ້ສົ່ງອອກທີ່ໄດ້ຮັບອະນຸຍາດຈາກ ກົມການນຳເຂົ້າ ແລະ ສົ່ງອອກ ໃຫ້ຢັ້ງ​ຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ (ASEAN Trade in Goods Agreement: ATIGA);
  3. ໃບຢັ້ງຢືນສິດ (Certificate of Certified Exporter) ໝາຍເຖິງ ເອກະສານທາງການ ທີ່ຢັ້ງຢືນການໄດ້ຮັບສິດເປັນຜູ້ສົ່ງອອກ ທີ່ສາມາດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ;
  4. ໃບແຈ້ງລາຍລະອຽດແຫຼ່ງກໍາເນີດສິນຄ້າ (Origin Declaration) ໝາຍເຖິງ ເອກະສານແຈ້ງຂໍ້ມູນລະອຽດ ກ່ຽວກັບ ແຫຼ່ງກໍາເນີດຂອງສິນຄ້າທີ່ຜູ້ສົ່ງອອກດຳເນີນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ  ເພື່ອແຈ້ງຕໍ່ເຈົ້າໜ້າທີ່ພາສີຂອງປະເທດນຳເຂົ້າ ໃນການຂໍນໍາໃຊ້ສິດທິພິເສດ ຫຼຸດຜ່ອນ ຫຼື ຍົກເວັ້ນ ອັດຕາພາສີນໍາເຂົ້າ ຕາມທີ່ໄດ້ກໍານົດໄວ້ໃນລະບຽບຂັ້ນຕອນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ;
  5. ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໝາຍ​ເຖິງ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ  ພາຍ​ໃຕ້​ສັນ​ຍາ​ການ​ຄ້າ​ດ້ານ​ສິນ​ຄ້າອາຊຽນ.

ມາດຕາ 4  ຂອບເຂດການນໍາໃຊ້

  ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ຢູ່ ສປປ ລາວ.

ໝວດທີ 2
ການດຳເນີນການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ

ມາດຕາ 5  ການດຳເນີນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ  

  ການດຳເນີນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ແມ່ນຜູ້ສົ່ງອອກເປັນຜູ້ດຳເນີນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຕາມໃບຢັ້ງຢືນສິດ ທີ່ອອກໃຫ້ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ຊຶ່ງຜູ້ສົ່ງອອກບໍ່ຕ້ອງສະເໜີເຖິງຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນການສົ່ງອອກສິນຄ້າແຕ່ລະຄັ້ງ.

  ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໃນການສົ່ງອອກສິນຄ້າແຕ່ລະຄັ້ງ ຕ້ອງມີໃບຢັ້ງຢືນສິດທີ່ຍັງມີຜົນບັງຄັບໃຊ້ຕາມລະບຽບກົດໝາຍ ແລະ  ຕ້ອງມີໃບແຈ້ງລາຍລະອຽດແຫຼ່ງກຳເນີດສິນຄ້າ ​ທີ່​ປະ​ກອບ​ມີຂໍ້ມູນ ດັ່ງນີ້:

  1. ຂໍ້ມູນ ແລະ ລະຫັດຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ;
  2. ຊື່ຂອງສິນຄ້າ, ລະຫັດສິນຄ້າຕາມສາລະບານອັດຕາພາສີ (HS Code) ໃນລະດັບ 06 ຕົວເລກ, ຈຳນວນ ແລະ ປະລິມານຂອງສິນຄ້າ;
  3. ເງື່ອນໄຂແຫຼ່ງກໍາເນີດສິນຄ້າ ແລະ ປະເທດທີ່ໄດ້ແຫຼ່ງກໍາເນີດຂອງສິນຄ້າ;
  4. ລາຄາ FOB ໃນກໍລະນີນໍາໃຊ້ກົດການສ້າງມູນຄ່າເພີ່ມໃນພາກພື້ນ;
  5. ເຄື່ອງໝາຍການຄ້າ (ຖ້າມີ);
  6. ໃນກໍລະນີຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງແບບຕໍ່ເນື່ອງ (Back-to-Back) ຕ້ອງມີ ເລກທີ ແລະ ວັນທີ ຂອງເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າ ສະບັບຕົ້ນ ແລະ ລະຫັດຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຂອງປະເທດຜູ້ສົ່ງອອກທໍາອິດ.

