ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກໍາ ແລະ ປ່າໄມ້  

ເລກທີ 1723/ກປ
ນະຄອນຫຼວງວຽງຈັນ

ວັນທີ 24 ກໍລະກົດ 2018

 

ຂໍ້ຕົກລົງ

ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ຂໍ້ແນະນໍາການຕິດສະຫຼາກຢາປາບສັດຕູພືດ

  • ອີງຕາມ ກົດໝາຍ ວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້, ສະບັບເລກທີ 02/ສພຊ, ລົງວັນທີ 30/06/2010;
  • ອີງຕາມ ດໍາລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ, ສະບັບເລກທີ 258/ລບ, ລົງວັນທີ 24/08/2017;
  • ອີງຕາມ ດໍາລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້, ສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017;
  • ອີງຕາມ ໜັງສືສະເໜີ ຂອງກົມປູກຝັງ ສະບັບເລກທີ 1532/ກປຝ, ລົງວັນທີ 03/07/2018.

ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ມາດຕາ 1 ຮັບຮອງ ແລະ ປະກາດໃຊ້ “ຂໍ້ແນະນໍາການຕິດສະຫຼາກຢາປາບສັັດຕູພືດ” ຢ່າງເປັນທາງການ.

ມາດຕາ 2 ມອບໃຫ້ກົມປູກຝັງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດ “ຂໍ້ແນະນໍາການຕິດສະຫຼາກຢາປາບສັັດຕູພືດ” ໃຫ້ປະກົດຜົນເປັນຈິງ.

ມາດຕາ 3 ຫ້ອງການ, ບັນດາກົມ, ສະຖາບັນ, ສູນ, ກອງອ້ອມຂ້າງກະຊວງ, ພະແນກກະສິກໍາ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫຼວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ໃຫ້ຄວາມຮ່ວມມື ແລະ ຈັດຕັ້ງປະຕິບັດ ຂໍ້ແນະນໍາການຕິດສະຫຼາກຢາປາບສັດຕູພືດດັ່ງກ່າວ ໃຫ້ໄດ້ຮັບຜົນດີ.

ມາດຕາ 4 ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້

ປອ. ລຽນ ທິແກ້ວ


ຄຳນໍາ

   ເພື່ອຜັນຂະຫຍາຍ ດໍາລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ໃນ ສປປ ລາວ ສະບັບເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 ທີ່ໄດ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ນໍາໃຊ້ ແລະ ການຕິດຕາມກວດກາ ການເຄື່ອນໄຫວວຽກງານຢາປາບສັດຕູພືດ ເພື່ອຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດ ຕໍ່ ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ແນໃສ່ເຮັດໃຫ້ການຜະລິດ ກະສິກໍາ ແລະ ປ່າໄມ້ ໄປຕາມທິດກະສິກໍາສະອາດ ສີຂຽວ ຍືນຍົງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ.

   ໂດຍອີງໃສ່ ມາດຕາ 26 ຂອງດໍາລັດດັ່ງກ່າວ, ກົມປູກຝັງ ໄດ້ພັດທະນາອອກເປັນຂໍ້ແນະນໍາທາງວິຊາການ ກ່ຽວກັບ ການຕິດສະຫຼາກຢາປາບສັດຕູພືດ ໃນ ສປປ ລາວ, ຊຶ່ງໄດ້ສະໜອງຂໍ້ມູນທີ່ສໍາຄັນ ທີ່ໄດ້ຄັດເອົາຈາກເອກະສານ ວິຊາການຂອງອົງການອາຫານ ແລະ ການກະເສດ ເພືື່ອໃຫ້ກົມກຽວກັບ ບັນດາ ປະເທດໃນອາຊຽນ ແລະ ພາກພື້ນ ໃນການຄຸ້ມຄອງການຕິດສະຫຼາກຢາປາບສັດຕູພືດ ແລະ ອຳນວຍຄວາມສະດວກ ແກ່ຜູ້ທີ່ເຮັດວຽກງານການຂຶ້ນທະບຽນຢາປາບສັດຕູພືດ ໃຫ້ມີຄວາມສາມາດກວດກາຄວາມສອດຄ່ອງເອກະສານ ພ້ອມທັງສາມາດແນະນໍາຜູ້ຜະລິດ ແລະ ຜູ້ນໍາເຂົ້າຢາປາບສັດຕູພືດ ໃຫ້ປະຕິບັດຕາມ ຂໍ້ກໍານົດເງື່ອນໄຂຂອງການຕິດສະຫຼາກສໍາລັບຜະລິດຕະພັນຢາປາບສັດຕູພືດ.

