ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ຂອງ ສປປ ລາວ ໃນຍຸກຄວາມປົກກະຕິຮູບແບບໃໝ່ (New Normal) ພາຍໃຕ້ການແຜ່ລະບາດຂອງພະຍາດໂຄວິດ 19: ການປັບຕົວ ແລະ ທິດທາງ.

 

ບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍ

ໂດຍ: ປອ. ນ. ທານຕາວັນ ມະໂນລົມ[1]

ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ.

ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ.

 

 

ພາກສະເໜີ

         ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ເປັນອຸດສາຫະກໍາການຜະລິດຂະໜາດໃຫຍ່ ທີ່ມີໂຄງສ້າງການຜະລິດທີ່ຕໍ່ເນື່ອງກັນຢ່າງຄົບວົງຈອນ ໂດຍປະກອບມີອຸດສາຫະກໍາຍ່ອຍຕ່າງໆ ໃນຂັ້ນຕອນການຜະລິດ ຕັ້ງແຕ່ອຸດສາຫະກໍາຂັ້ນຕົ້ນ ທີ່ເລີ່ມຈາກການຜະລິດເສັ້ນໄໝ ແລະ ການປັ່ນດ້າຍ ແລ້ວຈຶ່ງສົ່ງຜົນຜະລິດທີ່ໄດ້ຕໍ່ໄປຫາອຸດສາຫະກໍາຂັ້ນກາງ ຄືການຕໍ່າແຜ່ນແພ, ການຖັກແສ່ວ ລວມເຖິງການຍ້ອມສີ ແລະ ຟອກສີ, ແລະ ໄປສູ່ອຸດສາຫະກໍາຂັ້ນສຸດທ້າຍ ຄືການນໍາເອົາວັດຖຸດິບຈາກຂັ້ນກາງມາອອກແບບເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນໃຫ້ເປັນເສື້ອຜ້າສໍາເລັດຮູບ ເພື່ອປະໂຫຍດໃນການນໍາໃຊ້ຫຼາຍຂຶ້ນ.

         ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ເປັນອຸດສາຫະກໍາທີ່ມີຄວາມສໍາຄັນຫຼາຍ ແຕ່ກໍ່ບໍ່ສາມາດປະຕິເສດໄດ້ວ່າ ຈາກສະພາບການໃນປັດຈຸບັນ ທີ່ມີການແຜ່ລະບາດຂອງພະຍາດໂຄວິດ 19 ນັ້ນ ສປປ ລາວ ກໍາລັງພົບພໍ້ກັບສິ່ງທ້າທາຍຫຼາຍດ້ານທັງຈາກພາຍໃນ ແລະ ຕ່າງປະເທດທີ່ເປັນຄູ່ຄ້າຜູ້ສັ່ງຊື້ສິນຄ້າແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຈາກລາວ ເຊັ່ນ: ບັນດາປະເທດເອີລົບ, ອາເມລິກາ ແລະ ສປ ຈີນ ໂດຍສະເພາະໃນໄລຍະຕົ້ນປີ 2020 ເຊີ່ງເປັນໄລຍະທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງຮຸນແຮງໃນຫຼາຍປະເທດ ທີ່ສົ່ງຜົນເຮັດໃຫ້ເກີດການປ່ຽນແປງໃນທຸກອຸດສາຫະກໍາ ຈົນນໍາໄປສູ່ການເກີດຂອງຄໍາສັບທີ່ເຮົາໄດ້ຍິນກັນຄືຄໍາວ່າ: “New Normal” ຫຼື “ຄວາມປົກກະຕິຮູບແບບໃໝ່” ທີ່ໝາຍເຖິງ ຮູບແບບການດໍາເນີນຊີວິດແບບໃໝ່ທີ່ແຕກຕ່າງຈາກອະດີດ. ການປ່ຽນແປງດັ່ງກ່າວເກີດຈາກການມີບາງສິ່ງມາກະທົບ ທີ່ເຮັດໃຫ້ຄວາມຕ້ອງການ ຫຼື ພຶດຕິກໍາຂອງຜູ້ບໍລິໂພກປ່ຽນແປງໄປ ເຊັ່ນ: ການໃຫ້ຄວາມສໍາຄັນກັບຄວາມປອດໄພຕໍ່ສຸກຂະພາບ ແລະ ຊີວິດ ມີການໃຊ້ຜະລິດຕະພັນເພື່ອປົກປ້ອງ ແລະ ຫຼຸດຄວາມສ່ຽງຈາກການຕິດເຊື້ອໂລກ, ການປັບພຶດຕິກໍາໃນການເວັ້ນໄລຍະຫ່າງທາງສັງຄົມ, ການໃຊ້ຈ່າຍຊື້ເຄື່ອງຂອງໃນອະດີດທີ່ນິຍົມຍ່າງຊື້ສິນຄ້າຕາມຕະຫຼາດ, ຮ້ານຄ້າຂາຍຍ່ອຍ ຫຼື ຮ້ານຄ້າທົ່ວໄປ ກໍ່ເລີ່ມຫັນໄປຊື້ສິນຄ້າຜ່ານລະບົບອອນລາຍຫຼາຍຂຶ້ນ ເຊີ່ງມີຜົນຕໍ່ການພັດທະນາຂອງພາກອຸດສາຫະກໍາ. ຈາກການປ່ຽນແປງດັ່ງກ່າວ ຈຶ່ງມີຄວາມຈໍາເປັນທີ່ຕ້ອງມີຄວາມເຂົ້າໃຈໃນຄວາມຕ້ອງການ ແລະ ພຶດຕິກໍາຂອງຜູ້ບໍລິໂພກຢ່າງເລິກເຊີ່ງ ເພື່ອປັບຕົວ ແລະ ປ່ຽນວິກິດໃຫ້ເປັນໂອກາດ ໃຫ້ສາມາດດໍາລົງຢູ່ລອດຕໍ່ໄປໄດ້. ດັ່ງນັ້ນ ການປັບຕົວຂອງອຸດສາຫະກໍາດັ່ງກ່າວໃນຍຸກຄວາມປົກກະຕິຮູບແບບ  ໃໝ່ ຈຶ່ງໜ້າສົນໃຈໃນການຄົ້ນຄວ້າສຶກສາ. ຈຸດປະສົງຂອງການຄົ້ນຄວ້າແມ່ນ ເພື່ອສຶກສາແນວທາງໃນການປັບຕົວ ແລະ ທິດທາງໃນຕໍ່ໜ້າຂອງອຸດສາຫະກໍາດັ່ງກ່າວ ພາຍໃຕ້ການສະໜັບສະໜຸນຈາກພາກລັດ ແລະ ຂະແໜງການທີ່ກ່ຽວຂ້ອງຮ່ວມກັບການຕື່ນຕົວໃນການປັບຕົວຂອງຜູ້ປະກອບການເອງ. ການສຶກສາຄັ້ງນີ້ແມ່ນໄດ້ໃຊ້ວິທີການວິໄຈແບບປະສົມ (Mixed Methods) ຄື: ການປະສົມປະສານລະຫວ່າງການວິໄຈແບບປະລິມານ (Quantitative Methods) ແລະ ການວິໄຈແບບຄຸນນະພາບ (Qualitative Methods). ຂໍ້ມູນທີ່ໃຊ້ປະກອບການຄົ້ນຄວ້າແມ່ນໄດ້ຈາກການລົງເກັບກໍາຂໍ້ມູນຕົວຈິງຂອງໂຄງການຄົ້ນຄວ້າຂອງສະຖາບັນ[2], ຂໍ້ມູນຈາກກອງປະຊຸມສໍາມະນາວິຊາການ ແລະ ການຈັດຝຶກອົບຮົມ[3] ແລະ ຂໍ້ມູນອ້າງອີງຈາກແຫຼ່ງເອກະສານຕ່າງໆ ທີ່ກ່ຽວຂ້ອງ ເຊັ່ນ: ບົດລາຍງານ, ສະຖິຕິ ແລະ ບົດຄົ້ນຄວ້າທີ່ກ່ຽວຂ້ອງ.

