ກະຊວງການເງິນໄດ້ອອກຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດລະບົບຜ່ານແດນພາສີອາຊຽນສະບັບເລກທີ 3143/ກງ,​ ລົງວັນທີ 26 ພະຈິກ 2020 ເພື່ອໃຫ້ສອດຄ່ອງຕາມຂໍ້ຕົກລົງການອໍານວຍຄວາມສະດວກສິນຄ້າຜ່ານແດນອາຊຽນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ທັງເປັນການຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍໃນການດໍາເນີນຂັ້ນຕອນການແຈ້ງພາສີ, ການນໍາໃຊ້ເຈ້ຍ,​ ແລກປ່ຽນລະບົບຂໍ້ມູນສິນຄ້າຜ່ານແດນອາຊຽນທາງອີເລັກໂຕຣນິກ, ເພີ່ມທະວິຄວາມຖືກຕ້ອງ,​ ຮັບປະກັນຄວາມໂປ່ງໄສ,​ ວ່ອງໄວຍົກສູງປະສິດທິພາບ ແລະ ປະສິດທິຜົນ.

ຜູ້ປະກອບການຜ່ານແດນຂອງ ສປປ ລາວ ມີເງື່ອນໄຂ ແລະ ມາດຕະຖານ ດັ່ງນີ້:

  1. ມີໃບທະບຽນວິສາຫະກິດ ອອກໂດຍຂະແໜງອຸດສາຫະກໍາ ແລະ ການຄ້າ
  2. ໃບອະນຸຍາດດໍາເນີນທຸລະກິດທີ່ອອກໂດຍຂະແໜງຂົນສົ່ງ
  3. ມີຖານະການເງິນ ເພື່ອສາມາດຄໍ້າປະກັນໜີ້ຕໍ່ລັດຖະການພາສີຕາມກົດໝາຍພາສີ
  4. ເປັນບໍໍລິສັດທີ່ເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະ ມີໃບຢັ້ງຢືນການມອບພັນທະອາກອນປະຈໍາປີ
  5. ຕ້ອງບໍ່ຖືກດໍາເນີນຄະດີທາງພາສີ ແລະ /ຫຼື ບໍ່ຖືກລົງໂທດໃນການກະທໍາຜິດທາງພາສີ ເປັນເວລາ 3 ປີ
  6. ຕ້ອງມີພາຫະນະຂົນສົ່ງຜ່ານແດນທີ່ຖືກຮັບຮອງຈາກຂະແໜງການກ່ຽວຂ້ອງ ແລະ ສອດຄ່ອງກັບ ອານຸສັນຍາ 3 (ໃນບັນຊີ 500 ຄັນ) ແລະ ອານຸສັນຍາ 4 (ສະພາບເຕັກນິກ) ຕາມຂ້ໍຕົກລົງການອໍານວຍຄວາມສະດວກສິນຄ້າຜ່ານແດນອາຊຽນ
  7. ຕ້ອງປະຕິບັດຕາມເງື່ອນໄຂຂອງອາຊຽນຕາມແຕ່ລະໄລຍະ

ບັນດາດ່ານພາສີສາກົນເປົ້າໝາຍ ທີ່ຈັດຕັ້ງປະຕິບັດລະບົບຜ່ານແດນພາສີອາຊຽນ ປະກອບມີ:

  1. ດ່ານພາສີສາກົນຂົວມິດຕະພາບ I, ນະຄອນຫຼວງວຽງຈັນ
  2. ດ່ານພາສີສາກົນນໍ້າພາວ,​ ແຂວງ ບໍລິຄໍາໄຊ
  3. ດ່ານພາສີສາກົນຂົວມິດຕະພາບ II, ແຂວງ ສະຫວັນນະເຂດ
  4. ດ່ານພາສີສາກົນແດນສະຫວັນ, ແຂວງ ສະຫວັນນະເຂດ
  5. ດ່ານພາສີສາກົນໜອງນົກຂຽນ, ແຂວງຈໍາປາສັກ
  6. ດ່ານພາສີສາກົນຂົວມິດຕະພາບ IV,​ ແຂວງບໍ່ແກ້ວ

ໝາຍເຫດ: ບັນດາດ່ານພາສີສາກົນທີ່ຈະຈັດຕັ້ງປະຕິບັດຜ່ານແດນ ໃນຕໍ່ໜ້າອາດສາມາດເພີ່ມ ຫຼື ຫຼຸດຈໍານວນດ່ານ ຕາມເງື່ອນໄຂ ແລະ ການຕົກລົງຂອງພາສີອາຊຽນ ຕາມແຕ່ລະໄລຍະ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.