   ຂໍ້ແນະນໍາສະບັບນີ້ ແມ່ນຖືກຈັດພິມຂຶ້ນຄັ້ງທໍາອິດ ແລະ ອາດຈະມີການປັບປຸງໃໝ່ໃນຕໍ່ໜ້າ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ຂອງ ສປປ ລາວ ແລະ ຄວາມຖືກຕ້ອງໃນການຈັດຕັ້ງປະຕິບັດຕົວຈິງຂອງ ພາກສ່ວນທີ່ກ່ຽວຂ້ອງ ຢ່າງເໝາະສົມ ແລະ ເປັນທໍາ.

ຫົວໜ້າກົມປູກຝັງ

ວິໄລສຸກ ເຄນນະວົງ


1. ຄວາມໝາຍ ແລະ ຄວາມສໍາຄັນຂອງສະຫຼາກ

   ສະຫຼາກຢາປາບສັດຕູພືດ ໝາຍເຖິງ ການຂຽນ, ການພິມ ຫຼື ເສັ້ນສະແດງທີ່ຢູ່ເທິງ ຫຼື ຕິດມາພ້ອມກັບຢາປາບສັດຕູພືດ ຫຼື ພາຊະນະບັນຈຸ ຫຼື ສິ່ງຫຸ້ມຫໍ່ພາຊະນະບັນຈຸຢາປາບສັດຕູພືດເພື່ອຂາຍຍ່ອຍ. ສະຫຼາກ ແມ່ນສ່ວນທີ່ຈຳເປັນ ຂອງຊຸດສິນຄ້າ. ຂໍ້ມູນເພີ່ມເຕີມ ອາດຈະສະໜອງດ້ວຍເອກະສານຂໍ້ມູນຄວາມປອດໄພ ແລະ/ຫຼື ໃບປິວທີ່ພັບແຍກມາກັບພາຊະນະບັນຈຸ ໃນກໍລະນີີນີ້ ເນື້ອໃນໃບປິວຄວາອີງໃສ່ສະຫຼາກ.

2. ເນື້ອໃນຂອງສະຫຼາກ

   ຂໍ້ກໍານົດຄວາມຕ້ອງການທີ່ສໍາຄັນ ຄວນລວມມີ:

  • ຂໍ້ມູນສໍາລັບການຈຳແນກຜະລິດຕະພັນ
  • ຄວາມອັນຕະລາຍ ແລະ ຂໍ້ມູນກ່ຽວກັບຄວາມປອດໄພ
  • ຂໍ້ແນະນໍາການນໍາໃຊ້
  • ຂໍ້ມູນອື່ນໆທີ່ກ່ຽວຂ້ອງ.

  2.1 ຂໍ້ມູນສໍາລັບການຈຳແນກຜະລິດຕະພັນ

  1. ຊື່ການຄ້າ;
  2. ກຸ່ມຜະລິດຕະພັນ (ຕົວຢ່າງ ຢາຂ້າຫຍ້າ, ຢາຂ້າແມງໄມ້, ຢາຂ້າພະຍາດ, ອື່ນໆ);
  3. ປະເພດສູດປະສົມ (ຊື່ ແລະ ລະຫັດທີ່ກ່ຽວຂ້ອງກັບລະບົບການໃສ່ລະຫັດ ສູດປະສົມຂອງສາກົນ, ອີງໃສ່ ເອກະສານຄັດຕິດ 1);
  4. ຊື່ສານອອກລິດ;
  5. ອັດຕາສ່ວນຮ້ອຍຂອງສານອອກລິດ (ປົກກະຕິແລ້ວຄວນສະແດງອອກດັ່ງນີ້ “ບັນຈຸ X g a.i. ຕໍ່ kg)” (ສໍາລັບ ຊະນິດແຂງ, ຊະນິດແຫຼວ, ຊະນິດອາຍ ຫຼື ຂອງແຫຼວທີ່ລະເຫີຍ) ຫຼື “ບັນຈຸ g a.i. ຕໍ່ລິດ” (ສໍາລັບທາດແຫຼວ). ການບັນຈຸອາດສະແດງອອກເຊັ່ນກັນ ເປັນສ່ວນຮ້ອຍຂອງນໍ້າໜັກ/ນໍ້າໜັກ (% w/w). ສໍາລັບການບັນຈຸເຊື້ອຈຸລິນຊີປາບສັດຕູພືດ ຕາມທໍາມະດາແລ້ວ ສະແດງອອກເປັນ cfu/ml ຫຼື cfu/g);
  6. ຊື່ຂອງຕົວປະກອບຮ່ວມທີ່ອັນຕະລາຍ (ຕົວຢ່າງ ສານລະລາຍ ແລະ ອື່ນໆ);
  7. ນໍ້າໜັກສຸດທິ (ຕົວຢ່າງ ລິດ, ກຣາມ, ກິໂລກຣາມ, ຊຶ່ງສາມາດເຮັດເປັນ ຊື່ຫຍໍ້ຄື l, g ແລະ kg);
  8. ເລກທີ່ຊຸດຜະລິດ, ເລກທີຂອງການຈົດທະບຽນ ຫຼື ການອະນຸມັດ ທີ່ອອກໃຫ້ໂດຍໜ່ວຍງານ ຈົດທະບຽນຢາປາບສັດຕູພືດ;
  9. ຊື່,​ທີ່ຢູ່ ແລະ ເລກໂທລະສັບ ຂອງຜູ້ຈົດທະບຽນ.