ສະພາບລວມການຄ້າຂອງອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ຂອງ ສປປ ລາວ

ປັດຈຸບັນ ສະຖານະການເສດຖະກິດໂລກໄດ້ຮັບຜົນກະທົບຈາກຫຼາຍປັດໄຈ ແຕ່ປັດໄຈທີ່ສໍາຄັນທີ່ໄດ້ສົ່ງຜົນກະທົົບໂດຍກົງແມ່ນການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ເປັນປັດໄຈທີ່ສົ່ງຜົນກະທົບຕໍ່ເສດຖະກິດໂລກຢ່າງຫຼວງຫຼາຍ ທັງໃນສ່ວນຂອງການສົ່ງອອກ ແລະ ການລົງທຶນ. ປັດຈຸບັນໄດ້ມີຫຼາຍໜ່ວຍງານປະເມີນຜະລິດຕະພັນມວນລວມຂອງໂລກ (GDP) ຂອງປີ 2020 ແລະ 2021 ໂດຍສະເພາະແມ່ນອົງການການເງິນລະຫວ່າງປະເທດ (IMF) ໄດ້ຄາດການການເຕີບໂຕທາງເສດຖະກິດໂລກຂອງປີ 2020 ວ່າຈະມີການປັບຕົວຫຼຸດລົງ 4,9% ເມື່ອປຽບທຽບກັບປີຜ່ານມາ. ປະເທດມະຫາອໍານາດທາງເສດຖະກິດ ຄື: ອາເມລິກາ, ເອີລົບ ແລະ ສປ ຈີນ ມີຜະລິດຕະພັນມວນລວມ      -8,0%; -10,2% ແລະ -1,0% ຕາມລໍາດັບ. ຄາດການການຈະເລີນເຕີບໂຕຂອງເສດຖະກິດໂລກໃນປີ 2021 ຈະກັບມາຂະຫຍາຍໂຕ 5,4% ໂດຍອາເມລິກາ, ເອີລົບ ແລະ ສປ ຈີນ ມີຜະລິດຕະພັນມວນລວມ 4,5%; 6,0% ແລະ 8,2% ຕາມລໍາດັບ. ຖ້າຫາກວິເຄາະການຄາດການການເຕີບໂຕຂອງ GDP ໃນປະເທດຄູ່ຄ້າສໍາຄັນຂອງອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງລາວເຮົາ ຈະພົບວ່າ ໃນປີ 2020 ຈະມີ ສປ ຈີນ ແລະ ຫວຽດນາມທີ່ GDP ຍັງສາມາດຂະຫຍາຍໂຕໄດ້ 1,0% ແລະ 2,7% ຕາມລໍາດັບ; ແຕ່ໃນປີ 2021 ຄາດການວ່າທຸກປະເທດຈະກັບມາຂະຫຍາຍໂຕ ໂດຍ GDP ຈະຢູ່ລະຫວ່າງ 2,4%-8,2% (ຕາຕະລາງທີ 1). ທັງໝົດນີ້ ສອດຄ່ອງກັບການປະເມີນຂອງທະນາຄານໂລກເມື່ອເດືອນທັນວາ ປີ 2020 ທີ່ຄາດວ່າ ເສດຖະກິດໂລກຈະປັບຕົວຫຼຸດລົງ 5,2% ແຕ່ຫວຽດນາມຈະມີ GDP ຂະຫຍາຍຕົວ 2,8% ແລະ ສປ ຈີນ 1,0%. ຢ່າງໃດກໍຕາມ ທະນາຄານໂລກໄດ້ແບ່ງສະຖານະການເສດຖະກິດຂອງໂລກເປັນ 3 ແບບ ຄື: ກໍລະນີດີສຸດທີ່ຄວບຄຸມການລະບາດໄດ້ GDP ໂລກຈະແມ່ນ -4%, ກໍລະນີຢູ່ໃນລະດັບຖານທີ່ບໍ່ຮ້າຍແຮງກວ່ານີ້ GDP ໂລກຈະແມ່ນ -5,2%; ແລະ ກໍລະນີທີ່ຮ້າຍແຮງທີ່ພະຍາດໂຄວິດ 19 ຍັງມີການແຜ່ລະບາດຫຼາຍ GDP ໂລກຈະແມ່ນ      -8,0% (World Bank, 2020).

ຕາຕະລາງທີ 1: ຄາດການ GDP ປະເທດຄູ່ຄ້າສໍາຄັນໃນປີ 2020 ແລະ 2021.

 

ປະເທດ

ການເຕີບໂຕຂອງ GDP (%)

2018

2019

2020E

2021E

ອາເມລິກາ

2,9

2,3

-8,0

4,5

ເອີລົບ

1,9

1,2

-10,2

6,0

ສປ ຈີນ

6,6

6,1

1,0

8,2

ຍີ່ປຸ່ນ

0,3

0,7

-5,8

2,4

ໄທ

4,1

2,4

-7,7

5,0

ອິນໂດເນເຊຍ

5,2

5,0

-0,3

6,1

ມະເລເຊຍ

4,7

4,3

-3,8

6,3

ສິງກະໂປ

3,4

0,7

-3,5

3,0

ຟິລິບປີນ

6,3

6,0

-3,6

6,8

ຫວຽດນາມ

7,1

7,1

2,7

7,0

ແຫຼ່ງຂໍ້ມູນ: Annual report 2020 (IMF, 2020).

ໝາຍເຫດ: ຄາດການໂດຍ IMF ເດືອນມິຖຸນາ 2020 (ຍົກເວັ້ນກໍລະນີຂອງປະເທດສິງກະໂປ ແລະ ຫວຽດນາມ ທີ່ຄາດການເດືອນເມສາ 2020).

 

