ອີງຕາມຂໍ້ຕົກລົງສະບັບເລກທີ 3455/ກປ, ລົງວັນທີ 26 ສິງຫາ 2019 ວ່າດ້ວຍການກໍານົດພືດບຸລິມະສິດ ສໍາລັບເຈລະຈາເຕັກນິກເປີດຕະຫຼາດ ເພື່ອສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ  ໃນສົກປີ 2019-2020 ປະກອບມີ ບັນຊີພືດ ແລະ ຜະລິດຕະພັນພືດບູລິມະສິດອັນດັບໜຶ່ງ ແລະ ອັນດັບສອງ. ບູລິມະສິດອັນດັບໜຶ່ງປະກອບມີ 10 ປະເພດ: ມັນດ້າງ, ຢາສູບ, ໝາກມີ້, ລໍາໃຍ, ໝາກນອດ, ໝາກກ້ຽງ, ໝາກພຸກ ຫຼື ໝາກສົ້ມໂອ, ໝາກມັງກອນ, ພືດຜັກອື່ນໆ (ໝາກເພັດອື່ນໆ, ຖົ່ວເຫຼືອງ, ຖົ່ວຂຽວ, ຖົ່ວດິນ, ຖັ່ວອື່ນໆ, ຜັກກາດຫົວ, ສະກຸນກະລໍ່າ, ໝາກອຶ, ໝາກເຂືອ, ແລະ ໝາກເລັ່ນ). ບູລິມະສິດອັນດັບສອງປະກອບມີ 13 ປະເພດ: ຊາຕົ້ມ, ໝາກເດືອຍ, ຢາງພາລາ, ໝາກແຕງ, ໝາກພ້າວ, ໝາກນັດ, ໝາກຮຸ່ງ, ໝາກເງາະ, ໝາກສີດາ, ອ້ອຍ, ໝາກນາວ, ສາລີຫວານ, ໝາກແໜ່ງ, ພືດຜັກອື່ນໆ...

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.