  2.2 ຂໍ້ມູນຄວາມອັນຕະລາຍ ແລະ ຄວາມປອດໄພ

  1. ເຄື່ອງໝາຍຄວາມອັນຕະລາຍ

ເຄື່ອງໝາຍທີ່ເໝາະສົມ ຂອງຄວາມອັນຕະລາຍ ທີ່ມີຕໍ່ສຸຂະພາບຄົນ, ສິ່ງແວດລ້ອມ ແລະ ວັດຖຸ ສໍາລັບປະເພດຄວາມອັນຕະລາຍ ຄວນພິມແຖບສີເທິງສະຫຼາກ ແລະ ເຄື່ອງໝາຍອັນຕະລາຍ ຕ້ອງຈັດໄວ້ໃກ້ໆກັບຄຳສັບທີ່ເປັນສັນຍານ ແລະ ຂໍ້ຄວາມອັນຕະລາຍ.

  1. ຄຳສັບເຕືອນໄພ

ຂຶ້ນກັບປະເພດຄວາມອັນຕະລາຍ ແລະ ຖ້າມີເຄື່ອງໝາຍໃດໜຶ່ງ ເຊັ່ນ: ຄຳສັລເຕື່ອນໄພ “ອັນຕະລາຍ” ຫຼື “ເຕືອນໄພ” ຄວນສະແດງໃຫ້ເຫັນຢູ່ເທິງສະຫຼາກ ໃກ້ກັບເຄື່ອງໝາຍຄວາມອັນຕະລາຍ.

  1. ຂໍ້ຄວາມອັນຕະລາຍ

ຂຶ້ນກັບປະເພດຄວາມອັນຕະລາຍ ແລະ ຖ້າມີຂໍ້ມູນຄວາມອັນຕະລາຍທີ່ເໝາະສົມຄວາມສະແດງໃຫ້ເຫັນຢູ່ເທິງແຖບສີຂອງສະຫຼາກໃກ້ກັບເຄື່ອງໝາຍຄວາມອັນຕະລາຍ ແລະ ຄຳສັບສັນຍານ. ທຸກໆຂໍ້ຄວາມອັນຕະລາຍຄວນສະແດງໃຫ້ເຫັນຢູ່ເທິງສະຫຼາກ.

  1. ແຖບສີ

ຂຶ້ນກັບປະເພດຄວາມອັນຕະລາຍ, ທຸກໆສະຫຼາກຕ້ອງສະແດງແຖບສີຄວາມອັນຕະລາຍ ທີ່ໄດ້ກໍານົດໃຫ້ຢາປາບສັດຕູພືດ ແລະ ແຖບສີ ຢ່າງໜ້ອຍຕຕ້ອງແມ່ນ 10% ຂອງຄວາມສູງຂອງສະຫຼາກ ຊຶງແລ່ນຈາກຊ້າຍຫາຂວາຂອງພາກສ່ວນລຸ່ມຂອງສະຫຼາກ. ຄຳສັບສັນຍານ, ຂໍ້ຄວາມອັນຕະລາຍ ແລະ ຮູບພາບ ຄວາມປອດໄພ ອາດຈະພິມຢູ່ແຖບສີ.