ການລົງທຶນໂດຍກົງຂອງຕ່າງປະເທດໃນອຸດສາຫະກຳແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ  ແມ່ນເລີ່ມຈາກການເປັນຜູ້ຜະລິດໃນໄລຍະຕົ້ນຊຸມປີ 1990 ເພື່ອສ້າງຜະລິດຕະພັນພາຍໃນປະເທດ ໂດຍປາສະຈາກຂໍ້ຈຳກັດທາງດ້ານຈຳນວນໂກຕ້າການສົ່ງອອກ ແລະ ການອີງໃສ່ຕົ້້ນທຶນແຮງງານທີ່ຕໍ່າ. ໂຮງງານຕັດຫຍິບເຄື່ອງນຸ່ງຫົ່ມແຫ່ງທຳອິດໃນ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 1984 ແລະ ແຫ່ງທີ 2 ໃນປີ 1990. ພາຍໃນປີ 2014 ຈຳນວນໂຮງງານທີ່ຈົດທະບຽນໃນພາກອຸດສາຫະກຳຕັດຫຍິບເຄື່ອງນຸ່ງຫົ່ມຂະຫຍາຍຕົວມາເປັນ 99 ແຫ່ງ, ແລະ ໃນປັດຈຸບັນ ປີ 2020 ມີຈໍານວນໂຮງງານທັງໝົດ 140 ໂຮງງານ (ຂະໜາດໃຫຍ່ 54, ກາງ 37 ແລະ ນ້ອຍ 49) ທີ່ມີການຈ້າງແຮງງານທັງໝົດ 37.000 ຄົນ ຄິດເປັນ 23% ຂອງຈໍານວນແຮງງານທັງໝົດໃນພາກອຸດສາຫະກໍາ (162.000 ຄົນ)[4]. ການປະກອບສ່ວນຂອງອຸດສາຫະກຳຕັດຫຍິບເຄື່ອງນຸ່ງຫົ່ມ ມີປະມານ 21,97% ຂອງຂະແໜງງການຜະລິດ ໃນປີ 1999 ແລະ 13,2% ໃນໄລຍະເວລາແຕ່ປີ 2005-2015, ແລະ ໃນປີ 2019 ໂຄງປະກອບຂອງມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ພົບວ່າ ອຸດສາຫະກໍາຕັດຫຍິບເຄື່ອງນຸ່ງຫົ່ມ ແມ່ນກວມເປັນອັນດັບສາມຂອງອຸດສາຫະກໍາທັງໝົດ ຄື ກວມ 20,38% ຮອງຈາກອຸດສາຫະກໍາການຜະລິດສະບຽງອາຫານ ແລະ ອຸດສາຫະກໍາການຜະລິດເຄື່ອງດື່ມ. ການປະກອບສ່ວນທາງດ້ານການສົ່ງອອກຂອງອຸດສາຫະກໍາຕັດຫຍິບເຄື່ອງນຸ່ງຫົ່ມຂອງ ສປປ ລາວ ໃນພາກການຜະລິດເພື່ອການສົ່ງອອກມີປະມານ 42% ແລະ ມີມູນຄ່າສົ່ງອອກປະມານ 154 ລ້ານໂດລາສະຫະລັດ ໃນປີ 2016; 182 ລ້ານໂດລາສະຫະລັດ ໃນປີ 2017; 193 ລ້ານໂດລາສະຫະລັດ ໃນປີ 2018 ແລະ 212 ລ້ານໂດລາສະຫະລັດ ຫຼື ເທົ່າ 3,62 % ຂອງມູນຄ່າການສົ່ງອອກທັງໝົດ ໃນປີ 2019, ແລະ 140 ກວ່າລ້ານໃນ 9 ເດືອນຕົ້ນປີ 2020[5] (ຕາຕະລາງທີ 2). ຫຼາຍກວ່າ 20 ປີ (1995-2020) ອຸດສາຫະກຳດັ່ງກ່າວມີມູນຄ່າສ່ວນເກີນປະມານ 85 ລ້ານໂດລາສະຫະລັດ. ພາຍໃນປີ 2017 ອຸດສາຫະກຳດັ່ງກ່າວມີການບັນທຶກມູນຄ່າສ່ວນເກີນປະມານ 120 ລ້ານໂດລາສະຫະລັດ ແລະ ປະມານ 132 ລ້ານໂດລາສະຫະລັດໃນປີ 2019[6]. ປັດໄຈທີ່ມີຜົນສະທ້ອນສຳຄັນທີ່ສຸດໃນການຂະຫຍາຍຕົວຂອງອຸດສາຫະກຳແຜ່ນແພ ແລະ ເຄື່ອງນຸ່ງຫົ່ມໃນລາວ ແມ່ນການໄດ້ຮັບສິດທິພິເສດທາງດ້ານພາສີຈາກປະເທດພັດທະນາແລ້ວໃນກຸ່ມສະຫະພາບເອີລົບ ຫຼື ອີຢູ ແລະ ຈາກສະຫະລັດອາເມລິກາ (ພາຍໃຕ້ຮູບແບບການພົວພັນການຄ້າແບບປົກກະຕິ - NTR); ສັງລວມແລ້ວ ສປປ ລາວ ໄດ້ຮັບສິດທິພິເສດທາງດ້ານການຄ້າ (GSP) ຈາກ 36 ປະເທດໃນທົ່ວໂລກ.

ຕາຕະລາງທີ 2: ມູນຄ່າການສົ່ງອອກ-ນໍາເຂົ້າ ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ (2018-9/2020)

                                 ຫົວໜ່ວຍ: ລ້ານໂດລາ/USD

ລາຍການ

2018

2019

9/2020

ສົ່ງອອກ

ນໍາເຂົ້າ

ສົ່ງອອກ

ນໍາເຂົ້າ

ສົ່ງອອກ

ນໍາເຂົ້າ

ເຄື່ອງນຸ່ງຫົ່ມ (Clothing)

193

26

212

26

140

36

ແຜ່ນແພ ແລະ ອື່ນໆ (Textile and others)

6

106

7

150

6

93

ລວມ

199

132

219

176

146

129

ດຸນການຄ້າ

67

43

17

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ (2020).

ການລົງທຶນໂດຍກົງຈາກຕ່າງປະເທດ ໄດ້ປະກອບສ່ວນອັນສຳຄັນໃນການພັດທະນາຂະແໜງງການແຜ່ນແພ ແລະ ເຄື່ອງນຸ່ງຫົ່ມໃນ ສປປ ລາວ. ໂຮງງານທີ່ມີການດຳເນີນການຜະລິດສ່ວນໃຫຍ່ແມ່ນຕ່າງປະເທດເປັນເຈົ້າຂອງ ຄື: ສປ ຈີນ, ປາກີສະຖານ, ອົດສະຕຣາລີ, ສສ ຫວຽດນາມ, ຝຣັ່ງ, ໄຕ້ຫວັນ, ໂຮນລັງ, ເດນມາກ, ອິດຕາລີ, ໄທ ແລະ ຍີ່ປຸ່ນ. ສປປ ລາວ ຍັງບໍ່ມີໂຮງງານຂະໜາດໃຫຍ່ໃນຂະແໜງອຸດສາຫະກຳແຜ່ນແພ, ຜູ້ຜະລິດສ່ວນໃຫຍ່ແມ່ນເປັນລະດັບຄົວເຮືອນ ແລະ ກຸ່ມວິສາຫະກິດຫັດຖະກຳພື້ນບ້ານ. ມີກຸ່ມວິສາຫະກິດແຜ່ນແພຂະໜາດນ້ອຍ - ຂະໜາດກາງ ປະມານ 1.000 ແຫ່ງ, ເຊິ່ງສ່ວນໃຫຍ່ແມ່ນຜະລິດເພື່ອສະໜອງຕະຫລາດພາຍໃນ ແລະ ຕາມການສັ່ງຊື້ຂອງລູກຄ້າສະເພາະ ເຊັ່ນ: ຊຸດເຄື່ອງແບບຂອງທະຫານ ແລະ ຕຳຫຼວດ. ຢ່າງໃດກໍຕາມ, ຍັງມີໂຮງງານບາງສ່ວນຜະລິດເພື່ອສົ່ງອອກ ຕາມຄວາມຕ້ອງການຂອງກຸ່ມຕະຫຼາດຈຳເພາະຢູ່ໃນບາງປະເທດ ເຊັ່ນ: ມາເລເຊຍ, ສິງກະໂປ, ຍີ່ປຸ່ນ, ແລະ ກຸ່ມສະຫະພາບເອີລົບ ຫຼື ອີຢູ; ໂດຍເຄື່ອງຫັດຖະກໍາສ່ວນໃຫຍ່ຈະລວມເຖີງອຸປະກອນຕົບແຕ່ງເຮືອນ, ແພໄຫມ, ຂອງທີ່ລະນຶກ ແລະ ຂອງຂວັນ ທີ່ຜະລິດຈາກຜ້າໄຫມ ແລະ ຜ້າຝ້າຍລາວ.

