ລັດຖະບານໄດ້ອອກດໍາລັດວ່າດ້ວຍກຸ່ມ ແລະ ສະຫະກອນສະບັບເລກທີ606/ລບ, ລົງວັນທີ 26 ພະຈິກ 2020 ເພື່ອສົ່ງເສີມ ແລະ ພັດທະນາການຜະລິດ,​ ການບໍລິການ ແລະ ການດໍາເນີນທຸລະກິດ ໃຫ້ເຕີບໃຫ່ຍຂະຫຍາຍຕົວ ແລະ ໝັ້ນຄົງ ແນ່ໃສ່ ແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ.

          ຜູ້ທີມີຈຸດປະສົງ ສ້າງຕັ້ງກຸ່ມໃນຂະແໜງໃດໜຶ່ງ ໃຫ້ຍື່ນຄໍາຮ້ອງ ແລະ ເອກະສານປະກອບທີ່ກ່ຽວຂ້ອງ ຂະແໜງກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ຫຼື ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ໃນກໍລະນີມີຫ້ອງການຢູ່ຂັ້ນເມືອງ ບ່ອນກຸ່ມຈະຕັ້ງຢູ່ ໂດຍປະກອບເອກະສານດັ່ງນີ້:

  1. ຄໍາຮ້ອງຂໍສ້າງຕັ້ງກຸ່ມ ຕາມແບບພິມ ທີ່ຂະແໜງການກ່ຽວຂ້ອງກໍານົດ
  2. ບັນຊີລາຍຊື່ສະມາຊິກຂອງກຸ່ມ ແລະ ຊີວະປະຫວັດຄະນະບໍລິຫານ
  3. ບົດບັນທຶກກອງປະຊຸມສ້າງຕັ້ງກຸ່ມ
  4. ກົດລະບຽບຂອງກຸ່ມ
  5. ໂຄງຮ່າງການຈັດຕັ້ງຂອງກຸ່ມ
  6. ແຜນດໍາເນີນງານຂອງກຸ່ມ.

ຜູ້ທີ່ມີຈຸດປະສົງ ສ້າງຕັ້ງສະຫະກອນ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານ ນໍາຂະແໜງການກະສິກໍາ ແລະ ປ່າໄມ້ ຕາມປະເພດສະຫະກອນ ດັ່ງນີ້:

  1. ຄໍາຮ້ອງຂໍສ້າງຕັ້ງສະຫະກອນ ຕາມແບບພິມ ທີ່ຂະແໜງການກ່ຽວຂ້ອງກໍານົດ
  2. ແຜນດໍາເນີນທຸລະກິດຂອງສະຫະກອນ
  3. ບັນຊີລາຍຊື່ສະມາຊິກ ພ້ອມດ້ວຍລາຍເຊັນຂອງແຕ່ລະຄົນ,​ ຈໍານວນຫຸ້ນ ແລະ ທຶນຈົດທະບຽນຂອງສະຫະກອນ
  4. ໃບຢັ້ງຢືນທີ່ຕ້ອງຫ້ອງການຂອງສະຫະກອນ
  5. ກົດລະບຽບຂອງສະຫະກອນ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.