ແຖບສີເຕືອນໄພໃດໜຶ່ງ ໂດຍພິມໄວ້ເບື້ອງລຸ່ມຂອງສະຫຼາກ ເພື່ອບົ່ງອກລະດັບຄວາມເປັນພິດຂອງຜະລິດຕະພັນຢາປາບສັດຕູພືດ ຕາມການກໍານົດຂອງອົງການອະນາໄມໂລກ ດັ່ງນີ້:

  • ແຖບສີແດງ ໃນລະບົບມາດຕະຖານຂອງສີລະຫັດເລກທີ 199 ນໍາໃຊ້ສໍາລັບຜະລິດຕະພັນຢາປາບສັດຕູພືດ ທີ່ມີຄວາມຮ້າຍແຮງສູງ ແລະ  ຮ້າຍແຮງ;
  • ແຖບສີເຫຼືອງ ໃນລະບົບມາດຕະຖານຂອງສີນໍາໃຊ້ສໍາລັບຜະລິດຕະພັນຢາປາບສັດຕູພືດ ທີ່ມີຄວາມອັນຕະລາຍປານກາງ;
  • ແຖບສີຟ້າ ໃນລະບົບມາດຕະຖານຂອງສີລະຫັດເລກທີ 293 ນໍາໃຊ້ສໍາລັບຜະລິດຕະພັນຢາປາບສັດຕູພືດ ທີ່ມີຄວາມອັນຕະລາຍຕ່ຳ;
  • ແຖບສີຂຽວ ໃນລະບົບມາດຕະຖານຂອງສີລະຫັດເລກທີ 374 ນໍາໃຊ້ສໍາລັບຜະລິດຕະພັນຢາປາບສັດຕູພືດ ທີ່ບໍ່ມີພິດກະທັນຫັນ.
  1. ຂໍ້ຄວາມດ້ານຄວາມປອດໄພ

ປະເພດຂໍ້ຄວາມທົ່ວໄປກ່ຽວກັບຄວາມປອດໄພ ຄວນສະແດງອອກ ໃນພື້ນທີ່ໆເໝາະສົມທີ່ສຸດຂອງສະຫຼາກ ເພື່ອເຕືອນຜູ້ນໍາໃຊ້ ກ່ຽວກັບຄວາມອັນຕະລາຍທີ່ເປັນໄປໄດ້ຂອງຢາປາບສັດຕູພືດ ເຊັ່ນ:

  • ບັນດາຂໍ້ຄວາມລະມັດລະວັງ ແລະ ເຕື່ອນໄພ ທົ່ວໄປ
  • ບັນດາຂໍ້ຄວາມລະມັດລະວັງ ຫຼື ເຕືອນໄພ ສະເພາະຂອງຜະລິດຕະພັນ
  • ເຄື່ອງນຸ່ງປ້ອງກັນສະເພາະ
  • ລະມັດລະວັງໃນເວລາປະຕິບັດກັບຢາປາບສັດຕູພືດ
  • ລະມັດລະວັງ ກ່ອນ, ໄລຍະເວລາ ແລະ ຫຼັງ ການນໍາໃຊ້
  • ລະມັດລະວັງຕໍ່ສິ່ງແວດລ້ອມ ແລະ ສິ່ງທີ່ບໍ່ແມ່ນເປົ້າໝາຍ
  • ການເຕືອນ ບໍ່ໃຫ້ນໍາເອົາພາຊະນະບັນຈຸ ມານໍາໃຊ້ຄືນ ແລະ ຂໍ້ແນະນໍາການຖິ້ມທີ່ປອດໄພ ຫຼື ການລ້າງຜະລິດຕະພັນ ແລະ ພາຊະນະບັນຈຸເປົ່າ.
  1. ຮູບພາບຄວາມປອດໄພ /ຄຳແນະນໍາ

ກະລຸນາ ອີງໃສ່ເອກະສານຄັດຕິດ 2.

  1. ການຊ່ວຍເຫຼືອເບື້ອງຕົ້ນ ແລະ ຄຳແນະນໍາທາງການແພດ

ສະຫຼາກ ຄວນມີຂໍ້ແນະນໍາທີ່ກ່ຽວຂ້ອງກັບການຊ່ວຍເຫຼືອເບື້ອງຕົ້ນ ແລະ ດ້ານການແພດ.