ສໍາລັບການນໍາເຂົ້າ ແລະ ສົ່ງອອກໃນອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຊອງລາວເຮົາ ພົບວ່າ ໃນໄລຍະຜ່ານມາ ສປປ ລາວ ມີການນຳເຂົ້າສິນຄ້າປະເພດເຄື່ອງນຸ່ງຫົ່ມໃນລະດັບປະລິມານທີ່ສູງ. ມູນຄ່າໂດຍລວມຂອງສິນຄ້ານຳເຂົ້າຈະຂຶ້ນລົງຕາມທ້ອງຖິ່ນໃນແຕ່ລະແຂວງທີ່ມີປະເພນີ, ວັດທະນະທໍາ ແລະ ພູມອາກາດທີ່ແຕກຕ່າງກັນ ໂດຍແຂວງທີ່ນໍາເຂົ້າຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນທີ່ກວມເອົາເຖິງ 47,57% ຂອງການນໍາເຂົ້າທັງໝົດຂອງອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ. ສິນຄ້າບາງຈຳນວນແມ່ນນຳເຂົ້້າໃນຮູບແບບວັດຖຸດິບເພື່ອດຳເນີນການຜະລິດຕາມຂັ້ນຕອນ CMT ທີ່ປະກອບມີ ຕັດ (Cut), ຫຍິບ ຫຼື ປະກອບ (Make), ແລະ ຕັດແຕ່ງ ຫຼື ສອຍ (Trim). ສິນຄ້າສົ່ງອອກໃນອຸດສາກະກຳແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງລາວສ່ວນໃຫຍ່ແມ່ນສົ່ງອອກໂດຍຜ່ານດ່ານຊາຍແດນສາກົນຢູ່ໃນ 8 ແຂວງ[7]ໂດຍມີນະຄອນຫຼວງວຽງຈັນເປັນຈຸດສຳຄັນໃນການສົ່ງອອກສິນຄ້າປະເພດດັ່ງກ່າວ.

ໃນໄລຍະຜ່ານມາ ເຖິງແມ່ນວ່າອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງ ສປປ ລາວ ຈະໄດ້ຮັບການເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງເປັນປົກກະຕິ ແຕ່ຈາກການສຶກສາຍັງພົບຫຼາຍຂໍ້ຈໍາກັດທີ່ຕ້ອງໄດ້ຮັບການເອົາໃຈໃສ່ແກ້ໄຂ[8] ເຊັ່ນ: ຂໍ້ຈໍາກັດດ້ານແຮງງານທີ່ຂາດແຄນທັງແຮງງານທີ່ມີສີມື ແລະ ຜະລິດຕະພາບຂອງແຮງງານທີ່ຕໍ່າ, ຂໍ້ຈໍາກັດທາງດ້ານການຂົນສົ່ງທີ່ມີຕົ້ນທຶນສູງເມື່ອປຽບທຽບກັບປະເທດອ້ອມຂ້າງ, ຂໍ້ຈໍາກັດທາງດ້ານນະໂຍບາຍ ໂດຍສະເພາະນະໂຍບາຍໃນການເຂົ້າຫາສິນເຊື່ອ ແລະ ການນໍາເຂົ້າວັດຖຸດິບເພື່ອການຜະລິດຂອງອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ. ນອກນີ້ ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຍິ່ງເປັນການເພີ່ມຂໍ້ຈໍາກັດຫຼາຍຂຶ້ນຕໍ່ອຸດສາຫະກໍາດັ່ງກ່າວ ໂດຍພົບວ່າ ໃນໄລຍະຕົ້ນປີ 2020 ທີ່ຜ່ານມາ ຜູ້ຜະລິດ ແລະ ຜູ້ຈໍາໜ່າຍສິນຄ້າຕ້ອງໄດ້ຢຸດການດໍາເນີນທຸລະກິດ ຫຼື ຫຼຸດກໍາລັງການຜະລິດລົງ ເນື່ອງຈາກມາດຕະການປ້ອງກັນຂອງໂຄວິດ 19 ຕາມນະໂຍບາຍຂອງລັດຖະບານ ອີກທັງການແຜ່ລະບາດໃນຕ່າງປະເທດທີ່ຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ມູນຄ່າການສົ່ງອອກຂອງອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມທົ່ວໂລກຫຼຸດລົງ. ສໍາລັບການສົ່ງອອກຜະລິດຕະພັນແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງລາວເຮົາໃນໄລຍະ 9 ເດືອນຕົ້ນປີ 2020 ປັບຕົວຫຼຸດລົງເຖິງ 14% ສໍາລັບຜະລິດຕະພັນແຜ່ນແພ ແລະ 12% ສໍາລັບເຄື່ອງນຸ່ງຫົ່ມ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ (ຕາຕະລາງທີ 3) ເຊີ່ງມີສາເຫດຈາກຜູ້ຜະລິດຖືກຍົກເລິກຄໍາສັ່ງຈາກບໍລິສັດທີ່ເປັນເຈົ້າຂອງຍີ່ຫໍ້ ຫຼື ກາໝາຍສິນຄ້າຕ່າງໆ ທີ່ຕ້ອງປິດໜ້າຮ້ານຄ້າ ຫຼື ຫ້ອງຂາຍໃນຫ້າງຮ້ານຕ່າງໆ; ແລະ ບັນຫາການສົ່ງສິນຄ້າທີ່ບໍ່ສາມາດຂົນສົ່ງໄດ້ຕາມຮອບຂອງໄລຍະເວລາທີ່ກໍານົດໄວ້  ເຊີ່ງສົ່ງຜົນກະທົບຕໍ່ຕ່ອງໂສ້ການສະໜອງ (Supply Chain) ຂອງທັງໝົດລະບົບອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມທົ່ວໂລກ.

ຕາຕະລາງທີ 3: ປຽບທຽບການສົ່ງອອກອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ 9 ເດືອນຕົ້ນປີ ມັງກອນ-ກັນຍາ (2019-2020)

             ຫົວໜ່ວຍ: ລ້ານໂດລາ/USD

ລາຍການ

(ມກ-ກຍ) 2019

(ມກ-ກຍ) 2020

ການປ່ຽນແປງ (%)

ເຄື່ອງນຸ່ງຫົ່ມ (Clothing)

159

140

-12

ແຜ່ນແພ ແລະ ອື່ນໆ (Textile and others)

7

6

-14

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ (2020).

ອະນາຄົດຂອງອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ໃນ ສປປ ລາວ ຈະເປັນໄປໃນທິດທາງໃດ

          ປັດຈຸບັນ ເຖິງແມ່ນວ່າຫຼາຍປະເທດຈະໄດ້ມີການຫຼຸດຜ່ອນມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ລົງ ເຊີ່ງມີຜົນເຮັດໃຫ້ທຸລະກິດ ແລະ ຮ້ານຄ້າຕ່າງໆ ໄດ້ທະຍອຍເລີ່ມເປີດດໍາເນີນກິດຈະການຄືນໃໝ່. ແຕ່ການດໍາເນີນທຸລະກິດ ຫຼື ການຜະລິດສິນຄ້າຕ່າງໆ ແມ່ນມີການປ່ຽນແປງໄປຈາກຮູບແບບເກົ່າທີ່ເຄີຍເຮັດຜ່ານມາເພື່ອຄວາມຢູ່ລອດຂອງສະພາບການທີ່ປ່ຽນແປງໄປໃນແຕ່ລະໄລຍະ; ດັ່ງນັ້ນ ຈຶ່ງຈໍາເປັນທີ່ພາກອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງລາວເຮົາຕ້ອງໃຫ້ຄວາມສໍາຄັນໃນການພັດທະນາຮູບແບບການລົງທຶນການບໍລິຫານຈັດການ, ການນໍາເຕັກໂນໂລຊີ ແລະ ນະວັດຕະກໍາເຂົ້າມາໃຊ້ເພື່ອປັບຕົວໃຫ້ເໝາະສົມກັບພຶດຕິກໍາທີ່ປັບປ່ຽນໄປໃນຍຸກຄວາມປົກກະຕິຮູບແບບໃໝ່ (New Normal). ປັດຈຸບັນນີ້ ໄດ້ມີຫຼາຍແນວຄວາມຄິດໃນການສະເໜີທາງແກ້ໃຫ້ແກ່ພາກເອກະຊົນ ກໍຄືຜູ້ປະກອບການອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ; ໜຶ່ງໃນແນວຄວາມຄິດທີ່ໄດ້ຮັບຄວາມນິຍົມຄື: ແນວຄິດ 7 ຂັ້ນຕອນຂອງການປັບປ່ຽນ (7 Major Shifts)[9] ເພື່ອໃຫ້ທຸລະກິດສາມາດດໍາເນີນການຕໍ່ໄປພາຍໃຕ້ສະຖານະການຂອງການແຜ່ລະບາດຂອງພະຍາດໂຄວິດ 19 ໂດຍສາມາດສະຫຼຸບໄດ້ດັ່ງນີ້:    