ມາດຕາ 6  ການສະເໜີອອກໃບ​​ຢັັ້ງຢືນສິດ

  ຜູ້ສົ່ງອອກ ທີ່​ມີ​ຈຸດ​ປະ​ສົງດຳເນີນການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດສິນຄ້າ​ດ້ວຍ​ຕົນ​ເອງ​ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ຕ້ອງມີເງື່ອນໄຂຄົບຖ້ວນ ຕາມທີ່ກຳນົດໄວ້ໃນມາດຕາ 7 ແລະ ຕ້ອງປະກອບເອກະສານ ຕາມທີ່ກຳນົດໃນມາດຕາ 8 ຂອງຂໍ້ຕົກລົງສະບັບນີ້ ສະເໜີຕໍ່ ກົມການນໍາເຂົ້າ ແລະ ສົ່ງອອກ ເພື່ອພິຈາລະນາອອກໃບຢັ້ງຢືນສິດ.

ມາດຕາ 7  ເງື່ອນໄຂຂອງຜູ້ສະເໜີອອກໃບຢັ້ງຢືນສິດ

  ຜູ້ສົ່ງອອກ ທີ່ມີຈຸດປະສົງສະເໜີອອກໃບຢັ້ງຢືນສິດ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ເປັນຜູ້ສົ່ງອອກສິນຄ້າທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປ ລາວ;
  2. ຮັບຮູ້ ແລະ ເຂົ້າໃຈລະບຽບແຫຼ່ງກໍາເນີດສິນຄ້າຂອງສັນຍາການຄ້າດ້ານສິນຄ້າອາຊຽນ;
  3. ມີປະສົບການໃນການສົ່ງອອກສິນຄ້າ ແລະ ນໍາໃຊ້ ແບບພິມ ດີ (Form D) ຢ່າງໜ້ອຍ ສິບ ຄັ້ງ;
  4. ບໍ່ມີປະຫວັດສໍ້ໂກງໃນການຢັ້ງຢືນແຫຼ່ງກຳເນີດສິນຄ້າ;
  5. ຕ້ອງມີລະບົບການບັນທຶກ ແລະ ການຕິດຕາມຂໍ້ມູນ ກ່ຽວ​ກັບ ການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິ​ນ​ຄ້າທີ່ລະອຽດຊັດເຈນ ຢ່າງໜ້ອຍ ສາມ ປີ;
  6. ປະຕິບັດພັນທະຕ່າງໆຕໍ່ລັດ ຄົບຖ້ວນ ແລະ ເປັນປົກກະຕິ.

ມາດຕາ 8  ເອກະສານປະກອບການສະເໜີອອກໃບຢັ້ງຢືນສິດ

  ການປະກອບເອກະສານເພື່ອສະເໜີອອກໃບຢັ້ງຢືນສິດ ມີເອກະສານ ດັ່ງນີ້:

  1. ຄໍາຮ້ອງ ຕາມແບບພິມທີ່ ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ;
  2. ຂໍ້ມູນຜູ້ສົ່ງອອກ ຕາມແບບພິມທີ່ ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ;
  3. ສຳເນົາໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ (Confirmation of Product Eligibility: CPE) ທີ່ອອກໃຫ້ໂດຍ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

ມາດຕາ 9  ການພິຈາລະນາອອກໃບຢັ້ງຢືນສິດ

  ພາຍຫຼັງທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການນໍາເຂົ້າ ແລະ ສົ່ງອອກ ຕ້ອງອອກໃບຢັ້ງຢືນສິດພາຍໃນ ສອງ ວັນລັດຖະການ. ຫຼັງຈາກອອກໃບຢັ້ງຢືນສິດ, ກົມການນໍາເຂົ້າ ແລະ ສົ່ງອອກ ຕ້ອງບັນທຶກຂໍ້ມູນຜູ້ສົ່ງອອກທີ່ໄດ້ຮັບສິດ ເຂົ້າໃນລະບົບຖານຂໍ້ມູນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຂອງອາຊຽນ.

  ກໍລະນີເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ, ກົມການນໍາເຂົ້າ ແລະ ສົ່ງອອກ ຕ້ອງແຈ້ງໃຫ້ຜູ້ສະເໜີ ຊາບ ພາຍໃນ ໜຶ່ງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານ ພ້ອມທັງໃຫ້ຄໍາແນະນໍາ ເພື່ອໃຫ້ຜູ້ສະເໜີແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

  ກໍລະນີບໍ່ສາມາດອອກໃບຢັ້ງຢືນສິດ,  ກົມການນໍາເຂົ້າ ແລະ ສົ່ງອອກ ຕ້ອງແຈ້ງໃຫ້ຜູ້ສະເໜີຊາບ ພາຍໃນ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານ.

ມາດຕາ 10  ອາຍຸ ແລະ ການຕໍ່ອາຍຸໃບຢັ້ງຢືນສິດ

  ໃບ​ຢັ້ງ​ຢືນ​ສິດ ມີ​ອາ​ຍຸ​ນຳ​ໃຊ້ ສອງ ປີ ແລະ ສາ​ມາດຕໍ່​ໄດ້ ໂດຍບໍ່ຈຳກັດຈຳນວນຄັ້ງ.

  ການສະເໜີຕໍ່ອາຍຸແຕ່ລະຄັ້ງ ໃຫ້ປະກອບເອກະສານສະເໜີຕໍ່ ກົມການນຳເຂົ້າ ແລະ ສົ່ງອອກ ກ່ອນໃບຢັ້ງຢືນສິດຈະໝົດອາຍຸ ສາມສິບ ວັນ ໂດຍປະກອບມີເອກະສານ ດັ່ງນີ້: 

  1.  ຄໍາຮ້ອງຂໍຕໍ່ອາຍຸໃບຢັ້ງຢືນສິດ ຕາມແບບພິມທີ່ ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ;
  2.  ໃບ​ຢັ້ງ​ຢືນ​ສິດ ​ສະ​ບັບຕົ້ນ​;
  3. ສຳເນົາໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ທີ່ອອກໃຫ້ໂດຍ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

ໝວດທີ 3
ສິດ ແລະ ພັນທະຂອງ
ຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

ມາດຕາ 11  ສິດຂອງຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

  ຜູ້ສົ່ງອອກທີ່​ໄດ້​ຮັບ​ສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ມີສິດ ດັ່ງນີ້:

  1. ຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ໃນການສົ່ງອອກສິນຄ້າໄປບັນດາປະເທດສະມາຊິກອາຊຽນ ຕາມລາຍການສິນຄ້າທີ່ກຳນົດໄວ້ໃນໃບຢັ້ງຢືນສິດ;
  2. ສະເໜີປັບປຸງຂໍ້ມູນຂອງໃບຢັ້ງຢືນສິດ ໃນກໍລະນີມີການປ່ຽນແປງຂໍ້ມູນ ກ່ຽວກັບ ແຫຼ່ງກໍາເນີດສິນຄ້າ  ຫຼື ຕ້ອງການເພີ່ມລາຍການສິນຄ້າສົ່ງອອກ;     
  3. ໄດ້ຮັບສິດອື່ນຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ.

ມາດຕາ 12  ພັນທະຂອງຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

  ຜູ້ສົ່ງອອກທີ່​ໄດ້​ຮັບ​ສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ມີພັນທະ ດັ່ງນີ້:

  1. ແຈ້ງ ກົມການນໍາເຂົ້າ ແລະ ສົ່ງອອກ ໃນ​ກໍ​ລະ​ນີ​ຕ້ອງ​ການປ່ຽນຊື່, ສະຖານທີ່ຕັ້ງ, ຜູ້ອໍານວຍການຫົວໜ່ວຍວິສາຫະກິດຂອງຜູ້ສົ່ງອອກ;
  2. ເກັບຮັກສາເອກະສານທີ່ກ່ຽວຂ້ອງກັບການຜະລິດສິນຄ້າ ແລະ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຄົບຊຸດ ຢ່າງໜ້ອຍ ສາມ ປີ ນັບແຕ່ວັນທີຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ;   
  3. ໃຫ້ການຮ່ວມມືໃນການອະທິບາຍ, ຊີ້ແຈງ ແລະ ໃຫ້ຂໍ້ມູນລາຍລະອຽດ ກ່ຽວ​ກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ດ້ວຍ​ຕົນ​ເອງ ຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ;
  4. ​ສະຫຼຸບ​ລາຍ​ງານໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ປ​ະ​ຈຳເດືອນ ຊ້າສຸດບໍ່ໃຫ້ກາຍ ວັນທີ 10 ຂອງເດືອນຖັດໄປ;
  5. ປະຕິບັດພັນທະອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ອາຊຽນ.

ໝວດທີ 4
ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 13  ຂໍ້ຫ້າມ   

  ຫ້າມຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ມີພຶດຕິກຳ ດັ່ງນີ້:

  1. ແຈ້ງຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ;
  2. ປອມແປງເອກະສານ ຫຼື ນໍາໃຊ້​ເອກະສານ​ປອມ;
  3. ຢັ້ງຢືນແຫຼ່ງກຳເນີດຂອງສິນຄ້າ ທີ່ບໍ່ໄດ້ກຳນົດໃນໃບຢັ້ງຢືນສິດ;
  4. ມີພຶດຕິກຳອື່ນ ທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ອາຊຽນ.

ມາດຕາ 14  ມາດຕະການຕໍ່ຜູ້ລະເມີດ

  ຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ດັ່ງນີ້:

  1. ການກະທໍາຜິດ ຄັ້ງທີ ໜຶ່ງ ຈະໄດ້ຖືກກ່າວເຕືອນ ແລະ ຂຽນບົດບັນທຶກຮັບຮູ້ຄວາມຜິດຂອງຕົນ, ຄັ້ງທີ ສອງ ຈະຖືກໂຈະໃບຢັ້ງຢືນສິດ ແລະ ຄັ້ງທີ ສາມ ຈະຖືກຖອນໃບຢັ້ງຢືນສິດ;
  2. ຮັບຜິດຊອບໃຊ້ຈ່າຍຄ່າພາສີນໍາເຂົ້າຢ້ອນຫຼັງໃຫ້ປະເທດນຳເຂົ້າ ແລະ ຄວາມຮັບຜິດຊອບອື່ນໆ ຕາມທີ່ກຳນົດໃນກົດໝາຍ ແລະ ລະບຽບການຂອງປະເທດນໍາເຂົ້າ.

ໝວດທີ 5
ວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ

ມາດຕາ 15  ການຈັດຕັ້ງປະຕິບັດວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ

  ການຈັດຕັ້ງປະຕິບັດວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ປະກອບມີ ສອງ ຂັ້ນ ດັ່ງນີ້:

  1. ຂັ້ນສູນກາງ ແມ່ນ ກົມການນຳເຂົ້າ ແລະ ສົ່ງອອກ;
  2. ຂັ້ນແຂວງ ແມ່ນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ.  

ມາດຕາ 16  ສິດ ແລະ ໜ້າທີ່ຂອງກົມການນຳເຂົ້າ ແລະ ສົ່ງອອກ

   ກົມການນຳເຂົ້າ ແລະ ສົ່ງອອກ ມີສິດ ແລະ ໜ້າທີ່ ໃນການຈັດຕັ້ງປະຕິບັດວຽກງານການຢັ້ງຢືນແຫຼ່ງກຳ​ເນີດສິນຄ້າດ້ວຍຕົນເອງ ດັ່ງນີ້:

  1. ຄົ້ນຄວ້າ ສ້າງນິຕິກໍາ ແລະ ລະບຽບການ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
  2. ເຜີຍແຜ່, ແນະນໍາ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ແລະ ລະບຽບການ ກ່ຽວກັບ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໃຫ້ພະນັກງານທີ່່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຮັບຊາບຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ;
  3. ພິຈາລະນາ ອອກ, ໂຈະ, ຖອນ ໃບຢັ້ງຢືນສິດ ພ້ອມທັງ ປະຕິບັດມາດຕະການກ່າວເຕືອນ ແລະ ເຮັດ ບົດບັນທຶກຮັບຮູ້ຄວາມຜິດຂອງຜູ້ລະເມີດຂໍ້ຕົກລົງສະບັບນີ້;    
  4. ບັນທຶກ, ດັດແກ້, ຍົກເລີກ ຂໍ້ມູນຂອງຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຂອງ ສປປ ລາວ ໃນລະບົບຖານຂໍ້ມູນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຂອງອາຊຽນ;
  5. ເປັນຈຸດປະສານງານວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ເພື່ອປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ;
  6. ເປັນເຈົ້າການໃນການຈັດຝຶກອົບຮົມໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ ແລະ ຜູ້ສົ່ງອອກ ກ່ຽວກັບລະບຽບການ ແລະ ວິທີການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ;
  7. ລົງຕິດຕາມ ແລະ ກວດກາ ຂະບວນການຜະລິດສິນຄ້າຢູ່ໂຮງງານຂອງຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໃນກໍລະນີມີການກວດສອບແຫຼ່ງກໍາເນີດສິນຄ້າຄືນຂອງເຈົ້າໜ້າທີ່ພາສີປະເທດນຳເຂົ້າ;
  8. ສະຫຼຸບ ແລະ ລາຍງານ ກ່ຽວກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງອາຊຽນ ໃຫ້ຄະນະນໍາກະຊວງ ແລະ ກອງເລຂາອາຊຽນ ເປັນແຕ່ລະໄລຍະ;
  9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ.

ມາດຕາ 17  ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ

  ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຂວງ, ນະ​ຄອນຫຼວງ ມີ​ສິດ ແລະ ໜ້າທີ່ ໃນການຈັດຕັ້ງປະຕິບັດວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ດັ່ງນີ້:

  1. ເຜີຍແຜ່, ແນະນໍາ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ໃຫ້ພະນັກງານທີ່່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຮັບຊາບຢ່າງທົ່ວເຖິງ ໃນຂອບເຂດແຂວງ, ນະຄອນ ຫຼວງ ຂອງຕົນ;
  2. ສົມທົບກັບ ກົມການນຳເຂົ້າ ແລະ ສົ່ງອອກ ໃນ​ການລົງ​ຕິດຕາມ ແລະ ກວດ​ກາສະ​ຖານ​ທີ່ຂອງໂຮງງານຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ;   
  3. ຕິດຕາມການຜະລິດ ແລະ ການສົ່ງອອກ ຂອງຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າ ດ້ວຍຕົນເອງ ໃນຂອບເຂດແຂວງ, ນະຄອນຫຼວງ ຂອງຕົນ ເພື່ອສະຫຼຸບລາຍງານໃຫ້ ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ;
  4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.

ໝວດທີ 6
ບົດບັນຍັດສຸດທ້າຍ

ມາດຕາ 18  ການຈັດຕັ້ງປະຕິບັດ

  ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບປະສິດທິຜົນສູງ.

ມາດຕາ 19  ຜົນສັກສິດ

  ຂໍ້ຕົກລົງສະບັບນີ້ ມີ​​ຜົນ​ສັກ​ສິດ ພາຍຫຼັງລົງລາຍເຊັນ ແລະ ໄດ້ລົງ​​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ສິບຫ້າ ວັນ.       

  ຂໍ້ຕົກລົງສະບັບນີ້ ປ່ຽນແທນ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການທົດລອງຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ທີ II ຂອງອາຊຽນ ສະບັບເລກທີ 0442/ອຄ.ກຂອ, ລົງວັນທີ 06 ມີນາ 2013.

     

ລັດຖະມົນຕີ​

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Decision on Self Certification of Origin under the ASEAN Trade Preference, No. 1206/MOIC.DIMEX, dated 25 December 2020 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ, ເລກທີ 1206/ອຄ.ກຂອ, ລົງວັນທີ 25 ທັນວາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.