  2.3 ຂໍ້ແນະນໍາການນໍາໃຊ້

  • ປະສົມ ແລະ ນໍາໃຊ້ຜະລິດຕະພັນແບບໃດ ແລະ ອັດຕາການນໍາໃຊ້;
  • ເວລານໍາໃຊ້ຜະລິດຕະພັນ (ຊຶ່ງລວມທັງເວລາ ແລະ ຄວາມຖີ່ຂອງການນໍາໃຊ້) ຫຼື ເວລາບໍ່ນໍາໃຊ້ຜະລິດຕະພັນ;
  • ບ່ອນນໍາໃຊ້ຜະລິດຕະພັນ: ພືດ, ສັດຕູພືດເປົ້າໝາຍ, ພື່ນທີ່;
  • ຂໍ້ຈຳກັດໃດໜຶ່ງ ເຊັ່ນ: ພືດ ຫຼື ແນວພັນ ອ່ອນແອ, ສະພາບອາກາດ, ການນໍາໃຊ້ອຸປະກອນ;
  • ຊ່ວງເວລາຢຸດເຊົານໍາໃຊ້ ແລະ ໄລຍະຫ່າງກ່ອນການເກັບກ່ຽວ;
  • ຄວາມເຂົ້າກັນໄດ້ກັບຜະລິດຕະພັນອື່ນ;
  • ຂໍ້ມູນການປ້ອງກັນຄວາມຕ້ານທານ ແລະ ການຈັດການ.

  2.4 ຂໍ້ມູນອື່ນໆທີ່ກ່ຽວຂ້ອງ

  1. ປະເພດຂອງຜູ້ນໍາໃຊ້ ຜະລິດຕະພັນຢາປາບສັດຕູພືດ ທີ່ຕ້ອງໄດ້ຮັບອະນຸຍາດ ໃຫ້ນໍາໃຊ້ສະເພາະ;
  2. ຂໍ້ຄວາມກ່ຽວກັບການປະຕິບັດກະສິກໍາທີ່ດີ (ເຊັ່ນ: ຂໍ້ຄວາມຕົວຢ່າງທີ່ກໍານົດໄວ້ໃນເອກະສານຄັດຕິດ 3)
  3. ວັນທີຜະລິດ / ປະເພດສູດປະສົມ (ວັນທີທີ່ຜະລິດຕົວຈິງ)
  4. ວັນທີໝົດອາຍຸນໍາໃຊ້ ຫຼື ຂໍ້ຄວາມເໝືອນກັນ ເປັນຕົ້ນ ອາຍຸການເກັບຮັກສາ (ເດືອນ/ປີ).

3. ສະຫຼາກຢາປາບສັດຕູພືດ

  3. 1 ພາສາທີ່ນໍາໃຊ້ເທິງສະຫຼາກ

ທຸກຜະລິດຕະພັນຢາປາບສັດຕູພືດ ທີ່ຜະລິດ, ນໍາເຂົ້າ ແລະ ຈຳໜ່າຍ ໃນ ສປປ ລາວ ຕ້ອງຖືກບັນຈຸໃນພາຊະນະ ຕິດດ້ວຍສະຫຼາກ ຊຶ່ງມີເຄື່ອງໝາຍ ແລະ ຂໍ້ຄວາມເປັນພາສາລາວ. ໃນກໍລະນີບໍ່ສາມາດ ຕິດສະຫຼາກພາສາລາວກັບພາຊະນະບັນຈຸ ຕ້ອງສ້າງເປັນ ແຜ່ນພັບ ຫຼື ເອກະສານແຈກຢາຍ ຄັດຕິດໄປພ້ອມກັບຜະລິດຕະພັນ, ຍົກເວັ້ນຢາປາບສັດຕູພືດທີ່ຈັດຢູ່ໃນລະດັບຄວາມອັນຕະລາຍຮ້າຍແຮງສູງ.

ສະຫຼາກທີ່ແປເປັນພາສາລາວຕ້ອງໄດ້ຖືກຮັບຮອງຈາກກົມປູກຝັງ ຈຶ່ງຈະສາມາດນໍາໃຊ້ໄດ້.

  3.2 ການອອກແບບສະຫຼາກ

ການອອກແບບສະຫຼາກ ແລະ ການຈັດວາງຂໍ້ຄວາມ ອາດເປັນ ໜຶ່ງ, ສອງ, ສາມ ຫຼື ຫຼາຍໜ້າ. ຕົວຢ່າງຂອງໂຄງສ້າງຂອງສະຫຼາກ ໄດ້ສະແດງໃຫ້ເຫັນ ໃນ ເອກະສານ ຄັດຕິດ 4.5 ແລະ 6.