  1. ຈາກແນວຄິດຕະຫຼາດເສລີ (Free Market Model) ທີ່ເນັ້ນການສ້າງອໍານາດເໜືອຕະຫຼາດ ໄປສູ່ແນວຄິດການຮ່ວມສ້າງສັນ (Co-Creative Model) ທີ່ເນັ້ນການປົດປ່ອຍພະລັງປັນຍາຂອງມະນຸດ.
  2. ຈາກການແຂ່ງຂັນກັນຜະລິດ/ແຂ່ງຂັນກັນບໍລິໂພກ (Competitive Mode of Production and Consumption) ໄປສູ່ການປະສານຮ່ວມມື ແລະ ການແບ່ງປັນ (Collaborative Mode of Production and Consumption).
  3. ຈາກການເນັ້ນການຈະເລີນເຕີບໂຕທາງດ້ານເສດຖະກິດ (Economic Growth) ໄປສຸ່ການສ້າງຄວາມສົມດຸນລະຫວ່າງຄວາມຮັ່ງມີທາງເສດຖະກິດ, ຄວາມສົມບູນພູນສຸກຂອງຄົນໃນສັງຄົມ, ຄວາມຍືນຍົງຂອງສິ່ງແວດລ້ອມ ພາຍໃຕ້ການນໍາໃຊ້ພື້ນຖານຂອງປັນຍາມະນຸດ (Thriving in Balance).
  4. ຈາກການເບີ່ງຄົນເປັນຊັບພະຍາກອນ ຫຼື ປັດໄຈການຜະລິດເພື່ອສ້າງການຈະເລີນເຕີບໂຕ ຫຼື ຄວາມຮັ່ງມີທາງດ້ານເສດຖະກິດ (People for Growth) ໄປສູ່ການສ້າງສະພາບແວດລ້ອມເພື່ອອໍານວຍຄວາມສະດວກໃຫ້ຄົນໄດ້ສາມາດສະແດງສັກກະຍະພາບ ຫຼື ຄວາມສາມາດຂອງຕົນໄດ້ຢ່າງເຕັມທີ່ (Growth for People).
  5. ຈາກຊີວິດທີ່ມີເປົ້າໝາຍຄືຄວາມຮັ່ງມີທາງດ້ານວັດຖຸ (Economic Life) ໄປສູ່ຊີວິດທີ່ສົມດຸນເນັ້ນຄວາມຮັ່ງມີທາງດ້ານຈິດໃຈ (Hygienic Life) ທີ່ໝາຍເຖິງຄວາມສົມບູນພູນສຸກ (Wellbeing).
  6. ຈາກລະບົບເສດຖະກິດທີ່ມີເປົ້າໝາຍເນັ້ນໃສ່ຂະບວນການຜະລິດ ໂດຍນໍາໃຊ້ຊັບພະຍາກອນຢ່າງຟຸມເຟືອຍບໍ່ປະຢັດ (Linear Economy) ໄປສູ່ລະບົບເສດຖະກິດໝຸນວຽນ ທີ່ເນັ້ນການປະຢັດປັດໄຈທີ່ນໍາເຂົ້າຂອງຂະບວນການຜະລິດ, ເນັ້ນການເພີ່ມປະສິດທິພາບຂອງການຜະລິດ ແລະ ປະໂຫຍດສູງສຸດຂອງຜົນການຜະລິດ, ແລະ ນໍາສິ່ງເສດເຫຼືອຈາກຂະບວນການຜະລິດກັບມາໃຊ້ປະໂຫຍດໃໝ່ ໂດຍເນັ້ນທີ່ຄວາມຍືນຍົງຂອງຂະບວນການຜະລິດ ແລະ ສິ່ງແວດລ້ອມ (Circular Economy).
  7. ຈາກການທີ່ເນັ້ນສະແຫວງຫາປະໂຫຍດຈາກສ່ວນລວມ (Exploitation of the Commons) ມາເປັນຜົນປະໂຫຍດຂອງສ່ວນຕົວ ປັບປ່ຽນໄປສູ່ການຟື້ນຟູ ແລະ ຮັກສາຜົນປະໂຫຍດຂອງສ່ວນລວມເປັນສໍາຄັນ (Remedy of the Commons).

ສະຫຼຸບ ແລະ ຂໍ້ສະເໜີແນະ

ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ໃນປັດຈຸບັນ ສິ່ງທີ່ຄວນໃຫ້ຄວາມສໍາຄັນກວ່າໝູ່ຄືການຟື້ນໂຕຂອງອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ຄວນຈະມີມາດຕະການແນວໃດ, ການຟື້ນໂຕຄວນຈະເປັນໄປໃນຮູບແບບໃດ ແລະ ມີທິດທາງເປັນຄືແນວໃດ. ໃນບົດຄົ້ນຄວ້າຫຍໍ້ນີ້ ນັກຄົ້ນຄວ້າຂໍສະເໜີເເນະທາງດ້ານວິຊາການແກ່ໜ່ວຍງານທັງພາກລັດ ແລະ ພາກເອກະຊົນ ດັ່ງນີ້:

