ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາສັ່ງສະບັບເລກທີ 1893/ກປ, 24 ກັນຍາ 2020 ກ່ຽວກັບ ການເພີ່ມທະວີຄວາມເອົາໃຈໃສ່ໃນການກວດກາການຕິດສະຫຼາກ ຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດ ເຖິງກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ໃຫ້ໃຊ້ມາດຕະການເດັດຂາດໃນການຄຸ້ມຄອງການຕິດສະຫຼາກຂອງປະເພດສິນຄ້າດັ່ງກ່າວ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ຕາມທີ່ໄດ້ກໍານົດໄວ້ໃນ ດໍາລັດວ່າດ້ວຍແນວພັນພືດສະບັບເລກທີ 238/ລບ, ລົງວັນທີ 18 ພຶດສະພາ 2020, ຂ້ໍຕົກລົງ ວ່າດ້ວຍການຄຸ້ມຄອງຝຸ່ນສະບັບເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013 ແລະ ຂ້ໍຕົກລົງ ວ່າດ້ວຍການຮັບຮອງເອົາ ແລະ ປະກາດໃຊ້ ຂໍ້ແນະນໍາການຕິດສະຫຼາກຢາປາບສັດຕູພືດ ສະບັບເລກທີ 1723/ກປ, ລົງວັນທີ 24 ກໍລະກົດ 2018. ຖ້າພົບເຫັນຜະລິດຕະພັນດັ່ງກ່າວທີ່ຈໍາໜ່າຍຢູ່ທ້ອງຕະຫຼາດ ບໍ່ໄດ້ຕິດສະຫຼາກ ຫຼື ຕິດສະຫຼາກບໍ່ຖືກຕ້ອງຕາມເງື່ອນໄຂທີ່ກໍານົດໄວ້ ແມ່ນໃຫ້ປະຕິບັດຕາມມາດຕະການທີ່ໄດ້ກໍານົດໄວ້ໃນຂໍ້ 3.1, 3.2, 3.3 ຕາມລໍາດັບໃນຄໍາສັ່ງສະບັບນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.