  3.3 ຂະໜາດຂອງຕົວໜັງສື ແລະ ຮູບແບບ

ແນະນໍາວ່າ ທຸກໆເນື້ອໃນຄວາມປອດໄພ ຢ່າງໜ້ອຍຄວາມເປັນຂະໜາດ 8 ຈຸດ ແລະ ສ່ວນເນື້ອໃນອື່ນໆ 6 ຈຸດ. ການເນັ້ນດ້ວຍໂຕໜັງສືທີ່ເດັ່ນ ແມ່ນມີປະສິດທິພາບຫຼາຍກວ່າ ການນໍາໃຊ້ໂຕໃຫຍ່. ສິ່ງຕ່າງໆຕໍ່ໄປນີ້ ຄວນຫຼີກເວັ້ນ:

  • ໂຕເນີ້ງ, ຍົກເວັ້ນຊື່ ລາຕິນ
  • ເນື້ອໃນທາງຕັ້ງ ຫຼື ສະຫຼຽງ
  • ພາບປະກອບທີ່ບໍ່ກ່ຽວຂ້ອງ

  3.4 ການນໍາໃຊ້ສີ

ສີແດງ ສ່ວນໃຫຍ່ແລ້ວ ຖືກຮັບຮອງເພື່ອເປັນສີເຕືອນໄພ ແລະ ຄວນນໍາໃຊ້ເພື່ອເນັ້ນໃສ່ປະໂຫຍກເຕືອນໄພ, ຫຼື ສໍາລັບເຄື່ອງໝາຍອັນຕະລາຍ ແລະ ຄວາມປອດໄພ ແລະ ຂໍ້ຄວາມທີ່ຄວນລະວັງ. ເພື່ອຄວາມຈະແຈ້ງທີ່ສຸດ ແລະ ການອ່ານງ່າຍ, ເນື້ອໃນສະຫຼາກ ຄວນຈະເປັນສີດໍາສ່ວນໃຫຍ່ ຢູ່ເທິງພື້ນສີຂາວ. ສີຕໍ່ລົງໄປນີ້ ອາດຈະພິຈາລະນາເອົາລວມເຂົ້າກັນ ຄື:

  • ສີດໍາ ເທິງ ສີເຫຼືອງ
  • ສີຂຽວ ຢູ່ເທິງສີຂາວ
  • ສີຂາວ ຢູ່ເທິງສີຟ້າ

4. ການນໍາໃຊ້ ເຄື່ອງໝາຍ, ຂໍ້ຄວາມ ແລະ ແຖບສີ ສໍາລັບຄວາມອັນຕະລາຍ ຂອງຢາປາບສັດຕູພືດ

   ເພື່ອໃຫ້ສາມາດສື່ສານຄວາມອັນຕະລາຍ ໄດ້ຢ່າງມີປະສິດທິພາບ, ສະຫຼາກຢາປາບສັດຕູພືດ ຕ້ອງໄດ້ນໍາໃຊ້ ເຄື່ອງໝາຍ, ຂໍ້ຄວາມ ແລະ ແຖບສີ ຕາມລະດັບຄວາມອັນຕະລາຍ. ເຄື່ອງໝາຍຄວາມອັນຕະລາຍ ທີ່ສະເໜີໃນນີ້ ແມ່ນ ບົນພື້ນຖານ ຂອງລະບົບ GHS ທີ່ກ່ຽວຂ້ອງກັບການຕິດສະຫຼາກຢາປາບສັດຕູພືດ.

   ລາຍລະອຽດ ຂອງສັນຍາລັກຄວາມອັນຕະລາຍ, ຄຳສັບເຕືອນໄພ ແລະ ຂໍ້ຄວາມອັນຕະລາຍ ກະລຸນາເບິ່ງໃນ ເອກະສານຄັດຕິດ 7.

 

# ຫົວຂໍ້ ດາວໂຫຼດ
1 Decision on Adoption and Promulgation of Pesticide Labeling Guideline No. 1723/MAF, dated july 24, 2018. PDF
2 ຂ້ໍຕົກລົງວ່າດ້ວຍການຮັບຮອງແລະ ປະກາດໃຊ້ ຂໍ້ແນະນໍາການຕິດສະຫຼາກຢາປາບສັດຕູພືດສະບັບເລກທີ 1723, ລົງວັນທີ 24 ກໍລະກົດ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.