  1. ພາກລັດ
  1. ພາຍໃຕ້ສະຖານະການຂອງການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ປະເທດມີການກໍານົດມາດຕະການປ້ອງກັນການແຜ່ລະບາດນີ້ ລັດຖະບານຄວນມີນະໂຍບາຍຊ່ວຍເຫຼືອອຸດສາຫະກໍາການຜະລິດ ເປັນແບບສະເພາະເຈາະຈົງ (Personalize) ເນື່ອງຈາກວິກິດຂອງການແຜ່ລະບາດຄັ້ງນີ້ ມີຜູ້ໄດ້ຮັບຜົນກະທົບທີ່ແຕກຕ່າງກັນ; ດັ່ງນັ້ນ ນະໂຍບາຍທີ່ພາກລັດຈະເຂົ້າໄປຊ່ວຍເຫຼືອຈະເຮັດແບບດຽວກັນກັບອຸດສາຫະກໍາການຜະລິດອື່ນໆ ບໍ່ໄດ້ ແຕ່ຕ້ອງມີການກໍານົດນະໂຍບາຍສະເພາະສໍາລັບອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມທີ່ມີຜົນຕໍ່ການຈ້າງແຮງງານ ແລະ ຊີວິດການເປັນຢູ່ຂອງຄົນຈໍານວນຫຼາຍ ເພື່ອໃຫ້ສາມາດກໍານົດນະໂຍບາຍສະໜັບສະໜຸນໄດ້ຢ່າງມີປະສິດທິພາບ.
  2. ຊຸກຍູ້ໃຫ້ເກີດຕ່ອງໂສ້ການສະໜອງໃໝ່ (New Supply Chain) ໂດຍການສ້າງກຸ່ມອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ, ເຄື່ອງມືທາງການແພດ ທີ່ເຊື່ອມໂຍງລະຫວ່າງອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ, ອົງການດ້ານການແພດ ແລະ ອຸດສາຫະກໍາອື່ນໆ ທີ່ກ່ຽວຂ້ອງ ເພື່ອຮ່ວມກັນພັດທະນາການຜະລິດຕັ້ງແຕ່ຂັ້ນຕົ້ນ (ເສັ້ນດ້າຍ) ຫາຂັ້ນກາງ (ຜ້າແພ) ແລະ ຂັ້ນສຸດທ້າຍ (ຜະລິດຕະພັນແຜ່ນແພທາງການແພດ ແລະ ສຸກຂະອະນາໄມ) ຕະຫຼອດເຖິງຜະລິດຕະພັນທີ່ຮອງຮັບທາງດ້ານສຸກຂະພາບແກ່ປະຊາຊົນສູງໄວ ເພື່ອໃຫ້ສາມາດຜະລິດໃນປະເທດໄດ້ຕະຫຼອດຕ່ອງໂສ້ຂອງການຜະລິດ (Supply Chain).
  3. ຊຸກຍູ້ໃຫ້ເກີດຜະລິດຕະພັນທີ່ໄດ້ມາດຕະຖານ ແລະ ເນັ້ນຄວາມມີຄຸນນະພາບ (Product Quality and Standard) ໂດຍການສະໜັບສະໜຸນຫ້ອງປະຕິບັດການທົດລອງ (Testing Lab) ສໍາລັບທົດສອບຜະລິດຕະພັນແຜ່ນແພທາງການແພດ (Medical Textile) ໃຫ້ໄດ້ມາດຕະຖານ.
  4. ຈາກສະພາບການປັດຈຸບັນທີ່ມີການເຄື່ອນຍ້າຍຖານການຜະລິດຂອງບັນດາປະເທດນັກລົງທຶນຕ່າງໆ ທີ່ຊອກຫາຖານການຜະລິດໃໝ່ ພາກລັດຄວນໃຫ້ການເອົາໃຈໃສ່ສຶກສາມາດຕະການທີ່ດຶງດູດ ໂດຍສະເພາະມາດຕະການທີ່ກ່ຽວຂ້ອງກັບຄ່າແຮງງານ, ການສະໜອງແຮງງານທີ່ມີສີມື, ຄວາມປອດໄພຈາກພະຍາດລະບາດ ເຊີ່ງ ສປປ ລາວ ເຮົາກໍ່ມີເງື່ອນໄຂທີ່ສາມາດສົ່ງເສີມ ແລະ ໃຊ້ເປັນທ່າແຮງໄດ້.
  5. ໂດຍປຽບທຽບ ຈຳນວນແຮງງານທີ່ມີຢູ່ໃນພາກອຸດສາຫະກຳການຜະລິດຂອງລາວແມ່ນຍັງມີຕໍ່າເມື່ອທຽບກັບປະເທດອື່ນໆ ໃນພາກພື້ນ, ເຊິ່ງເປັນສາຍເຫດໃຫ້ສັດສ່ວນແຮງງານໃນຂະແໜງການແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຍັງຂາດແຄນ. ຍິ່ງໄປກວ່ານັ້ນ ແຮງງານໃນພາກການຜະລິດທີ່ມີຄຸນນະພາບ ຍັງເປັນສິ່ງສຳຄັນໃນອຸດສາຫະກຳແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ, ເຊິ່ງໃນການສຶກສາຜ່ານມາໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ມີຄວາມໄດ້ປຽບທາງດ້ານຄ່າຈ້າງແຮງງານທີ່ຖືກ ແຕ່ຜະລິດຕະພາບຂອງແຮງງານແມ່ນຕໍ່າ ເມື່ອທຽບກັບປະເທດອື່ນໆ ເຊັ່ນ: ມາເລເຊຍ, ຟີລິບປີນ, ໄທ, ປາກີສະຖານ, ອີນໂດເນເຊຍ ແລະ ອິນເດຍ. ດັ່ງນັ້ນ, ລັດຖະບານ ຈຶ່ງຄວນຈັດບູລິມະສິດສໍາລັບຍຸດທະສາດໃນການພັດທະນາອຸດສາຫະກຳແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ໂດຍການສົ່ງເສີມທັກສະ ແລະ ຝຶກອົບຮົມແຮງງານ ເພື່ອສ້າງແຮງງານທີ່ມີປະສິດທິພາບທາງດ້ານການຜະລິດ ຫຼື ເພີ່ມກໍາລັງການຜະລິດ ຄຽງຄູ່ໄປກັບການເພີ່ມອັດຕາຄ່າຈ້າງແຮງງານໃຫ້ເໝາະສົມ ເພື່ອເປັນການຈູງໃຈໃຫ້ມີການປະກອບສ່ວນຂອງກໍາລັງແຮງງານໃນອຸດສາຫະກໍາດັ່ງກ່າວ.
  6. ຄວນສົ່ງເສີມໃຫ້ມີການລົງທຶນທາງດ້ານການຝຶກອົບຮົມເພີ່ມທັກສະ ແລະ ການພັດທະນາສີມືແຮງງານ ໂດຍເນັ້ນການຝຶກຝົນໃນຄົວເຮືອນ ແລະ ຝຶກອົບຮົມຫລັກສູດໃນສະຖາບັນອາຊີວະສຶກສາ. ຢ່າງໃດກໍຕາມ, ບັນດາຜູ້ປະກອບການທຸລະກິດ ສາມາດມີບົດບາດສຳຄັນໃນການສົ່ງເສີມ ແລະ ພັດທະນາທັກສະຂອງແຮງງານທາງດ້ານແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ໂດຍລັດຖະບານກໍຕ້ອງກຳນົດນະໂຍບາຍສ້າງແຮງຈູງໃຈດ້ວຍການຍົກເວັ້ນພາສີໂດຍການກຳນົດໄລຍະເວລາໃດໜຶ່ງ ຫລື ແບບຊົ່ວຄາວ (ເພື່ອເປັນການທົດແທນຕົ້ນທຶນໃນການພັດທະນາສີມືແຮງງານ)ໃຫ້ກັບບັນດາພາກວິສາຫະກິດທີ່ຕອບສະໜອງນະໂຍບາຍການຝຶກອົບຮົມ ແລະ ການພັດທະນາສີມືແຮງງານຢ່າງເປັນປົກກະຕິ.
  7. ຄວນສ້າງຕ່ອງໂສ້ຂອງຄວາມຮ່ວມມືລະຫວ່າງອຸດສາຫະກໍາພາຍໃນເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ແລະ ເຂດອຸດສາຫະກໍາ ກັບທຸລະກິດປີ່ນອ້ອມທີ່ຢູ່ນອກເຂດ ເພື່ອສ້າງໂອກາດໃນການສ້າງຄວາມເຂັ້ມເເຂງໃຫ້ຜູ້ປະກອບການ ຫຼື ຜູ້ຜະລິດພາຍໃນ ໃນການພັດທະນາຄຸນນະພາບໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ແລະ ເພື່ອສ້າງເປັນກາໝາຍຂອງຄົນລາວ (Lao Brand ຫຼື Made in Laos) ໃນທີ່ສຸດ ຈົນນໍາໄປສູ່ການຜະລິດເພື່ອທົດແທນການນໍາເຂົ້າໃນອະນາຄົດ.
  8. ພາກລັດຕ້ອງມີຄວາມເປັນເອກະພາບກັນໃນການອອກນິຕິກໍາລະຫວ່າງພາກລັດ, ພາກລັດ-ພາກເອກະຊົນ; ພ້ອມທັງ ມີຄວາມເປັນເອກະພາບຂອງຂອດການຈັດຕັ້ງປະຕິບັດລະຫວ່າງຂັ້ນສູນກາງ-ທ້ອງຖິ່ນ ໃຫ້ເປັນຕ່ອງໂສ້ເຊີ່ງກັນ ແລະ ກັນ.
  9. ພາກລັດຄວນສ້າງໂອກາດໃຫ້ມີການນໍາໃຊ້ຜະລິດຕະພັນແຜ່ນແພ ແລະ ເຄື່ອງນຸ່ງຫົ່ມພາຍໃນໃຫ້ຫຼາຍຂຶ້ນ ໂດຍຂໍຄວາມຄວາມຮ່ວມມືກັບອົງກອນທັງຈາກພາກລັດ ແລະ ພາກເອກະຊົນ ຕະຫຼອດເຖິງນັກລົງທຶນຂອງຕ່າງປະເທດທີ່ມາລົງທຶນໃນ ສປປ ລາວ ໃຫ້ຫັນມານໍາໃຊ້ຜະລິດຕະພັນພາຍໃນຫຼາຍຂຶ້ນ ຕາມຄໍາຂວັນ: ລາວເຮັດລາວໃຊ້-ລາວໄດ້ລາວຈະເລີນ.
  10. ພາກລັດຄວນສົ່ງເສີມການສ້າງຕັ້ງຄະນະກຳມະການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ເຄືອຂ່າຍຄວາມຮ່ວມມືສໍາລັບອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງລາວ ແລະ ບັນດາປະເທດໃນຂອບດັ່ງກ່າວຜ່ານສະມາພັນອຸດສາຫະກຳແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງອາຊຽນ (AFTEX) ແລະ  ອົງກອນພັນທະມິດທາງດ້ານການບໍລິການຢ່າງເຕັມຮູບແບບ (SAFSA) ທີ່ຈະເຊື່ອມໂຍງບັນດາໂຮງງານຜະລິດເຄື່ອງນຸ່ງຫົ່ມໃນອາຊຽນໃຫ້ມີການຍົກລະດັບ ແລະ ເສີມສ້າງຕ່ອງໂສ້ການຜະລິດສິນຄ້າໃນຕົວຈິງ ລະຫວ່າງຜູ້ຊື້, ໂຮງງານແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ເພື່ອເປັນການຊູກຍູ້ ແລະ ສົ່ງເສີມການສົ່ງອອກຜະລິດຕະພັນແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງລາວໃຫ້ອອກສູ່ຕະຫຼາດໂລກ. ເນື່ອງຈາກໃນໄລຍະຜ່ານມາ ສັດສ່ວນຂອງບັນດາຜູ້ສະໜອງທີ່ເປັນພື້ນຖານການຜະລິດໃຫ້ກັບໂຮງງານແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງລາວ ສ່ວນໃຫຍ່ແມ່ນມາຈາກບັນດາປະເທດໃນຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊັ່ນ: ສປ ຈີນ, ໄທ ແລະ ຫວຽດນາມ.
  11. ພາກລັດຄວນສະໜັບສະໜູນໂຄງການຕົວແບບທີ່ໄດ້ຮັບການສະໜັບສະໜູນພາຍໃຕ້ການຮ່ວມມື ແລະ ພັດທະນາໃນຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (LMCD) ເພື່ອຍົກລະດັບ ແລະ ເສີມສ້າງທາງດ້ານຄຸນນະພາບໃຫ້ແກ່ໂຮງຮຽນວິຊາຊີບ. ໂຄງການດັ່ງກ່າວນີ້ ຈະປະກອບສ່ວນຢ່າງສຳຄັນໃນການຊ່ວຍສົ່ງເສີມຍົກລະດັບສີມືແຮງງານລາວໃນອະນາຄົດ. ບັນຫາໃນການຂາດແຄນແຮງງານໃນພາກອຸດສາຫະກຳແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ອາດເກີດຈາກສະພາບແວດລ້ອມທີ່ບໍ່ເອື້ອອຳນວຍໃນການເຮັດວຽກຂອງໂຮງງານ ໂດຍສະເພາະແມ່ນແຮງງານສ່ວນໃຫຍ່ເປັນເພດຍິງທີ່ຕ້ອງການການເອົາໃຈໃສ່ເປັນພິເສດ. ດັ່ງນັ້ນ ໂຄງການຕົວແບບຈະຊ່ວຍສົ່ງເສີມການສ້າງສະພາບແວດລ້ອມການດຳເນີນວຽກງານທີ່ດີຢູ່ໃນບັນດາໂຮງງານແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ.
  1. ພາກເອກະຊົນ
  1. ຜູ້ປະກອບການຕ້ອງປັບຕົວເພື່ອໃຫ້ເກີດຄວາມຄ່ອງໂຕໃນລະບົບຕ່ອງໂສ້ການສະໜອງ (Supply Chain) ຫຼາຍຂຶ້ນ ໂດຍການຫຼຸດເວລາໃນການນໍາສິນຄ້າອອກສູ່ຕະຫຼາດ ແລະ ການປັບຕົວໃຫ້ເຂົ້າກັບທ່າອ່ຽງ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກໃຫ້ຫຼາຍຂຶ້ນ ທັງຜູ້ອອກແບບ, ຜູ້ຜະລິດ ແລະ ຜູ້ຈັດຈໍາໜ່າຍສິນຄ້າ. ຈະຕ້ອງຫຼຸດໄລຍະເວລາໃນການດໍາເນີນການໃຫ້ໄວຂຶ້ນ ໂດຍສາມາດອາໃສຮູບແບບ (Platform) ຕ່າງໆ ເພື່ອເປັນເຄື່ອງມືໃນການອັດຊ່ອງວ່າງທີ່ເກີດຂຶ້ນໃນລະບົບຕ່ອງໂສ້ການສະໜອງຂອງອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ. ການນໍາໃຊ້ເຕັກໂນໂລຊີຕ່າງໆ ເຂົ້າມາຊ່ວຍພັດທະນາການດໍາເນີນທຸລະກິດ ແລະ ຊ່ອງທາງການຈໍາໜ່າຍ ເຊັ່ນ: ການປະຊຸມແບບອອນລາຍ (Video Conference), ການນໍໃຊ້ເຕັກໂນໂລຊີສາມມິຕິ (3D) ມາໃຊ້ໃນການອອກແບບຜະລິດຕະພັນ, ການຈັດສະແດງຜົນງານແຟຊັນໂຊຜ່ານລະບົບເຕັກໂນໂລຊີໃນຮູບແບບຄືກັນກັບການຈັດງານຂຶ້ນແທ້ (Digital Showroom) ຜ່ານທາງ Live stream, ແລະ ການຂາຍຜ່ານລະບົບອອນລາຍໃນຮູບແບບຕ່າງໆ (Platform). ເຊີ່ງໃນໄລຍະຜ່ານມາເຮົາຈະສັງເກດເຫັນວ່າ ພຶດຕິກໍາຂອງຜູ້ບໍລິໂພກໃນການເລືອກຊື້ສິນຄ້າປ່ຽນແປງໄປ ໂດຍຫັນມາສັ່ງຊື້ສິນຄ້າຜ່ານລະບົບອອນລາຍຫລາຍຂຶ້ນ ຖືໄດ້ວ່າ ເປັນໂອກາດຂອງທຸລະກິດໃນການຮຽນຮູ້ ແລະ ປັບປ່ຽນເຄື່ອງມື, ວິທີການເຮັດວຽກ ແລະ ການສ້າງຄວາມສາມາດໃນການແຂ່ງຂັນ ລວມເຖິງໂອກາດໃນການພັດທະນາຮຽນຮູ້ເຕັກໂນໂລຊີເພື່ອສ້າງນະວັດຕະກໍາ ແລະ ການເຕີບໂຕທາງທຸລະກິດໃນອະນາຄົດ.
  2. ສຸມໃສ່ການຜະລິດແຜ່ນແພເຄື່ອງນຸ່ງຫົ່ມເຕັກນິກ (Technical Textile) ທີ່ເນັ້ນຄວາມປອດໄພ ແລະ ສຸກຂະອະນາໄມສ່ວນບຸກຄົນ ເຊັ່ນ: ຜະລິດຕະພັນແຜ່ນແພທີ່ໃຊ້ຜະລິດອຸປະກອນການແພດ (Medical Textile) ເພື່ອນໍາໄປໃຊ້ຜະລິດໜ້າກາກອະນາໄມ ແລະ ຊຸດຄຸມທາງການແພດ ທີ່ມີຄວາມຕ້ອງການເພີ່ມຂຶ້ນໃນແຕ່ລະໄລຍະຕາມສະພາບການແຜ່ລະບາດຂອງພະຍາດ ບໍ່ວ່າຈະເປັນພະຍາດໂຄວິດ 19, ພູມແພ້ ແລະ ພະຍາດຕ່າງໆ ທີ່ກ່ຽວກັບລະບົບຫາຍໃຈຂອງຄົນເຮົາ. ຈະເຫັນໄດ້ວ່າ ໄລຍະຂອງການເກີດວິກິດດັ່ງກ່າວ ສິ່ງເຫຼົ່ານັ້ນກໍ່ໄດ້ສ້າງໂອກາດໃຫ້ເກີດຂຶ້ນສໍາລັບອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ, ອຸດສາຫະກໍາການຜະລິດເສັ້ນໄຍສັງເຄາະ, ຜ້າຜືນທັງແບບຖັກ ຫຼື ຕໍ່າ ແລະ ແບບທີ່ບໍ່ຖັກ ຫຼື ບໍ່ຕໍ່າ (Nonwoven).
  3. ອີງຕາມພຶດຕິກໍາຂອງຜູ້ບໍລິໂພກໃນປັດຈຸບັນທີ່ເປັນຫ່ວງສຸກຂະພາບຫຼາຍຂຶ້ນ, ການນໍາເອົາຄຸນສົມບັດພິເສດຕ່າງໆ ທີ່ກ່ຽວຂ້ອງກັບການປ້ອງກັນສຸກຂະພາບຈຶ່ງເປັນສິ່ງທີ່ຕ້ອງໄດ້ພິຈາລະນາ ແລະ ພັດທະນາຂຶ້ນ ເຊັ່ນ: ການຕ້ານແບັດທີເລຍ, ການປ້ອງກັນລັງສີຢູວີ (UV), ການຮັກສາຄວາມສຸ່ມຂອງຜີວໜັງ ຫຼື ຄຸນສົມບັດທີ່ສາມາດລະບາຍເຫື່ອໄດ້ດີ ແຫ້ງໄວ ແລະ ການສະທ້ອນນໍ້າ ເຊີ່ງຖ້າອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມສາມາດນໍາເອົາຄຸນສົມບັດຕ່າງໆ ດັ່ງກ່າວເຂົ້າມາໃສ່ໃນຜະລິດຕະພັນເຄື່ອງນຸ່ງຫົ່ມ ລວມເຖິງການພັດທະນາອອກແບບຜະລິດຕະພັນໃຫ້ສອດຄ່ອງກັບຄວາມຕ້ອງການຂອງຜູ້ບໍລິໂພກ ຈະຍິ່ງເພີ່ມໂອກາດໃຫ້ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ສາມາດຟື້ນໂຕ ແລະ ຍືນຍົງໄດ້ໃນທີ່ສຸດ.
  4. ເພີ່ມໂອກາດໃນການຮ່ວມມືກັນລະຫວ່າງທຸລະກິດພາຍໃນທີ່ມີຕ່ອງໂສ້ເກື້ອໜຸນກັນຫຼາຍຂຶ້ນ ເພື່ອນໍາໄປສູ່ການສ້າງຄວາມເຂັ້ມແຂງໃຫ້ອຸດສາຫະກໍາການຜະລິດພາຍໃນ ແລະ ເພື່ອສ້າງໂອກາດໃນການຜະລິດທົດແທນການນໍາເຂົ້າໃນອະນາຄົດ.

