ກະຊວງອຸດສາຫະກໍາ ແລະ ການຄ້າອອກຂໍ້ຕົກລົງວ່າດ້ວຍສູນສົ່ງເສີມຫັດຖະກໍາສະບັບເລກທີ 1227/ອຄ.ກອຫ, ລົງວັນທີ 31 ທັນວາ 2020 ເພື່ອສົ່ງເສີມການຜະລິດຕະພັນຫັດຖະກໍາໃຫ້ມີຄຸນນະພາບ ແລະ ສ້າງມູນຄ່າເພີ່ມ, ປົກປ້ອງສິນຜົນປະໂຫຍດຂອງຜູ້ປະກອບການ,​ ຍົກລະດັບວິຊາຊີບໃຫ້ແກ່ຊາວຊ່າງຫັດຖະກໍາ,​ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນບັນດາເຜົ່າ ພ້ອມທັງສົ່ງເສີມການຮຽນຮູ້,​ ການສືບທອດອາຊີບ,​ ການອະນຸລັດຫັດຖະກໍາ ທີ່ເປັນມູນເຊື້ອໃຫ້ຍືນຍົງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັ່ງຄົມຂອງຊາດ.

ຜູ້ທີີມີຈຸດປະສົງສ້າງຕັ້ງສູນສົ່ງເສີມຫັດຖະກໍາ ໃຫ້ປະກອບເອກະສານ ສະເໜີຕໍ່ ພະແກນອຸດສາຫະກໍາ ແລະ ການຄ້າແຂວງ,​ ນະຄອນຫຼວງ ບ່ອນທີ່ຈະສ້າງຕັ້ງສູນສົ່ງເສີມຫັດຖະກໍາ ເພື່ອຄົ້ນຄວ້າກ່ຽວກັບເງື່ອນໄຂສະຖານທີ່ຕັ້ງ. ພາຍຫຼັງທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງ,​ ນະຄອນຫຼວງ ໄດ້ຮັບໜັງສືສະເໜີແລ້ວ ຕ້ອງໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງກວດກາສະຖານທີ່ຕົວຈິງ ພ້ອມທັງເຮັດບົດບັນທຶກການກວດກາ ແລະ ອອກໜັງສືແຈ້ງຕອບຜູ້ສະເໜີພາຍໃນ ສິບວັນ ລັດຖະການນັບແຕ່ວັນໄດ້ຮັບໜັງສືສະເໜີຄົບຖ້ວນ ແລະ ຖືກຕ້ອງ. ການສະເໜີຕ້ອງປະກອບເອກະສານ ດັ່ງນີ້: 1 ໜັງສືສະເໜີ ຕາມແບບພິມທີ່ກົມອູດສາຫະກໍາ ແລະ ຫັດຖະກໍາ ໄດ້ກໍານົດ,​ ແລະ 2 ເອກະສານຢັ້ງຢືນ ກ່ຽວກັບ ສິດນໍາໃຊ້ທີ່ດິນສ້າງສູນສົ່ງເສີມຫັດຖະກໍາ ເປັນຕົ້ນ ໃບຕາດິນ, ສັນຍາເຊົ່າ ຫຼື ສັນຍາສໍາປະທານ.

ພາຍຫຼັງໄດ້ຮັບໜັງສືແຈ້ງຕອບເຫັນດີກ່ຽວກັບສະຖານທີ່ ຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງ,​ ນະຄອນຫຼວງ ໃຫ້ຜູ້ສະເໜີສ້າງຕັ້ງສູນສົ່ງເສີມຫັດຖະກໍາປະກອບເອກະສານສະເໜີຂໍອະນຸຍາດສ້າງຕັ້ງສູນສົ່ງເສີມຫັດຖະກໍາ ດັ່ງນີ້:​

  1. ໜັງສືສະເໜີຕາມແບບພິມ ທີ່ກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ກໍານົດ
  2. ສໍາເນົາໃບອະບຽນວິສາຫະກິດ
  3. ບົດວິພາກເສດຖະກິດ-ເຕັກນິກ
  4. ໜັງສືແຈ້ງຕອບເຫັນດີກ່ຽວກັບສະຖານທີ່ຕັ້ງ ຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງ,​ ນະຄອນຫຼວງ ພ້ອມດ້ວຍເອກະສານຢັ້ງຢືນ ກ່ຽວກັບສິດນໍາໃຊ້ທີ່ດິນສ້າງສູນສົ່ງເສີມຫັດຖະກໍາ ເປັນຕົ້ນ ໃບຕາດິນ,​ ສັນຍາເຊົ່າ ຫຼື ສັນຍາສໍາປະທານ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.