ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ

ຫ້ອງການ       

ເລກທີ 2390/ຫອຄ.ກຂອ

ນະຄອນຫຼວງວຽງຈັນ, ວັນທີ 31 ທັນວາ 2020

ແຈ້ງການ

 

ເຖິງ:  -  ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ;

     -   ຜູ້ປະກອບການສົ່ງອອກໄປ ສ​ປ ຈີນ ແລະ ພາກ​ສ່ວນ​ຕ່າງໆທີ່​ກ່ຽວ​ຂ້ອງ.

ເລື່ອງ:   ການຈັດຕັ້ງປະຕິບັດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ພາຍ​ໃຕ້ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບ​ຝ່າຍ​ດຽວ​ຈາກ ສ​ປ ຈີນ (GSP 97%) ແລະ ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ປະ​ເທດ​ມົງ​ໂກ​ລີ ​ພາຍ​ໃຕ້​ຂອບສັນ​ຍາ​ການ​ຄ້າ​ອາ​ຊີ-ປາ​ຊີ​ຟິກ (APTA).  

 

  • ອີງ​ຕາມ ສານ​ແລກ​ປ່ຽນ​ສິດ​ທິ​ພິ​ເສດ​ໃນ​ການ​ຍົກ​ເວັ້ນ​ອັດ​ຕາ​ພາ​ສີ 97% ຂອງ ສ​ປ​ ຈີນ ໃຫ້​ແກ່ ສ​ປ​ປ ລາວ ສະ​ບັບ​ຄັ້ງ​ວັນ​ທີ 14 ຕຸ​ລາ 2020;
  • ອີງຕາມ ​ສະ​ໂນດ​ນຳ​ສົ່ງ​ຈາກ ກົມ​ນະ​ໂຍ​ບາຍ​ການ​ຄ້າ​ຕ່າງ​ປະ​ເທດ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສະ​ບັບ​ເລກ​ທີ 0586/ກນ​ຄ​ຕ.ສ​ຄ, ລົງ​ວັນ​ທີ 23 ທັນ​ວາ 2020;
  • ​​​​​ອີງຕາມ ໜັງສືແຈ້ງຈາກອົງການ UN ESCAP ສະບັບເລກທີ OES/B/9, ລົງວັນທີ 29 ຕຸລາ 2020;​​
  • ອີງຕາມ ແຈ້ງການຈາກ ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2388/ຫອຄ.ກນຄຕ, ລົງວັນທີ 30 ທັນວາ 2020

   ຫ້ອງ​ການ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຂໍ​ຖື​ເປັນ​ກຽດ​ແຈ້ງ​ມາ​ຍັງ ທ່ານ ຊາບ​ ກ່ຽວ​ກັບ ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ພາຍ​ໃຕ້ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບ​ຝ່າຍ​ດຽວ​ຈາກ ສ​ປ ຈີນ ທີ່​ໄດ້​ຍົກ​ເວັ້ນ​ອັດ​ຕາ​ພາ​ສີ 97% ແກ່​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ (GSP 97%) ແລະ ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ປະ​ເທດ​ມົງ​ໂກ​ລີ ​ພາຍ​ໃຕ້​ຂອບສັນ​ຍາ​ການ​ຄ້າ​ອາ​ຊີ-ປາ​ຊີ​ຟິກ (APTA):

  1. ​ການຈັດ​ຕັ້ງ​ປະ​ຕິ​ບັດ​ແບບ​ພິມ (Certificate of Origin Special Preference Treatment) ພາຍ​ໃຕ້ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບ​ຝ່າຍ​ດຽວ​ຈາກ ສ​ປ ຈີນ ​ທີ່ໄດ້​​ຍົກ​ເວັ້ນ​ອັດ​ຕາ​ພາ​ສີ 97% ໃຫ້ແກ່​ບັນ​ດາ​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ ໂດຍ​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ແບບ​ພິມ​ດັ່ງ​ກ່າວ ນັບຕັ້ງແຕ່ວັນທີ 01 ມັງ​ກອນ 2021 ເປັນຕົ້ນໄປ. ສາ​ມາດ​ຂໍ​ແບບ​ພິມ​ໄດ້​ທີ່ ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫຼື ຫ້ອງ​ການ​ເຈົ້າ​ໜ້າ​ທີ່​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ທີ່​ໄດ້​ຮັບ​ການມອບ​ໝາຍ​​ຈາກ​ ກົມ​ການນຳ​ເຂົ້າ ແລະ ສົ່ງ​ອອກ​, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ;
  2. ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ປະ​ເທດ​ມົງ​ໂກ​ລີ ​ພາຍ​ໃຕ້​ຂອບສັນ​ຍາ​ການ​ຄ້າ​ອາ​ຊີ-ປາ​ຊີ​ຟິກ (APTA), ໃນ​ວັນ​ທີ 29 ກັນ​ຍາ 2020 ໂດຍ​ໄດ້​ສຳ​ເລັດ​ການ​ຍື່ນ​ສານ​ຮັບ​ຮອງ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ ສັນ​ຍາ​ການ​ຄ້າອ​າ​ຊີ - ປາ​ຊີ​ຟິກ ຕໍ່​ອົງ​ການ UN ESCAP ປະ​ຈຳ​ບາງກອກ. ປະ​ເທດ​ມົງ​ໂກ​ລີ ຈະ​ເລີ່​ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ການຫຼຸດ​ຜ່ອນ​ອັດ​ຕາ​ພາ​ສີ​ສິນ​ຄ້າ ພາຍ​ໃຕ້ສັນ​ຍາ​ການ​ຄ້າ​ອາ​ຊີ-ປາ​ຊີ​ຟິກ ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ APTA ລວມ​ທັງ​ ສ​ປ​ປ ລາວ ໃນ​ວັນ​ທີ 01 ມັງ​ກອນ 2021 ເປັນ​ຕົ້ນ​ໄປ.

   ສຳ​ລັບ​ລາຍ​ລະ​ອຽດເພີ່ມເຕີມສາມາດເຂົ້າເບິ່ງໄດ້ທີ່ເວັບໄຊສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ: www.laotradeportal.gov.la ຫຼື ສາມາດຕິດຕໍ່ພົວພັນ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ໂທ: +856 21 450 255, ອີເມວ: [email protected].

   ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ກະ​ກຽມ​ຈັດ​ຕັ້ງ​ປະ​ຕິ​ບັດຕາມ​ເນື້ອ​ໃນ​ຂ້າງ​ເທິງ​ໃຫ້​ໄດ້​ຮັບຜົນ​ດີ.

ຫົວໜ້າຫ້ອງການ

ນ. ບານສະຕິ ເທບພະວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on the Implementation of the Certificate of Origin under the non-reciprocal preferences of the People's Republic of China (GSP 97%) and the official membership of Mongolia of the Asia-Pacific Trade Agreement (APTA), No. 2390/MOIC.DIMEX PDF
2 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ສິດທິພິເສດທາງການຄ້າແບບຝ່າຍດຽວຈາກ ສປ ຈີນ (GSP 97%) ແລະ ການເຂົ້າເປັນສະມາຊິກສົມບູນຂອງປະເທດມົງໂກລີ ພາຍໃຕ້ຂອບສັນຍາການຄ້າອາຊີ-ປາຊີຟິກ (APTA), ເລກທີ 2390/ຫອຄ.ກຂອ, ລົງວັນທີ 31 ທັນວາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.