ການເກີດວິກິດການຂອງການແຜ່ລະບາດຂອງພະຍາດໂຄວິດ 19 ໃນຄັ້ງນີ້  ຖືໄດ້ວ່າເປັນໂອກາດຂອງພາກອຸດສາຫະກໍາທີ່ຈະຕ້ອງໄດ້ທົບທວນການດໍາເນີນທຸລະກິດຂອງຕົນ ເພື່ອໃຫ້ສາມາດເຫັນໄດ້ເຖິງຈຸດອ່ອນ, ຮາກເຫງົ້າຂອງບັນຫາ ພ້ອມທັງສາມາດຄົ້ນເຫັນຈຸດແຂງ, ກາລະໂອກາດ ເພື່ອເປັນບ່ອນອີງໃນການກໍານົດທິດທາງ ແນວທາງນະໂຍບາຍໃນການປັບປ່ຽນທຸລະກິດໃຫ້ສອດຄ່ອງກັບການປ່ຽນແປງທີ່ບໍ່ຄືເກົ່າຂອງລະບົບຕະຫຼາດ ເພື່ອຄວາມຢູ່ລອດຂອງອຸດສາຫະກໍາພາຍໃຕ້ສະຖານະການຂອງການປ່ຽນແປງໃໝ່ທີ່ບໍ່ຄືເກົ່າອີກຕໍ່ໄປ.

