ຄອຄສ ໄດ້ອອກຂໍ້ຕົກລົງວ່າດ້ວຍ ການຮັບຮອງຄໍາແນະນໍາການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງຂອງບັນດາຂະແໜງການທີີມີໜ່ວຍງານປະຈໍາຢູ່ດ່ານສະບັບເລກທີ 002/ຄອຄສ, ລົງວັນທີ 21 ມັງກອນ 2021 ເພື່ອໃຫ້ບັນດາຂະແໜງການທີ່ຖືກກໍານົດຢູ່ຄໍາແນະນໍາສະບັບດ່ັງກ່າວ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ດັ່ງນີ້:

  1. ສ້າງຕັ້ງໜ່ວຍງານບໍລິຫານຄວາມສ່ຽງຂອງຕົນຂຶ້ນ
  2. ສ້າງຕັ້ງຄະນະກໍາມະການບໍລິຫານຄວາມສ່ຽງຮ່ວມກັນ ທີ່ປະກອບມີບັນດາໜ່ວຍງານບໍລິຫານຄວາມສ່ຽງ ຂອງແຕ່ລະກົມ ແລະ ໜ່ວຍງານທີ່ກ່ຽວຂ້ອງປະຈໍາດ່ານ ເປັນຄະນະ
  3. ສ້າງຄູ່ມືແນະນໍາໃນການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ໃຫ້ແກ່ໜ່ວຍງານຂອງຕົນທີປະຈໍາຢູ່ດ່ານ ຢ່າງລະອຽດ ເປັນຕົ້ນ ມາດຕະຖານການດໍາເນີນງານ
  4. ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ຢ່າງເປັນທາງການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິການຄວາມສ່ຽງ ແລະ ການກວດສອບຄືນພາຍຫຼັງນໍາເຂົ້າ.

ມອບໃຫ້ບັນດາຂະແໜງການທີ່ຖືກກໍານົດຢູ່ໃນຄໍາແນະນໍາສະບັບນີ້ ລາຍງານຄວາມຄຶບໜ້າຂອງການຈັດຕັ້ງປະຕິບັດມາຍັງກົມການນໍາເຂົ້າ ແລະ ສົ່ງອອກ,​ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ເປັນແຕ່ລະເດືອນ ເພື່ອໃຫ້ສັງລວມລາຍງານຕໍ່ຄະນະອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ພິຈາລະນາ ແລະ ໃຫ້ທິດຊີ້ນໍາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.