ດັ່ງນັ້ນ ຄວາມປົກກະຕິຮູບແບບໃໝ່ (New Normal) ທີ່ຈະເກີດຂຶ້ນຕໍ່ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ຫຼັງການແຜ່ລະບາດຂອງພະຍາດໂຄວິດ 19 ຜູ້ປະກອບການທີ່ສາມາດປັບປ່ຽນຮູບແບບການດໍາເນີນທຸລະກິດ ເຊັ່ນ: ການບໍລິຫານຈັດການເພື່ອຮອງຮັບການປ່ຽນແປງຂອງຕ່ອງໂສ້ການສະໜອງ (Supply Chain) ຮູບແບບໃໝ່ ທີ່ມີຮອບວຽນສັ້ນລົງ ໂດຍເນັ້ນການຜະລິດຜະລິດຕະພັນແຜ່ນແພເຕັກນິກທີ່ກ່ຽວຂ້ອງກັບການຜະລິດອຸປະກອນທາງການແພດ (Medical Textile). ການຮວມກຸ່ມ ຫຼື ສ້າງຄວາມຮ່ວມມືກັນລະຫວ່າງທຸລະກິດທີ່ປິ່ນອ້ອມຕ່າງໆ ເພື່ອແກ້ໄຂສິ່ງຄົງຄ້າງໃນການດໍາເນີນທຸລະກິດ. ຈຸດປະສົງແມ່ນເພື່ອຊອກຫາແຫຼ່ງສະໜອງວັດຖຸດິບ ແລະ ພັດທະນາວັດຖຸດິບໃໝ່ໆ ຮ່ວມກັນ, ຫຼຸດການເພີ່ງພາການນໍາເຂົ້າ ເນັ້ນການໃຊ້ວັດຖຸດິບ ແລະ ສິນຄ້າທີ່ຜະລິດພາຍໃນປະເທດ (Local Brand) ເພາະຖ້າຫາກເກີດພາວະການລະບາດຂອງໂຄວິດ 19 ຮອບສອງ ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງລາວຈະສາມາດຫຼຸດຜົນກະທົບໃນດ້ານຕ່າງໆ ໃນທຸກຂັ້ນຕອນ ທັງທາງດ້ານການຜະລິດ ແລະ ການຂົນສົ່ງສິນຄ້າ ເຊີ່ງເປັນການເພີ່ມຂີດຄວາມສາມາດໃນການແຂ່ງຂັນໃຫ້ກັບອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມຂອງລາວຕໍ່ໄປ.

 
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.